ກອງບັນຊາການທະຫານແຂວງຕວຽນກວາງ ມອບຂອງຂວັນໃຫ້ແກ່ນັກສຶກສາລາວ
ກປ.ອອນໄລ - ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງລາວ, ຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງຕວຽນກວາງ ນຳໂດຍທ່ານພັນເອກ ຮ່າງອັກທ໊າບ, ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ ໄດ້ລົງຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ນັກສຶກສາລາວ ພວມຮ່ຳຮຽນຢູ່ມະຫາວິທະຍາໄລ ເຕີນຈ່າວ, ແຂວງຕວຽນກວາງ.