ຕາມນັກຂ່າວຫວຽດນາມ ປະຈຳລາວ, ເມື່ອຕອບຄໍາຖາມຂອງນັກຂ່າວ ສໍານັກຂ່າວສານລາວ ໃນວັນທີ 25 ມີນາ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 / 22 ມີນາ ປີ 2025), ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຢືນຢັນວ່າ ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ແມ່ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ດ້ວຍຖານະເປັນສອງພັກໜຶ່ງດຽວທີ່ຮັບບົດບາດປະຫວັດສາດນຳພາການປະຕິວັດປົດປ່ອຍປະເທດຊາດຂອງຕົນ ແລະປະຈຸບັນລ້ວນແຕ່ແມ່ນພັກກຳອຳນາດ, ນຳພາປະເທດເດີນຕາມເສັ້ນທາງກໍານົດທິດສັງຄົມນິຍົມ.

ທ່ານ ຫງວຽນມິງເຕິມ ໃຫ້ຮູ້ວ່າ: ການກຳເນີດຂອງພັກກອມມູນິດອິນດູຈີນ, ດ້ວຍທຸງປະຕິວັດ, ປະຊາທິປະໄຕ, ໄດ້ຕິດພັນພາລະກິດປະຕິວັດຂອງປະຊາຊົນລາວ ບັນດາເຜົ່າກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງການປະຕິວັດອິນດູຈີນ ແລະການປະຕິວັດໂລກ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງພັກປະຊາຊົນລາວ, ປະຈຸບັນແມ່ນພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງ, ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນລາວ ໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ເຖິງວ່າຊື່ເອີ້ນຈະແຕກຕ່າງກັນກໍ່ຕາມ, ແຕ່ສອງພັກລ້ວນແຕ່ມີຈຸດໝາຍອັນດຽວກັນ, ພ້ອມກັນເດີນຕາມຄະຕິທຳອັນດຽວກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ພ້ອມກັນປົກປັກຮັກສາເອກະລາດແຫ່ງຊາດທີ່ຫາກໍ່ຍາດໄດ້, ສ້າງຊີວິດການເປັນຢູ່ທີ່ເສລີພາບ, ມີຄວາມຜາສຸກໃຫ້ແກ່ປະຊາຊົນ.

ພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ລ້ວນແຕ່ແມ່ນພັກໜຶ່ງດຽວທີ່ຖືບົດບາດປະຫວັດສາດໃນການນຳພາການປະຕິວັດຂອງແຕ່ລະປະເທດ. ສະນັ້ນ, ເມື່ອເວົ້າເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ກໍ່ມີຄວາມໝາຍວ່າແມ່ນເວົ້າເຖິງການພົວພັນສາມັກຄີແບບພິເສດລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ແລະກົງກັນຂ້າມ, ເມື່ອເວົ້າເຖິງການພົວພັນລະຫວ່າງສອງພັກ, ກໍ່ແມ່ນເວົ້າເຖິງການພົວພັນແບບພິເສດຫວຽດນາມ-ລາວ ພາຍໃຕ້ການນຳພາຂອງສອງພັກ.

ບົນພື້ນຖານສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ທ່ານ ຫງວຽນມິງເຕິມ ໃຫ້ຮູ້ວ່າ: ສະພາບການໂລກ ແລະພາກພື້ນໃນປະຈຸບັນໄດ້ ແລະກໍາລັງມີການປ່ຽນແປງຢ່າງເລິກເຊິ່ງ, ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງສອງປະເທດ.

ສະນັ້ນ, ໃນໄລຍະຈະມາເຖິງ, ເພື່ອຮັບປະກັນການປະຕິບັດກິດຈະການປ່ຽນແປງໃໝ່ຢູ່ແຕ່ລະປະເທດໃຫ້ປະສົບຜົນສຳເລັດ, ມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ, ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ຕ້ອງສືບຕໍ່ຢືນຢັນເຖິງຄວາມສຳຄັນ ແລະຄວາມໝາຍຍຸດທະສາດຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໃນສະພາບການໃໝ່ບົນພື້ນຖານມີຄວາມສະເໝີຕົ້ນສະເໝີປາຍຕໍ່ຫຼັກການທີ່ສອງພັກ, ສອງລັດໄດ້ເຫັນດີເປັນເອກະພາບ.

leftcenterrightdel
ລາວບາວ - ດ່ານຊາຍແດນແບບຈຳລອງຢູ່ຊາຍແດນຫວຽດນາມ - ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດຕ້ອງສຸມໃສ່ບາງເນື້ອໃນດັ່ງນີ້:

ທີໜຶ່ງ, ສືບຕໍ່ນໍາການພົວພັນດ້ານການເມືອງໃຫ້ເຂົ້າສູ່ລວງເລິກ, ນັບມື້ນັບຕິດພັນກັບຄວາມໄວ້ເນື້ອເຊື່ອໃຈ, ເປັນຫຼັກແຫຼ່ງແກ່ນສານໃນການກໍານົດທິດໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດ; ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະການພັດທະນາຂອງແຕ່ລະປະເທດ.

ທີສອງ, ປັບປຸງ ແລະເພີ່ມທະວີຄວາມຮັບຮູ້ລວມຂອງສອງພັກກ່ຽວກັບຄວາມສໍາຄັນຍຸດທະສາດຂອງການພົວພັນແບບພິເສດຫວຽດນາມ-ລາວ, ຖືວ່ານີ້ແມ່ນບັນຫາທີ່ມີຄວາມໝາຍສຳຄັນຕໍ່ພາລະກິດປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

ທີສາມ, ຮັກສາການສຶກສາດ້ານການເມືອງ, ແນວຄິດຢ່າງເປັນປະຈຳໂດຍຜ່ານການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ,  ການທູດປະຊາຊົນເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມຂອງສອງປະເທດໄດ້ເຂົ້າໃຈຢ່າງຈະແຈ້ງເຖິງຄວາມໝາຍ ແລະຄວາມຈຳເປັນຂອງການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ. ພ້ອມທັງ ສົມທົບກັນຕໍ່ສູ້, ປະຕິເສດຖ້ອຍທຳນອງທີ່ບິດເບືອນ, ເສກສັ້ນປັ້ນແຕ່ງ, ແບ່ງແຍກການພົວພັນລະຫວ່າງສອງພັກ, ສອງລັດ.

ທີສີ່, ເພີ່ມທະວີການແລກປ່ຽນທິດສະດີ ແລະພຶດຕິກໍາຕົວຈິງ, ແລກປ່ຽນບົດຮຽນໃນການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ການຄຸ້ມຄອງລັດ, ພັດທະນາເສດຖະກິດ-ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ...; ເສີມຂະຫຍາຍບັນດາກົນໄກພົບປະແລກປ່ຽນ, ການຮ່ວມມືໂດຍກົງລະຫວ່າງບັນດາອົງການສູນກາງຂອງສອງພັກ, ລະຫວ່າງບັນດາອົງຄະນະພັກທ້ອງຖິ່ນ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນ.

ຍູ້ແຮງການຮ່ວມມືກ່ຽວກັບການບຳລຸງສ້າງພະນັກງານ, ໃນນັ້ນມີພະນັກງານພັກ, ອໍານາດການປົກຄອງ ແລະບັນດາອົງການຈັດຕັ້ງມະຫາຊົນທຸກຂັ້ນນັບແຕ່ຂັ້ນສູນກາງຈົນເຖິງທ້ອງຖິ່ນ ແລະຮາກຖານ, ທັງພະນັກງານລະບົບການເມືອງ ແລະນັກຊ່ຽວຊານໃນຂົງເຂດຕ່າງໆ.

ທີຫ້າ, ເພີ່ມທະວີການຊີ້ນໍາ, ກໍານົດທິດຍຸດທະສາດໃນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ບຳລຸງສ້າງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດລະຫວ່າງສອງປະເທດ, ໃນນັ້ນການຮ່ວມມືດ້ານເສດຖະກິດຕ້ອງມີບາດກ້າວບຸກທະລຸຕາມທິດເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງຄົມມະນາຄົມ, ການເງິນ-ທະນາຄານ, ພະລັງງານໄຟຟ້າ, ໂທລະຄົມມະນາຄົມ, ການທ່ອງທ່ຽວ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນເສົາຄ້ຳ; ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ-ເຕັກນິກ ແມ່ນພື້ນຖານ ແລະເປັນການເຊື່ອມຕໍ່ການພົວພັນແບບຍືນຍົງລະຫວ່າງສອງປະເທດ.

ທີຫົກ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນລະຫວ່າງທຸກຂະແໜງການ, ທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ ແລະທ້ອງຖິ່ນຂອງສອງປະເທດ, ພິເສດແມ່ນລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ແບ່ງປັນຂໍ້ມູນຂ່າວສານ, ປະສົບການ ແລະຊຸກຍູ້ການຮ່ວມມື, ການຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອພ້ອມກັນພັດທະນາ.

ເຊື່ອມຊຶມແນວຄິດຂອງປະທານໂຮ່ຈີມິນ ທີ່ຍິ່ງໃຫຍ່ ແລະຄວາມມຸ່ງມາດປາຖະໜາຂອງປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກດ້ວຍຄວາມມານະພະຍາຍາມຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຈະພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ, ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນແຕ່ລະປະເທດ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ຈາງຫງວຽນ