ມີການເຄື່ອນໄຫວເພີ່ມທະວີນໍ້າໃຈສາມັກຄີຫຼາຍຢ່າງ
ລາຍການພົບແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຄັ້ງທີ 4 ໂດຍທ່ານພັນເອກພິເສດ ຫງວຽນແທັງຫາຍ, ຮອງຫົວໜ້າຫ້ອງການເມືອງທະຫານຊາຍແດນ, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພັນເອກ ດາວໄກ ເລີດລີວັນ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງທະຫານຊາຍແດນ, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດລາວ ເປັນປະທານຮ່ວມ, ຊີ້ນໍາ. ເຂົ້າຮ່ວມລາຍການພົບປະແລກປ່ຽນມີຜູ້ແທນຜູ້ທີ່ດີເດັ່ນ 70 ຄົນທີ່ແມ່ນພະນັກງານ, ນາຍທະຫານຊາຍແດນໜຸ່ມສອງປະເທດ, ດ້ວຍຫຼາຍການເຄື່ອນໄຫວມີຄວາມໝາຍແທດຈິງ, ຄື: ໂຄສະນາກົດໝາຍໃຫ້ປະຊາຊົນ, ມອບທຶນການສຶກສາໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ; ການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືກໍ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ”; ພົບປະແລກປ່ຽນ, ແຂ່ງຂັນກິລາ; ປູກຕົ້ນໄມ້ມິດຕະພາບ; ຢ້ຽມຢາມສຸສານພົນເອກ ຫວໍງວຽນຢາບ ແລະຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳໃນບໍລິເວນແຂວງກວ໋າງບິ່ງ.
    |
 |
ທ່ານພັນເອກພິເສດ ຫງວຽນແທັງຫາຍ ມອບທຶນການສຶກສາໃຫ້ພວກນ້ອງນັກຮຽນປະສົບກັບຄວາມຫຍຸ້ງຍາກ ຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ. ພາບ: ຫວຽດລາມ |
ວັນທີ 20 ມີນາ, ພາຍຫຼັງພິທີຕ້ອນຮັບຄະນະຜູ້ແທນທະຫານຊາຍແດນລາວ ເຂົ້າມາຫວຽດນາມ ຜ່ານດ່ານຊາຍແດນສາກົນຈາລໍ, ຄະນະນາຍທະຫານຊາຍແດນໜຸ່ມສອງປະເທດໄດ້ມີໜ້າຢູ່ບໍລິເວນຕາແສງເຢີນຮວ໊າ, ເມືອງມິງຮວ໊າ, ແຂວງກວ໋າງບິ່ງ ພ້ອມກັນເຂົ້າຮ່ວມການໂຄສະນາກົດໝາຍໃຫ້ພະນັກງານ, ປະຊາຊົນ, ມອບຂອງຂວັນໃຫ້ພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກພວມດໍາລົງຊີວິດຢູ່ເຂດສອງຟາກຊາຍແດນແຂວງກວ໋າງບິ່ງ (ຫວຽດນາມ) ແລະແຂວງຄໍາມ່ວນ (ລາວ).
ໃນການໂຄສະນາກົດໝາຍ, ຄະນະຈັດຕັ້ງລາຍການພົບແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຄັ້ງທີ 4 ໄດ້ມອບທຶນການສຶກສາ 40 ທຶນໃຫ້ນັກຮຽນ 40 ຄົນທີ່ປະສົບກັບຄວາມຫຍຸ້ງຍາກພວມດໍາລົງຊີວິດຢູ່ເຂດຊາຍແດນແຂວງກວ໋າງບິ່ງ ແລະແຂວງຄໍາມ່ວນ. ນະທີ່ນີ້, ທ່ານພັນເອກພິເສດ ຫງວຽນແທັງຫາຍ ແລະທ່ານພັນເອກ ດາວໄກ ເລີດລີວັນ ໄດ້ມອບທຶນການສຶກສາໂດຍກົງ, ລະດົມກໍາລັງໃຈພວກນ້ອງນັກຮຽນພະຍາຍາມບືນຕົວຂຶ້ນໃນການຮ່ຳຮຽນ. ໄປພ້ອມກັບການໂຄສະນາກົດໝາຍ, ຖັນແຖວນາຍທະຫານໜຸ່ມທີ່ຢູ່ສອງຟາກຊາຍແດນ ໄດ້ເຂົ້າຮ່ວມການພົບປະແລກປ່ຽນ, ແຂ່ງຂັນກິລາຕີດອກປີກໄກ່, ບານສົ່ງດ້ວຍຈິດໃຈສາມັກຄີ, ຖອດຖອນບົດຮຽນ. ຄະນະຜູ້ແທນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ກໍ່ໄດ້ໄປຢ້ຽມຢາມກອງພັນຝຶກແອບ, ເຄື່ອນທີ່, ທະຫານຊາຍແດນແຂວງກວ໋າງບິ່ງ ແລະຈັດຕັ້ງການປູກ “ສວນຕົ້ນໄມ້ມິດຕະພາບຊາວໜຸ່ມ” ຢູ່ກົມກອງ.
ຢັ້ງຢືນເຈດຈຳນົງ, ຄວາມຕັດສິນໃຈລວມ
ຕອນບ່າຍວັນທີ 21 ມີນາ, ພາຍໃຕ້ການເປັນປະທານຮ່ວມຂອງຫົວໜ້າຄະນະ 2 ສະຫາຍ, ຄະນະຜູ້ແທນນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະລາວ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືກໍ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ”. ເຂົ້າຮ່ວມການໂອ້ລົມສົນທະນາ, ບັນດາຜູ້ແທນລ້ວນແຕ່ຢັ້ງຢືນວ່າວຽກງານສົມທົບກັນເຄື່ອນໄຫວລະຫວ່າງຖັນແຖວນາຍທະຫານຊາຍແດນໜຸ່ມ ຫວຽດນາມ ແລະລາວ ໃນໄລຍະຜ່ານມາບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.
ພົ້ນເດັ່ນແມ່ນ, ນາຍທະຫານໜຸ່ມສອງປະເທດສາມາດກໍາແໜ້ນ ແລະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນສອງປະເທດເປັນປະຈຳ; ສົມທົບ, ຮັກສາການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງລັດຖະບານ ສສ ຫວຽດນາມ ແລະລັດຖະບານ ສປປ ລາວ; ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳ, ປົກປັກຮັກສາ, ຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ສອງຟາກຊາຍແດນ.
    |
 |
ຄະນະຜູ້ແທນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຖ່າຍຮູບເປັນທີ່ລະນຶກທີ່ການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືກໍ່ສ້າງຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ”. ພາບ: ຫວຽດລາມ |
ນັບແຕ່ປີ 2024 ມາຮອດປະຈຸບັນ, ຖັນແຖວນາຍທະຫານຊາຍແດນໜຸ່ມສອງຝ່າຍໄດ້ສົມທົບກັບກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນລາວ ລາດຕະເວນສອງຝ່າຍໄດ້ 227 ເທື່ອ/ພະນັກງານ-ນັກຮົບ 4.468 ເທື່ອຄົນ. ຖັນແຖວນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະລາວ ໄດ້ສົມທົບກັບກໍາລັງທີ່ກ່ຽວຂ້ອງຂອງສອງຝ່າຍກວດກາ, ຄວບຄຸມ ແລະຕິດຕາມກວດກາຢ່າງແໜ້ນແຟ້ນການເຄື່ອນໄຫວຂອງຄົນ, ພາຫະນະເຂົ້າ-ອອກຊາຍແດນ, ເຮັດລະບຽບການເຂົ້າ-ອອກໃຫ້ 681.332 ຄົນ/ພາຫະນະ 336.688 ຄັນ/ສິນຄ້າ 2.500.000 ໂຕນ...
ກ່າວຄຳເຫັນຊີ້ນໍາທີ່ການໂອ້ລົມສົນທະນາ, ທ່ານພັນເອກພິເສດ ຫງວຽນແທັງຫາຍ ແລະທ່ານພັນເອກ ດາວໄກ ເລີດລີວັນ ລ້ວນແຕ່ຕີລາຄາລວມ, ຍ້ອງຍໍບັນດາຜົນງານເຊິ່ງຖັນແຖວນາຍທະຫານໜຸ່ມສອງຝ່າຍບັນລຸໄດ້ໃນໄລຍະຜ່ານມາ. ຫົວໜ້າຄະນະ 2 ສະຫາຍ ສະເໜີວ່າ, ໃນໄລຍະຈະມາເຖິງ, ຖັນແຖວນາຍທະຫານໜຸ່ມສອງຝ່າຍຄວນເສີມຂະຫຍາຍບົດບາດປະຈັນບານ, ປະດິດສ້າງເພື່ອປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ. ພ້ອມທັງປະກອບສ່ວນເພີ່ມພູນຄູນສ້າງການພົວພັນສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ເພື່ອບັນລຸໄດ້ຈຸດປະສົງດັ່ງກ່າວ, ຄວນເພີ່ມທະວີການຊາບຊຶມ, ຮໍ່າຮຽນ ແລະເຊື່ອມຊຶມທັດສະນະ, ຄວາມຮັບຮູ້ລວມທີ່ການນຳຂັ້ນສູງສອງປະເທດ, ສອງກອງທັບບັນລຸໄດ້...
ພ້ອມກັນນັ້ນ, ຄົ້ນຄວ້າ, ເປັນເສນາທິການສະເໜີໃຫ້ຜູ້ບັນຊາການທຸກຂັ້ນກ່ຽວກັບການສົມທົບກັນຈັດຕັ້ງການຢ້ຽມຢາມຖາມຂ່າວ, ແລກປ່ຽນບົດຮຽນ, ພົບປະແລກປ່ຽນວັດທະນະທຳ, ກິລາກາຍຍະກໍາລະຫວ່າງພະນັກງານ, ນາຍທະຫານໜຸ່ມບັນດາກົມກອງໃນໂອກາດວັນບຸນ, ບຸນເຕັດ, ວັນມູນເຊື້ອຂອງແຕ່ລະຝ່າຍ. ຖັນແຖວນາຍທະຫານຊາຍແດນໜຸ່ມຢູ່ເຂດຊາຍແດນຕ້ອງໂຄສະນາ, ຂົນຂວາຍປະຊາຊົນທີ່ຢູ່ສອງຟາກຊາຍແດນຍົກສູງສະຕິປະຕິບັດກົດໝາຍເປັນປະຈໍາ, ປະຕິບັດບັນດາເອກະສານກົດໝາຍກ່ຽວກັບຊາຍແດນ ແລະຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການນຳສອງຝ່າຍໄດ້ລົງນາມ, ຕັ້ງໜ້າເຂົ້າຮ່ວມຂະບວນການປາບປາມອາດຊະຍາກຳ, ປົກປັກຮັກສາຊາຍແດນ, ລະບົບຫຼັກໝາຍຊາຍແດນແຫ່ງຊາດ ແລະກິດຈະກຳຊາຍແດນ, ດ່ານຊາຍແດນ; ຕັ້ງໜ້າເປັນເສນາທິການໃຫ້ອຳນາດການປົກຄອງ ທີ່ຢູ່ສອງຟາກຊາຍແດນທະວີຄູນຮູບແບບແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ.
ໂດຍ: ເຈິ່ນຮວ່ຽນ