ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ ຄົບຮອບ 50 ປີ (30-4-1975/30-4-2025), ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຊື້ອເຊີນກອງທັບປະຊາຊົນລາວ ສົ່ງກ້ອນກໍາລັງເຂົ້າຮ່ວມເດີນຂະບວນສວນສະໜາມ ທີ່ພິທີສະເຫຼີມສະຫຼອງ.

leftcenterrightdel
 
leftcenterrightdel
 
leftcenterrightdel
ການນໍາຄະນະກໍາມະການແນວໂຮມປະເທດຊາດຫວຽດນາມນະຄອນເຫວ້, ກອງບັນຊາການທະຫານນະຄອນເຫວ້ ມອບຊໍ່ດອກໄມ້ຍິນດີຕ້ອນຮັບກ້ອນກໍາລັງກອງທັບປະຊາຊົນລາວ ມາຫວຽດນາມ. ພາບ: qdnd.vn

ພາຍຫຼັງຄະນະ ເຄື່ອນຍ້າຍໄປສະໜາມບິນສາກົນຝູບ່າຍ, ການນໍາຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ເຫວ້, ກອງບັນຊາການທະຫານນະຄອນ ເຫວ້, ກອງພົນ 968 (ທະຫານເຂດ 4), ຄະນະພັກ, ອໍານາດການປົກຄອງເທດສະບານ ເຮືອງຖຸຍ (ນະຄອນເຫວ້), ພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະນັກສຶກສາມະຫາວິທະຍາໄລ ເຫວ້ ໄດ້ຕ້ອນຮັບຢ່າງອົບອຸ່ນ. ທີ່ສະຖານີ T2, ກ້ອນກໍາລັງກອງທັບປະຊາຊົນລາວ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ແນະນໍາລະບຽບການຂຶ້ນຍົນ ເພື່ອບິນເຂົ້ານະຄອນໂຮ່ຈີມິນ ຮັບປະກັນຄວາມວ່ອງໄວ ແລະປອດໄພ.

leftcenterrightdel
ກອງບັນຊາການທະຫານນະຄອນ ເຫວ້ ເອົາເຄື່ອງດື່ມ ແລະຂອງຫວານໃຫ້ກ້ອນກໍາລັງໃນເວລາລໍຖ້າເຮັດລະບຽບການຂຶ້ນຍົນບິນເຂົ້ານະຄອນ ໂຮ່ຈີມິນ. ພາບ: qdnd.vn
leftcenterrightdel
 
leftcenterrightdel
 
leftcenterrightdel
ການນໍາບັນດາອົງການ, ກົມກອງ ສົ່ງຄະນະ ຂຶ້ນຍົນບິນເຂົ້ານະຄອນໂຮ່ຈິມິນ. ພາບ: qdnd.vn

ກ່າວຄໍາເຫັນຕໍ່ພະນັກງານ, ນັກຮົບ ແລະຄະນະປະຕິບັດງານກອງທັບ ປະຊາຊົນລາວ, ການນໍາຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ເຫວ້, ກອງບັນຊາການທະຫານນະຄອນ ເຫວ້ ສະແດງຄວາມປິຕິຊົມຊື່ນ, ຄວາມເປັນກຽດ ເມື່ອໄດ້ຕ້ອນຮັບຄະນະ ມາເຂົ້າຮ່ວມເຫດການສໍາຄັນຍິ່ງຂອງຫວຽດນາມ; ສະແດງໃຫ້ເຫັນການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນ ຫວຽດນາມ-ລາວ ແລະກອງທັບສອງປະເທດ; ພ້ອມທັງຂໍອວຍໄຊໃຫ້ພອນພະນັກງານ, ນັກຮົບຄະນະປະຕິບັດງານກອງທັບປະຊາຊົນ ລາວ ເຂົ້າຮ່ວມເດີນຂະບວນສວນສະໜາມ ຈົ່ງມີສຸຂະພາບແຂງແຮງ, ປະຕິບັດສໍາເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້, ປະກອບສ່ວນເຂົ້າໃນ ຜົນສໍາເລັດຂອງພິທີສະເຫຼີມສະຫຼອງ.

ໂດຍ: ໄຊຊະນະ