leftcenterrightdel
ມີກວ່າ 2 ລ້ານຄົນ, ເທົ່າກັບ 90% ຈຳນວນປະຊາກອນຢູ່ເຂດກາຊາ, ທີ່ມີເຮືອນຊານຖືກທຳລາຍ, ຕ້ອງໄປອົບພະຍົບ. ພາບ: AFP

ບັນດາການບຸກໂຈມຕີທີ່ແກ່ຍາວເປັນເວລາເກືອບ 18 ເດືອນຜ່ານມາຂອງກອງທັບ ອິດສະຣາແອັນ ແນໃສ່ເຂດ ກາຊາ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອີນຊີ ແລະເສດຖະກິດປະຊາຊົນ ປາແລັດສະຕິນ.

ວັນທີ 18 ເມສາ, ຫ້ອງວ່າການສື່ສານຂອງລັດຖະບານ ປາແລັດສະຕິນ ຢູ່ເຂດ ກາຊາ ໃຫ້ຮູ້ວ່າ, ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ແນໃສ່ເຂດ ກາຊາ ແຕ່ວັນທີ 7 ຕຸລາ 2023 ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 51.000 ຄົນ, ຜູ້ຫາຍສາບສູນ 11.000 ຄົນ.ໃນຈຳນວນຜູ້ເສຍຊີວິດ, ມີເດັກນ້ອຍ ແລະແມ່ຍິງກວ່າ 30.000 ຄົນ. ມີກວ່າ 2 ລ້ານຄົນ, ເທົ່າກັບ 90% ຈຳນວນປະຊາກອນຢູ່ເຂດກາຊາ, ທີ່ມີເຮືອນຊານຖືກທຳລາຍ, ຕ້ອງໄປອົບພະຍົບ ແລະພວມປະເຊີນໜ້າກັບເງື່ອນໄຂດຳລົງຊິດທີ່ຮ້າຍແຮງທີ່ສຸດ.

ລັດຖະບານອິດສະຣາແອັນ ຍັງບໍ່ທັນຍົກອອກຄຳວິຈານກ່ຽວກັບຕົວເລກໂດຍຫ້ອງວ່າການສື່ສານຂອງລັດຖະບານປາແລັດສະຕິນ ປະກາດເທື່ອ. ໃນຂະນະນັ້ນ, ມີຫຼາຍແຫຼ່ງຂ່າວໃຫ້ຂໍ້ສັງເກດວ່າ ຕົວເລກດັ່ງກ່າວແມ່ນໜ້າຊັດເຈນ.

ແຫຼ່ງຄັດຈາກ:​ vovworld.vn