ຖື ເຫວ້ ປຽບເໝືອນດັ່ງບ້ານເກີດເມືອງນອນຂອງຕົນ

ໂດຍປະຕິບັດຕາມຂໍ້ຕົກລົງຮ່ວມມືລະຫວ່າງຄະນະພັກແຂວງເທື່ອທຽນເຫວ້ (ປະຈຸບັນແມ່ນຄະນະພັກນະຄອນເຫວ້) ແລະ 4 ແຂວງພາກໃຕ້, ພາກກາງຂອງລາວ, ຄື: ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ (ໄລຍະ 2023-2026), ໂຮງຮຽນການເມືອງ ຫງວຽນຈິ໊ແທັງ ໄດ້ກໍານົດເອົາວຽກງານບໍາລຸງສ້າງທິດສະດີການເມືອງ ແລະບໍາລຸງສ້າງທັກສະການນໍາພາ, ການຄຸ້ມຄອງໃຫ້ນັກສໍາມະນາກອນປະເທດເພື່ອນລາວ ແມ່ນໜ້າທີ່ສໍາຄັນ, ມີຄວາມໝາຍອັນໃຫຍ່ຫຼວງ. ນັບແຕ່ປີ 2023 ມາຮອດປະຈຸບັນ, ໂຮງຮຽນໄດ້ບໍາລຸງສ້າງໃຫ້ 4 ແຂວງພາກໃຕ້ຂອງລາວ 2 ຊຸດບໍາລຸງສ້າງທັກສະການນໍາພາ, ການຄຸ້ມຄອງ (ນັກສໍາມະນາກອນ 120 ຄົນ), 1 ຊຸດທິດສະດີການເມືອງຂັ້ນກາງ (ນັກສໍາມະນາກອນ 50 ຄົນ) ແລະພວມກະກຽມເປີດຊຸດທິດສະດີການເມືອງຂັ້ນກາງໃຫ້ນັກສໍາມະນາກອນ 50 ຄົນ.

leftcenterrightdel
ຜູ້ອຳນວຍການໂຮງຮຽນການເມືອງ ຫງວຽນຈິ໊ແທັງ ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນລາວ ທີ່ສຳເລັດການບຳລຸງສ້າງ. ພາບ: ທ໊າຍບີ່ງ

ທ່ານ ແສງນະວົງ ແກ້ວຄຳເຊ, ຫົວໜ້າຫ້ອງກະສິກຳ ແລະປ່າໄມ້ເມືອງດາກຈຶງ, ແຂວງເຊກອງ (ນັກສໍາມະນາກອນຊຸດບໍາລຸງສ້າງການນໍາພາ, ການຄຸ້ມຄອງຊຸດ 2/2025) ແບ່ງປັນວ່າ: ເຖິງວ່າຈະເປັນຄັ້ງທຳອິດທີ່ໄດ້ມາຮໍ່າຮຽນ, ແຕ່ດ້ວຍຄວາມຮັກແພງ ແລະສຸດຈິດສຸດໃຈຂອງຄູອາຈານໃນໂຮງຮຽນ, ນັກສໍາມະນາກອນເກືອບທັງໝົດຈຶ່ງຮູ້ດີກ່ຽວກັບດິນແດນ ແລະປະຊາຊົນຢູ່ທີ່ນີ້, ສະນັ້ນຈຶ່ງຖື ເຫວ້ ປຽບເໝືອນດັ່ງບ້ານເກີດເມືອງນອນຂອງຕົນ. ຫ້ອງຮຽນມີນາຍພາສາແປເພື່ອຊ່ວຍໃຫ້ນັກສໍາມະນາກອນເຂົ້າໃຈການບັນລະຍາຍໃນຫ້ອງຮຽນໄດ້ງ່າຍຂຶ້ນ. ໂຮງຮຽນໄດ້ຈັດຕັ້ງກິດຈະກຳວັດທະນະທຳ, ສິລະປະ ແລະໄປທ່ອງທ່ຽວເປັນປະຈຳ, ເພື່ອໃຫ້ນັກສໍາມະນາກອນໄດ້ມີໂອກາດຊອກຮູ້ຮີດຄອງປະເພນີຂອງຫວຽດນາມ, ຂອງນະຄອນເຫວ້ ຢ່າງເລິກເຊິ່ງກວ່າອີກ.

ທ່ານ ສານມາລາ ຄູນພິສິດ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ, ແຂວງເຊກອງ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ຮູ້ສຶກຕື່ນເຕັ້ນຫຼາຍຍ້ອນໄດ້ຮັບຄວາມເອົາໃຈໃສ່ຂອງຄູອາຈານໃນໂຮງຮຽນກ່ຽວກັບການຮໍ່າຮຽນ, ການຝຶກຝົນຫຼໍ່ຫຼອມທິດສະດີການເມືອງ ແລະບໍາລຸງສ້າງທັກສະການນໍາພາ, ການຄຸ້ມຄອງ. ໂຮງຮຽນໄດ້ສ້າງເງື່ອນໄຂໃຫ້ນັກສໍາມະນາກອນໄດ້ມີບ່ອນພັກເຊົາ, ດໍາເນີນຊີວິດປະຈໍາວັນ. ນອກຈາກນັ້ນ, ພວກຂ້າພະເຈົ້າ ຍັງໄດ້ໄປຄົ້ນຄວ້າ, ສຶກສາຕົວຈິງບັນດາຮູບແບບພັດທະນາເສດຖະກິດ-ສັງຄົມ ແລະຊອກຮູ້ປູຊະນີຍະສະຖານປະຫວັດສາດວັດທະນະທໍາຢູ່ບາງທ້ອງຖິ່ນຂອງ ກຸງເກົ່າເຫວ້. ຜ່ານນັ້ນ, ພວກຂ້າພະເຈົ້າໄດ້ຮັບຄວາມຮູ້ທີ່ເປັນປະໂຫຍດຫຼາຍຢ່າງເພື່ອນຳໄປປະຕິບັດຕົວຈິງໃນການພັດທະນາແຂວງເຊກອງ”.

ປະລິນຍາໂທ ໂຮ່ວັນມິນ, ຮອງຫົວໜ້າຫ້ອງການຄຸ້ມຄອງການບໍາລຸງສ້າງ ແລະຄົ້ນຄວ້າວິທະຍາສາດ (ຄູປະຈຳຫ້ອງ) ໃຫ້ຮູ້ວ່າ: ແນໃສ່ຕິດພັນທິດສະດີກັບພຶດຕິກຳຕົວຈິງ, ໃນຫຼັກສູດການສອນ, ທາງໂຮງຮຽນໄດ້ຈັດຕັ້ງໃຫ້ນັກສໍາມະນາກອນໄປຄົ້ນຄວ້າຕົວຈິງຢູ່ພາຍໃນ ແລະນອກແຂວງ. ພ້ອມທັງ, ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບ ແລະປ່ຽນແປງໃໝ່ວິທີການສອນ, ເປັນຕົ້ນແມ່ນສ້າງເງື່ອນໄຂໃຫ້ນັກສໍາມະນາກອນໄດ້ຄົ້ນຄວ້າດ້ວຍຕົນເອງຜ່ານບົດສອນທີ່ແປແລ້ວ, ຜ່ານນັ້ນປະກອບສ່ວນຍົກສູງຄຸນນະພາບການບໍາລຸງສ້າງ. ນັກສໍາມະນາກອນລາວແຕ່ລະຊຸດໄດ້ຕັ້ງໜ້າຮໍ່າຮຽນດ້ວຍຕົນເອງ ແລະຄົ້ນຄວ້າ, ປະດິດສ້າງໝູນໃຊ້ຄວາມຮູ້ທິດສະດີເຂົ້າໃນວຽກງານຕົວຈິງ.

ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ

ປະລິນຍາໂທ ເຈິ່ນເຍິ້ດ, ຮອງອຳນວຍການໂຮງຮຽນການເມືອງ ຫງວຽນຈິ໊ແທັງ, ໃຫ້ຮູ້ວ່າ: ໂຮງຮຽນ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍອັນໃຫຍ່ຫຼວງຈາກຄະນະພັກນະຄອນ, ຄະນະກຳມະການປະຊາຊົນນະຄອນ. ນອກຈາກການສັບຊ້ອນໃຫ້ການນຳນະຄອນ ມາສິດສອນແຕ່ລະຊຸດໂດຍກົງແລ້ວ, ການຈັດແບ່ງງົບປະມານເຂົ້າໃນການຮຽນ-ການສອນ ແລະຊີວິດການເປັນຢູ່ຂອງນັກສໍາມະນາກອນລາວ ກໍ່ໄດ້ເອົາໃຈໃສ່ເປັນພິເສດ. ໂຮງຮຽນຍາມໃດກໍ່ສະຫງວນເງື່ອນໄຂດີທີ່ສຸດທາງດ້ານວັດຖຸ ແລະຈິດໃຈ ແນໃສ່ຮ່ວມເດີນທາງ ແລະໜູນຊ່ວຍໃຫ້ນັກສໍາມະນາກອນລາວ ໃນການຍົກສູງຄວາມຮູ້ ແລະທັກສະພັດທະນາຈິນຕະນາການດ້ານທິດສະດີເປັນຕົ້ນແມ່ນການພັດທະນາທັກສະການນໍາພາ ແລະການຄຸ້ມຄອງ. ນັກສໍາມະນາກອນແຕ່ລະຊຸດຍາມໃດກໍ່ສໍາເລັດຫຼັກສູດດ້ວຍໝາກຜົນສູງສຸດ. ພາຍຫຼັງການບຳລຸງສ້າງແຕ່ລະຊຸດນັ້ນ, ນັກສໍາມະນາກອນໄດ້ນໍາໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າແກ້ໄຂບັນຫາຕົວຈິງທີ່ເກີດຂຶ້ນໃນການປະຕິບັດໜ້າທີ່ວຽກງານ.

ທີ່ພິທີປິດຫວ່າງແລ້ວນີ້, ທ່ານ ຟ້າມດຶ໊ກຕ໊ຽນ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນ ຢືນຢັນວ່າ ພາຍໃຕ້ການນຳພາຂອງສອງພັກ, ສອງລັດ, ນໍ້າໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືແບບພິເສດຫວຽດນາມ-ລາວ ເວົ້າລວມ, ນະຄອນເຫວ້ ກັບແຂວງພາກກາງ, ພາກໃຕ້ລາວ ເວົ້າສະເພາະ ໄດ້ຮັບການປັບປຸງ, ເພີ່ມທະວີຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງ. ບັນດາການເຄື່ອນໄຫວແລກປ່ຽນ, ຮໍ່າຮຽນເອົາປະສົບການ, ຈັດຕັ້ງການພົບປະ, ລົງນາມໃນຂໍ້ຕົກລົງຮ່ວມມື ແລະພິເສດແມ່ນໃນຂົງເຂດການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໄດ້ຮັກສາໄວ້ເປັນປະຈຳ. ຄວາມຮູ້ ແລະບົດຮຽນຕົວຈິງທີ່ໄດ້ຮັບໃນໄລຍະຮໍ່າຮຽນ, ຄົ້ນຄວ້າ, ສຳຫຼວດຢູ່ເຫວ້ ຈະສ້າງເງື່ອນໄຂໃຫ້ນັກສໍາມະນາກອນຂອງປະເທດເພື່ອນລາວ ເພີ່ມເຕີມຄວາມຮູ້, ຝຶກຝົນຫຼໍ່ຫຼອມທັກສະແກ້ໄຂບັນຫາທີ່ວາງອອກ, ຍົກສູງປະສິດທິພາບ, ຄຸນນະພາບວຽກງານ, ປະກອບສ່ວນເຂົ້າໃນຂະບວນການປະຕິຮູບດ້ານບໍລິຫານ ແລະປັບປຸງ, ກໍ່ສ້າງປະເທດລາວ.

ທ່ານ ສຸພັນ ຮາດາວເຮືອງ ຫົວໜ້າກົງສູນໃຫຍ່ລາວ ປະຈໍາ ນະຄອນດ່າໜັງ ໃຫ້ຮູ້ວ່າ ໃນສະພາບການທີ່ສອງປະເທດລາວ ແລະຫວຽດນາມ ພວມຍູ້ແຮງຂະບວນການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງໄດ້ ແລະພວມວາງອອກໃຫ້ຖັນແຖວພະນັກງານນຳພາ, ຄຸ້ມຄອງທຸກຂັ້ນຕ້ອງຍົກສູງຄວາມຮູ້ດ້ານວິຊາສະເພາະ, ຍົກສູງຄວາມຮູ້ດ້ານທິດສະດີເພື່ອຕອບສະໜອງຄວາມຕ້ອງການໜ້າທີ່ໃນສະພາບການໃໝ່. ຈາກຫ້ອງຮຽນດັ່ງກ່າວ, ພະນັກງານຫຼາຍຄົນ ໄດ້ຮັບການບໍາລຸງສ້າງທີ່ມີຄຸນທາດການເມືອງ, ຄວາມສາມາດໃນການຄຸ້ມຄອງທີ່ດີ, ປະດິດສ້າງ, ກ້າຄິດ, ກ້າເຮັດ. ນັກສໍາມະນາກອນສ່ວນຫຼາຍ, ພາຍຫຼັງທີ່ໄດ້ຮັບການບໍາລຸງສ້າງຢູ່ເຫວ້ ກັບເມືອບ້ານເກີດເມືອງນອນ ກໍ່ໄດ້ເສີມຂະຫຍາຍພູມປັນຍາ, ຄຸນທາດໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນເປັນຢ່າງດີ. ປະຈຸບັນນີ້ຫຼາຍຄົນໄດ້ມີໜ້າທີ່ຮັບຜິດຊອບທີ່ສໍາຄັນເປັນຫົວໜ້າພະແນກ, ຫົວໜ້າຂະແໜງການຕ່າງໆຂອງແຂວງພາກກາງ, ພາກໃຕ້ຂອງລາວ.

ໂດຍ: ເຈິ່ນຮວ່ຽນ