ເຫດ ອາເມລິກາ ບຸກໂຈມຕີທາງອາກາດທ່າກຳປັ່ນເຊື້ອເພິງ ເຢແມັນ: ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຢ່າງແຮງ
ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 80 ຄົນ ແລະຈຳນວນຜູ້ຮັບບາດເຈັບຂຶ້ນເຖິງ 170 ຄົນ.
    |
 |
Houthi ໄດ້ກ່າວປະນາມການບຸກໂຈມຕີ. ພາບ: THX/ສໍານັກຂ່າວສານຫວຽດນາມ |
ຕາມຕົວເລກທີ່ໄດ້ລວບລວມໃນວັນທີ 18 ເມສາ, ກ່ຽວຂ້ອງເຖິງເຫດບຸກໂຈມຕີທາງອາກາດຂອງອາເມລິກາ ແນໃສ່ທ່າກຳປັ່ນເຊື້ອເພິງ Ras Isa ໂດຍກຳລັງ Houthi ຄວບຄຸມຢູ່ທາງທິດຕາເວັນຕົກເຢແມັນ, ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 80 ຄົນ ແລະຈຳນວນຜູ້ຮັບບາດເຈັບຂຶ້ນເຖິງ 170 ຄົນ.
ກອງບັນຊາການສູນອາເມລິກາ ປະຕິເສດບໍ່ຕອບຄຳຖາມກ່ຽວຂ້ອງເຖິງຈຳນວນສາມັນຊົນບາດເຈັບລົ້ມຕາຍ, ແຕ່ຄັດສະເໜີຖະແຫຼງການໂດຍເນັ້ນໜັກວ່າ ການບຸກໂຈມຕີີບໍ່ຢາກກໍ່ຄວາມເສຍຫາຍໃຫ້ແກ່ສາມັນຊົນ ເຢແມັນ. ການກະທຳຂອງບັນດາກຳລັງອາເມລິກາ ແມ່ນເພື່ອແນໃສ່ທຳລາຍແຫຼ່ງເຊື້ອເພີງຂອງ Houthi ແລະຕັດແຫຼ່ງລາຍຮັບທີ່ ວໍຊິງຕັນ ຖືວ່າແມ່ນຜິດກົດໝາຍທີ່ໄດ້ໃຊ້ຈ່າຍໃຫ້ແກ່ການເຄື່ອນໄຫວຂອງ Houthi ໃນຮອບເວລາກວ່າ 10 ປີຜ່ານມາ.
ໃນຂະນະນັ້ນ, Houthi ໄດ້ກ່າວປະນາມການບຸກໂຈມຕີ, ຖືວ່າ ຝ່າຍ ອາເມລິກາ ໄດ້ແນໃສ່ຈຸດໝາຍແມ່ນຮາກຖານພົນລະເມືອງສຳຄັນທີ່ໄດ້ຮັບໃຊ້ປະຊາຊົນ ເຢແມັນ ໃນຫຼາຍທົດສະວັດຜ່ານມາ.
ແຫຼ່ງຄັດຈາກ: vovworld.vn