ຕິດແທດກັບບ້ານ, ປົກປັກຮັກສາຊາຍແດນ

ເສັ້ນທາງໄປຕາແສງເທື້ອງແຈກ, ເມືອງໂບແຈກ, ແຂວງກວາງບິ່ງ ຕ້ອງໄປຜ່ານກິ່ວ, ໄປຜ່ານສວນແຫ່ງຊາດຝອງຍາ-ແກ່ບາງ. ແຕ່ໃຈກາງ, ຄະນະຕ້ອງໄປຕາມເສັ້ນທາງປ່າອີກເສັ້ນໜຶ່ງຈຶ່ງຮອດຄ້າຍທະຫານຊາຍແດນ ກ່າຣ່ອງ. ສີເສື້ອ ແລະຮູບພາບຂອງນັກຮົບທະຫານຊາຍແດນໄດ້ຕິດພັນ ແລະລື້ງເຄີຍກັບປະຊາຊົນຢູ່ແຫ່ງນີ້.

ເອື້ອຍ ອີຈິງ (ເກີດປີ 1998), ຢູ່ບ້ານກ່າຣ່ອງ II, ຕາແສງເທື້ອງແຈກ ໃຫ້ຮູ້ວ່າ ບາງເທື່ອພໍ່ແມ່ປະຊາຊົນກໍ່ຖືການມີໜ້າຂອງກໍາລັງຕ່າງໆໃນການດໍາລົງຊີວິດປະຈໍາວັນເປັນເລື່ອງທໍາມະດາ, ພ້ອມທັງຮູ້ສຶກມີຄວາມອຸ່ນອ່ຽນໃຈເພື່ອອອກແຮງງານ, ທຳການຜະລິດ.

leftcenterrightdel
ການລາດຕະເວນສອງຝ່າຍຂັ້ນກອງບັນຊາການຢູ່ຊາຍແດນຕາແສງເທື້ອງແຈກ. ພາບ: daibieunhandan.vn

ກ່ອນໜ້ານີ້ປະມານສອງສາມເດືອນ, ຕາແສງເທື້ອງແຈກ ແມ່ນບໍລິເວນທີ່ຍັງບໍ່ມີຕາຂ່າຍໄຟຟ້າ. ປະຊາຊົນບໍ່ມີໄຟຟ້າ, ບໍ່ມີນ້ຳປະປາໃຊ້ໃນການດໍາລົງຊີວິດ, ທຳການຜະລິດ. ໃນຂະນະນັ້ນ, ຄ້າຍທະຫານຊາຍແດນກ່າຣ່ອງ ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການໄຟຟ້າແສງຕາເວັນຢູ່ເຂດຊາຍແດນດ້ວຍເສົາໄຟພະລັງງານເກືອບ 300 ເສົາໃນໄລຍະທາງເກືອບ 5 ກິໂລແມັດ, ກໍ່ແນໃສ່ປະກອບສ່ວນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮ້ອຍຢູ່ບໍລິເວນ.

ນັ້ນກໍ່ພຽງແຕ່ໜຶ່ງໃນຈໍານວນວຽກງານໜ້ອຍໜຶ່ງເທົ່ານັ້ນ ເພື່ອໃຫ້ກໍາລັງຊາຍແດນປະກອບສ່ວນຮັບປະກັນຄວາມສະຫງົບສຸກຢູ່ເຂດຊາຍແດນ. ຄຽງຂ້າງນ້ັນ, ຄ້າຍທະຫານຊາຍແດນໃນບໍລິເວນຕາແສງຍັງໄດ້ເປັນປະທານສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງ, ຍົກສູງປະສິດທິພາບ, ປະສິດທິຜົນການຄຸ້ມຄອງລັດ ກ່ຽວກັບຊາຍແດນແຫ່ງຊາດ; ເພີ່ມທະວີການລາດຕະເວນປົກປັກຮັກສາທົ່ວລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ບັນດາປ້າຍຢູ່ເຂດຊາຍແດນ, ເຂດອ້ອມຊາຍແດນ; ລາດຕະເວນ, ຄວບຄຸມ, ຄຸ້ມຄອງຄົນ, ພາຫະນະເຂົ້າ, ອອກເຂດຊາຍແດນຢ່າງແໜ້ນແຟ້ນ, ພົບເຫັນຢ່າງທັນການ, ຕໍ່ສູ້, ສະກັດກັ້ນແກ້ໄຂກໍລະນີລະເມີດຢ່າງທັນການ. ເພີ່ມທະວີການຕິດຕາມກວດກາບໍລິເວນ, ຍູ້ແຮງການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດຕາມແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ຂໍ້ກຳນົດຂອງທ້ອງຖ່ິນເປັນຢ່າງດີ.

leftcenterrightdel
ລາດຕະເວນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ. ພາບ: daibieunhandan.vn

ພ້ອມທັງຊີ້ນໍາ, ນໍາພາເຮັດວຽກງານລາດຕະເວນໃຫ້ເປັນຢ່າງດີ, ຄວບຄຸມເຂດຊາຍແດນ, ດ່ານຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສົມທົບການໂຄສະນາໃຫ້ປະຊາຊົນຢູ່ສອງຟາກຊາຍແດນປະຕິບັດຂໍ້ກຳນົດກ່ຽວກັບການເຂົ້າ, ອອກເມືອງຢູ່ດ່ານຊາຍແດນຢ່າງເຂັ້ມງວດ. ເປັນປະທານຄວບຄຸມການເຂົ້າ, ອອກເມືອງຢູ່ດ່ານ, ຮັບປະກັນຢ່າງແໜ້ນແຟ້ນ, ຈັດຕັ້ງການລາດຕະເວນເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດໄດ້ 240 ຄັ້ງມີພະນັກງານ, ນັກຮົບເຂົ້າຮ່ວມ 1.200 ເທື່ອຄົນ ແລະທະຫານລາດປ້ອງກັນຕົວ, ປະຊາຊົນເຂົ້າຮ່ວມ 520 ເທື່ອຄົນ; ສົມທົບກັບກອງຮ້ອຍທະຫານຊາຍແດນ 316 (ລາວ) ລາດຕະເວນສອງຝ່າຍ 20 ຄັ້ງມີພະນັກງານ, ນັກຮົບສອງຝ່າຍເຂົ້າຮ່ວມ 280 ເທື່ອຄົນ.

ເພື່ອເຂດຊາຍແດນມີຄວາມສະຫງົບສຸກ ແລະພັດທະນາ

ຄຽງຄູ່ກັບໜ້າທີ່ປົກປັກຮັກສາຊາຍແດນປະເທດ, ກໍາລັງຢູ່ເຂດຊາຍແດນ ຍາມໃດກໍ່ມີໄຫວພິບ, ເປັນເຈົ້າການ, ສ້າງຄວາມບຸກທະລຸໃນການຊີ້ນໍາປະຕິບັດວຽກງານການທູດຊາຍແດນ, ການທູດປະຊາຊົນ. ຮັກສາວຽກງານລາດຕະເວນສອງຝ່າຍກັບກອງຮ້ອຍທະຫານຊາຍແດນ 316 (ລາວ); ພ້ອມທັງສົມທົບກັບປ້ອມຕໍາຫຼວດດ່ານໜອງມະໃນການແລກປ່ຽນຂໍ້ມູນກ່ຽວກັບສະພາບການ, ປະຕິບັດກົດໝາຍຂອງປະຊາຊົນທີ່ຢູ່ສອງຟາກຊາຍແດນ, ປະກອບສ່ວນຮັກສາຄວາມສະຫງົບດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ, ດ່ານຊາຍແດນ.

ໂດຍຮັບຮູ້ມາວ່າ, ກຸ່ມບ້ານໜອງມະ, ເມືອງບົວລະພາ, ແຂວງຄໍາມ່ວນ, ຕິດກັບຕາແສງເທື້ອງແຈກ; ມີຫຼາຍຈຸດຄ້າຍຄືກັນໃນການດໍາລົງຊີວິດກັບຊາວມາກອງ ຢູ່ຕາແສງເທື້ອງແຈກ. ໃນສະພາບການນັ້ນ, ຄ້າຍທະຫານຊາຍແດນກ່າຣ່ອງ ກໍ່ຍູ້ແຮງວຽກງານຂົນຂວາຍ, ໂຄສະນາ, ສຶກສາກົດໝາຍໃຫ້ປະຊາຊົນທີ່ຢູ່ສອງຟາກຊາຍແດນ; ຮັກສາລາຍການ “ຊ່ວຍນ້ອງໄປໂຮງຮຽນ” ຕໍ່ກັບພວກນ້ອງນັກຮຽນລາວ ໃຫ້ມີປະສິດທິຜົນ, ຮັບຊ່ວຍເຫຼືອນ້ອງນັກຮຽນ 5 ຄົນທີ່ຢູ່ກຸ່ມບ້ານໜອງມະ ເດືອນລະ 500.000 ດົ່ງ/ນ້ອງ. ພ້ອມກັນນັ້ນ, ກໍ່ໄດ້ກໍ່ສ້າງ ແລະຕິດຕັ້ງເສົາໄຟຟ້າເຍືອງທາງເກືອບ 200 ເສົາທີ່ໃຊ້ພະລັງງານແສງຕາເວັນ, ຕິດຕັ້ງໂທລະໂຄ່ງໃຫ້ບ້ານທີ່ຢູ່ໄກ 1 ລະບົບ... ແລະບັນດາການເຄືອນໄຫວຢູ່ນອກພິທີແຮກສ່ຽວກຸ່ມບ້ານໜອງມະ/ລາວ ກັບຕາແສງເທື້ອງແຈກ.

leftcenterrightdel
ເປີດນໍາໃຊ້ ແລະມອບ-ຮັບໂຄງການກໍ່ສ້າງ “ພະລັງງານແສງຕາເວັນຢູ່ເຂດຊາຍແດນ” ໃຫ້ປະຊາຊົນກຸ່ມບ້ານໜອງມະ. ພາບ: daibieunhandan.vn

ທ່ານພັນໂທ ຟ້າມຢຸຍບາວ, ເລຂາຄະນະພັກ, ຫົວໜ້າການເມືອງຄ້າຍທະຫານຊາຍແດນກ່າຣ່ອງ ໃຫ້ຮູ້ວ່າຕື່ມອີກວ່າ ໃນໄລຍະຜ່ານມາ, ກົມກອງ ກໍ່ໄດ້ເປັນເສນາທິການໃຫ້້ຄະນະກໍາມະການປະຊາຊົນເມືອງໂບແຈກ ຜັນຂະຫຍາຍແຜນຮ່າງ 825-ĐA/QUTW ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ມາຮອດປີ 2020 ແລະຊຸມປີຈະມາເຖິງ; ສົມທົບກັນຈັດຕັ້ງພິທີແຮກສ່ຽວທີ່ຢູ່ສອງຟາກຊາຍແດນລະຫວ່າງຕາແສງເທື້ອງແຈກ, ເມືອງໂບແຈກ ແລະກຸ່ມບ້ານໜອງມະ, ເມືອງບົວລະພາ...; ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື, ພ້ອມກັນພັດທະນາ.

ຕາມທ່ານ ຟ້າມຢຸຍບາວ ແລ້ວ, ບໍລິເວນກົມກອງ ຕັ້ງທັບພື້ນຖານໂຄງລ່າງຍັງບໍ່ທັນໄດ້ລົງທຶນຢ່າງຄົບຊຸດ, ການຄົມມະນາຄົມໄປມາຍັງຫຍຸ້ງຍາກ, ບາງບ້ານຍັງບໍ່ທັນມີໄຟຟ້າ, ການຕິດຕໍ່ສື່ສານບໍ່ໝັ້ນຄົງ, ລະດັບຄວາມຮູ້ຂອງພໍ່ແມ່ປະຊາຊົນຍັງຈໍາກັດ,... ຄຽງຄູ່ກັນນັ້ນ, ວິທີການ, ຊັ້ນເຊີງການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆນັບມື້ນັບແນບນຽນ, ມີເລ່ລ່ຽມ, ປ່ຽນແປງກົດເກນການເຄື່ອນໄຫວຢູ່ຕະຫຼອດເວລາ, ຍາມໃດກໍ່ລະວັງ ແລະຍົກສູງສະຕິຢູ່ເລື້ອຍໆເພື່ອບໍ່ໃຫ້ກຳລັງເຈົ້າໜ້າທີ່ພົບເຫັນ, ໄລ່ຈັບ, ສະນັ້ນ, ກໍາລັງທີ່ຕັ້ງທັບຢູ່ບໍລິເວນກໍ່ພົບກັບຄວາມຫຍຸ້ງຍາກໃນການປະຕິບັດບໍ່ແມ່ນໜ້ອຍ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຈະມາເຖິງກໍ່ໄດ້ເຮັດວຽກງານເສນາທິການ, ແກ້ໄຂບັນດາຄະດີຖືກຕາມຂໍ້ກຳນົດຂອງກົດໝາຍ ແລະກົດໝາຍສາກົນເປັນຢ່າງດີ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນກ່ຽວກັບການກໍາແໜ້ນສະພາບການຢູ່ບໍລິເວນ, ຕໍ່ສູ້ປ້ອງກັນ, ສະກັດກັ້ນອາດຊະຍາກໍາໃຫ້ມີປະສິດທິຜົນ, ຮັບປະກັນຄວາມປອດໄພໃນທຸກດ້ານ.

ຊີວິດການເປັນຢູ່ມີຄວາມສະຫງົບສຸກ, ພໍ່ແມ່ປະຊາຊົນຢູ່ບໍລິເວນກໍ່ມີຄວາມອຸ່ນອ່ຽນໃຈພັດທະນາເສດຖະກິດ-ສັງຄົມ. ໃນໄລະຍະຜ່ານມາ, ຫຼາຍຮູບການຂອງຊາວໜຸ່ມ, ພໍ່ແມ່ປະຊາຊົນກໍ່ໄດ້ເຮັດສໍາເລັດ, ເພື່ອໃຫ້ພໍ່ແມ່ປະຊາຊົນ, ຊາວບ້ານເບິ່ງ ແລະເຮັດຕາມ. ຮ່ວມເດີນທາງກັບພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບກໍ່ໜູນຊ່ວຍໃນການເພີ່ມພູນຜະລິດຜົນ; ພ້ອມທັງຈັດຕັ້ງວັນບຸນໃຫ້ເພື່ອລະດົມຈິດໃຈກໍ່ຄືແມ່ນອາຫານທາງດ້ານຈິດໃຈໃຫ້ປະຊາຊົນໃນແຕ່ລະປີ, ຄື: “ລະດູບານໃໝ່ຊາຍແດນ-ອຸ່ນໃຈຊາວບ້ານ”, “ວັນບຸນທົ່ວປວງຊົນປ້ອງກັນຊາດ”. ບັນດາລາຍການຄື “ຊ່ວຍນ້ອງໄປໂຮງຮຽນ-ລູກລ້ຽງຄ້າຍທະຫານຊາຍແດນ”, ໂຄງການ “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ”, ຂະບວນການ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ”,... ກໍ່ໄດ້ຊ່ວຍໃຫ້ປະຊາຊົນພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.

“ມື້ປົກກະຕິແມ່ນມີແສງສະຫວ່າງເຍືອງທາງໂດຍທະຫານຊາຍແດນເອົາເຂົາມາໃຫ້; ສ່ວນວັນບຸນຍິ່ງທີຄວາມເບີກບານມ່ວນຫຼາຍກວ່າເມື່ອມີລະດູບານໃໝ່ຢູ່ເຂດຊາຍແດນ; ພວກຂ້າພະເຈົ້າ ກໍ່ພ້ອມກັບພະນັກງານປົກປັກຮັກສາຊາຍແດນ, ແມ່ນບ້ານເຮືອນຂອງລຸ້ນພໍ່ລຸ້ນອ້າຍ ແລະແມ່ນຂອງລຸ້ນລູກຫຼານຕໍ່ຈາກນີ້ໄປ”, ອ້າຍ ດິງຟອນ (ເກີດປີ 1995) ຢູ່ບ້ານບຸດ, ຕາແສງເທື້ອງແຈກ ໄດ້ແບ່ງປັນຄືແນວນັ້ນ.

ໂດຍ: ໄຊນີດາ