20 ປີແຫ່ງການຕໍ່ສູ້ຕ້ານຈັກກະພັດອາເມລິກາ ເປັນໄລຍະຕໍ່ສູ້ຢ່າງດຸເດືອດ ແລະລຳບາກ, ແຕ່ພາຍໃຕ້ການນຳພາອັນຖືກຕ້ອງ ແລະສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກໍາລັງປະຕິວັດລາວ ໄດ້ມີຍຸດທະວິທີທີ່ມີໄຫວພິບ, ເຂົ້າຮ່ວມລັດຖະບານສະຫະພັນ 3 ເທື່ອ ໃນປີ 1957, 1962 ແລະ 1973 ແລະໝັ້ນຄົງເຂັ້ມແຂງຂຶ້ນກວ່າເກົ່າພາຍຫຼັງເຂົ້າຮ່ວມແຕ່ລະຄັ້ງ.

ນັບແຕ່ປີ 1975 ເປັນຕົ້ນມາ, ພັກປະຊາຊົນປະຕິວັດລາວ ເປັນພັກກຳອຳນາດ ແລະໄດ້ສ້າງຕັ້ງອໍານາດການປົກຄອງໃໝ່; ສຸມໃສ່ນຳພາການຟື້ນຟູເສດຖະກິດ-ສັງຄົມ, ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະຜົນຮ້າຍຢ້ອນຫຼັງຈາກສັງຄົມທີ່ລະບອບເກົ່າປະໄວ້, ນໍາຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ; ພ້ອມກັນນັ້ນ, ສຸມໃສ່ພັດທະນາການສຶກສາ, ລົບລ້າງໄພກືກໜັງສື, ອະນຸລັກຮັກສາ ແລະພັດທະນາວັດທະນະທຳອັນດີງາມຂອງປະເທດ ແລະຂອງຊາດ.

ໃນໄລຍະຕົ້ນຂອງພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ, ພັກປະຊາຊົນປະຕິວັດລາວ ຍາມໃດກໍ່ຖືເປັນສຳຄັນ ແລະສຸມໃສ່ເຂົ້າໃນວຽກງານກໍ່ສ້າງພັກ, ວາງອອກບັນດາໜ້າທີ່ ແລະທິດທາງໃນການກໍ່ສ້າງພັກໃນໄລຍະໃໝ່ຄື: “ກໍ່ສ້າງພັກຕ້ອງເລີ່ມຈາກໜ້າທີ່ການເມືອງ ແລະສຸມໃສ່ປະຕິບັດສຳເລັດໜ້າທີ່ການເມືອງຂອງພັກ; ກໍ່ສ້າງພັກໃຫ້ໝັ້ນຄົງເຂັ້ມແຂງໃນທັງ 3 ດ້ານ ຄື: ການເມືອງ, ແນວຄິດ; ກົງຈັກ; ກໍ່ສ້າງພັກ ຕິດພັນກັບການກໍ່ສ້າງອໍານາດການປົກຄອງ ແລະຂະບວນການມະຫາຊົນ”

leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກ່າວຄຳປາໄສທີ່ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22-3-1955 / 22-3-2025). ພາບ: ສໍານັກຂ່າວສານຫວຽດນາມ

ໂດຍເລີ່ມຈາກສະພາບການຕົວຈິງຂອງລາວ ນັບແຕ່ປີ 1975 ແລະດ້ວຍການສະຫຼາດສ່ອງໃສຂອງພັກ, ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃນປີ 1986, ພັກປະຊາຊົນປະຕິວັດລາວ ໄດ້ວາງອອກແນວທາງປ່ຽນແປງໃໝ່, ໂດຍເລີ່ມຈາກການປ່ຽນແປງໃໝ່ທາງດ້ານເສດຖະກິດ, ຕົ້ນຕໍແມ່ນປ່ຽນແປງໃໝ່ນະໂຍບາຍດ້ານເສດຖະກິດ; ກຳນົດ ແລະນຳໃຊ້ພື້ນຖານເສດຖະກິດຫຼາຍພາກສ່ວນ, ເສດຖະກິດຕະຫຼາດ, ເປີດກວ້າງການຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫັນປ່ຽນຈາກເສດຖະກິດທຳມະຊາດ ແລະເຄິ່ງທຳມະຊາດ, ກຸ້ມຕົນເອງໄປເປັນເສດຖະກິດສິນຄ້າ; ກອງປະຊຸມໃຫຍ່ ຄັ້ງທີ V, VI, VII, VIII, IX, X ແລະ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ສືບຕໍ່ນຳພາການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່, ດ້ວຍການກວດກາ, ສະຫຼຸບ, ຕີລາຄາ ແລະຖອດຖອນບົດຮຽນຈາກສະພາບຕົວຈິງໃນແຕ່ລະໄລຍະຢ່າງມີລະບົບ ແລະຕໍ່ເນື່ອງ, ພ້ອມທັງໄດ້ຮັບການຍົກລະດັບເທື່ອລະກ້າວ ແລະນໍາແນວທາງປ່ຽນແປງໃໝ່ຮອບດ້ານມີລັກສະນະຫຼັກການ ຂອງພັກໃຫ້ນັບມື້ນັບສົມບູນແບບ.

ປະຈຸບັນ, ປະເທດລາວ ມີການພົວພັນທາງການທູດກັບ 149 ປະເທດ, ມີອົງການຜູ້ຕາງໜ້າການທູດຂອງລາວ ຢູ່ 42 ປະເທດ, ມີອົງການຜູ້ຕາງໜ້າຕ່າງປະເທດມາປະຈຳຢູ່ລາວ 33 ແຫ່ງ, ມີການພົວພັນກັບ 140 ກວ່າພັກການເມືອງ ແລະການພົວພັນເສດຖະກິດກັບ 50 ກວ່າປະເທດ.

ໃນຕະຫຼອດໄລຍະ 70 ປີແຫ່ງການສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ ແລະນຳພາການປະຕິວັດ, ພັກປະຊາຊົນປະຕິວັດລາວ ຍາມໃດກໍ່ຮັກສາຄຸນທາດທາງດ້ານການເມືອງ, ຄຸນທາດການປະຕິວັດວິທະຍາສາດ; ຍຶດໝັ້ນຕໍ່ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ປະເທດ ແລະລັກສະນະພິເສດຂອງລາວ; ພັກປະຊາຊົນປະຕິວັດລາວ ຍາມໃດກໍ່ຢຶດໝັ້ນ, ສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມ, ດ້ວຍການສ້າງ ແລະບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນແບບ,  ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມຢ່າງໝັ້ນຄົງ.

ກ້າວເຂົ້າສູ່ໄລຍະໃໝ່ໃນປັດຈຸບັນ, ພັກປະຊາຊົນປະຕິວັດລາວ ໄດ້ຊີ້ນຳນຳພາປະຕິບັດ ສອງໂຄງການດໍາເນີນງານແຫ່ງຊາດຢ່າງທັນການ ແລະປະສົບຜົນສໍາເລັດ, ລວມມີໂຄງການດໍາເນີນງານແຫ່ງຊາດ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະໂຄງການດໍາເນີນງານແຫ່ງຊາດສະກັດກັ້ນ ແລະຕ້ານຢາເສບຕິດ ໃນປີ 2021. ຫວ່າງແລ້ວນີ້ ສູນກາງພັກປະຊາຊົນປະຕິວັດລາວ ກໍ່ໄດ້ປະກາດມະຕິກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະມະຕິກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ສ້າງການປ່ຽນແປງຢ່າງຕັ້ງໜ້າ ແລະເລິກເຊິ່ງ, ນໍາປະເທດລາວ ກ້າວຂຶ້ນໄປຕາມເສັ້ນທາງສັງຄົມນິຍົມຢ່າງໝັ້ນຄົງ.

ສະພາບການໂລກ ແລະພາກພື້ນໃນປັດຈຸບັນ ພວມມີການປ່ຽນແປງຢ່າງວ່ອງໄວ ແລະຜັນແປຢ່າງສັບສົນ, ໂດຍເລີ່ມຈາກສະພາບຕົວຈິງ “ນໍ້າໃຈອ້າຍນ້ອງ” ລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ຍ້ອນວ່າ ມີຕົ້ນກຳເນີດມາຈາກພັກກອມມູນິດອິນດູຈີນ ໂດຍປະທານ ໂຮ່ຈີມິນ  ເປັນຜູ້ສ້າງຕັ້ງ ແລະນຳພາໂດຍກົງ, ຮອບດ້ານ, ບົນພື້ນຖານສາຍພົວພັນສະໜິດສະໜົມ, ສັດຊື່ບໍລິສຸດ, ຮ່ວມສຸກຮ່ວມທຸກ, ຮ່ວມຂຸມຄອງດຽວກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ, ຍາດເອົາເອກະລາດແຫ່ງຊາດມາໃຫ້ແຕ່ລະປະເທດຫວຽດນາມ ແລະລາວ, ພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນບົນເນື້ອໃນຈິດໃຈ “ເຂົ້ົ້ົ້າເມັດຫັກຜັກເສັ້ນໜຶ່ງກໍ່ແບ່ງປັນກັນ”, ຈັບມືກັນພ້ອມກັນກ້າວເດີນໄປໜ້າ; ສືບຕໍ່ນຳພາສອງປະເທດ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ໂດຍ: ທະນາພອນ