    |
 |
ຄະນະຊາວໜຸ່ມວາງພວງມາລາ, ຢ້ຽມຊົມຢູ່ເຂດມູນເຊື້ອປະຕິວັດຂອງການບຸກໂຈມຕີຂະໜາດໃຫຍ່ ແລະລຸກຮືຂຶ້ນຍາມລະດູບານ ໃໝ່ປີວອກ 1968. ພາບ: ເກີມຕວຽດ |
ທີ່ລາຍການ, ທ່ານ ຟ້າມເລມິງຄາງ ຫົວໜ້າຄະນະຊາວໜຸ່ມໂຮງຮຽນ ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ການເດີນທາງກັບຄືນສູ່ຕົ້ນກໍາເນີດມີຫຼາຍກິດຈະກຳທີ່ມີຄວາມໝາຍ, ສ້າງເງື່ອນໄຂເພື່ອໃຫ້ນັກຮຽນລາວ, ກໍາປູເຈຍ ໄດ້ສະໜິດຕິດພັນ, ແບ່ງປັນ ແລະພັດທະນາຕົນເອງ.
ຄະນະຊາວໜຸ່ມວາງພວງມາລາ, ຢ້ຽມຊົມຢູ່ເຂດປູຊະນີຍະສະຖານປະຫວັດສາດ ລ໊າງແລ-ເບົ່າກໍ່ ແລະເຂດມູນເຊື້ອປະຕິວັດຂອງການບຸກໂຈມຕີຂະໜາດໃຫຍ່ ແລະລຸກຮືຂຶ້ນຍາມລະດູບານໃໝ່ປີວອກ 1968 (ຕາແສງເຕິນຍຶດ). ຕໍ່ຈາກນັ້ນ, ຄະນະໄປຢ້ຽມຊົມບັນດາສະຖານທີ່, ຄື: ສະຖາບັນພຸດທະສາສະໜາຫວຽດນາມ, ບ້ານອາຊີບເຮັດທູບ (ຕາແສງມິງຊວນ).
    |
 |
ນັກສຶກສາລາວ, ກໍາປູເຈຍ ພ້ອມດ້ວຍຄອບຄົວຫວຽດນາມ ຢ້ຽມຊົມບ້ານເຮັດທູບ. ພາບ: ເກີມຕວຽດ |
ນ້ອງ ຄໍາສະຫວັດ ບຸນມີ (ເກີດປີ 2001, ນັກສຶກສາມະຫາວິທະຍາໄລສ້າງຄູ ເຕັກນິກນະຄອນໂຮ່ຈີມິນ) ໄດ້ຄອບຄົວທ່ານນາງ ຮວິ່ງທີເຝືອງຈາງ (ເກີດປີ 1972, ທີ່ເມືອງ 12) ຮັບລ້ຽງ. ຄໍາສະຫວັດ ບຸນມີ ມາຮຽນຢູ່ໄກຈາກບ້ານເກີດເມືອງນອນ ດັ່ງນັ້ນຈຶ່ງຄິດຮອດພໍ່ແມ່ຢູ່ລາວຫຼາຍທີ່ສຸດ. ຍ້ອນໄດ້ເຂົ້າຮ່ວມລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ”, ນັກສຶກສາລາວຄົນນີ້ຈຶ່ງມີແມ່ ແລະມີຄອບຄົວທີສອງຢູ່ຫວຽດນາມ ຕື່ມອີກ.
    |
 |
ຄໍາສະຫວັດ ບຸນມີ ແລະແມ່ ເຝືອງຈາງ ໃນການເດີນທາງກັບຄືນສູ່ຕົ້ນກໍາເນີດວັນທີ 15 ທັນວາ. ພາບ: ເກີມຕວຽດ |
ຄໍາສະຫວັດ ບຸນມີ ແບ່ງປັນວ່າ “ເມື່ອຄິດເຖິງຄອບຄົວ, ຂ້າພະເຈົ້າ ໄດ້ໄປເຮືອນແມ່ຈາງ ໄປຫຼີ້ນກັບນ້ອງສອງຄົນ, ແມ່ໄດ້ແຕ່ງອາຫານແຊບໃຫ້ກິນ. ສະມາຊິກໃນຄອບຄົວໃຜກໍ່ໜ້າຮັກ, ຮັກແພງກັນ. ຄຽງຂ້າງກັນນັ້ນ, ທາງຄອບຄົວກໍ່ໄດ້ແນະນໍາໃຫ້ຕົນເອງ ຊອກຮູ້ກ່ຽວກັບວັດທະນະທໍາຫວຽດນາມ ຜ່ານອາຫານທີ່ເປັນມູນເຊື້ອ, ທ້ອງຖິ່ນທີ່ມີຊື່ສຽງຢູ່ນະຄອນໂຮ່ຈີມິນ”.
ຕາມ ຄໍາສະຫວັດ ບຸນມີ ແລ້ວ, ການເດີນທາງໃນຄັ້ງນີ້ໄດ້ສ້າງເງື່ອນໄຂໃຫ້ນັກສຶກສາລາວ, ກໍາປູເຈຍ ມີໂອກາດຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາ, ບ້ານອາຊີບ... ຂອງຫວຽດນາມ, ຜ່ານນັ້ນນັບມື້ນັບຮັກແພງປະທດຊາດ, ຊາວຫວຽດນາມຂຶ້ນຕື່ມ. ບໍ່ພຽງແຕ່ເທົ່ານັ້ນ, ບັນດາຄອບຄົວກໍ່ມີໂອກາດຮ່ວມເດີນທາງພ້ອມກັນໃນການເຄື່ອນໄຫວປະກອບສ່ວນຜູກພັນນໍ້າໃຈ.
    |
 |
ທ່ານນາງ ດ່່າວທິງອັກມາຍ ພວມແນະນໍາກ່ຽວກັບຂັ້ນຕອນເຮັດທູບໃຫ້ອານຸສິນ. ພາບ: ເກີມຕວຽດ |
ແບ່ງປັນການຮ່ວມເດີນທາງກັບຄືນສູ່ຕົ້ນກໍາເນີດ, ທ່ານນາງ ດ່່າວທິງອັກມາຍ (ເກີດປີ 1970, ຢູ່ເມືອງ 4) ເວົ້າວ່າ: “ບຸນຄຸນບັນດານັກຮົບວິລະຊົນຍາມໃດກໍ່ຈະຈົດຈໍາໄວ້ໃນດວງໃຈຂອງຊາວຫວຽດນາມ ແຕ່ລະຄົນ. ຂ້າພະເຈົ້າ ຈະມານະພະຍາຍາມແຜ່ຂະຫຍາຍຈິດໃຈ “ກິນເຂົ້າຄິດຮອດຄຸນນາ” ເຖິງລຸ້ນໜຸ່ມ, ບັນດານ້ອງນັກຮຽນລາວ, ກໍາປູເຈຍ. ຜ່ານນັ້ນຊ່ວຍເຂົາເຈົ້າເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບປະຫວັດສາດ, ຄວາມເອກອ້າງທະນົງໃຈຂອງຊາດຫວຽດນາມ”.
ໂດຍ: ໄຊນີດາ