ການເຄື່ອນໄຫວບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.
ນັກສຶກສາລາວ ມັກຮັກແພງ ແຄ໋ງຮວ່າ
ໜຶ່ງໃນບັນດານັກສຶກສາດີເດັ່ນໃນລາຍການບຳລຸງສ້າງແມ່ນນາງ ສະຫວັນຄຳ ວໍລະລາດ, ນັກສຶກສາລາວ ຮຽນວິຊາບໍລິຫານທຸລະກິດຢູ່ມະຫາວິທະຍາໄລ ແຄ໋ງຮວ່າ. ພາຍຫຼັງຮຽນພາສາຫວຽດ 1 ປີ, ນາງ ສະຫວັນຄຳ ມີຄວາມຊຳນານດ້ານພາສາ ແລະມີຄວາມມັກຮັກແພງ ແຄ໋ງຮວ່າ, ພິເສດແມ່ນສຳລັບຜູ້ຄົນທີ່ເປັນມິດ ແລະເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຫວຽດນາມ. ນາງໃຫ້ຮູ້ວ່າ ສະພາບແວດລ້ອມແຫ່ງການຮໍ່າຮຽນຢູ່ທີ່ນີ້ແມ່ນດີຫຼາຍ ແລະນາງມີຄວາມຮູ້ສຶກວ່າ ໄດ້ຢູ່ເຮືອນຂອງຕົນເອງ. ນາງກໍ່ຫວັງວ່າ ພາຍຫຼັງຮຽນຈົບຈະປະກອບສ່ວນພັດທະນາບ້ານເກີດເມືອງນອນ. ເຊັ່ນດຽວກັນ, ນ້ອງ ທະວີໄຊ ລໍສະຫວັນ, ນັກສຶກສາຈາກນະຄອນຫຼວງວຽງຈັນ ກໍ່ໄດ້ແບ່ງປັນຄວາມດີໃຈເມື່ອໄດ້ຮັບທຶນສຶກສາ ແລະໃຫ້ຮູ້ວ່າ ຕົນເອງຈະພະຍາຍາມຮຽນພາສາຫວຽດ ໃຫ້ເກັ່ງ ເພື່ອຕາມຫາຄວາມໄຝ່ຝັນຂອງຕົນທີ່ຢາກຮຽນວິຊາ Marketing ແລະບໍລິຫານທຸລະກິດ.
ຕາມທ່ານ ປອ ຟານດຶກຫງ້າຍ, ຫົວໜ້າພະແນກວິທະຍາສາດເຕັກໂນໂລຊີ ແລະການຮ່ວມມືການຕ່າງປະເທດຂອງມະຫາວິທະຍາໄລ ແຄ໋ງຮວ່າ ແລ້ວ, ບັນດານັກສຶກສາລາວ ໄດ້ຕີລາຄາສູງຕໍ່ສະພາບແວດລ້ອມແຫ່ງການຮໍ່າຮຽນຢູ່ໂຮງຮຽນ, ດ້ວຍພື້ນຖານວັດຖຸຄົບຖ້ວນ ແລະການໜູນຊ່ວຍຈາກບັນດາຄູອາຈານ ແລະໝູ່ເພື່ອນ. ນັກສຶກສາລາວ ຫຼາຍຄົນໄດ້ເຂົ້າຮ່ວມກິດຈະກໍາເຄື່ອນໄຫວວັດທະນະທໍາ-ສິລະປະຢູ່ໂຮງຮຽນ, ສະແດງໃຫ້ເຫັນເຖິງນໍ້າໃຈສາມັກຄີ ແລະການເຊື່ອມໂຍງສູງ.
![left](/image/images/left.png) ![center](/image/images/center.png) ![right](/image/images/right.png) ![del](/images/red-error_16px.gif) |
![](https://file3.qdnd.vn/data/images/26/2024/11/14/upload_2126/123649-vna_potal_khanh_hoa_gan_ket_tinh_ban_voi_lao_bang_viec_dao_tao_nguon_nhan_luc_stand.jpg?dpi=150&quality=100&w=500) |
ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະກິລານະຄອນຫຼວງວຽງຈັນ (ກາງ) ຕັກເຕືອນນັກສຶກສາລາວ ດຸໝັ່ນຮ່ຳຮຽນຢູ່ແຂວງແຄ໋ງຮວ່າ, ສສ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ຍູ້ແຮງການຮ່ວມມືສາກົນ
ເມື່ອບໍ່ດົນມານີ້, ມະຫາວິທະຍາໄລ ແຄ໋ງຮວ່າ ໄດ້ຮັບນັກສຶກສາຈາກນະຄອນຫຼວງວຽງຈັນ ຕື່ມອີກຕາມບົດບັນທຶກຊ່ວຍຈຳການຮ່ວມມືໄລຍະ 2024-2028. ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະກິລານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ຂະແໜງການສຶກສາທິການນະຄອນຫຼວງວຽງຈັນ ເອົາໃຈໃສ່ເຖິງຄຸນນະພາບຂອງນັກຮຽນພາຍຫຼັງທີ່ໄປຮຽນຢູ່ຫວຽດນາມ, ມີຫຼາຍຄົນໄດ້ສ້າງເງື່ອນໄຂໃຫ້ເຮັດວຽກຢູ່ບັນດາອົງການລັດຂອງລາວ. ທ່ານກໍ່ປາດຖະໜາວ່າ ມະຫາວິທະຍາໄລແຄ໋ງຮວ່າ ແລະແຂວງ ແຄ໋ງຮວ່າ ຈະສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ນັກສຶກສາລາວ ຮຽນດີຮຽນເກັ່ງ.
ທ່ານ ຟານຝຽນ, ອະທິການບໍດີມະຫາວິທະຍາໄລ ແຄ໋ງຮວ່າ ໃຫ້ຮູ້ວ່າ: ປະຈຸບັນ, ມະຫາວິທະຍາໄລ ແຄ໋ງຮວ່າ ພວມບຳລຸງກໍ່ສ້າງນັກສຶກສາລາວ 20 ຄົນ, ສ່ວຍຫຼາຍແມ່ນເລືອກຮຽນວິຊາການທ່ອງທ່ຽວ, ບໍລິຫານທຸລະກິດ ແລະຂາຍຍ່ອຍ. ນັກສຶກສາເຫຼົ່ານີ້ໄດ້ຮັບການບຳລຸງສ້າງພາສາຫວຽດ ໃນປີທຳອິດ ແລະໄດ້ຮັບທຶນການສຶກສາ 100%, ລວມມີຄ່າຫໍພັກ ແລະຄ່າຮຽນ.
ທ່ານນາງ ຟ້ານທິທູກູກ, ຮອງຫົວໜ້າພະແນກພົວພັນຕ່າງປະເທດແຂວງແຄ໋ງຮວ່າ ໃຫ້ຮູ້ວ່າ ການຮັບເອົານັກສຶກສາລາວ ມາຮຽນ ແມ່ນກິດຈະກຳທີ່ສະແດງໃຫ້ເຫັນການພົວພັນຮ່ວມມືມິດຕະພາບແບບພິເສດ, ຈິດໃຈສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງ ຫວຽດນາມ ແລະລາວ ເວົ້າລວມ, ລະຫວ່າງແຂວງແຄ໋ງຮວ່າ ແລະນະຄອນຫຼວງວຽງຈັນ ເວົ້າສະເພາະ. ແຂວງແຄ໋ງຮວ່າ ໜູນຊ່ວຍທຶນສຶກສາ 100% ໃຫ້ນັກສຶກສານະຄອນຫຼວງວຽງຈັນ, ກົງກັນຂ້າມນະຄອນຫຼວງວຽງຈັນ ໄດ້ໜູນຊ່ວຍແຂວງແຄ໋ງຮວ່າ ບຳລຸງສ້າງພະນັກງານແຂວງ 2 ຕົວເລກ/ປີ.
ນອກຈາກມະຫາວິທະຍາໄລ ແຄ໋ງຮວ່າ ແລ້ວ, ນັກສຶກສາລາວ ຍັງຮຽນຢູ່ມະຫາວິທະຍາໄລຍາຈາງ, ໂຮງຮຽນນາຍທະຫານສື່ສານ ແລະໂຮງຮຽນນາຍທະຫານອາກາດ, ຜ່ານທຶນການສຶກສາອື່ນໂດຍລັດຖະບານຫວຽດນາມ ແລະແຂວງແຄ໋ງຮວ່າ ອຸປະຖຳ. ບັນດາໂຄງການດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ນັກສຶກສາລາວ ມີໂອກາດໄດ້ຮຽນຮູ້ ແລະພັດທະນາວິຊາຊີບເທົ່ານັ້ນ, ຫາກຍັງເປັນການປັບປຸງສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ, ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງໃນອະນາຄົດ.
ໂດຍ: ທະນາພອນ