“ປະຊາຊົນຍັງມາ, ແພດທະຫານຍັງຍິນດີຮັບໃຊ້”!

ນັ້ນແມ່ນຄໍາເຫັນຂອງທ່ານພັນເອກພິເສດ, ຮສຈ, ປອ ເລວັນດົງ ຮອງຫົວໜ້າກົມເສນາຮັກ, ຫົວໜ້າຄະນະພະນັກງານ, ພາລະກອນແພດທະຫານຫວຽດນາມ ຢູ່ພິທີໄຂການເຄື່ອນໄຫວ ແລະກໍ່ແມ່ນທິດນໍາການກະທຳຂອງແພດທະຫານທັງໝົດໃນຄະນະປະຕິບັດງານ. ພາຍຫຼັງປະຕິບັດການກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າມື້ທໍາອິດຢູ່ສຸກສາສາເມືອງສົບເບົາ, ດ້ວຍຈໍານວນຄົນມາກວດລື່ນກາຍແຜນທີ່ໄດ້ວາງອອກແມ່ນກວ່າ 400 ຄົນ, ມື້ຕໍ່ມາ, ກໍາລັງແພດທະຫານສອງປະເທດຍ້າຍໄປເຖິງສະຖານທີ່ໃໝ່ຢູ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນຢູ່ເຂດດ່ານຊາຍແດນ ປາຫາງ (ເມືອງສົບເບົາ), ຫ່າງຈາກຊາຍແດນສອງປະເທດພຽງສອງສາມຫຼັກເທົ່ານັ້ນ.

leftcenterrightdel
ທ່ານພັນເອກພິເສດ, ຮສຈ, ປອ ເລວັນດົງ (ຜູ້ທີ 3 ແຕ່ຊ້າຍມາ) ກວດສຸຂະພາບ, ໃຫ້ຄໍາປຶກສາປິ່ນປົວໂດຍກົງໃຫ້ກໍລະນີເດັກນ້ອຍຢູ່ບ້ານສົບເບົາ, ເມືອງສົບເບົາ (ແຂວງຫົວພັນ) ຖືກພິການຢູ່ຝາມື. ພາບ: qdnd.vn

ທ່ານພັນຕີ, ທ່ານໝໍຂະແໜງແພດສາດ 2 ຮວ່າງງອັກຫາຍ, ຮອງຫົວໜ້າໂຮງໝໍແພດທະຫານເຂດ 6 ເຫັນພວກຂ້າພະເຈົ້າສັງເກດປຶ້ມຈົດທະບຽນກວດສຸຂະພາບຢູ່ໂຕະທໍາອິດ, ລາວກໍ່ຍ່າງມາແບ່ງປັນວ່າ: ພາຍຫຼັງແລກປ່ຽນກັບຝ່າຍເພື່ອນ, ພວກຂ້າພະເຈົ້າໄດ້ດັດປັບເວລາ, ຈັດຕັ້ງກໍາລັງພະນັກງານ, ພາລະກອນແພດທະຫານມາກວດພະຍາດໄວກວ່າແຜນການທີ່ໄດ້ວາງອອກ ເພື່ອຜັນຂະຫຍາຍວຽກງານກະກຽມ, ຮັບປະກັນເມື່ອປະຊາຊົນມາຈະໄດ້ລົງທະບຽນກວດພະຍາດ, ຮັບຢຸກຢາເລີຍ, ບໍ່ໃຫ້ພໍ່ແມ່ປະຊາຊົນຕ້ອງລໍຖ້າໃນບໍລິເວນ. ຊາບຊຶມທິດນໍາ “ຍາມໃດປະຊາຊົນຍັງມາ, ແພດທະຫານຍັງຮັບໃຊ້”, ພວກຂ້າພະເຈົ້າໄດ້ເປັນເຈົ້າການແຫຼ່ງຢາແຮໄວ້, ພ້ອມທັງດັດປັບເວລາ, ຈັດບຸກຄະລາກອນຢ່າງເໝາະສົມ ເພື່ອມານະພະຍາຍາມຮັບປະກັນໃຫ້ປະຊາຊົນທຸກຄົນເມື່ອລົງທະບຽນແລ້ວຈະໄດ້ກວດພະຍາດ, ຮັບຢຸກຢາໂດຍບໍ່ເສຍຄ່່າ”.

ທີ່ຫ້ອງກວດພະຍາດໃຫ້ເດັກນ້ອຍ, ຂ້າພະເຈົ້າໄດ້ພົບກັບອ້າຍ ສອນຈານ, ອາຍຸ 26 ປີ, ທີ່ບ້ານຫຼອງຕອງ, ເມືອງສົບເບົາທີ່ພາເດັກຊາຍອາຍຸ 6 ປີແມ່ນແສງດາວ ມາເພື່ອໃຫ້ແພດທະຫານກວດສຸຂະພາບໃຫ້. ອ້າຍແບ່ງປັນວ່າ: “ຫຼານເປັນໄອ, ເປັນໄຂ້, ບໍ່ກິນເຂົ້າສອງສາມມື້ແລ້ວ. ຜົວເມຍເຮົາບໍ່ຮູ້ວ່າຕ້ອງເຮັດແນວໃດ, ແຕ່ໂຊກດີທີ່ໄດ້້ຮັບຂ່າວວ່າມີຄະນະແພດທະຫານຂອງສອງປະເທດມາກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນສະນັ້ນຄອບຄົວດີໃຈຫຼາຍ...”.

leftcenterrightdel
ແພດທະຫານສອງປະເທດກວດພະຍາດ, ໃຫ້ຄໍາປຶກສາສຸຂະພາບແກ່ແມ່ຕູ້ ຢູ່ບ້ານບໍເສິບ, ຕາແສງລ໊ອງເຊີບ (ເມືອງໂມກເຈົາ, ແຂວງເຊີນລາ). ພາບ: qdnd.vn

ທ່ານນາງ ຫງວຽນທິຮວາ, ຮອງປະທານຄະນະກໍາມະການປະຊາຊົນເມືອງໂມກເຈົາ ແບ່ງປັນວ່າ: “ນີ້ແມ່ນຄັ້ງທໍາອິດທີ່ເຂດຊາຍແດນ ໂມກເຈົາ ໄດ້ຕ້ອນຮັບຄະນະແພດທະຫານເປັນຈໍານວນຫຼາຍ, ທີ່ມີລະດັບສູງມາກວດກາ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ. ພໍ່ແມ່ປະຊາຊົນດີໃຈຫຼາຍຍ້ອນມີຫຼາຍຄົນບໍ່ໄດ້ເຂົ້າເຖິງບໍລິການສົ່ງເສີມສຸຂະພາບທີ່ມີຄຸນນະພາບສູງຄືແນວນັ້ນ. ພວກຂ້າພະເຈົ້າຫວັງວ່າ, ໃນຕໍ່ໜ້າຍັງຈະໄດ້ຮັບແພດທະຫານມາທ້ອງຖິ່ນ ເພື່ອຮ່ວມແຮງຮ່ວມໃຈຍົກສູງຄູນນະພາບວຽກງານເບິ່ງແຍງດູແລ, ຮັກສາສຸຂະພາບໃຫ້ປະຊາຊົນໃນບໍລິເວນ”.

ລາຍການມີຄວາມໝາຍຍິ່ງ!

ບໍ່ພຽງແຕ່ລອບຄອບຖິ່ຖ້ວນ, ສຸດຈິດສຸດໃຈ, ມີຄວາມຮັບຜິດຊອບໃນການກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າຮ່ວມໃຫ້ປະຊາຊົນ ແລະເປົ້າໝາຍນະໂຍບາຍເຂດຊາຍແດນຂອງສອງປະເທດເທົ່ານັ້ນ, ໃນລາຍການຄັ້ງນີ້, ບັນດາແພດທະຫານໄດ້ມອບໃຫ້ອໍານາດການປົກຄອງ, ສຸກສາລາທ້ອງຖິ່ນວັດຖຸອຸປະກອນ, ຢຸກຢາຈຳນວນໜຶ່ງ, ປະກອບສ່ວນໜູນຊ່ວຍວຽກງານເບິ່ງແຍງດຸແລ, ຮັກສາສຸຂະພາບໃຫ້ປະຊາຊົນໃນບໍລິເວນ.

ທ່ານພັນຕິ Ernnado Li buon Yasao ຮອງຫົວໜ້າພະແນກທໍ່ຍ່ຽວ (ໂຮງໝໍກອງທັບ 103 ຂອງລາວ) ແບ່ງປັນວ່າ: “ບັນດາແພດທະຫານຫວຽດນາມ ມີວິຊາການດີທີ່ສຸດ, ພົບເຫັນບັນດາພະຍາດຢ່າງຊັດເຈນ, ແລກປ່ຽນ, ແນະນໍາໃຫ້ເພື່ອນຮ່ວມອາຊີບພວກຂ້າພະເຈົ້າຢ່າງສຸດຈິດສຸດໃຈ. ໃນການເຮັດວຽກຮ່ວມພຽງສອງສາມມື້ເທົ່ານນັ້ນ, ຂ້າພະເຈົ້າສາມາດຮໍ່າຮຽນໄດ້ຫຼາຍບົດຮຽນອັນລໍ້າຄ່າໃນວຽກງານກວດ, ບົ່ງມະຕິພະຍາດເພື່ອໝູນໃຊ້ໃນພຶກຕິກໍາຕົວຈິງ”.

leftcenterrightdel
ແພດທະຫານໜຸ່ມເພື່ອນລາວ ກວດພະຍາດ, ບົ່ງມະຕິພະຍາດໃຫ້ປະຊາຊົນຕາແສງລ໊ອງເຊີບ (ເມືອງໂມກເຈົາ, ແຂວງເຊີນລາ). ພາບ: qdnd.vn

ສ່ວນສິບໂທ ຈິກຄົດ ເມືອງຊຽງ ມາແຕ່ໂຮງໝໍເສນາຮັກ 101 (ລາວ), ສະມາຊິກໜຸ່ມສຸດຂອງຄະນະແພດທະຫານລາວ ແບ່ງປັນວ່າ: “ນີ້ແມ່ນ ຄັ້ງທໍາອິດທີ່ຂ້າພະເຈົ້າເຂົ້າຮ່ວມລາຍການກວດ, ປິ່ນປົວພະຍາດຮ່ວມ; ກໍ່ແມ່ນຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ພົບກັບຫຼາຍເປົ້າໝາຍປະຊາຊົນຢູ່ທັງສອງປະເທດສະນັ້ນຈຶ່ງຮູ້ສຶກງົງງວຍ. ເຖິງຢ່າງໃດກໍ່ຕາມ, ເມື່ອໄດ້ເຮັດວຽກກັບບັນດາທ່ານໝໍທີ່ມີປະສົບການຫຼາຍຂອງແພດທະຫານ ຫວຽດນາມ, ຂ້າພະເຈົ້າສາມາດຮໍ່າຮຽນໄດ້ຫຼາຍສິ່ງຫຼາຍຢ່າງ, ແລະເຊື່ອໝັ້ນຕົນເອງກວ່າ. ຖ້າຕໍ່ມາມີລາຍການຄ້າຍຄືກັນ, ຂ້າພະເຈົ້າຈະສາສະໝັກໃຈເຂົ້າຮ່ວມເພື່ອໄດ້ພົບປະແລກປ່ຽນ, ຮໍ່າຮຽນ, ຍົກສູງລະດັບວິຊາການ”.

ບໍ່ພຽງແຕ່ບັນດາແພດທະຫານຝ່າຍເພື່ອນລາວເທົ່ານັ້ນ, ບັນດາແພດທະຫານຫວຽດນາມ ເກືອບທັງໝົດລ້ວນແຕ່ມີຄວາມຄິດລວມ, ຄວາມຮູ້ສຶກຄືຈັ່ງຊັ້ນ. ທ່ານພັນໂທ, ທ່ານໝໍ ຫງວຽນວັນຢຸງ ຫົວໜ້າຂະແໜງພາຍໃນ (ໂຮງໝໍແພດທະຫານເຂດ 6) ແບ່ງປັນວ່າ: “ແຕ່ລະເທື່ອເມື່ອໄປຍັງບັນດາເຂດຫ່າງໄກສອກຫຼີກ, ເຂດຊາຍແດນທີ່ຍັງປະສົບກັບຄວາມຫຍຸ້ງຍາກເພື່ອກວດພະຍາດ, ໃຫ້ຄໍາປຶກສາສຸຂະພາບແກ່ພໍ່ແມ່ປະຊາຊົນຊົນເຜົ່າ, ຂ້າພະເຈົ້າກໍ່ຮູ້ສຶກຕົນເອງຕ້ອງມີຄວາມຮັບຜິດຊອບກັບປະຊາຄົມກວ່າ. ຜ່ານລາຍການກວດ, ປິ່ນປົວພະຍາດຄັ້ງນີ້, ຊ່ວຍໃຫ້ຂ້າພະເຈົ້າໄດ້ພົບປະກັບຫຼາຍເປົ້າໝາຍຄົນເຈັບ, ຜ່ານນັ້ນ, ມີຫຼາຍບົດຮຽນ, ຄວາມຮູ້ຕົວຈິງລໍ້າຄ່າທີ່ສຸດ. ຂ້າພະເຈົ້າຄິດວ່າ ນອກຈາກຄວາມໝາຍດ້ານການເມືອງ, ສັງຄົມ, ຄຸນຄ່າມະນຸດຊາດຢ່າງເລິກເຊິ່ງແລ້ວ, ການເຄື່ອນໄຫວນີ້ມີຜົນປະໂຫຍດຢ່າງແທ້ຈິງຕໍ່ຖັນແຖວພະນັກງານແພດທະຫານໜຸ່ມ, ທີ່ຍັງບໍ່ທັນມີບົດຮຽນຕົວຈິງ”.

leftcenterrightdel
ແພດທະຫານສອງປະເທດໄປຍັງເປົ້າໝາຍນະໂຍບາຍຕາແສງ ລ໊ອງເຊີບ (ເມືອງໂມກເຈົາ) ເພື່ອກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ. ພາບ: qdnd.vn

ພາຍຫຼັງຜັນຂະຫຍາຍໄດ້ 3 ມື້, ລາຍການກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າລວມຂອງກໍາລັງແພດທະຫານຫວຽດນາມ-ລາວ ໄດ້ສິ້ນສຸດລົງດ້ວຍຈຳນວນປະຊາຊົນມາກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າກວ່າ 2.100 ຄົນ, ລື່ນກາຍຈຳນວນທີ່ໄດ້ຄາດຄະເນເບື້ອງຕົ້ນ.

ທີ່ການພົບປະແລກປ່ຽນອຳລາທີ່ດໍາເນີນໃນບັນຍາກາດທີ່ອົບອຸ່ນສະໜິດສະໜົມຢູ່ເທດສະບານໂມກເຈົາ (ເມືອງໂມກເຈົາ, ແຂວງເຊີນລາ), ທ່ານພັນເອກພິເສດ, ຮສຈ, ປອ ເລວັນດົງ ໄດ້ສະແດງຄວາມປິຕິຊົມຊື່ນແຈ້ງໃຫ້ຊາບບັນດາໝາກຜົນບັນລຸໄດ້ ແລະແນວຄວາມຄິດຂອງຕົນ, ເມື່ອເຫັນວ່າຢູ່ເຂດຊາຍແດນສອງປະເທດຍັງມີພໍ່ແມ່ປະຊາຊົນຫຼາຍຄົນບໍ່ທັນໄດ້ເຂົ້າເຖິງການບໍລິການການແພດທີ່ທັນສະໄໝ.

leftcenterrightdel
ຮູບພາບຄະນະພະນັກງານ, ແພດທະຫານສອງປະເທດມາກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າຢູ່ເຮືອນປະຊາຊົນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ພໍ່ແມ່ປະຊາຊົນເຂດຊາຍແດນຫວຽດນາມ-ລາວ. ພາບ: qdnd.vn

ສ່ວນທ່ານຫົວໜ້າຄະນະພະນັກງານ, ແພດທະຫານກອງທັບປະຊາຊົນລາວ, ພັນເອກ ແຄນທອງ ພັດທະນາຄໍາ, ຮອງຫົວໜ້າກົມເສນາຮັກ ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ບັນລຸໄດ້ກໍ່ຄືຄວາມໝາຍຈາກການເຄື່ອນໄຫວດັ່ງກ່າວວ່າ: “ຜ່ານລາຍການກວດ, ປິ່ນປົວພະຍາດລວມຄັ້ງນີ້, ບັນດາແພດທະຫານຂອງປະເທດພວກຂ້າພະເຈົ້າໄດ້ຮໍ່າຮຽນ, ຖອດຖອນໄດ້ຫຼາຍບົດຮຽນອັນລໍ້າຄ່າ, ຜ່ານນັ້ນປະກອບສ່ວນຍົກສຸງຄວາມສາມາດດ້ານວິຊາການ, ຮັບໃຊ້ວຽກງານກວດພະຍາດ, ສົ່ງເສີມສຸຂະພາບເປັນປະຈຳໃຫ້ທະຫານ ແລະປະຊາຊົນ.

ຫວັງວ່າການເຄື່ອນໄຫວນີ້ຈະດໍາເນີນເປັນປະຈໍາ, ຜ່ານນັ້ນ, ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງກໍາລັງແພດທະຫານສອງປະເທດເວົ້າສະເພາະ ແລະກອງທັບສອງປະເທດເວົ້າລວມ”.

ໂດຍ: ໄຊນີດາ