20 ກວ່າປີຜ່ານມາ, ນັບແຕ່ເມື່ອຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ອອກຄຳສັ່ງເລກທີ 64/CT-TM ລົງວັນທີ 24 ເດືອນເມສາ ປີ 2004 ກ່ຽວກັບການມອບໝາຍໜ້າທີ່ຝຶກອົບຮົມ, ບຳລຸງສ້າງພະນັກງານກອງທັບປະຊາຊົນລາວ ໃຫ້ແກ່ບັນດາຮາກຖານບຳລຸງສ້າງໃນກອງທັບປະຊາຊົນຫວຽດນາມ, ວິທະຍາຄານທະຫານຊາຍແດນ ໄດ້ຮັບ, ບໍາລຸງສ້າງໃຫ້ກອງທັບປະຊາຊົນລາວດ້ວຍຊັ້ນປະລິຍາໂທຈຳນວນ  7 ຊຸດ, ປະລິນຍາຕີຈຳນວນ 19 ຊຸດ ແລະຝຶກອົບຮົມຫຼາຍຊຸດໃຫ້ພະນັກງານຄຸ້ມຄອງຊາຍແດນ, ດ່ານຊາຍແດນ, ສືບສວນຊາຍແດນ, ບັນຊາ-ເສນາທິການ ແລະຄູອາຈານທະຫານຊາຍແດນ.

ດ້ວຍການຊີ້ນຳ-ນຳພາອັນໃກ້ສິດຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ, ຄະນະພັກ, ຄະນະອຳນວຍການວິທະຍາຄານທະຫານຊາຍແດນ ພ້ອມກັບຄວາມມານະພະຍາຍາມຂອງບັນດາອົງການທີ່ກ່ຽວຂ້ອງ, ຄູອາຈານ ແລະກົມກອງຄຸ້ມຄອງນັກສໍາມະນາກອນ, ໄລຍະຜ່ານມາ, ບັນດາໂຄງການຫຼັກສູດ, ຂັ້ນຕອນ, ເນື້ອໃນ, ວິທີການບຳລຸງສ້າງນັກສໍາມະນາກອນລາວ ຍາມໃດກໍ່ໄດ້ຮັບການປັບປຸງ, ເໝາະສົມກັບແຕ່ລະເປົ້າໝາຍນັກສໍາມະນາກອນລາວ. ຜ່ານນັ້ນ, ຄຸນນະພາບການບຳລຸງກໍ່ສ້າງນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ນັກສໍາມະນາກອນ ກອງທັບປະຊາຊົນລາວ ໄດ້ເປັນເຈົ້າການກໍາແໜ້ນຄວາມຮູ້ໃນຫ້ອງຮຽນ, ຕັ້ງໜ້າຄົ້ນຄວ້າຝຶກຝົນ. ແຕ່ລະປີ, ບັນດາຊຸດບຳລຸງກໍ່ສ້າງ,  ຝຶກອົບຮົມທີ່ວິທະຍາຄານມີເງື່ອນໄຂຢ່າງພຽງພໍເພື່ອສຳເລັດການຮຽນ, ໃນນັ້ນດີພໍສົມຄວນ ແລະເກັ່ງບັນລຸ 70-75% ມີນັກສໍາມະນາກອນຫຼາຍຄົນບັນລຸຜົນງານດີເດັ່ນໄດ້ຮັບການຍ້ອງຍໍຊົມເຊີຍຈາກໂຮງຮຽນ.

leftcenterrightdel
ທ່ານພົນຈັດຕະວາ ຢາງວັນກື, ຫົວໜ້າວິທະຍາຄານທະຫານຊາຍແດນ (ຂວາ) ມອບຂອງຂວັນໃຫ້ທ່ານພັນເອກ ອຸ່ນຄໍາ ສີແຫວນວົງສັກ, ຮັກສາການຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານທະຫານຊາຍແດນ. ພາບ: ກວາງຊາວ

ນັກສໍາມະນາກອນ ກອງທັບປະຊາຊົນລາວ ທີ່ໄດ້ຮັບການບຳລຸງກໍ່ສ້າງຈາກວິທະຍາຄານທະຫານຊາຍແດນ ຍາມໃດກໍ່ຮັບປະກັນກ່ຽວກັບຄວາມຮູ້, ຄວາມສາມາດດ້ານວິຊາສະເພາະ, ມີຄຸນນະທາດການເມືອງ, ມີການປະກອບສ່ວນຫຼາຍຢ່າງໃນການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນແຫ່ງຊາດລາວ-ຫວຽດນາມ, ນັກສໍາມະນາກອນຫຼາຍຄົນທີ່ໄດ້ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢູ່ທີ່ນີ້ພວມດຳລົງຕຳແໜ່ງສຳຄັນໃນກຳລັງທະຫານຊາຍແດນລາວ. ສິ່ງນັ້ນຍິ່ງເຮັດໃຫ້ການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກໍາລັງກອງທັບ, ທະຫານຊາຍແດນເລິກເຊິ່ງກວ່າອີກ; ປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ, ຄວາມມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.

ໃນໄລຍະຈະມາເຖິງ, ທ່າອ່ຽງຂອງການຫັນເປັນໂລກາພິວັດ ແລະເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກ້ວາງຂວາງ; ການເຄື່ອນໄຫວຂອງອາດຊະຍາກອນຕ່າງໆຢູ່ເຂດຊາຍແດນ ຫວຽດນາມ-ລາວ ນັບມື້ນັບສັບສົນ; ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຮ່ວມມືສາກົນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນນັບມື້ນັບສູງ; ການພົວພັນ ຫວຽດນາມ - ລາວ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນແທດຈິງ; ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ແມ່ນເສົາຄ້ຳທີ່ສຳຄັນ. ເພື່ອປະຕິບັດໜ້າທີ່ຮ່ວມມືສາກົນໃນການບຳລຸງກໍ່ສ້າງນັກສໍາມະນາກອນກອງທັບປະຊາຊົນລາວ ຢູ່ວິທະຍາຄານທະຫານຊາຍແດນໃຫ້ດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຮ່ວມມືບຳລຸງກໍ່ສ້າງສາກົນໃນສະພາບການໃໝ່, ໃນໄລຍະຈະມາເຖິງ, ວິທະຍາຄານທະຫານຊາຍແດນ ຕ້ອງສຸມໃສ່ປະຕິບັດບາງເນື້ອໃນຈຸດສຸມດັ່ງລຸ່ມນີ້:

ທີໜຶ່ງ, ສຸມໃສ່ຊາບຊຶມກໍາແໜ້ນ ແລະປະຕິບັດບັນດາແຜນນະໂຍບາຍຂອງພັກ, ລັດ, ກະຊວງປ້ອງກັນປະເທດຂອງສອງປະເທດ ຫວຽດນາມ - ລາວ ກ່ຽວກັບການເພີ່ມທະວີຄວາມສາມັກຄີ, ການຮ່ວມມືຮອບດ້ານ, ການພົວພັນມິດຕະພາບແບບພິເສດທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ - ລາວ ໃຫ້ດີ; ເພີ່ມທະວີວຽກງານໂຄສະນາ, ສຶກສາ ເພື່ອຍົກສູງຄວາມຮັບຮູ້ໃຫ້ຄະນະພັກທຸກຂັ້ນ, ພະນັກງານ, ສະມາຊິກພັກ, ນັກສໍາມະນາກອນ, ນັກຮົບ ແລະພາລະກອນຂອງວິທະຍາຄານກ່ຽວກັບທີ່ຕັ້ງ, ບົດບາດ ແລະຄວາມສຳຄັນຂອງວຽກງານຮ່ວມມືບຳລຸງກໍ່ສ້າງ ແລະຝຶກອົບຮົມໃຫ້ພະນັກງານ, ນັກສໍາມະນາກອນ ກອງທັບປະຊາຊົນລາວ, ກຳນົດວ່ານີ້ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງຈຸດສຸມຂອງວິທະຍາຄານທະຫານຊາຍແດນ.

ທີສອງ, ຊີ້ນຳ, ນຳພາ, ກວດກາ, ສ້າງຫຼັກສູດ, ຕຳລາຮຽນ, ເອກະສານການສອນ ເພື່ອຮັບໃຊ້ການບຳລຸງກໍ່ສ້າງນັກສໍາມະນາກອນຕ່າງປະເທດ; ຄົ້ນຄວ້າ ແລະສະເໜີປ່ຽນໃໝ່ຫຼັກສູດບຳລຸງກໍ່ສ້າງ ແລະຝຶກອົບຮົມໃຫ້ແກ່ນັກສໍາມະນາກອນ ກອງທັບປະຊາຊົນລາວ ດ້ວຍຫຼາຍຮູບການ.

leftcenterrightdel
ນັກສໍາມະນາກອນ ກອງທັບປະຊາຊົນລາວ ຢ້ຽມຢາມຫ້ອງມູນເຊື້ອຂອງວິທະຍາຄານທະຫານຊາຍແດນໃນການສຶກສາຕົ້ນຊຸດຮຽນ. ພາບ: ກວາງຊາວ

ທີສາມ, ເພີ່ມທະວີການເຄື່ອນໄຫວໂຄສະນາເຜີຍແຜ່, ຊີ້ນຳ, ເອົາໃຈໃສ່, ລະດົມກໍາລັງໃຈ, ຊ່ວຍເຫຼືອນັກສໍາມະນາກອນຍົກສູງຄວາມຮັບຮູ້, ຄວາມສາມາດ, ຄວາມຮັບຜິດຊອບ, ເສີມຂະຫຍາຍສະຕິຕື່ນຕົວໃນການຮຽນ, ການຝຶກແອບ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວລວມຂອງວິທະຍາຄານ; ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ແຂ່ງຂັນກິລາ, ໄປທັດສະນະສຶກສາໄດ້ຊ່ວຍໃຫ້ນັກສໍາມະນາກອນຕິດພັນກັນ ແລະເຂົ້າໃຈເລິກເຊິ່ງກວ່າກ່ຽວກັບວັດທະນະທຳ, ປະເທດຊາດຫວຽດນາມ, ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອມິດຕະພາບລະຫວ່າງສອງປະເທດ; ສຸມໃສ່ ແລະເພີ່ມທະວີການສອນພາສາຫວຽດນາມ ສະເພາະຂະແໜງຄຸ້ມຄອງຊາຍແດນໃຫ້ບັນດານັກສໍາມະນາກອນກອງທັບປະຊາຊົນລາວ.

ທີສີ່, ສົມທົບກັບບັນດາສະຖານທີ່ບຳລຸງກໍ່ສ້າງຢູ່ທະຫານຊາຍແດນ, ບັນດາອົງການທີ່ກ່ຽວຂ້ອງ, ກົມກອງຮາກຖານທະຫານຊາຍແດນຫວຽດນາມ ແລະລາວ ໃນການຝຶກງານ, ໄປທັດສະນະສຶກສາຕົວຈິງ; ພົວພັນຢ່າງແໜ້ນແຟ້ນກັບທູດທະຫານສະຖານທູດລາວ ກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ, ສະພາບການຮຽນ, ຫຼໍ່ຫຼອມ ແລະແກ້ໄຂບັນຫາທີ່ເກີດຂຶ້ນຈາກນັກສໍາມະນາກອນກອງທັບປະຊາຊົນລາວ, ສ້າງກົນໄກສົມທົບກັນລະຫວ່າງຮາກຖານບໍາລຸງກໍ່ສ້າງກັບອົງການຄຸ້ມຄອງນັກສຶກສາຝ່າຍລາວ ເພື່ອປະສານສົມທົບກັນໃນການຄຸ້ມຄອງນັກສໍາມະນາກອນ.

ທີຫ້າ, ເປັນເຈົ້າການກວດກາສັງລວມ, ຕິດແທດກັບສະພາບຕົວຈິງ, ອັບເດດຂໍ້ມູນຂ່າວສານ, ຕີລາຄາບັນດາປັດໄຈກະທົບເຖິງສະພາບການຢູ່ເຂດຊາຍແດນສອງປະເທດ ແລະການພົວພັນຮ່ວມມືລະຫວ່າງສອງກອງທັບໃນທ່າອ່ຽງໂລກາພິວັດ ແລະເຊື່ອມໂຍງເຂົ້າກັບສາກົນໃນປະຈຸບັນ, ສະເໜີໃຫ້ຂັ້ນມີອຳນາດເພື່ອປັບປຸງ, ເພີ່ມເຕີ່ມເນື້ອໃນ, ຮູບແບບ, ຈັດຕັ້ງການຮ່ວມມືບຳລຸງກໍ່ສ້າງ, ຝຶກອົບຮົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງໃນການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນໃນສະພາບການໃໝ່.

ໂດຍ: ຈາງຫງວຽນ