ໃນຊຸມປີຜ່ານມາ, ຮູບແບບນີ້ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນເຂົ້າເຖິງສາທາລະນະສຸກ, ຜ່ານນັ້ນຮັດແໜ້ນສາຍໃຈທະຫານ ແລະປະຊາຊົນຢູ່ເຂດຊາຍແດນກວ່າອີກ. ການເຄື່ອນໄຫວຂອງສຸກສາລາການແພດທະຫານ ແລະປະຊາຊົນຍັງປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບກັບປະຊາຊົນບັນດາປະເທດບ້ານໃກ້ເຮືອນຄຽງ.

ບົນພື້ນຖານແຜນນະໂຍບາຍໃຫຍ່ຂອງລັດຖະບານສອງປະເທດ, ເດືອນເມສາ 2007, ສຸກສາລາການແພດທະຫານ ແລະປະຊາຊົນ ບ້ານທົ່ງແປ້ (ເມືອງຄຳເກີດ, ແຂວງບໍລິຄຳໄຊ, ປະເທດລາວ) ໄດ້ຮັບການກໍ່ສ້າງ ແລະການລົງທຶນອຸປະກອນຈາກທະຫານຊາຍແດນແຂວງຮ່າຕິ໋ງ, ເລືອກເຟັ້ນພະນັກງານແພດທະຫານທີ່ມີລະດັບຄວາມຮູ້, ມີຈັນຍາບັນດ້ານການແພດທີ່ດີເພື່ອປະຕິບັດໜ້າທີ່ສົ່ງເສີມສຸຂະພາບໃຫ້ປະຊາຊົນທ້ອງຖິ່ນ. ນັບແຕ່ນັ້ນມາຮອດປະຈຸບັນ, ຮາກຖານການແພດຂອງທະຫານຊາຍແດນແຂວງຮ່າຕິ໋ງ ໄດ້ກາຍເປັນບ່ອນທີ່ໄວ້ເນື້ອເຊື່ອໃຈເພື່ອໃຫ້ປະຊາຊົນບ້ານທົ່ງແປ້ ແລະບ້ານໃກ້ຄຽງ, ຄື: ນາເປ, ນາຫາດ, ນາເຮືອງ... ມາກວດ ແລະປິ່ນປົວພະຍາດ. ບໍ່ພຽງແຕ່ປະຕິບັດໜ້າທີ່ຢູ່ສຸກສາລາເທົ່ານັ້ນ, ແພດທະຫານຂອງທະຫານຊາຍແດນແຂວງຮ່າຕິ້ງ ຍັງລົງເຄື່ອນໄຫວຢູ່ບໍລິເວນເພື່ອຮັບໃຊ້ປະຊາຊົນອີກດ້ວຍ.

leftcenterrightdel
ພະນັກງານສຸກສາລາການແພດທະຫານ ແລະປະຊາຊົນມິດຕະພາບຊາຍແດນ ຫວຽດນາມ-ລາວ ຢູ່ລອງເຊິບ ກວດ, ປິ່ນປົວພະຍາດໃຫ້ປະຊາຊົນຢູ່ເຂດຊາຍແດນ. ພາບ: ຟາລວງ

ທ່ານພັນໂທ, ແພດໝໍ ຫງວຽນຫວຽດດຶ໊ກ, ຫົວໜ້າສຸກສາລາການແພດທະຫານ ແລະປະຊາຊົນ ບ້ານທົ່ງແປ້ ແບ່ງປັນວ່າ: “ດ້ວຍຈິດໃຈ “ແພດໝໍເໝືອນດັ່ງແມ່ຜູ້ໃຈບຸນ”, “ຊ່ວຍເພື່ອນຄືຊ່ວຍຕົນເອງ”, ໃນໄລຍະ 10 ປີມໍ່ໆມານີ້. ສຸກສາລາ ໄດ້ໃຫ້ຄຳປຶກສາສຸຂະພາບແກ່ປະຊາຊົນຫຼາຍສິບພັນຄົນ. ສະເພາະໃນ 9 ເດືອນຂອງປີ 2024, ສຸກສາລາ ໄດ້ກວດກາ, ປິ່ນປົວຢູ່ສຸກສາລາໃຫ້ 3.950 ເທື່ອຄົນ; ກວດ, ປິ່ນປົວພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າກວ່າ 1.800 ເທື່ອຄົນ; ປະຖົມພະຍາບານໃຫ້ 155 ຄົນ... ບໍ່ພຽງແຕ່ປະຊາຊົນຢູ່ບ້ານຕິດກັບຊາຍແດນເທົ່ານັ້ນ, ຫາກຍັງມີຫຼາຍຄົນຢູ່ເຂດໃຈກາງເມືອງ ຫຼືຢູ່ຫ່າງຈາກສຸກສາລາເຖິງ 150 ກິໂລແມັດ ກໍ່ມາກວດ ແລະປິ່ນປົວພະຍາດຢູ່ທີ່ນີ້”.

ອ້າຍ ໄມມີກຽງ ທາວີ (ອາຍຸ 37 ປີ), ຢູ່ບ້ານນາເປ, ເມືອງຄຳເກີດ ແບ່ງປັນວ່າ: “ເມື່ອຖືກເຈັບເປັນພວກຂ້າພະເຈົ້າລ້ວນແຕ່ມາປິ່ນປົວຢູ່ນີ້, ຖ້າບໍ່ມີເງິນກໍ່ຂໍຢຸກຢາມາໃຊ້.  ປະຊາຊົນມາກວດ, ປິ່ນປົວພະຍາດຢູ່ສຸກສາລາບໍ່ວ່າເວລາໃດກໍ່ລ້ວນແຕ່ໄດ້ຮັບການເບິ່ງແຍງດູແລຢ່າງສຸດຈິດສຸດໃຈຈາກທະຫານຊາຍແດນຫວຽດນາມ”

ບໍ່ພຽງແຕ່ປິ່ນປົວພະຍາດໃຫ້ປະຊາຊົນເທົ່ານັ້ນ, ສຸກສາລາການແພດທະຫານ ແລະປະຊາຊົນ ບ້ານທົ່ງແປ້ ຍັງເປັນບ່ອນທີ່ໄວ້ເນື້ອເຊື່ອໃຈຂອງກອງຮ້ອຍທະຫານຊາຍແດນ 253 (ເມືອງຄໍາເກີດອີກດ້ວຍ). ໂດຍແມ່ນຜູ້ທີ່ໄດ້ຮັບການປິ່ນປົວພະຍາດຈາກແພດໝໍ ຫງວຽນວັນດຶກ ຫຼາຍເທື່ອແລ້ວ, ທ່ານພັນຕີ  ຄຳປ້າເຊີດ ຫຼວງລາດ ບັນດິດ, ຮອງຫົວໜ້າກອງຮ້ອຍທະຫານຊາຍແດນ 253 ແບ່ງປັນວ່າ: “ແພດໝໍ ດຶກ ແມ່ນຜູ້ໃຈດີ, ລາວ ໄດ້ໜູນຊ່ວຍທະຫານ ແລະປະຊາຊົນຫຼາຍທີ່ສຸດ.

ຢູ່ເມືອງລອງເຊິ້ບ, ແຂວງເຊີນລາ, ສຸກສາລາການແພດທະຫານ ແລະປະຊາຊົນມິດຕະພາບຊາຍແດນ ຫວຽດນາມ-ລາວ ໄດ້ເລີ່ມເຄື່ອນໄຫວໃນເດືອນ ກໍລະກົດ 2017. ສຸກສາລາດັ່ງກ່າວໄດ້ປະກອບອຸປະກອນການແພດທີ່ທັນສະໄໝເຊັ່ນ: ເຄື່ອງເອໂກ, ເຄື່ອງແທກຫົວໃຈເພື່ອແນໃສ່ຕອບສະໜອງຄວາມຕ້ອງການສົ່ງເສີມສຸຂະພາບເບື້ອງຕົ້ນໃຫ້ພະນັກງານ, ນັກຮົບ ແລະປະຊາຊົນຢູ່ເຂດຊາຍແດນເມືອງມົ້ກເຈົາ, ແຂວງເຊີນລາ ແລະເມືອງສົບເບົາ, ແຂວງຫົວພັນ. ພາຍຫຼັງ 7 ປີແຫ່ງການເຄື່ອນໄຫວ, ສຸກສາລາ ໄດ້ກວດ ແລະປິ່ນປົວໃຫ້ປະຊາຊົນເກືອບ 20.000 ເທື່ອຄົນ. ນັບແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ສຸກສາລາ ໄດ້ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນສອງປະເທດ 838 ເທື່ອຄົນ.

ທ່ານພັນຕີ ຟ້າມທ້ຽນທ້ວດ, ຫົວໜ້າສຸກສາລາການແພດທະຫານ ແລະປະຊາຊົນ ມິດຕະພາບຊາຍແດນ ຫວຽດນາມ-ລາວ ໃຫ້ຮູ້ວ່າ: ພວກຂ້າພະເຈົ້າ ຍາມໃດກໍ່ຖືເປັນສໍາຄັນການຮ່ຳຮຽນຍົກສູງສີມືແຮງງານ, ປະຕິບັດວຽກງານການແພດປ້ອງກັນ ແລະເສີມຂະຫຍາຍຮາກຖານວັດຖຸ, ອຸປະກອນ, ຢາ ເພື່ອສົ່ງເສີມສຸຂະພາບໃຫ້ປະຊາຊົນສອງຟາກຊາຍແດນເປັນຢ່າງດີ. ຜ່ານນັ້ນປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ໂດຍໄດ້ຮູ້ແລ້ວວ່າ, ປະຈຸບັນ, ເພື່ອປະຕິບັດວຽກງານສົ່ງເສີມສຸຂະພາບໃຫ້ປະຊາຊົນຢູ່ເຂດຊາຍແດນ ເວົ້າລວມ, ພໍ່ແມ່ປະຊາຊົນຢູ່ບັນດາໝູ່ບ້ານຕິດກັບຊາຍແດນຝ່າຍລາວ ເວົ້າສະເພາະ, ຖັນແຖວແພດທະຫານບັນດາກົມກອງທະຫານຊາຍແດນ ໄດ້ຮັບການບໍາລຸງກ່ຽວກັບທັກສະ, ຍົກສູງສີມືແຮງງານເປັນປະຈໍາ. ພ້ອມທັງສົ່ງເສີມພະນັກງານແພດທະຫານຮຽນພາສາລາວໃຫ້ດີເພື່ອໜູນຊ່ວຍວຽກງານກວດ, ປິ່ນປົວພະຍາດໃຫ້ສະດວກກວ່າ.

ຕາມຕົວເລກຂອງຫ້ອງການແພດທະຫານ, ກົມພະລາທິການທະຫານຊາຍແດນແລ້ວ, ປະຈຸບັນຢູ່ລຽບຕາມຊາຍແດນ ຫວຽດນາມ-ລາວ, ກໍາລັງທະຫານຊາຍແດນ ໄດ້ສົ່ງພະນັກງານ, ພາລະກອນແພດທະຫານຢູ່ 36 ຮາກຖານສົມທົບກັບສຸກສາລາການແພດທະຫານ ແລະປະຊາຊົນ. ນັບແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ແພດທະຫານຊາຍແດນບັນດາແຂວງຊາຍແດນ ຫວຽດນາມ-ລາວ ໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາໂດຍບໍ່ເສຍຄ່າ, ໃຫ້ຄຳປຶກສາດ້ານສຸຂະພາບໃຫ້ປະຊາຊົນລາວ 7.524 ເທື່ອຄົນດ້ວຍມູນຄ່າທັງໝົດເກືອບ 500 ລ້ານດົ່ງ.

ອາດເຫັນໄດ້ວ່າ, ສຸກສາລາການແພດທະຫານ ແລະປະຊາຊົນຂອງທະຫານຊາຍແດນແມ່ນຂົວຕໍ່ດ້ານການແພດເຖິງໝູ່ບ້ານຂອງປະຊາຊົນຢ່າງແທ້ຈິງ.  ແພດທະຫານຊາຍແດນບໍ່ພຽງແຕ່ປະຕິບັດໜ້າທີ່ການແພດຂນຮາກຖານເທົ່ານັ້ນ, ຫາກຍັງປະຕິບັດວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ການທູດປະຊາຊົນເປັນຢ່າງດີ, ຜ່ານການກວດ, ປິ່ນປົວພະຍາດ, ສົ່ງເສີມສຸຂະພາບໃຫ້ປະຊາຊົນປະເທດເພື່ອນລາວ.

ໂດຍ: ເຈິ່ນຮວ່ຽນ