ໃນໄລຍະ 25 ປີຜ່ານມາ, ສາມປະເທດໄດ້ສົມທົບກັນປະຕິບັດຫຼາຍການເຄື່ອນໄຫວຮ່ວມມືລວມ, ປະກອບສ່ວນກໍ່ສ້າງເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ບໍ່ພຽງແຕ່ໃນການຊຸກຍູ້ພັດທະນາເສດຖະກິດ-ສັງຄົມ, ຫຼຸດຜ່ອນຄວາມທຸກຍາກ ແລະເພີ່ມທະວີການເຊື່ອມຕໍ່ເທົ່ານັ້ນ ຫາກຍັງຊຸກຍູ້ການພົບປະແລກປ່ຽນລະຫວ່າງສະພາແຫ່ງຊາດ, ລັດຖະບານ 3 ປະເທດ, ບັນດາອົງການຈັດຕັ້ງ ແລະປະຊາຊົນ 3 ປະເທດ.

ການສົມທົບດັ່ງກ່າວຜ່ານການຮ່ວມມືຮອບດ້ານຢູ່ບັນດາຂົງເຂດການຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ, ການຄ້າ, ການລົງທຶນ, ອຸດສາຫະກຳ, ການເງິນ, ທະນາຄານ, ກະສິກຳ, ການທ່ອງທ່ຽວ, ສາທາລະນະສຸກ, ວັດທະນະທຳ, ແຮງງານ, ການສຶກສາ, ສິ່ງແວດລ້ອມ, ວິທະຍາສາດ ແລະເຕັກໂນໂລຢີ.

leftcenterrightdel
ຜູ້ຕາງໜ້າ 3 ປະເທດ ຕັດແຖບຜ້າໄຂງານຕະຫຼາດນັດ, ວາງສະແດງການຄ້າ, ການລົງທຶນ, ທ່ອງທ່ຽວ ແລະສະແດງສິລະປະເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ປີ 2024. ພາບ: ສຳນັກຂ່າວສານຫວຽດນາມ.

ຕົ້ນກຳເນີດ ແລະການສ້າງຕັ້ງ

ເຂດສາມຫຼ່ຽມພັດທະນາເຂດຊາຍແດນ ຫວຽດນາມ-ລາວ ແລະກຳປູເຈຍ ແມ່ນທ່ານນາຍົກລັດຖະມົນຕີສາມປະເທດ ຕົກລົງສ້າງຕັ້ງໃນປີ 1999, ລວມມີ 10 ແຂວງນັ້ນແມ່ນ ກອນຕູມ, ຢາລາຍ, ດັກລັກ, ດັກນົງ (ຫວຽດນາມ); ເຊກອງ, ອັດຕະປື, ສາລະວັນ (ລາວ) ແລະ Stung Treng, Rattanak Kiri, Mondul Kiri (ກໍາປູເຈຍ).

ປີ 2009, ສາມປະເທດໄດ້ເຫັນດີຕົກລົງເອົາແຂວງບິ່ງເຟືອກ (ຫວຽດນາມ), ແຂວງ Kratie (ກໍາປູເຈຍ) ແລະແຂວງຈຳປາສັກ (ລາວ) ເຂົ້າໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ.

ເປົ້າໝາຍຂອງການສ້າງຕັ້ງເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ແມ່ນເພີ່ມທະວີຄວາມສາມັກຄີ ແລະການຮ່ວມມືຂອງສາມປະເທດ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ສະຖຽນລະພາບດ້ານການເມືອງ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະພັດທະນາເສດຖະກິດ-ສັງຄົມໃນພາກພື້ນ. ການຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ໄດ້ສຸມໃສ່ຂົງເຂດ: ການປ້ອງກັນຄວາມສະຫງົບ-ການພົວພັນຕ່າງປະເທດ, ການຄົມມະນາຄົມຂົນສົ່ງ, ອຸດສາຫະກຳ, ກະສິກຳ, ການຄ້າ, ການລົງທຶນ, ບັນດາຂົງເຂດສັງຄົມ ແລະປົກປັກຮັກສາສິ່ງແວດລ້ອມ...

ກ່ຽວກັບກົນໄກເຄື່ອນໄຫວ, ຄຽງຄູ່ບັນດາກອງປະຊຸມຂັ້ນສູງ, ສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ໄດ້ເຫັນດີສ້າງຕັ້ງຄະນະກຳມະການປະສານງານລວມເຂດສາມຫຼ່ຽມພັດທະນາ (ມີ 4 ອະນຸກຳມະການ: ເສດຖະກິດ, ສັງຄົມ-ສິ່ງແວດລ້ອມ, ທ້ອງຖິ່ນ, ການປ້ອງກັນຄວາມສະຫງົບ-ການພົວພັນຕ່າງປະເທດ). ແຕ່ລະປະເທດໄດ້ແຕ່ງຕັ້ງລັດຖະມົນຕີຜູ້ໜຶ່ງດຳລົງຕຳແໜ່ງປະທານຄະນະກຳມະການ ແລະເປັນກຳມະການໃນຄະນະກຳມະການປະສານງານ, ລວມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະບັນດາແຂວງໃນເຂດສາມຫຼ່ຽມ. ລັດຖະມົນຕີກະຊວງແຜນການ ແລະການລົງທຶນຂອງຫວຽດນາມ ດຳລົງຕຳແໜ່ງເປັນປະທານຮ່ວມຄະນະກຳມະການ.

ບັນດາເອກະສານສຳຄັນ

ໃນການເຄື່ອນໄຫວ 25 ປີ, ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຮັບຮອງເອົາເອກະສານຮ່ວມມືສຳຄັນຫຼາຍສະບັບ.

1. ຖະແຫຼງການວຽງຈັນ ກ່ຽວກັບການກໍ່ສ້າງເຂດສາມຫຼ່ຽມພັດທະນາທີ່ນາຍົກລັດຖະມົນຕີສາມປະເທດໄດ້ລົງນາມເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 10 (ວັນທີ 28 ພະຈິກ 2004).

2. ການວາງແຜນຜັງສັງລວມກ່ຽວກັບການພັດທະນາເສດຖະກິດ-ສັງຄົມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ທີ່ສາມປະເທດໄດ້ຮັບຮອງເອົາໃນປີ 2004. ທີ່ກອງປະຊຸມຂັ້ນສູງ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 6 (2010) ຢູ່ພະນົມເປັນ, ນາຍົກລັດຖະມົນຕີ 3 ປະເທດ ໄດ້ພິຈາລະນາ ແລະຮັບຮອງເອົາການດັດປັບການວາງແຜນຜັງສັງລວມຮອດປີ 2020.

3. ກົນໄກນະໂຍບາຍບຸລິມະສິດພິເສດສຳລັບເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ: ທີ່ກອງປະຊຸມຂັ້ນສູງ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 (2008) ຢູ່ວຽງຈັນ, ສາມປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການກໍ່ສ້າງນະໂຍບາຍບຸລິມະສິດພິເສດສຳລັບເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ເພື່ອແນໃສ່ຍູ້ແຮງການຮ່ວມມືພັດທະນາໃນຂົງເຂດ ແລະດຶງດູດການລົງທຶນຈາກພາຍນອກ. ມາຮອດກອງປະຊຸມຂັ້ນສູງກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 6, ການນຳຂັ້ນສູງ 3 ປະເທດ ໄດ້ຮັບຮອງເອົາບົດບັນທຶກຊ່ວຍຈຳວ່າດ້ວຍການປັບປຸງກ່ຽວກັບການສ້າງບັນດານະໂຍບາຍບຸລິມະສິດໃຫ້ພາກພື້ນ.

4. ຖະແຫຼງການຮ່ວມຄັ້ງທຳອິດກ່ຽວກັບການສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ (2022).

ຜົນການຮ່ວມມື

ໃນ 25 ປີແຫ່ງການຮ່ວມມື, 3 ປະເທດໄດ້ຈັດຕັ້ງກອງປະຊຸມຂັ້ນສູງ 11 ຄັ້ງ ດ້ວຍຫຼາຍໝາກຜົນທີ່ພົ້ນເດັ່ນ.

leftcenterrightdel
ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ. ພາບ: ໜັງສືພິມການລົງທຶນ.

ກ່ຽວກັບການຄົມມະນາຄົມ, ບັນດາເສັ້ນທາງທີ່ເຊື່ອມຕໍ່ບັນດາແຂວງຂອງສາມປະເທດຢູ່ເຂດສາມຫຼ່ຽມພັດທະນາໄດ້ໃຫ້ບຸລິມະສິດພັດທະນາເປັນຕົ້ນແມ່ນເສັ້ນທາງຫຼວງ 40 ທີ່ເຊື່ອມຕໍ່ກັບເສັ້ນທາງໂຮ່ຈີມິນ ຈົນໄປຮອດດ່ານຊາຍແດນເບີອີ (ແຂວງກອນຕູມ). ສຳລັບລາວ, ເສັ້ນທາງເລກທີ 18 B ໄດ້ຮັບການສ້າງຕັ້ງສໍາເລັດໃນເດືອນພຶດສະພາ 2006 ເພື່ອເຊື່ອມຕໍ່ກັບເຂດເສດຖະກິດດ່ານຊາຍແດນເບີອີຂອງຫວຽດນາມ. ສຳລັບກຳປູເຈຍ, ຫວຽດນາມ ໃຫ້ ກໍາປູເຈຍ ກູ້ຢືມເງິນບຸລິມະສິດ ເພື່ອກໍ່ສ້າງເສັ້ນທາງເລກທີ 78 ແຕ່ Banlung (ແຂວງ Ratanakiri) ໄປຫາ Ou Ya Dav ແຂວງ Ratanakiri) ເຊິ່ງມີລວງຍາວ 70 ກິໂລແມັດ, ເງິນລົງທຶນກໍ່ສ້າງປະມານ 26 ລ້ານໂດລາສະຫະລັດ, ເລີ່ມລົງມືກໍ່ສ້າງມາແຕ່ເດືອນມັງກອນ 2007, ສຳເລັດໃນເດືອນມີນາ 2010. ປະຈຸບັນບັນດາປະເທດສືບຕໍ່ມຸ່ງໄປເຖິງການໃຫ້ບຸລິມະສິດແຫຼ່ງກຳລັງຕໍ່ກັບການຂະຫຍາຍເສັ້ນທາງຄົມມະນາມຄົມຕົ້ນຕໍເພື່ອຮັບໃຊ້ການຂົນສົ່ງສິນຄ້າໄປຮອດທ່າກຳປັ່ນ, ສູນການຄ້າແຫ່ງຕ່າງໆ.

ກ່ຽວກັບດ້ານພະລັງງານ, ຫວຽດນາມ ເປີດນຳໃຊ້ໂຄງການໄຟຟ້ານ້ຳຕົກ Ialy (720MW); ລົງທຶນໃສ່ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກເຊກະໝານ 1 (XKM1) ລວມມີໂຮງງານຜະລິດໄຟຟ້າເຊກະໝານ 1 290MW ແລະ XKMXX 32MW ແລະສາຍສົ່ງໄຟຟ້າ 230kV ທີ່ມີລວງຍາວ 70 ກິໂລແມັດ ແຕ່ ເຊກະໝານ 1 ອອກໄປຫາຊາຍແດນ; ໂຮງງານຜະລິດໄຟຟ້າ ເຊກະໝານ 3 ມີກໍາລັງການຜະລິດ 250MW ແລະສາຍສົ່ງໄຟຟ້າ 230kV ຍາວ 26,5 ກິໂລແມັດ ໄປຮອດຊາຍແດນຫວຽດນາມ ແລະລາວ, ກໍ່ຄືຫຼາຍໂຄງການອື່ນໆ.

ກ່ຽວກັບດ້ານການຄ້າ, ການລົງທຶນ, ໄລ່ຮອດຕົ້ນປີ 2024, ຫວຽດນາມ ມິີ 248 ໂຄງການລົງທຶນຢູ່ລາວ ຍອດເງິນລົງທຶນຈົດທະບຽນຂອງບັນດານັກລົງທຶນຫວຽດນາມ ແມ່ນ 5,44 ຕື້ໂດລາສະຫະລັດ ແລະ 206 ໂຄງການລົງທຶນຢູ່ກຳປູເຈຍ ດ້ວຍຍອດເງິນລົງທຶນຈົດທະບຽນຂອງຝ່າຍຫວຽດນາມ ແມ່ນ 2,91 ຕື້ໂດລາສະຫະລັດ.

ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ເຂດນີ້ສ່ວນຫຼາຍໄດ້ສຸມໃສ່ຂົງເຂດປູກຕົ້ນໄມ້ອຸດສາຫະກຳ, ກໍ່ສ້າງ, ຂຸດຄົ້ນບໍ່ແຮ່ ແລະເຂື່ອນໄຟຟ້ານ້ຳຕົກ. ຫຼາຍໂຄງການໄດ້ເປີດການນຳໃຊ້ ແລະເຄື່ອນໄຫວປົກກະຕິ, ມີການປະກອບສ່ວນ ແລະສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ກັບການພັດທະນາເສດຖະກິດຂອງທ້ອງຖິ່ນຜ່ານການປະກອບແຫຼ່ງລາຍຮັບເຂົ້າງົບປະມານລັດ, ສ້າງວຽກເຮັດງານທຳໃຫ້ຊາວຜູ້ອອກແຮງງານຢູ່ທ້ອງຖິ່ນ, ປະກອບສ່ວນປັບປຸງພື້ນຖານໂຄງລ່າງຜ່ານກິດຈະການພົນລະເຮືອນຂະໜາດນ້ອຍເປັນຕົ້ນແມ່ນທາງຄົມມະນາຄົມ, ໂຮງຮຽນ, ສຸກສາລາ, ປະກອບສ່ວນໃຫ້ວຽກງານຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນຜ່ານການເຄື່ອນໄຫວໜູນຊ່ວຍດ້ານການເງິນ, ການເຄື່ອນໄຫວພົບປະແລກປ່ຽນ, ຢ້ຽມຢາມຖາມຂ່າວ, ໂຄງການກຸສົນ...

ກົນໄກຮັບປະທານອາຫານເຊົ້າ ແລະເຮັດວຽກລະຫວ່າງນາຍົກລັດຖະມົນຕີສາມປະເທດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສາກົນແມ່ນເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມື, ພ້ອມກັນແລກປ່ຽນບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງຊອກຫາມາດຕະການແກ້ໄຂບັນດາບັນຫາເກີດຂຶ້ນ.

ໃນໄລຍະມໍ່ໆມານີ້, ເດືອນກັນຍາ 2023, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຮັບປະທານອາຫານເຊົ້າ ແລະເຮັດວຽກກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ Hun Manet ນາຍົກລັດຖະມົນຕີ ກໍາປູເຈຍ.

ໂດຍ: ແສງເດືອນ