ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ, ບັນດາຄູອາຈານ ແລະນັກຮຽນໃນໂຮງຮຽນດັ່ງກ່າວລ້ວນແຕ່ສະແດງຄວາມຮັກແພງຕໍ່ຜູ້ນຳທີ່ໄດ້ເສຍສະຫຼະຊີວິດຂອງຕົນເພື່ອຕໍ່ສູ້ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ ແລະຄວາມຜາສຸກຂອງປະຊາຊົນຫວຽດນາມ.

ເນື່ອງໃນໂອກາດວັນບຸນສຳຄັນຂອງຫວຽດນາມ ແລະລາວ, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດຕັ້ງບັນດາການເຄື່ອນໄຫວນອກຫຼັກສູດ. ຕາມອ້າຍຄູ ແຕ່ງ ໄຊລີຊວງ ທີ່ສອນຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ແລ້ວ, ບັນດາການເຄື່ອນໄຫວດັ່ງກ່າວ ແນໃສ່ຊ່ວຍພວກນ້ອງນັກຮຽນເຂົ້າໃຈກວ່າອີກກ່ຽວກັບສາຍພົວພັນລະຫວ່າງສອງປະເທດ ລາວ-ຫວຽດນາມ ກໍ່ຄືເພື່ອຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນນີ້ໃຫ້ນັບມື້ນັບໝັ້ນແກ່ນ.

leftcenterrightdel
ກຸ່ມນັກຮຽນໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ແຕ້ມຮູບກ່ຽວກັບລຸງໂຮ່. ພາບ: ສໍານັກຂ່າວສານຫວຽດນາມ

ເຊິ່ງເປັນນັກຮຽນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວແຕ້ມຮູບກ່ຽວກັບລຸງໂຮ່ ມາເປັນເວລາຫຼາຍປີ, ນ້ອງ ຟ້າມເຈືອງທຽນເອີນ, ນັກຮຽນຫ້ອງ ມໍ7 ໃຫ້ຮູ້ວ່າ ລຸງໂຮ່ ແມ່ນສັນຍາລັກແຫ່ງຄວາມງາມອັນສູງສົ່ງ ແລະຄວາມອົດທົນ. ຢູ່ລາວ ກັບພໍ່ແມ່ນັບແຕ່ຍັງນ້ອຍ, ນ້ອງ ທຽນເອີນ ແບ່ງປັນວ່າ, ຢູ່ເຮືອນພໍ່ແມ່ມັກເລົ່າເລື່ອງປະຫວັດສາດ, ວັດທະນະທຳຫວຽດນາມ ແລະຮີດຄອງປະເພນີຂອງຫວຽດນາມ ໃຫ້ຟັງ.

ຜ່ານຄຳເວົ້າຂອງພໍ່ແມ່, ທຽນເອີນ ໄດ້ຮູ້ວ່າ ລຸງໂຮ່ແມ່ນຜູ້ທີ່ມີຄວາມອົດທົນ ແລະມີຄວາມເມດຕາປານີຫຼາຍ, ຍາມໃດກໍ່ຕັ້ງໃຈຊອກຫາເສັ້ນທາງກູ້ຊາດ, ຍາດເອົາເອກະລາດມາໃຫ້ຊົນຊາດຫວຽດນາມ. ຍ້ອນແນວນັ້ນ, ທຸກໆຄັ້ງທີ່ໂຮງຮຽນມີການເຄື່ອນໄຫວທີ່ກ່ຽວຂ້ອງກັບລຸງໂຮ່ ແລະປະເທດຫວຽດນາມ, ທຽນເອີນ ຍາມໃດກໍ່ກະຕືລືລົ້ນ ແລະເຂົ້າຮ່ວມຢ່າງສຸດອົກສຸດໃຈ.

ນ້ອງ ປາກອນແກນ ຈັນທະວົງ, ນັກຮຽນລາວທີ່ຮຽນຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ກໍ່ແບ່ງປັນວ່າ, ນ້ອງຮູ້ສຶກດີໃຈຫຼາຍທີ່ໄດ້ເຂົ້າຮ່ວມບັນດາກິດຈະກຳທີ່ໂຮງຮຽນຈັດຕັ້ງ, ໃນນັ້ນນ້ອງມັກຂົງເຂດສິລະປະ, ແຕ້ມຮູບກ່ຽວກັບປະທານໂຮ່ຈີມິນ ຫຼາຍທີ່ສຸດ. ນ້ອງ ຢາກແຜ່ຂະຫຍາຍຄຸນງາມຄວາມດີຂອງປະທານໂຮ່ຈີມິນ ໃຫ້ເພື່ອນມິດຫຼາຍຄົນ. ນັກຮຽນລາວ ອີກຄົນໜຶ່ງຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ນ້ອງ ໂມນທະພອນ ອິນທະລັງສີ ກໍ່ແບ່ງປັນວ່າ, ທຸກໆມື້ນ້ອງ ໄດ້ອ່ານ 5 ສິ່ງທີ່ລຸງໂຮ່ ແລະເອື້ອຍອ້າຍຄູໄດ້ສິດສອນກ່ຽວກັບຄຸນງາມຄວາມດີຂອງ ລຸງໂຮ່, ສະນັ້ນນ້ອງຮັກລຸງໂຮ່ຫຼາຍ.

ຜ່ານການປະກວດແຕ້ມຮູບກ່ຽວກັບລຸງໂຮ່, ນ້ອງຈຶ່ງມີຄວາມເຂົ້າໃຈກວ່າກ່ຽວກັບຜູ້ຄົນ ແລະຄຸນສົມບັດໂຮ່ຈີມິນ, ຈາກນັ້ນນ້ອງມີຄວາມເຄົາລົບຮັກຕໍ່ເພິ່ນຫຼາຍກວ່າ; ພ້ອມກັນນັ້ນ, ກໍ່ໄດ້ໃຫ້ຄໍາໝັ້ນສັນຍາກັບຕົນເອງວ່າ ຈະພະຍາຍາມຮ່ຳຮຽນ ແລະຝຶກຝົນຫຼໍ່ຫຼອມໃຫ້ດີເພື່ອໃຫ້ເປັນລູກຫຼານທີ່ດີຂອງລຸງໂຮ່ ແລະລຸງ ໄກສອນ (ປະທານ ໄກສອນ ພົມວິຫານ). ນ້ອງ ໂມນທະພອນ ອິນທະລັງສີ ຢາກສືບຕໍ່ຮ່ຳຮຽນຢູ່ຫວຽດນາມ ພາຍຫຼັງຮຽນຈົບເພື່ອສືບຕໍ່ແຜ່ຂະຫຍາຍຄວາມຮູ້ກ່ຽວກັບວັດທະນະທຳອັນດີງາມຂອງຫວຽດນາມ ໃຫ້ແກ່ທຸກຄົນທີ່ຢູ່ອ້ອມຂ້າງ. ສຳລັບນ້ອງແລ້ວ, ນີ້ກໍ່ແມ່ນວິທີການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.

leftcenterrightdel
ທ່ານນາງ ຫງວຽນທິແທັງເຮືອງ ຫົວໜ້າໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານນາງ ຫງວຽນທິແທັງເຮືອງ ຫົວໜ້າໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ແລ້ວ, ໂດຍຜ່ານການພົບປະສື່ສານໃນລະຫວ່າງຊົ່ວໂມງຮຽນ ແລະຊົ່ວໂມງນອກຫຼັກສູດ, ພວກນັກຮຽນຫວຽດນາມ ແລະລາວ ຈະມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງກັນ ແລະກັນ, ເຂົ້າໃຈປະເທດຊາດ ແລະຊາວຫວຽດນາມ ກວ່າອີກ ແລະຈາກນັ້ນການກໍ່ໄດ້ແຜ່ຂະຫຍາຍຄວາມຮັກທີ່ມີຕໍ່ບ້ານເກີດເມືອງນອນ. ພິເສດແມ່ນການສອນໃຫ້ພວກນ້ອງຮູ້ກ່ຽວກັບປະທານໂຮ່ຈີມິນ ແລະບຸນຄຸນອັນຍິ່ງໃຫຍ່ຂອງເພິ່ນຕໍ່ ສາຍພົວພັນແບບພິເສດຫວຽດນາມ-ລາວ ຈະຊ່ວຍໃຫ້ພວກນ້ອງມີສະຕິໃນການຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນລະຫວ່າງສອງປະເທດ, ຍ້ອນພວກນ້ອງແມ່ນຄົນລຸ້ນອະນາຄົດ.

ເມື່ອແບ່ງປັນຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ, ທ່ານນາງ ຫງວຽນທິທ້ວນ ທີ່ປຶກສາທູດ, ຜູ້ປະຈໍາການຄະນະປະຕິບັດງານປະຊາຄົມສະຖານທູດຫວຽດນາມ ປະຈໍາ ລາວ ໃຫ້ຮູ້ວ່າ ລຸ້ນໜຸ່ມຂອງຊາວຫວຽດນາມ ທີ່ອາໄສຢູ່ລາວ ພໍ່ເຖົ້າແມ່ເຖົ້າ ແລະພໍ່ແມ່ຍາມໃດກໍ່ໄດ້ເລົ່າໃຫ້ກັນຟັງກ່ຽວກັບບ້ານເກີດເມືອງນອນ, ກ່ຽວກັບລຸງໂຮ່, ດ້ວຍຄວາມຮູ້ບຸນຄຸນອັນໃຫຍ່ຫຼວງ ແລະຄຸນງາມຄວາມດີອັນລຽບງ່າຍ, ຮັກແພງພີ່ນ້ອງຮ່ວມຊາດ, ຜ່ານນັ້ນຊ່ວຍໃຫ້ພວກນ້ອງມີຄວາມເອກອ້າງທະນົງໃຈກ່ຽວກັບກົກເຄົ້າຂອງຕົນ.

ນອກຈາກປະທານໂຮ່ຈີມິນ ແລ້ວ, ຊາວຫວຽດນາມ ອາໄສຢູ່ລາວ ຍັງມີຄວາມຮັກແພງ ແລະຄວາມເຄົາລົບນັບຖືອັນສູງສົ່ງຕໍ່ທ່ານ ຫງວຽນຝູຈ້ອງ ອະດີດເລຂາທິການໃຫຍ່. ເມື່ອກໍ່ສ້າງຕູ້ປຶ້ມພາສາຫວຽດ ຢູ່ວັດເຟິ້ດຕີ໊ກ ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ປະກອບສ່ວນປື້ມກ່ຽວກັບຜູ້ນຳທີ່ດີເດັ່ນຂອງປະເທດ, ໃນນັ້ນມີ ປຶ້ມກ່ຽວກັບທ່ານ ຫງວຽນຝູຈ້ອງ ອະດີດເລຂາທິການໃຫຍ່, ເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເຂົ້າໃຈກວ່າກ່ຽວກັບຜູ້ນຳທີ່ມີຈິດໃຈ, ມີວິໄສທັດ, ຍາມໃດກໍ່ອຸທິດຕົນເພື່ອປະເທດຊາດ, ເພື່ອປະຊາຊົນ ແລະເປັນນັກຮຽນເກັ່ງຂອງປະທານໂຮ່ຈີມິນ. ຄຳສອນ ແລະແບບຢ່າງຂອງທ່ານ ຫງວຽນຝູຈ້ອງ ອະດີດເລຂາທິການໃຫຍ່ ຈະແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເປັນຕົ້ນແມ່ນລຸ້ນໜຸ່ມສືບຕໍ່ຮ່ຳຮຽນ, ສູ້ຊົນ, ປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະພັດທະນາປະເທດຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ