ມາຮອດປະຈຸບັນ, ບັນດາກິດຈະກຳອາສາສະໝັກຂອງຊາວໜຸ່ມນະຄອນຢູ່ລາວໄດ້ຮັບການຜັນຂະຫຍາຍເປັນປົກກະຕິ, ມີວິຊາສະເພາະສູງ, ຄື: ເບິ່ງແຍງດູແລການຮັບປະກັນຊີວິດສັງຄົມ, ໃຫ້ການໜູນຊ່ວຍດ້ານສຸຂະພາບ, ຝຶກອົບຮົມດ້ານສາທາລະນະສຸກ, ໃຫ້ຄວາມຮູ້ເພື່ອຍົກສູງຄຸນນະພາບຜະລິດຕະພັນກະເສດ, ໜູນຊ່ວຍການສອນວັດທະນະທຳ; ວຽກງານເບິ່ງແຍງດູແລສັງຄົມ, ມອບເຮືອນມິດຕະພາບຊາວໜຸ່ມຫວຽດນາມ - ລາວ...

ໃນລະດູຮ້ອນອາສາສະໝັກ ປີ 2024 ທີ່ຜ່ານມາ, ໂຄງການທາສີຫ້ອງຮຽນ ແລະເດີ່ນຫຼິ້ນໃນຮົ່ມຂອງເດັກນ້ອຍຢູ່ໂຮງຮຽນປະຖົມກິໂລແມັດເລກ 3, ເມືອງສາມັກຄີໄຊ, ແຂວງອັດຕະປື ໄດ້ຮັບການເປີດສະຫຼອງໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຂອງບັນດາຄູ-ອາຈານຂອງໂຮງຮຽນ ແລະປະຊາຊົນທ້ອງຖິ່ນ. ໂຄງການແມ່ນຄວາມຮັກ, ຄວາມມານະພະຍາຍາມຂອງ “ລະດູຮ້ອນສີຂຽວ”, “ວັນພັກສີບົວ” ຢູ່ນະຄອນໂຮ່ຈີມິນ, ຊ່ວຍໃຫ້ນັກຮຽນມີບ່ອນຫຼິ້ນທີ່ມີປະໂຫຍດ, ບ່ອນດຳເນີນຊີວິດຫຼັງຊົ່ວໂມງຮຽນ. ໃນລະດູຮ້ອນນີ້, ບັນດານັກຮົບອາສາສະໝັກ, ນັກສິລະປິນໜຸ່ມ, ທ່ານໝໍໜຸ່ມ, ຄູອາຈານ, ນັກຊ່ຽວຊານຈາກນະຄອນຍັງໄດ້ມອບແນວພັນພືດ, ຕິດຕັ້ງນ້ຳດື່ມ, ຈັກສູບນ້ຳກະສິກຳ, ຕິດຕັ້ງພັດລົມ, ໃຊ້ໄຟແສງຕາເວັນໃຫ້ແກ່ປະຊາຊົນ. ພ້ອມດຽວກັນນັ້ນ ຄະນະຍັງໄດ້ມອບຄອມພິວເຕີ, ຕູ້ປຶ້ມ, ເຄື່ອງໃຊ້ໃນການຮຽນ-ການສອນພາສາຫວຽດ, ມອບອຸປະກອນການແພດ, ຈັດຕັ້ງການກວດພະຍາດ, ມອບຂອງຂວັນ... ຢູ່ແຂວງຈຳປາສັກ ແລະອັດຕະປື. ພິເສດແມ່ນເຮືອນມິດຕະພາບຊາວໜຸ່ມຫວຽດນາມ - ລາວ 3 ຫຼັງ ໄດ້ມອບໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ລາວ.

leftcenterrightdel
ໄວໜຸ່ມນະຄອນ ໂຮ່ຈີມິນ ມອບເຮືອນມິດຕະພາບຊາວໜຸ່ມ ຫວຽດນາມ-ລາວ ໃນການເຄື່ອນໄຫວອາສາສະໝັກລະດູຮ້ອນ ປີ 2024. ພາບ: ຟ້າມຫງວຽດ

ທ່ານນາງ ຟ້າມທິງວຽດ, ເລຂາຄະນະຊາວໜຸ່ມບໍລິສັດໃຫຍ່ທ່ອງທ່ຽວ ໄຊງ່ອນ ແບ່ງປັນວ່າ: “ນີ້ແມ່ນຄັ້ງທີ 2 ທີ່ຂ້າພະເຈົ້າໄດ້ມາຮ່ວມງານອາສາສະໝັກລະດູຮ້ອນຢູ່ລາວ ນຸ່ງເສື້ອໂຄສະນາ “ວັນພັກສີບົວ”. ໃນຖານະທີ່ເປັນຫົວໜ້າໜ່ວຍເຄື່ອນໄຫວວຽກງານຮັບປະກັນຊີວິດສັງຄົມ, ຂ້າພະເຈົ້າ ແລະເພື່ອນຮ່ວມງານໄດ້ມານະພະຍາຍາມເຮັດສຳເລັດທຸກໜ້າທີ່, ລາຍການທີ່ໄດ້ວາງອອກ. ສິ່ງທີ່ຂ້າພະເຈົ້າປະທັບໃຈທີ່ສຸດແມ່ນນໍ້າໃຈອັນອົບອຸ່ນ, ຄວາມຮູ້ບຸນຄຸນຂອງປະຊາຊົນປະເທດເພື່ອນທີ່ມີຕໍ່ຊາວໜຸ່ມນະຄອນໂຮ່ຈີມິນ, ຖືເຂົາເຈົ້າແມ່ນສະມາຊິກໃນຄອບຄົວດຽວກັນ. ນີ້ແມ່ນກຳລັງໜູນທີ່ໃຫຍ່ຫຼວງ ເພື່ອໃຫ້ພວກຂ້າພະເຈົ້າເສີມຂະຫຍາຍການເຄື່ອນໄຫວອາສາສະໝັກໃນໄລຍະຈະມາເຖິງ”.

ໂດຍແມ່ນທ້ອງຖິ່ນທຳອິດທີ່ໄດ້ຮັບການເຄື່ອນໄຫວອາສາສະໝັກຈາກຊາວໜຸ່ມນະຄອນໂຮ່ຈີມິນ ນັບແຕ່ປີ 2004 ເປັນຕົ້ນມາ, ຕາມທ່ານ ຄໍາສີ ຫລິນສະຫວາດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຈໍາປາສັກ ແລ້ວ, ປະລິມານ ແລະຄຸນນະພາບຂອງໂຄງການ, ວຽກງານອາສາສະໝັກຂອງໄວໜຸ່ມນະຄອນ ໂຮ່ຈີມິນ ທີ່ສະຫງວນໃຫ້ບັນດາທ້ອງຖິ່ນນັບມື້ນັບເພີ່ມຂຶ້ນໃນແຕ່ລະປີ. ໃນນັ້ນ, ພາຍຫຼັງທີ່ຊາວໜຸ່ມອາສາສະໝັກນະຄອນໂຮ່ຈີມິນ ໄດ້ຝຶກອົບຮົມໃຫ້, ຊາວທ້ອງຖິ່ນໄດ້ຮູ້ວິທີປູກຝັງ ແລະລ້ຽງສັດທີ່ຖືກຕ້ອງຕາມເຕັກນິກ, ເປັນການເພີ່ມລາຍຮັບ, ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ. ບັນດາຊາວໜຸ່ມອາສາສະໝັກຍັງປະກອບສ່ວນສ້າງຂະບວນການວັດທະນະທຳ - ສິລະປະຢູ່ທ້ອງຖິ່ນ. ໃນນັ້ນ, ຕາມທ່ານ ພູວັນ ພົມມະຈັນ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງອັດຕະປື ແລ້ວ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງສອງປະເທດໄດ້ຮັບການເພີ່ມພູນຄູນສ້າງຢ່າງແໜ້ນແຟ້ນຂອງຊາວໜຸ່ມຂອງສອງປະເທດ, ເປັນຕົ້ນແມ່ນການປະກອບສ່ວນອັນໃຫຍ່ຫຼວງຂອງຊາວໜຸ່ມນະຄອນໂຮ່ຈີມິນ ໃນການເຄື່ອນໄຫວມຸ່ງໄປເຖິງການປຶກສາຫາລືດ້ານອາຊີບ, ການເຮັດວຽກ, ເບິ່ງແຍງດູແລສຸຂະພາບ, ໜູນຊ່ວຍການພັດທະນາກະສິກໍາໂດຍຜ່ານວັນອາສາສະໝັກລະດູຮ້ອນ.

ຜ່ານ 20 ປີແຫ່ງການເປັນອາສາສະໝັກ, ໄວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍຫຼາຍໂຄງການທີ່ສຳຄັນດ້ວຍເຄື່ອງໝາຍຂອງຕົນ, ສ້າງຄວາມດີຕໍ່ປະເທດລາວ. ທ່ານ ເຈືອງເຕິນຫຽບ, ຜູ້ບັນຊາການການເຄື່ອນໄຫວອາສາສະໝັກລະດູຮ້ອນ 2024 ຂອງໄວໜຸ່ມນະຄອນໃນແນວຮົບລາວ ໄດ້ຊີ້ແຈ້ງວ່າ: “ຜົນສຳເລັດຂອງການເຄື່ອນໄຫວອາສາສະໝັກສາກົນຢູ່ລາວ ແມ່ນໄດ້ມາຈາກການເຮັດວຽກງານສຳຫຼວດຄວາມຕ້ອງການ ແລະຄວາມສາມາດຕອບສະໜອງຂອງປະຊາຊົນ, ທ້ອງຖິ່ນທີ່ໄດ້ຮັບຜົນປະໂຫຍດ ແລະວຽກງານຮັບປະກັນແຫຼ່ງກຳລັງ, ຮັບປະກັນການເສີມຂະຫຍາຍດ້ານວິຊາສະເພາະ, ທ່າແຮງຂອງຖັນແຖວອາສາສະໝັກ.

ຫວ່າງມໍ່ໆມານີ້, ຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີມິນ, ສະມາຄົມການແພດຕາເວັນອອກນະຄອນໂຮ່ຈີມິນ ແລະສະຖາບັນການແພດພື້ນເມືອງໄດ້ລົງນາມໃນສັນຍາຮ່ວມມືຈັດຕັ້ງການເຄື່ອນໄຫວອາສາສະໝັກຢູ່ລາວ ແຕ່ເດືອນ ກັນຍາ ປີ 2024 ຮອດເດືອນ ກັນຍາ ປີ 2025. ຈຸດສຸມຂອງກິດຈະກໍານີ້ແມ່ນເພື່ອໜູນຊ່ວຍວຽກງານຖ່າຍທອດການບໍລິການດ້ານການກວດ, ປິ່ນປົວພະຍາດ ແລະບຳລຸງສ້າງຊັບພະຍາກອນມະນຸດການແພດຢູ່ລາວ. ຜ່ານນັ້ນ, ແພດໝໍໜຸ່ມຢູ່ນະຄອນ ໂຮ່ຈີມິນ ໄດ້ຝຶກຝົນຫຼໍ່ຫຼອມ, ຍົກສູງວິຊາສະເພາະ, ທັກສະການສື່ສານ ແລະການຮ່ວມມືສາກົນ.

ໂດຍ: ຈາງຫງວຽນ