leftcenterrightdel
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ຮຽນທ່ານເອກອັກຄະລັດຖະທູດ, ການຢ້ຽມຢາມລາວ ຢ່າງເປັນທາງການຄັ້ງທໍາອິດໃນຖານະຕໍາແໜ່ງເປັນປະທານສະພາແຫ່ງຊາດຂອງທ່ານ ເຈິ່ນແທງເໝິນ ແລະເຂົ້າຮ່ວມ AIPA ມີຄວາມໝາຍ ແລະຄວາມສໍາຄັນຄືແນວໃດຕໍ່ການພົວພັນຫວຽດນາມ-ລາວ?

ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ: ນີ້ແມ່ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດໃນຖານະຕໍາແໜ່ງເປັນປະທານສະພາແຫ່ງຊາດຂອງທ່ານ ເຈິ່ນແທງເໝິນ ເພື່ອຫັນຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ຫວຽດນາມ-ລາວ ເປັນລະອຽດ, ຢືນຢັນແຜນນະໂຍບາຍທີ່ສະເໝີຕົ້ນສະໝີປາຍຂອງພັກ, ລັດຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສູງສຸດ ແລະຖືການພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເປັນສໍາຄັນ; ພ້ອມທັງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນລະຫວ່າງການນໍາຂັ້ນສູງສອງປະເທດ; ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງພັກ, ສອງລັດ, ໂດຍສະເພາະແມ່ນການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະຜ່ານມາ; ແລກປ່ຽນທິດທາງ ແລະບັນດາມາດຕະການລະອຽດເພື່ອຍົກສູງການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດໃນໄລຍະຈະມາເຖິງກວ່າອີກ; ແລກປ່ຽນບາງສະພາບການພົ້ນເດັ່ນຂອງພາກພື້ນ ແລະໂລກເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ການຢ້ຽມຢາມຢ່າງເປັນທາງການຄັ້ງນີ້ໄດ້ດໍາເນີນໄປກ່ອນກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 45 ເຊິ່ງລາວເປັນປະເທດເຈົ້າພາບ, ບໍ່ພຽງແຕ່ແມ່ນໂອກາດທີ່ດີເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ເປີດກວ້າງການຮ່ວມມືລັດຖະສະພາລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນການສືບຕໍ່ຜັນຂະຫຍາຍແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຮອບດ້ານ, ເລິກເຊິ່ງກວ້້າງຂວາງ, ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ; ຢັ້ງຢືນບົດບາດຂອງສະພາແຫ່ງຊາດຫວຽດນາມ, ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນຢ່າງແທດຈິງເຂົ້າເນື້ອໃນຂອງ AIPA; ສະໜັບສະໜູນລາວ ໃນຖານະຕໍາແໜ່ງເປັນປະທານ AIPA; ພ້ອມກັບລັດຖະສະພາສະມາຊິກ AIPA ປັບປຸງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ຍູ້ແຮງການພົວພັນລະຫວ່າງ AIPA ກັບຄູ່ຮ່ວມມື, ເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດສະມາຊິກ ແລະຜູ້ສັງເກດການຂອງ AIPA; ແລກປ່ຽນແບ່ງປັນຂໍ້ມູນຂ່າວສານກັບບັນດາສະມາຊິກລັດຖະສະພາບັນດາປະເທດກ່ຽວກັບຄວາມສົນໃຈລວມຂອງພາກພື້ນເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ, ກ່ຽວກັບບັນດາການເຄື່ອນໄຫວຂອງລັດຖະສະພາ; ຜ່ານນັ້ນກໍ່ແບ່ງປັນກ່ຽວກັບແນວທາງ, ນະໂຍບາຍຂອງພັກ ແລະລັດຫວຽດນາມ, ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດໃນການປະກອບສ່ວນສໍາຄັນເຂົ້າໃນການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ນັກຂ່າວ: ຮຽນເອກອັກຄະລັດຖະທູດ, ໃນສະພາບການພາກພື້ນ ແລະໂລກ ໃນປະຈຸບັນ, ສະພາແຫ່ງຊາດສອງປະເທດຫວຽດນາມ-ລາວ ຕ້ອງເຮັດຫຍັງແດ່ ເພື່ອຮັກສາ ແລະພັດທະນາການພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າ ແລະນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ສອງປະເທດ; ສະພາແຫ່ງຊາດຕ້ອງເອົາໃຈໃສ່ຂົງເຂດການຮ່ວມມືໃດແດ່ເພື່ອຊຸກຍູ້ການພົວພັນສອງປະເທດ?

ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ: ໄປພ້ອມກັບທ່າພັດທະນາອັນດີງາມຂອງການພົວພັນສອງພັກ, ສອງລັດ, ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດລາວ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ຄົບຊຸດ ແລະມີປະສິດທິຜົນ, ປະກອບສ່ວນສໍາຄັນເຂົ້າການພົວພັນລວມລະຫວ່າງສອງປະເທດ. ສອງຝ່າຍໄດ້ຕັ້ງໜ້າສົມທົບກັນຜັນຂະຫຍາຍຂໍ້ຕົກລົງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ.

ໃນສະພາບການໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສົງຜົນກະທົບຢ່າງເລິກເຊິ່ງເຖິງບັນດາປະເທດ, ໃນນັ້ນມີຫວຽດນາມ ແລະລາວ, ຄວາມສາມັກຄີ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດຫວຽດນາມ ແລະລາວ ແມ່ນປັດໄຈພາວະວິໄສ, ກົດເກນປະຫວັດສາດ, ແມ່ນໜຶ່ງໃນບັນດາແຫຼ່ງກໍາລັງອັນໃຫຍ່ຫຼວງສຸດ ແລະມີຄວາມໝາຍເປັນຕາຍຕໍ່ກັບພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ປະກອບສ່ວນຮັກສາ ແລະເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

ໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດ ຈະສືບຕໍ່ເອົາໃຈໃສ່ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນບົດຮຽນກ່ຽວກັບວຽກງານສ້າງກົດໝາຍ, ຕິດຕາມກວດກາອັນສູງສຸດ, ຕັດສິນບັນດາບັນຫາສໍາຄັນຂອງປະເທດ. ໃນນັ້ນແມ່ນສຸມໃສ່ການຕິດຕາມກວດກາ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນບັນດາໜ້າທີ່ຈຸດສຸມໃນຍຸດທະສາດການຮ່ວມມືຫວຽດນາມ-ລາວ ໃນໄລຍະ 2021-2030, ສັນຍາການຮ່ວມມືຫວຽດນາມ-ລາວ ໄລຍະ 2021-2025 ໃຫ້ມີປະສິດທິຜົນ, ສືບຕໍ່ຈັດຕັ້ງກອງປະຊຸມ, ກອງປະຊຸມສໍາມະນາແລກປ່ຽນບົດຮຽນກ່ຽວກັບບັນດາຂົງເຂດການເຄື່ອນໄຫວຂອງສະພາແຫ່ງຊາດລວມມີກອງປະຊຸມສະພາແຫ່ງຊາດສະໄໝສາມັນຕ່າງໆ, ຄະນະປະຈໍາສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາອົງການຂອງສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ແລະສະມາຊິກສະພາແຫ່ງຊາດກ່ຽວກັບບັນດາເນື້ອໃນການຮ່ວມມືເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເພື່ອເປັນເສນາທິການໃຫ້ສະພາແຫ່ງຊາດ, ໝູນໃຊ້ເຂົ້າພຶດຕິກໍາຕົວຈິງ, ວຽກງານຕ່າງໆຢ່າງມີປະສິດທິຜົນ... ພິເສດ, ສະພາແຫ່ງຊາດສອງປະເທດພວມຕັ້ງໜ້າສົມທົບກັນຄົ້ນຄວ້າຮຽບຮຽງ ແລະຈັດພິມປື້ມ “50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ສສ ຫວຽດນາມ ແລະສະພາແຫ່ງຊາດ ສປປ ລາວ-ການຮ່ວມມືພັດທະນາຮອບດ້ານ” ເພື່ອໂຄສະນາຢ່າງເລິກເຊິ່ງ, ກວ້າງຂວາງ, ຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດກ່ຽວກັບການພົວພັນສະໜິດແໜ້ນລະຫວ່າງສອງສະພາແຫ່ງຊາດ, ປະກອບສ່ວນຊ່ວຍປະຊາຊົນສອງປະເທດຮັບຮູ້ການພົວພັນແບບພິເສດຫວຽດນາມ-ລາວ ຢ່າງເລິກເຊິ່ງຂຶ້ນຕື່ມ.

ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມລາວ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາ AIPA ຄັ້ງທີ 45 ຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຄັ້ງນີ້ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນປັບປຸງເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ແລະປະຊາຊົນສອງປະເທດ, ນໍາການພົວພັນຮ່ວມມືຫວຽດນາມ-ລາວ ສືບຕໍ່ກາຍເປັນການພົວພັນທີ່ເປັນແບບຢ່າງ, ຫາຍາກຢູ່ໃນໂລກ.

ນັກຂ່າວ: ​ຂໍຂອບໃຈທ່ານ!

ໂດຍ: ດັ້ງເກື່ອງ