leftcenterrightdel

ລາຍການສະແດງສິລະປະຢູ່ກອງປະຊຸມສະຫຼຸບ 15 ປີແຮກສ່ຽວເຂດຊຸມຊົນສອງຟາກຊາຍແດນຫວຽດນາມ-ລາວ. ພາບ: ຫງວຽນດິ່ງຝຸກ

ທ່ານ ໂຮ່ອາເກີ໊ດ ປະທານຄະນະກໍາມະການປະຊາຊົນຕາແສງແທງ ໃຫ້ຮູ້ວ່າ ໂດຍໄດ້ຮັບຄວາມເຫັນດີເປັນເອກະພາບຂອງອໍານາດການປົກຄອງທຸກຂັ້ນ, ພິເສດແມ່ນອໍານາດການປົກຄອງຂອງ 2 ແຂວງກວາງຈິ (ຫວຽດນາມ), ສະຫວັນນະເຂດ (ລາວ) ແລະສອງເມືອງເຮືຶ໊ອງຮວ໋າ, ນ່ອງ, ວັນທີ 14 ກັນຍາ 2009, ບັນດາກຸ່ມບ້ານລວມມີ: ບ້ານ ອາຫໍ ກັບບ້ານ ແດນວິໄລ; ແທງ 1 ກັບປາຣ່ຽງ; ແທງອໍ ກັບ Pa Lo Co ຈັດຕັ້ງການແຮກສ່ຽວ. ພາຍຫຼັງ 15 ປີແຫ່ງວັນປະຕິບັດ 12 ເນື້ອໃນລະບຽບການສົມທົບ, ບັນດາບ້ານ, ສອງຟາກຊາຍແດນໄດ້ຈັດຕັ້ງການປະຊຸມແລກປ່ຽນວຽກງານປະຈໍາໄຕມາດຕາມກຳນົດ, ແລກປ່ຽນສະພາບການ, ສົມທົບກັນໂຄສະນາ, ຂົນຂວາຍປະຊາຊົນສອງຟາກຊາຍແດນປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງສອງພັກ, ສອງລັດເປັນຢ່າງດີ, ໂດຍສະເພາະແມ່ນບັນດາສັນຍາ, ອະນຸສັນຍາ, ລະບຽບການຊາຍແດນ, ສ້າງເງື່ອນໄຂໃຫ້ປະຊາຊົນໄປມາຢ້ຽມຢາມຍາດຕິພີ່ນ້ອງ, ຊ່ວຍເຫຼືອເຊິ່ງກັນ ແລະກັນພັດທະນາເສດຖະກິດ, ພົບປະແລກປ່ຽນວັດທະນະທໍາ, ພ້ອມກັນສົມທົບກັນແກ້ໄຂບັນດາບັນຫາກ່ຽວກັບຮີດຄອງປະເພນີ, ການໄປເຮັດນາທີ່ບ້ານອື່ນ, ການອາໄສຢູ່ບ້ານອື່ນ, ການສົມລົດ ແລະຄອບຄົວ, ແລກປ່ຽນຂໍ້ມູນຂ່າວສານເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ຊາຍແດນແຫ່ງຊາດ, ຕັ້ງໜ້າຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ ແລະຄວາມຊົ່ວຮ້າຍໃນສັງຄົມ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ.

ພິເສດ, ບັນດາບ້ານຢູ່ສອງຟາກຊາຍແດນເຄີຍໄປມາຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ກັນເນື່ອງໃນໂອກາດບັນດາເຫດການສໍາຄັນຂອງສອງປະເທດ, ສອງທ້ອງຖິ່ນ, ຄື: ຈັດຕັ້ງການຢື້ຢາມຖາມຂ່າວ, ອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ ແລະບຸນປີໃໝ່ (ລາວ), ວັນບຸນມະຫາສາມັກຄີທົ່ວປວງຊົນ; ວັນແມ່ຍິງສາກົນ (ທີ 8-3)... ຕາມນັ້ນແລ້ວ, 15 ຜ່ານມາ, ສອງຝ່າຍໄດ້ສົມທົບກັບກໍາລັງປ້ອງກັນຊາຍແດນແຕ່ລະຝ່າຍຈັດຕັ້ງການລາດຕະເວນ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດຍກວ່າ 140 ຄັ້ງ, ດ້ວຍການເຂົ້າຮ່ວມຂອງ 1.900 ກວ່າເທື່ອຄົນ, ຈັດຕັ້ງປະຊຸມແລກປ່ຽນວຽກງານປະຈໍາໄລຍະ 52 ຄັ້ງ, ບັງເອີນ 14 ຄັ້ງ, ດ້ວຍການເຂົ້າຮ່ວມຂອງ 3.460 ເທື່ອຄົນ.

ປະຊາຊົນບັນດາໝູ່ບ້ານ, ສອງຟາກຊາຍແດນໄດ້ສະໜອງຂໍ້ມູນທີ່ມີຄຸນຄ່າຫຼາຍ, ອັນໄດ້ຊ່ວຍບັນດາກໍາລັງທີ່ກ່ຽວຂ້ອງພົບເຫັນ, ຕໍ່ສູ້, ທຳລາຍລ້າງ 11 ຄະດີສໍາເລັດຜົນ, ລວມມີ 13 ເປົ້າໝາຍ; ພິເສດປີ 2023, ປະຊາຊົນບັນດາໝູ່ບ້ານໄດ້ຊ່ວຍເຫຼືອຄ້າຍທະຫານຊາຍແດນແທງ ແລະກໍາລັງປົກປັກຮັກສາຊາຍແດນຂອງລາວ ມ້າງທຳລາຍຄະດີຊື້ຂາຍ, ຂົນສົ່ງຢາເສບຕິດຂ້າມຊາຍແດນຈາກລາວ ເຂົ້າຫວຽດນາມ ສໍາເລັດຜົນ,... ຜ່ານນັ້ນ ປະກອບສ່ວນປ້ອງກັນ, ຕໍ່ສູ້, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນສອງຝ່າຍ.

ບັນດາໝູ່ບ້ານກໍ່ຈັດຕັ້ງການໂຄສະນາ 60 ເທື່ອ, ດ້ວຍການເຂົ້າຮວ່ມຂອງກວ່າ 13.000 ເທື່ອຄົນ, ຈັດການໂຄສະນາເຄື່ອນທີ່ 37 ຄັ້ງ, ດ້ວຍການເຂົ້າຮ່ວມ 288 ເທື່ອຄົນ;... ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນສອງຟາກຊາຍແດນກ່ຽວກັບສະຕິຕໍ່ປະເທດຊາດ, ຊາຍແດນແຫ່ງຊາດ, ຄວາມຮັບຜິດຊອບສໍາລັບອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ.

ປະຊາຊົນບັນດາບ້ານ ອາຫໍ, ແທງ 1, Pa lo Co ໄດ້ໜູນຊ່ວຍແນວພັນສັດລ້ຽງ, ຕົ້ນໄມ້ໃຫ້ບັນດາບ້ານເພື່ອນລາວພັດທະນາເສດຖະກິດ; ຈັດຕັ້ງການພົບປະແລກປ່ຽນວັດທະນະທໍາ, ສິລະປະ; ສຸກສາລາການແພດທະຫານ ແລະປະຊາຊົນສົມທົບກັນ, ສຸກສາລາຕາແສງ ແທງ ຈັດຕັ້ງການກວດພະຍາດ, ແຈກຢຸກຢາ ແລະປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ຄົນເຈັບລາວ 3.200 ເທື່ອຄົນ, ຊ່ວຍເຫຼືອກັນດ້ານວັດຖຸ ແລະຈິດໃຈໃນຍາມຫຍຸ້ງຍາກດ້ວຍຂອງຂວັນນັບຮ້ອຍພູດ, ລວມມຸນຄ່າເກືອບ 300 ລ້ານດົ່ງ...

ທ່ານ ຟ້າມຈ້ອງໂຮ໊ ຮອງປະທ່ານຄະນະກໍາມະການປະຊາຊົນເມືອງ ເຮືຶ໊ອງຮວ໋າ ມີເສັ້ນຊາຍແດນຍາວ 126,638 ກິໂລແມັດ, ຕິດກັບບັນດາເມືອງເຊປົນ, ນ່ອງ, ແຂວງສະຫວັນນະເຂດ; ເມືອງສະໝ້ວຍ, ແຂວງສາລະວັນ, ລາວ. ໃນຊຸມປີຜ່ານມາ, ເມືອງເຮື໊ອງຮວ໋າ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານການທູດກັບບັນດາເມືອງເພື່ອນລາວ, ພິເສດຈາກຂໍ້ລິເລີ່ມຮູບແບບ “ແຮກສ່ຽວບ້ານ-ບ້ານ” ຂອງທະຫານຊາຍແດນແຂວງກວາງຈິ, ວັນທີ 28 ເມສາ 2005, ບ້ານກະຕັງ (ຫວຽດນາມ) ແລະບ້ານແດນສະຫວັນ (ລາວ) ແມ່ນຄູ່ບ້ານທໍາອິດຂອງແຂວງຈັດຕັ້ງພິທີແຮກສ່ຽວຕາມກົດສົມທົບບ້ານ-ບ້ານ, ມາຮອດປະຈຸບັນ, ທົ່ວເມືອງມີ 19 ຄູ່ບ້ານຊາຍແດນແຮກສ່ຽວ.

ຜ່ານພຶດຕິກໍາຕົວຈິງແຫ່ງການຜັນຂະຫຍາຍຮູບແບບແຮກສ່ຽວບ້ານ-ບ້ານ ຢູ່ສອງຟາກຊາຍແດນໄດ້ຢັ້ງຢືນທີ່ຕັ້ງ, ບົດບາດອັນໃຫຍ່ຫຼວງຂອງມະຫາຊົນໃນພາລະກິດສ້າງສາ ແລະປົກປັກຮັກສາອະທິປະໄຕຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດຂອງສອງປະເທດ ຫວຽດນາມ-ລາວ.

ໝາກຜົນຮູບແບບນີ້ໄດ້ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງຢູ່ເຂດຊາຍແດນ, ເພີ່ມທະວີການພົວພັນສາມັກຄີລະຫວ່າງສອງປະເທດ, ປະຊາຊົນບັນດາເຜົ່າຢູ່ຕິດກັບຊາຍແດນ; ຮັບໃຊ້ພາລະກິດພັດທະນາເສດຖະກິດ-ສັງຄົມ, ຍົກສູງຄວາມຮູ້ໃຫ້ປະຊາຊົນ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ສອງຟາກຊາຍແດນ ແລະປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ-ລາວ ເວົ້າລວມ, ການແຮກສ່ຽວລະຫວ່າງແຂວງກວາງຈິ ກັບແຂວງສະຫວັນນະເຂດ, ເມືອງເຮື໊ອງຮວ໋າ ກັບບັນດາເມືອງຂອງລາວ ທີ່ມີເສັ້ນຊາຍແດນຮ່ວມເວົ້າສະເພາະນັບມື້ນັບສະໜິດແໜ້ນ ແລະພັດທະນາ.

ດ້ວຍຄວາມເຄົາລົບຕໍ່ສາຍພົວພັນລະຫວ່າງເມືອງເຮື໊ອງຮວ໋າ ກັບເມືອງນ່ອງ ແລະການແຮກສ່ຽວບ້ານ-ບ້ານຂອງບັນດາບ້ານຕິດກັບຊາຍແດນ, ທ່ານຮອງເລຂາພັກເມືອງ, ປະທານສະພາປະຊາຊົນເມືອງນ່ອງ ແບ່ງປັນວ່າ ຜ່ານກົດແຫ່ງການແຮກສ່ຽວບ້ານ-ບ້ານ, ປະຊາຊົນສອງຟາກຊາຍແດນພ້ອມກັນຊ່ວຍເຫຼືອເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈເທື່ອລະກ້າວ; ຮັກສາ ແລະເສີມຂະຫຍາຍສີສັນວັດທະນະທໍາບັນດາເຜ່ົ່າ, ປົກປັກຮັກສາອະທິປະໄຕຜືນແຜນດິນ, ກໍ່ສ້າງຊາຍແດນສັນຕິພາບ, ປະກອບສ່ວນຄູນສ້າງນໍ້າໃຈມິດຕະພາບລາວ-ຫວຽດນາມ.

ໂດຍ: ໄຊນີດາ