leftcenterrightdel
ທ່ານ ຟານມິງຈ໊ຽນ ອຸປະທູດຊົ່ວຄາວ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດລາວ ຕາມຄໍາເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ນັກຂ່າວຫວຽດນາມ ປະຈຳ ລາວ ໄດ້ສໍາພາດທ່ານ ຟານມິງຈ໊ຽນ ອຸປະທູດຊົ່ວຄາວສະຖານທູດຫວຽດນາມ ປະຈຳ ລາວ ກ່ຽວກັບຄວາມໝາຍ ແລະຄວາມສໍາຄັນຂອງການຢ້ຽມຢາມທີ່ມີຕໍ່ການພົວພັນແບບພິເສດຫວຽດນາມ-ລາວ.

ນັກຂ່າວ: ຂໍຮຽນທ່ານ, ການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ມີຄວາມໝາຍ ແລະຄວາມສໍາຄັນຄືແນວໃດຕໍ່ການພົວພັນແບບພິເສດຫວຽດນາມ-ລາວ?

ອຸປະທູດຊົ່ວຄາວ ຟານມິງຈ໊ຽນ: ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານ ທອງລຸນ ສີສຸລິດ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງແມ່ນມີຄວາມໝາຍສຸດທີ່ສໍາຄັນ, ໄດ້ດໍາເນີນພາຍຫຼັງທ່ານ ໂຕເລິມ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກກອມມູນິດຫວຽດນາມ ເມື່ອວັນທີ 3 ສິງຫາ 2024 ທີ່ຜ່ານມາ ແລະໃນສະພາບການສອງພັກ, ສອງລັດພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ, ແຜນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດຢ່າງແຮງ ແລະບັນລຸໄດ້ຜົນງານພົ້ນເດັ່ນຫຼາຍຢ່າງ.

ນອກຈາກປະກອບສ່ວນເຂົ້າໃນການເພີ່ມທະວີ ແລະຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດ, ການຢ້ຽມຢາມຍັງຢືນຢັນເຖິງຄວາມຕັດສິນໃຈຂອງການນຳຂັ້ນສູງຂອງສອງປະເທດໃນການຮັກສາ, ປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ.

ດ້ວຍຄວາມໝາຍອັນເລິກເຊິ່ງນັ້ນ, ການຢ້ຽມຢາມແມ່ນໂອກາດ ເພື່ອໃຫ້ການນຳຂັ້ນສູງຂອງສອງປະເທດໄດ້ພົບປະໂດຍກົງເພື່ອແລກປ່ຽນ, ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືໃນບັນດາຂົງເຂດສຳຄັນ, ຄື: ດ້ານການເມືອງ-ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີ ແລະການທ່ອງທ່ຽວ ເພື່ອຮັບໃຊ້ພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາຂອງແຕ່ລະປະເທດ.

ສອງຝ່າຍກໍ່ຈະແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເມື່ອແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ແລະເຂົ້າຮ່ວມພິທີງານສົບລະດັບຊາດທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: ສໍານັກຂ່າວສານຫວຽດນາມ

ຄາດວ່າໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະລົງນາມໃນເອກະສານຮ່ວມມືສຳຄັນຈຳນວນໜຶ່ງ.

ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະບັນລຸຜົນສຳເລັດ, ສະແດງໃຫ້ເຫັນຄວາມສຳຄັນ ແລະຄວາມໝາຍຍຸດທະສາດຂອງສາຍພົວພັນແບບພິເສດຫວຽດນາມ - ລາວ ເພື່ອຄວາມໝັ້ນຄົງ ແລະການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ທ່ານຕີລາຄາຄືແນວໃດກ່ຽວກັບປະສິດທິຜົນຂອງການຮ່ວມມືລະຫວ່າງຫວຽດນາມ ແລະລາວ ໃນໄລຍະຜ່ານມາໃນທຸກຂົງເຂດ, ພິເສດແມ່ນດ້ານການເມືອງ, ການທູດ ແລະເສດຖະກິດ?

ອຸປະທູດຊົ່ວຄາວ ຟານມິງຈ໊ຽນ: ອາດເວົ້າໄດ້ວ່າ, ເຖິງວ່າສະຖານະການໂລກ ແລະພາກພື້ນສືບຕໍ່ຜັນແປໄປຢ່າງວ່ອງໄວ, ສັບສົນ ແລະຄາດຄະເນໄດ້ຍາກ, ສົ່ງຜົນສະທ້ອນເຖິງທຸກປະເທດ, ໃນນັ້ນມີ ຫວຽດນາມ ແລະລາວ, ແຕ່ບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຂອງສອງປະເທດໄດ້ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນສັນຍາລະຫວ່າງສອງພັກ ແລະສອງປະເທດຢ່າງມີປະສິດທິຜົນ, ສືບຕໍ່ປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມທະວີການພົວພັນແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາໃນບັນດາຂົງເຂດຄື:

ການພົວພັນດ້ານການເມືອງນັບມື້ນັບເຂົ້າສູ່ລວງເລິກ, ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍການປະຕິບັດບັນດາຖະແຫຼງການຮ່ວມ ແລະຂໍ້ຕົກລົງຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງພັກ ແລະສອງປະເທດ; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະສິ່ງກີດຂວາງໃນການປະຕິບັດ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື;...

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດສືບຕໍ່ໄດ້ຮັບການຮັກສາ ແລະພັດທະນາ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ໜູນຊ່ວຍກັນ ເພື່ອຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ, ປະຕິບັດອະນຸສັນຍາ ແລະແຜນການຮ່ວມມືປະຈຳປີກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດເປັນຢ່າງດີ.

ນັກຂ່າວ: ໃນສະພາບການພາກພື້ນ ແລະໂລກປະຈຸບັນນີ້, ຫວຽດນາມ ແລະລາວ ຕ້ອງເຮັດຫຍັງແດ່ເພື່ອຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນແບບພິເສດຫວຽດນາມ - ລາວ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ປະຊາຊົນສອງປະເທດ?

ອຸປະທູດຊົ່ວຄາວ ຟານມິງຈ໊ຽນ: ໃນສະພາບການທີ່ພວມຜັນແປຢ່າງວ່ອງໄວບໍ່ເຄີຍມີມາກ່ອນ, ສັບສົນ ແລະຄາດຄະເນໄດ້ຍາກນັ້ນ, ສິ່ງດັ່ງກ່າວໄດ້ສ້າງກາລະໂອກາດ ແລະສິ່ງທ້າທາຍໃຫ້ທັງຫວຽດນາມ ແລະລາວ. ຂ້າພະເຈົ້າຖືວ່າ ສອງປະເທດພວກເຮົາຕ້ອງສືບຕໍ່ຄຽງບ່າຄຽງໄລ່ກັນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນປະສົບການ, ຮ່ວມມືໃນທຸກຂົງເຂດ.

ກ່ອນອື່ນໝົດ, ສອງປະເທດຄວນສຸມໃສ່ບັນດາຂົງເຂດບຸລິມະສິດ, ຄື:

ທີໜຶ່ງ, ສືບຕໍ່ລົງເລິກການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງເປັນຢ່າງດີ, ພິເສດແມ່ນຕ້ອງສືບຕໍ່ຮັກສາ ແລະຍົກສູງປະສິດທິຜົນຂອງກົນໄກຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງປະເທດ; ຊາບຊຶມ ແລະຍົກສູງຄວາມຮັບຮູ້ລວມກ່ຽວກັບຄວາມສຳຄັນຂອງການພົວພັນແບບພິເສດຫວຽດນາມ - ລາວ ໃຫ້ປະຊາຊົນທຸກຊັ້ນວັນນະຂອງສອງປະເທດ.

ທີສອງ, ສືບຕໍ່ສົມທົບກັນຜັນຂະຫຍາຍການປະຕິບັດແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ແລະລະຫວ່າງ ກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ, ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເສີມຂະຫຍາຍປະສິດທິຜົນກົນໄກເຈລະຈານະໂຍບາຍປ້ອງກັນຊາດ ແລະການຮ່ວມມືດ້ານຄວາມໝັ້ນຄົງ.

ທີສາມ, ປະຕິບັດບັນດາຂໍ້ຕົກລົງ, ສັນຍາຮ່ວມມືລະຫວ່າງສອງລັດຖະບານ, ບັນດາໂຄງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ ເພື່ອຍົກລະດັບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໂດຍຜ່ານການເປີດກວ້າງ ແລະຍົກລະດັບການເຊື່ອມຕໍ່ຄົມມະນາຄົມຕາເວັນອອກ - ຕາເວັນຕົກ; ສ້າງກົນໄກຮ່ວມມືຢ່າງຄົບຊຸດ ແລະນະໂຍບາຍພິເສດເພື່ອປົດປ່ອຍແຫຼ່ງກຳລັງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ແລະປະຊາຊົນສອງປະເທດລົງທຶນ ແລະດຳເນີນທຸລະກິດ.

ທີສີ່, ເອົາໃຈໃສ່ ແລະເພີ່ມທະວີການຮ່ວມມືດ້ານການສຶກສາ, ບຳລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະແມ່ນການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໃຫ້ບຸລິມະສິດແກ່ການບຳລຸງສ້າງ ແລະບໍາລຸງພະນັກງານໜຸ່ມ, ພະນັກງານຫຼັກແຫຼ່ງ ແລະພະນັກງານການນໍາ ແລະຄຸ້ມຄອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພ່ືອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນຮັດແໜ້ນຄວາມສະໜິດຕິດພັນ, ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.

ຂ້າພະເຈົ້າເຊື່ອໝັ້ນວ່າ, ສອງປະເທດຫວຽດນາມ ແລະລາວ ຈະສືບຕໍ່ຮ່ວມມື, ພ້ອມກັນພັດທະນາ, ປັບປຸງ ແລະເພີ່ມທະວີມີປະສິດທິຜົນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານ.

ໂດຍ: ດ້ັງເກື່ອງ