leftcenterrightdel
ທ່ານ ຟານມິງຈຽນ ອຸປະທູດຊົ່ວຄາວ, ສະຖານທູດຫວຽດນາມ ປະຈຳ ລາວ ກ່າວຄຳເຫັນທີ່ພິທີ. ພາບ: VOV.

ກ່າວຄຳເຫັນທີ່ພິທີ, ທ່ານ ຟານມິງຈຽນ, ອຸປະທູດຊົ່ວຄາວ, ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ເນັ້ນໜັກວ່າ ພາສາຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດຫວຽດນາມ. ໃນໄລຍະຜ່ານມາ, ສະຖານທູດຫວຽດນາມ ປະຈຳ ສປປ ລາວ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະຄະນະປະສານງານສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ລາວ ຈັດຫຼາຍກິດຈະກຳທີ່ມີຄວາມໝາຍ, ຊ່ວຍແຜ່ກະຈາຍນ້ຳໃຈຮັກພາສາຫວຽດນາມ ໃນໝູ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ລາວ ແລະປະຊາຊົນ ລາວ, ໃນນັ້ນ, ມີການເສັງ “ທູດພາສາຫວຽດນາມ ຢູ່ຕ່າງປະເທດ”. ຜ່ານການເສັງ, ຄະນະຈັດຕັ້ງປາດຖະໜາວ່າ ຕ້ອງຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມຊາວຫວຽດນາມ ຢູ່ລາວ ທີ່ມີຕໍ່ພາສາຫວຽດນາມ, ພິເສດແມ່ນການຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ປະກອບສ່ວນສ້າງປະຊາຄົມຊາວຫວຽດນາມ ຢູ່ ລາວ ໃຫ້ມີສະຖຽນລະພາບ, ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະອວ່າຍໜ້າເມືອຫາບ້ານເກີດເມືອງນອນ.

ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ມອບໃບຍ້ອງຍໍ ແລະລາງວັນໃຫ້ແກ່ຜູ້ເຂົ້າຮ່ວມການເສັງ 3 ຄົນ ທີ່ສາມາດເຂົ້າຮອບສຸດທ້າຍຂອງການເສັງ ຊອກຫາທູດພາສາຫວຽດນາມ ຢູ່ ຕ່າງປະເທດ ປີ 2024.

ພາຍຫຼັງພິທີເຊີດຊູພາສາຫວຽດນາມ ໄດ້ດຳເນີນການເສັງເລົ່າເລື່ອງດ້ວຍພາສາ ຫວຽດນາມ ແລະຫຼາຍກິດຈະກຳທີ່ອຸດົມສົມບູນ, ແນໃສ່ສົ່ງສານທີ່ມີຄວາມໝາຍ, ຄຸນຄ່າຂອງພາສາຫວຽດນາມ ໃນຊີວິດ ກໍຄື ວັດທະນະທຳ ແລະ ສີສັນຂອງຊາດ ຫວຽດນາມ.

ໂດຍ: ກວຽດເຕິມ