ໃນຕົ້ນເດືອນກໍລະກົດ, ໂດຍມີໂອກາດໄດ້ຮ່ວມເດີນທາງພ້ອມກັບກອງລາດຕະເວນສອງຝ່າຍຂອງສອງກົມກອງ, ພວກຂ້າພະເຈົ້າຈຶ່ງຫາກໍ່ເຂົ້າໃຈຄວາມສະຫງ່າງາມທີ່ເປັນໜ້າທະນົງໃຈໃນຊີວິດການເປັນຢູ່ຂອງຖັນແຖວພະນັກງານ, ນັກຮົບແຕ່ລະຄົນ. ຕາມເສັ້ນທາງທີ່ໄດ້ກຳນົດເປັນປົກກະຕິ, ພາຍຫຼັງຕ້ອນຮັບຄະນະຢູ່ດ່ານຊາຍແດນ ກ່າຣ່ອງ-ນ້ອງມາແລ້ວ, ກອງລາດຕະເວນຂອງທັງສອງຝ່າຍໄດ້ເຄື່ອນຍ້າຍໄປຮອດບ້ານອາກີ, ຕາແສງເທື້ອງແຈັກ, ເມືອງໂບ໊ແຈັກ-ເຊິ່ງເປັນບ່ອນປັກຫຼັກໝາຍຊາຍແດນທີ 547 ຢູ່ຈຸດທີ່ມີຄວາມສູງ 737,17 ແມັດ. ຢູ່ແຄມປ່າ, ກ່ອນທີ່ຈະເຄື່ອນຍ້າຍ, ຫົວໜ້າກອງລາດຕະເວນກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ໄດ້ເຜີຍແຜ່ແຜນການ, ຈັດຮູບແຖວການລາດຕະເວນ.

leftcenterrightdel
ກອງລາດຕະເວນກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ກັບກອງບັນຊາການທະຫານແຂວງຄໍາມ່ວນ (ລາວ) ປະຕິບັດພິທີເຄົາລົບຢູ່ຫຼັກໝາຍທີ 547 ຢູ່ເສັ້ນຊາຍແດນຫວຽດນາມ-ລາວ. ພາບ: ຮຽວຟຸ່ງ

ກອງລາດຕະເວນຂອງທະຫານຊາຍແດນແຂວງກວາງບິ່ງ ນໍາໂດຍທ່ານພັນເອກພິເສດ ຈິ້ງແທງບິ່ງ, ຜູ້ບັນຊາການທະຫານຊາຍແດນແຂວງກວາງບິ່ງ, ບັນດາສະມາຊິກເປັນຜູ້ຕາງໜ້າບັນດາຫ້ອງການ ແລະຄ້າຍທະຫານຊາຍແດນ ກ່າຣ່ອງ. ກອງລາດຕະເວນຂອງກອງບັນຊາການທະຫານແຂວງຄໍາມ່ວນ ນໍາໂດຍທ່ານພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງຄໍາມ່ວນ, ພ້ອມກັບບັນດາສະມາຊິກເປັນຜູ້ຕາງໜ້າບັນດາຫ້ອງການ, ຄະນະວິຊາສະເພາະ ແລະກອງຮ້ອຍທະຫານຊາຍແດນ 316. ພາຍຫຼັງສໍາເລັດ ວຽກງານກະກຽມ, ພວກຂ້າພະເຈົ້າ ພ້ອມດ້ວຍສະມາຊິກຂອງກອງລາດຕະເວນເລີ່ມຕົ້ນອອກໄປລາດຕະເວນ.

ຢູ່ກ້ອງຮົ່ມໄມ້ເຂດປ່າຕຶບດົງໜາທີ່ໃຫຍ່ໂຕມະໂຫຖານນັ້ນ, ຄົນທີ່ຍ່າງຕາມຫຼັງຕ້ອງໄດ້ຍ່າງໄປຕາມຮອຍຕີນຂອງຄົນທີ່ຍ່າງໄປກ່ອນເພື່ອບໍ່ໃຫ້ແຕກແຖວ, ໃນໄລຍະທາງລາດຕະເວນ ປະມານ 2 ກິໂລແມັດ, ກອງລາດຕະເວນຄ່ອຍໆພິຊິດເສັ້ນທາງປ່າໄປເທື່ອລະໜ້ອຍ ດ້ວຍພູມສັນຖານທີ່ເປັນພູສູງຊັນຫຼາຍ, ຫົນທາງຫີນໝາມແຫຼມ, ຕົ້ນໄມ້ລົ້ມຕັນຂວາງທາງ, ຊັ້ນຫີນທີ່ພະລາດມື່ນ. ຈຸດເວລາທີ່ພິເສດທີ່ສຸດຂອງການລາດຕະເວນຄັ້ງນີ້ແມ່ນທ້ອງຟ້າປອດໂປ່ງ, ເຕັມໄປດ້ວຍຄວາມສະຫວ່າງ ແລະຄວາມມີຊີວິດຊີວາຂອງໂລກ ແລະທ້ອງຟ້າ - ນັ້ນແມ່ນບ່ອນທີ່ມີຫຼັກໝາຍ ທີ 547 ຕັ້ງຢູ່ຢ່າງສະຫງ່າຜ່າເຜີຍ ແລະເອກອ້າງທະນົງໃຈ, ຢືນຢັນອະທິປະໄຕຂອງປະເທດຊາດຫວຽດນາມ.

leftcenterrightdel
ຫົວໜ້າກອງລາດຕະເວນທັງສອງຝ່າຍແລກປ່ຽນບົດບັນທຶກໃນການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ. ພາບ: ຮຽວຟຸ່ງ

ຢູ່ທີ່ນີ້, ບັນດາສະມາຊິກຂອງທັງສອງຝ່າຍໄດ້ດຳເນີນພິທີເຄົາລົບຫຼັກໝາຍອະທິປະໄຕອັນສັກສິດ ແລະເຕັມໄປດ້ວຍຄວາມເອກອ້າງທະນົງໃຈ. ທ່ານພັນເອກພິເສດ ຈິ້ງແທງບິ່ງ ແລະທ່ານພັນເອກ ບຸນເລີດ ບຸບຜາວັນ ໄດ້ປະຕິບັດຂະບວນການກວດກາຫຼັກໝາຍຊາຍແດນ, ໂດຍຢັ້ງຢືນວ່າ ຫຼັກໝາຍອະທິປະໄຕຍັງຮັກສາຢູ່ໃນສະພາບເດີມ, ບໍ່ມີສັນຍານລະເມີດອະທິປະໄຕຜືນແຜ່ນດິນ ແລະການກະທຳລະເມີດກົດໝາຍ. ສືບຕໍ່ເດີນທາງ, ກອງລາດຕະເວນ 2 ກໍາລັງໄດ້ໄປຮອດຫຼັກໝາຍ ທີ 543 ແລະປະຕິບັດພິທີການອັນສັກສິດດ້ວຍຄວາມຕັດສິນໃຈຮ່ວມແຮງຮ່ວມໃຈ, ຄຽງບ່າຄຽງໄຫຼ່ກັນເພື່ອຮັກສາອະທິປະໄຕຂອງປະເທດຊາດຢູ່ເຂດຊາຍແດນທາງທິດຕາເວັນຕົກ. ພ້ອມກັນນັ້ນ, ທຸກໆຮ່ອງຮອຍໃນເສັ້ນທາງລາດຕະເວນໃນຍາມກາງຄືນລ້ວນແຕ່ໄດ້ຮັບການກວດກາ, ວິເຄາະ, ຕີລາຄາຢ່າງເລິກເຊິ່ງຈາກບັນດາສະມາຊິກກອງລາດຕະເວນ; ຈາກນັ້ນ, ໄດ້ພາກັນສະຫຼຸບ ແລະວາງທິດທາງການກະທຳທີ່ເໝາະສົມ, ຕັດສິນໃຈບໍ່ໃຫ້ພວກອາດຊະຍາກຳ ແລະບັນດາເປົ້າໝາຍບໍ່ດີຂ້າມຊາຍແດນຜິດກົດໝາຍ, ປົກປັກຮັກສາຜືນແຜ່ນດິນອັນສັກສິດໃນແຕ່ລະຕາແມັດຂອງປະເທດຊາດໄວ້.

ໃນຊຸມປີຜ່ານມາ, ການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວທີ່ຂາດບໍ່ໄດ້ໃນວຽກງານພົວພັນຕ່າງປະເທດຊາຍແດນລະຫວ່າງສອງປະເທດ. ບັນດາບາດກ້າວເດີນທີ່ບໍ່ຮູ້ອິດຮູ້ເມື່ອຍລະຫວ່າງກຳລັງປົກປັກຮັກສາຊາຍແດນ ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ກັບກອງບັນຊາການທະຫານແຂວງຄໍາມ່ວນ (ລາວ) ໄດ້ປະກອບສ່ວນຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ; ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ປະກອບສ່ວນກໍ່ສ້າງເຂດຊາຍແດນໃຫ້ມີຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະນັບມື້ນັບພັດທະນາ.

ໂດຍ: ຈາງຫງວຽນ