ໂຮງຮຽນອະນຸບານຄໍເຊ, ເມືອງເຊບັ້ງໄຟ, ແຂວງຄໍາມ່ວນ ໃນເມື່ອກ່ອນເປັນເຮືອນໄມ້ແບບປະຖົມປະຖານ, ອຸປະກອນການຮຽນຂາດເຂີນ. ປີ 2009, ບໍລິສັດ ຫວຽດ-ລາວ ຈຳກັດ (ຂຶ້ນກັບບໍລິສັດໃຫຍ່ຂຸດຄົ້ນບໍ່ແຮ່ ແລະການຄ້າຮ່າຕິ້ງ) ໄດ້ໜູນຊ່ວຍ 700 ລ້ານກີບ (ເທົ່າກັບເກືອບ 1,5 ຕື້ດົ່ງໃນເວລານັ້ນ) ເພື່ອສ້າງໂຮງຮຽນຫຼັງໃໝ່ ແລະປະກອບອຸປະກອນການຮຽນການສອນຕື່ມອີກຫຼາຍຢ່າງ.

ໄລຍະນັ້ນ, ບໍລິສັດ ຫວຽດ-ລາວ ຈຳກັດ (ວິລາໂກ) ຫາກໍ່ເຄື່ອນໄຫວໄດ້ 5 ປີເທົ່ານັ້ນ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ວິສາຫະກິດໄດ້ຮ່ວມເດີນທາງພ້ອມກັບທ້ອງຖິ່ນໃນວຽກງານຮັບປະກັນຊີວິດສັງຄົມ. ປີໃດ, ວິລາໂກ ກໍ່ໜູນຊ່ວຍໂຮງຮຽນໃນການຊື້ອຸປະກອນການສອນເພີ່ມເຕີມ. ໃນປີ 2024, ວິສາຫະກິດສືບຕໍ່ສະໜັບສະໜູນໂຮງຮຽນດ້ວຍຈຳນວນເງິນ 250 ລ້ານດົ່ງເພື່ອບຸລະນະສ້ອມແປງ ແລະລົງທຶນປະກອບອຸປະກອນ.

leftcenterrightdel
ນັບແຕ່ ວິລາໂກ ໜູນຊ່ວຍກໍ່ສ້າງພື້ນຖານດ້ານວັດຖຸ, ຄູສອນ, ນັກຮຽນໄດ້ມີໂຮງຮຽນຖາວອນ, ກວ້າງຂວາງສວຍງາມ, ມີເງື່ອນໄຂດີກວ່າເພື່ອການສິດສອນຮໍ່າຮຽນ. ພາບ: baohatinh.vn

ຄູສອນ ຮັດໄຊ ສີວິໄລ ອຳນວຍການໂຮງຮຽນອະນຸບານຄໍເຊ ແບ່ງປັນວ່າ: “ໃນເມື່ອກ່ອນ, ໂຮງຮຽນພຽງແຕ່ແມ່ນຫ້ອງຮຽນທີ່ປະຖົມປະຖານ, ບໍ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສິດສອນໃຫ້ນັກຮຽນໄດ້, ຍາມລະດູຝົນ ພວກຂ້າພະເຈົ້າເປັນຫ່ວງວ່າເດັກນ້ອຍຈະປຽກຊຸ່ມ. ນັບແຕ່ວິລາໂກ ໜູນຊ່ວຍກໍ່ສ້າງໂຮງຮຽນ, ຄູສອນ, ນັກຮຽນໄດ້ມີໂຮງຮຽນຖາວອນ, ກວ້າງຂວາງສວຍງາມ, ມີເງື່ອນໄຂສິດສອນດີກວ່າ. ທຸກໆປີ, ບໍລິສັດຍັງໜູນຊ່ວຍປະກອບອຸປະກອນທີ່ຈໍາເປັນເພີ່ມເຕີມໃຫ້ໂຮງຮຽນ. ພວກຂ້າພະເຈົ້າ ຂອບອົກຂອບໃຈວິສາຫະກິດທີ່ໄດ້ສ້າງສະພາບແວດລ້ອມແຫ່ງການຮໍ່າຮຽນທີ່ດີ, ປະກອບສ່ວນພັດທະນາວຽກງານການສຶກສາຢູ່ທ້ອງຖິ່ນ”.

ກິດຈະກໍາໄຟຟ້າແມ່ນໜຶ່ງໃນບັນດາຂີດໝາຍຂອງວິລາໂກ ໃນການເຄື່ອນໄຫວຮັບປະກັນຊີວິດສັງຄົມ ແນໃສ່ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນເມືອງເຊບັ້ງໄຟ. ປີ 2023, ເພື່ອສ້າງເງື່ອນໄຂໃນການຈະລາຈອນໄປມາຢ່າງສະດວກສະບາຍໃຫ້ປະຊາຊົນບ້ານບຶງຫົວນາ ແລະບ້ານໃກ້ຄຽງ, ບໍລິສັດໄດ້ລົງທຶນກໍ່ສ້າງລະບົບໄຟຟ້າແສງຕາເວັນເຍືອງທາງໃນໄລຍະທາງ 3 ກິໂລແມັດ, ດ້ວຍທຶນທັງໝົດ 300 ລ້ານດົ່ງ.

ຫວ່າງແລ້ວນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງການສ້າງຕັ້ງບໍລິສັດ, ວິລາໂກ ກໍ່ໄດ້ອຸປະຖຳກໍ່ສ້າງປະຕູໂຂງ ແລະເສັ້ນທາງຍາວເກືອບ 2 ກິໂລແມັດ ຢູ່ບ້ານບຶງຫົວນາ ດ້ວຍມູນຄ່າທັງໝົດກວ່າ 600 ລ້ານດົ່ງ, ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນການໄປມາ ແລະການດຳລົງຊີວິດໃຫ້ສະດວກກວ່າ.

ວິລາໂກ ແມ່ນວິສາຫະກິດເຄື່ອນໄຫວຂຸດຄົ້ນ ແລະປຸງແຕ່ງແຮ່ທາດຢູ່ບ້ານບຶງຫົວນາ, ເມືອງເຊບັ້ງໄຟ - ເຂດທີ່ຫ່າງໄກສອກຫຼີກ ແລະຍັງປະສົບກັບຄວາມຫຍຸ້ງຍາກຂອງປະເທດເພື່ອນລາວ. ໃນໄລຍະຜ່ານມາ, ວິສາຫະກິດ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວສັງຄົມຢູ່ທ້ອງຖິ່ນຕັ້ງບໍລິສັດ. ແຕ່ປີ 2014 ມາຮອດປະຈຸບັນ, ວິລາໂກ ໄດ້ໜູນຊ່ວຍນັບສິບຕື້ດົ່ງເພື່ອກໍ່ສ້າງບັນດາກິດຈະກໍາສະຫວັດດີການ ແລະໜູນຊ່ວຍການເຄື່ອນໄຫວຮັບປະກັນຊີວິດສັງຄົມໃນບໍລິເວນເມືອງເຊບັ້ງໄຟ.

ໃນນັ້ນ, ມີການໜູນຊ່ວຍກໍ່ສ້າງເສັ້ນທາງໃຫ້ບັນດາໝູ່ບ້ານຄໍເຊ, ບຶງຫົວນາ, ຕຶງ ແລະບ້ານຊ້າງ ດ້ວຍຈຳນວນເງິນກວ່າ 800 ລ້ານດົ່ງ; ໜູນຊ່ວຍບ້ານບຶງຫົວນາ ກໍ່ສ້າງໂຮງຮຽນປະຖົມ ດ້ວຍມູນຄ່າ 500 ລ້ານດົ່ງ; ໜູນຊ່ວຍຄອມພິວເຕີ, ເຄື່ອງມື, ອຸປະກອນການຮຽນໃຫ້ໂຮງຮຽນມັດທະຍົມຕອນປາຍຂອງເມືອງເຊບັ້ງໄຟ ດ້ວຍມູນຄ່າກວ່າ 300 ລ້ານດົ່ງ... ທາງບໍລິສັດກໍ່ໄດ້ໜູນຊ່ວຍຈຳນວນເງິນນັບຕື້ດົ່ງໃຫ້ການເຄື່ອນໄຫວຕ່າງໆ, ຄື: ກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດບ້ານ; ໜູນຊ່ວຍກອງທຶນສົ່ງເສີມການສຶກສາຂອງແຂວງຄໍາມ່ວນ; ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມຂອງເມືອງເຊບັ້ງໄຟ; ໜູນຊ່ວຍການປ້ອງກັນ, ຕ້ານພະຍາດໂຄວິດ-19…

ທ່ານ ຫງວຽນແມ້ງຮຸ່ງ, ຜູ້ອຳນວຍການວິລາໂກ ໃຫ້ຮູ້ວ່າ: “ແຕ່ລະປີ, ວິລາໂກ ໄດ້ຫັກກໍາໄລພາຍຫຼັງເສຍພາສີອາກອນ 5% ເພື່ອປະຕິບັດວຽກງານຮັບປະກັນຊີວິດສັງຄົມ. ວິລາໂກ ຍາມໃດກໍ່ຖືການເຄື່ອນໄຫວຮັບປະກັນຊີວິດສັງຄົມບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງບໍລິສັດເທົ່ານັ້ນ, ຫາກຍັງແມ່ນນ້ຳໃຈຂອງພວກຂ້າພະເຈົ້າ ໃນພາລະກິດພັດທະນາແບບຍືນຍົງຂອງຊຸມຊົນ, ບ່ອນຕັ້ງບໍລິສັດ. ປະຈຸບັນ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພວກຂ້າພະເຈົ້າ ຫວັງວ່າຈະສາມາດປະກອບສ່ວນຫຼາຍກວ່າ, ໜູນຊ່ວຍພໍ່ແມ່ປະຊາຊົນໃຫ້ມີຊີວິດການເປັນຢູ່ດີກວ່າ ເກົ່າ”.

ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ ແບ່ງປັນວ່າ: “ການເຄື່ອນໄຫວແທດຈິງ ແລະມີຄວາມໝາຍຂອງວິລາໂກ ໄດ້ສະແດງໃຫ້ເຫັນຄວາມຮັກແພງ, ຄວາມຮັບຜິດຊອບຂອງວິສາຫະກິດ, ປະກອບສ່ວນຍົກສູງຊີວິດທາງດ້ານວັດຖຸ ແລະຈິດໃຈໃຫ້ປະຊາຊົນ ແລະປະກອບສ່ວນເຂົ້າໃນການພັດທະນາຂອງເມືອງເຊບັ້ງໄຟ ເວົ້າສະເພາະ, ແຂວງຄໍາມ່ວນ ເວົ້າລວມ. ບໍລິສັດ ກໍ່ຊ່ວຍສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານລາວ ຈຳນວນຫຼາຍມີລາຍຮັບເປັນປົກກະຕິ. ພວກຂ້າພະເຈົ້າ ຮັບຮູ້ ແລະຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງວິລາໂກ ແລະຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກກວ່າອີກເພື່ອໃຫ້ບໍລິສັດເຄື່ອນໄຫວຢ່າງມີປະສິດທິຜົນ, ຍົກສູງຖານະບົດບາດ, ເຄື່ອງໝາຍການຄ້າຂອງວິລາໂກ”.

ໂດຍ: ເຈິ່ນຮວ່ຽນ