ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ສະແດງຄວາມຮູ້ສຶກ ແລະແບ່ງປັນກ່ຽວກັບທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ນັກຂ່າວ: ທ່ານນາງ ຕີລາຄາຄືແນວໃດກ່ຽວກັບບົດບາດ ແລະການປະກອບສ່ວນຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ຕໍ່ກັບພາລະກິດສ້າງສາ ແລະພັດທະນາປະເທດຊາດ?

ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນພະນັກງານທີ່ເປັນແບບຢ່າງຂອງພັກ ແລະລັດຫວຽດນາມ, ແມ່ນຜູ້ນຳທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັກແພງຈາກປະຊາຊົນ. ສະຫາຍເປັນເພື່ອນມິດທີ່ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະປະຊາຊົນລາວ.

ໃນສະພາບການໂລກມີຫຼາຍບັນຫາສັບສົນ, ພ້ອມກັບບັນດາການນຳຄົນອື່ນໆ, ທ່ານເລຂາທິການໃຫຍ່ ໄດ້ມີການຊີ້ນຳຢ່າງເລິກເຊິ່ງ, ນຳພາພັກກອມມູນິດຫວຽດນາມ ວາງອອກບັນດານະໂຍບາຍທີ່ສະຫຼາດສ່ອງໃສ, ຊ່ວຍໃຫ້ຫວຽດນາມ ສາມາດຜ່ານຜ່າທຸກສິ່ງກີດຂວາງໄດ້.

ພິເສດແມ່ນໃນກິດຈະການປ່ຽນແປງໃໝ່ປະເທດຊາດ, ສະຫາຍໄດ້ສ້າງຫຼາຍຂີດໝາຍຢ່າງເລິກເຊິ່ງໃນວຽກງານແນວຄິດຂອງພັກ, ປະກອບສ່ວນເຂົ້າໃນການກຳນົດແຜນນະໂຍບາຍ, ແນວທາງໃນລະດັບຍຸດທະສາດ; ກໍ່ສ້າງ ແລະປັບປຸງທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່ຂອງພັກ; ນຳຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດສາດ.

leftcenterrightdel
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແບ່ງປັນກ່ຽວກັບທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ທ່ານນາງ ຕີລາຄາຄືແນວໃດກ່ຽວກັບການປະກອບສ່ວນດ້ານທິດສະດີ ແລະພຶດຕິກໍາຕົວຈິງຂອງທ່ານເລຂາທິການໃຫຍ່ ຕໍ່ກັບນະໂຍບາຍ “ການທູດໄມ້ໄຜ່” ຂອງຫວຽດນາມ?

ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ: ແນວທາງ “ການທູດໄມ້ໄຜ່” ທີ່ທ່ານເລຂາທິການໃຫຍ່  ໄດ້ສ້າງຂຶ້ນນັ້ນແມ່ນແງ່ມູມໜຶ່ງສຳຄັນທີ່ສຸດຊ່ວຍໃຫ້ຫວຽດນາມ ພັດທະນາ ແລະກ້າວຂຶ້ນຢ່າງໝັ້ນແກ່ນ.

ຜົນງານຂອງວຽກງານການຕ່າງປະເທດ/ການທູດຂອງຫວຽດນາມ ໃນຊຸມປີມໍ່ໆມານີ້ ແມ່ນຜົນສຳເລັດຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ, ໃນນັ້ນ, ປັດໄຈສຳຄັນທີ່ສຸດ, ມີຄວາມໝາຍຕັດສິນນັ້ນແມ່ນການນຳພາໂດຍກົງ, ຮອບດ້ານຂອງພັກ ໂດຍແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໜ້າ.

ໃນສະພາບການສາກົນທີ່ສັບສົນໃນໄລຍະມໍ່ໆມານີ້ ແລະຄືໃນປະຈຸບັນ, ຫວຽດນາມ ໄດ້ເປັນເຈົ້າການປະຕິບັດນະໂຍບາຍການຕ່າງປະເທດ ປະສົບຜົນສຳເລັດທີ່ສຸດ, ໃນນັ້ນແມ່ນສືບຕໍ່ພັດທະນາການພົວພັນອັນດີງາມກັບທຸກປະເທດໃນທົ່ວໂລກ ແລະໄດ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ, ພິເສດແມ່ນໄດ້ເຊື້ອເຊີນການນຳຂອງບັນດາປະເທດໃຫຍ່ມາຢ້ຽມຢາມເມື່ອບໍ່ດົນມານີ້, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນສີສັນຂອງ “ການທູດໄມ້ໄຜ່ຫວຽດນາມ”.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ໄດ້ມີການຊີ້ນຳຢ່າງເລິກເຊິ່ງ, ພ້ອມກັບບັນດາສະຫາຍການນຳຂອງພັກກອມມູນິດຫວຽດນາມ ມີນະໂຍບາຍດ້ານການທູດທີ່ມີຄວາມຄ່ອງແຄ້ວທີ່ສຸດ, ເປັນຕົ້ນແມ່ນບັນຫາທີ່ກ່ຽວຂ້ອງເຖິງຫວຽດນາມ, ຊ່ວຍໃຫ້ຫວຽດນາມ ຜ່ານຜ່າສິ່ງທ້າທາຍ, ເປີດກວ້າງການພົວພັນດ້ານການຕ່າງປະເທດ, ສ້າງຕັ້ງການພົວພັນຍຸດທະສາດກັບຫຼາຍປະເທດ, ຜ່ານນັ້ນພັດທະນາເທື່ອລະກ້າວຢ່າງໜັກແໜ້ນໃນໄລຍະໃໝ່. ພົ້ນເດັ່ນແມ່ນເລື່ອງຍາດແຍ່ງເອົາການຮ່ວມມື ແລະການລົງທຶນຈາກຕ່າງປະເທດນັບມື້ນັບເພີ່ມຂຶ້ນສູງ ແລະຊ່ວຍໃຫ້ລະດັບການເຕີບໂຕຂອງຫວຽດນາມເປັນປົກກະຕິ.

ພາຍໃຕ້ການຊີ້ນຳນຳພາຂອງພັກ, ຫວຽດນາມ ມີແນວທາງ ແລະ ນະໂຍບາຍການຕ່າງປະເທດທີ່ຖືກຕ້ອງ ແລະຍາມໃດກໍ່ໄດ້ຮັບການເຄົາລົບນັບຖື ຕໍ່ຜົນງານທີ່ບັນລຸໄດ້ຈາກທົ່ວໂລກ. ການນຳພາຂອງພັກ ດ້ວຍແນວທາງ, ນະໂຍບາຍການຕ່າງປະເທດ “ການທູດໄມ້ໄຜ່” ທີ່ນີ້ມນວນ, ເປັນຈັ່ງຫວະ, ຢາກເປັນເພື່ອນມິດກັບທຸກໆປະເທດໃນໂລກ ຕ້ອງພິຊິດໂລກໃຫ້ໄດ້ ແລະພິສູດໃຫ້ເຫັນວ່າ ນະໂຍບາຍການຕ່າງປະເທດຂອງຫວຽດນາມ ປະສົບຜົນສຳເລັດທີ່ສຸດ.

ນັກຂ່າວ: ທ່ານນາງ ຕີລາຄາຄືແນວໃດກ່ຽວກັບບົດບາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ?

ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ: ສະຫາຍ ຫງວຽນຝູຈ້ອງ ໄດ້ສືບທອດມູນເຊື້ອຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ຜູ້ທີ່ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ສາຍພົວພັນລະຫວ່າງ ລາວ-ຫວຽດນາມ, ພ້ອມກັບທ່ານປະທານ ໄກສອນ ພົມວິຫານ ແລະທ່ານປະທານ ສຸພານຸວົງ ສືບຕໍ່ພັດທະນາສາຍພົວພັນແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ .

ສະຫາຍ ຫງວຽນຝູຈ້ອງ ໄດ້ມີການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ  ໃນໄລຍະຜ່ານມາ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ຢືນຢັນຢ່າງສະເໝີຕົ້ນສະເໝີປາຍວ່າ ສາຍພົວພັນ ຫວຽດນາມ-ລາວ ຍາມໃດກໍ່ສວມບົດບາດສຳຄັນພິເສດ, ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ໃນໄລຍະດຳລົງຕຳແໜ່ງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ 3 ຄັ້ງ ຄືໃນປີ 2011, 2016, 2019. ການຢ້ຽມຢາມ ສປປ ລາວ ໃນເດືອນພະຈິກ 2016 ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ພາຍຫຼັງທີ່ສະຫາຍ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄືນໃໝ່  ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ໃນເດືອນມັງກອນ 2016. ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ເລືອກເອົາ ສປປ ລາວ ເປັນປະເທດຢ້ຽມຢາມ ແລະປະຕິບັດງານຢູ່ຕ່າງປະເທດທໍາອິດ ໄດ້ສະແດງໃຫ້ເຫັນວ່າ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຕີລາຄາສູງຕໍ່ສາຍພົວພັນລະຫວ່າງ ຫວຽດນາມ-ລາວ, ພ້ອມທັງເປັນການຢັ້ງຢືນການມີຊີວິດຊີວາຂອງການພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ, ເຊິ່ງແມ່ນສາຍພົວພັນທີ່ຍືນຍົງຄົງຕົວຕໍ່ກັບການເວລາ, ໄດ້ຮັບການສ້າງຂຶ້ນດ້ວຍເລືອດເນື້ອຂອງປະຊາຊົນ ແລະນັກຮົບປະຕິວັດຂອງສອງປະເທດຈົນນັບບໍ່ຖ້ວນ.

ພິເສດ, ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໃນເດືອນພະຈິກ 2016, ທ່ານ ຫງວຽນຝູຈ້ອງ ໄດ້ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ ມອບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ໃຫ້ພັກ, ລັດ ແລະປະຊາຊົນລາວ. ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ສະແດງໃຫ້ເຫັນນ້ຳໃຈສາມັກຄີມິດຕະພາບແບບພິເສດ, ນ້ຳໃຈເພື່ອນມິດທີ່ເປັນແບບຢ່າງບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ, ສອງຊາດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

ໃນຖານະທີ່ເປັນຜູ້ນໍາໜ້າຂອງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫຍ່ ຍາມໃດກໍຢືນຢັນແນວທາງ, ແຜນນະໂຍບາຍ ທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການພົວພັນກັບລາວ; ໂດຍສຸມໃສ່ປັບປຸງ, ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ, ຄວາມສະໜິດຕິດພັນທີ່ໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃນໄລຍະພັດທະນາໃໝ່ຂອງແຕ່ລະພັກ,  ແຕ່ລະປະເທດ; ຢັ້ງຢືນການສະໜັບສະໜູນຢ່າງແຂງແຮງ ແລະຮອບດ້ານຂອງຫວຽດນາມ ຕໍ່ກັບກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດລາວ.

ນັກຂ່າວ: ຂໍຮຽນທ່ານນາງ ແບ່ງປັນຄວາມປະທັບໃຈຂອງຕົນ ກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ?

ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ: ອານຸສອນເລິກເຊິ່ງທີ່ສຸດຂອງຂ້າພະເຈົ້າ ແມ່ນການໄດ້ພົບປະກັບເພິ່ນ ເນື່ອງໃນໂອກາດການພົບປະລະຫວ່າງສອງກົມການເມືອງຂອງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຫວຽດນາມ ໃນວັນທີ 26 ກຸມພາ 2024. ຂ້າພະເຈົ້າ ໄດ້ເຂົ້າຮ່ວມ ແລະໄດ້ຖ່າຍຮູບລວມກັບຄະນະຜູ້ແທນຂັ້ນສູງສອງປະເທດ, ໃນນັ້ນມີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ຢືນຢູ່ເຄິ່ງກາງ. ຮູບພາບນັ້ນຈະເປັນອານຸສອນທີ່ເປັນໜ້າຈົດຈຳ ແລະສຳຄັນທີ່ສຸດສຳລັບຂ້າພະເຈົ້າ.

ນັກຂ່າວ: ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ!

ໂດຍ: ທູຈາງ