ນະໂຍບາຍມະນຸດສາດ

ໄຊຍະຈັກ ເມັດມະນີ (ມາຈາກແຂວງສະຫວັນນະເຂດ, ປະເທດລາວ) ເປັນນັກສຶກສາຕ່າງປະເທດທີ່ພວມຮຽນພາສາຫວຽດ ເພື່ອກຽມສະໝັກເຂົ້າຮຽນວິຊາສະເພາະ ຢູ່ວິທະຍາໄລ ທ້າຍງວຽນ. ໄຊຍະຈັກ ເມັດມະນີ ໃຫ້ຮູ້ວ່າ, ຢູ່ຫວຽດນາມ, ລາວ ໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອຈາກຄູອາຈານ ແລະພວກເພື່ອນນັກຮຽນ, ນັກສຶກສາຫວຽດ ເພື່ອປະຕິບັດໜ້າທີ່ການສຶກສາຮ່ຳຮຽນຂອງຕົນສຳເລັດເປັນຢ່າງດີ.

ໄຊຍະຈັກ ເມັດມະນີ ເປັນໜຶ່ງໃນຈຳນວນນັກສຶກສາລາວ 241 ຄົນ ທີ່ຮຽນຢູ່ວິທະຍາໄລທ້າຍງວຽນ. ໂດຍມີຄວາມເຂົ້າໃຈສະພາບການຂອງນັກສຶກສາຕ່າງປະເທດ ແລະນັກສຶກສາລາວ ທີ່ຮຽນຢູ່ຖິ່ນແດນໄກ, ໂຮງຮຽນ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ເຂົາເຈົ້າ ໃນການດຳລົງຊີວິດ ແລະການຮ່ຳຮຽນ, ຈັດຕັ້ງການສຶກສາວິຊາສະເພາະຕາມຄວາມມຸ່ງຫວັງໃນການລົງທະບຽນຮຽນ, ຈັດບ່ອນດໍາລົງຊີວິດໃຫ້ຢູ່ເຂດຫໍພັກຕ່າງຫາກ, ມີເຮືອນຄົວລວມ, ລະດົມໃຈ ແລະຍ້ອງຍໍຢ່າງທັນການ.

leftcenterrightdel
ວິທະຍາໄລທ້າຍງວຽນ ຈັດບຸນປີໃໝ່ລາວ ພສ 2567 - ລາວ ແລະບຸນ Chol Chnam Thmay 2568 - ກຳປູເຈຍ ໃຫ້ແກ່ນັກສຶກສາລາວ ແລະກຳປູເຈຍ ທີ່ຮຽນຢູ່ໂຮງຮຽນໃນເດືອນເມສາ 2024. ພາບ: tnc.edu.vn

ໃນຊຸມປີຜ່ານມາ, ແຂວງທ້າຍງວຽນ ໄດ້ບຳລຸງສ້າງນັກຮຽນ, ນັກສຶກສາປະມານ 1.100 ຄົນທີ່ມາຈາກ 2 ປະເທດບ້ານໃກ້ເຮືອນຄຽງລາວ ແລະກຳປູເຈຍ. ທີ່ກອງປະຊຸມຄັ້ງທີ 19, ສະພາປະຊາຊົນແຂວງທ້າຍງວຽນ ຊຸດທີ XIV, ອາຍຸການ 2021-2026 ໄດ້ອອກມະຕິກຳນົດການຊ່ວຍເຫຼືອດ້ານການເງິນໃຫ້ແກ່ນັກສຶກສາທີ່ມາຈາກ ສປປ ລາວ ແລະລາຊະອານາຈັກ ກຳປູເຈຍ. ມະຕິໄດ້ກຳນົດລະອຽດກ່ຽວກັບລະບອບການຊ່ວຍເຫຼືອດ້ານການເງິນໃຫ້ແກ່ນັກສຶກສາລາວ ແລະກຳປູເຈຍ ທີ່ເຂົ້າຮ່ວມຫຼັກສູດບຳລຸງສ້າງໄລຍະຍາວເພື່ອເສັງເຂົ້າ ຫຼືເຂົ້າຮຽນໃນລະບົບຊັ້ນສູງຢູ່ບັນດາວິທະຍາໄລແຫ່ງຕ່າງໆ ທີ່ຂຶ້ນກັບຄະນະກຳມະການປະຊາຊົນແຂວງທ້າຍງວຽນ, ມີຂະແໜງອາຊີບ, ລາຍການບຳລຸງສ້າງທີ່ເໝາະສົມກັບຄວາມຕ້ອງການດ້ານການບຳລຸງສ້າງ ແລະການຮໍ່າຮຽນຂອງນັກສຶກສາຕ່າງປະເທດຂອງສອງປະເທດ.

ນະໂຍບາຍດັ່ງກ່າວໄດ້ຮັບການປະຕິບັດມາໄດ້ຫຼາຍປີແລ້ວ, ມີນັກສຶກສາຕ່າງປະເທດຫຼາຍກວ່າ 100 ຄົນໄດ້ຮັບການຊ່ວຍເຫຼືອໃນແຕ່ລະປີ. ສະເພາະໃນປີ 2024 ມີນັກສຶກສາຕ່າງປະເທດ 144 ຄົນໄດ້ຮັບການຊ່ວຍເຫຼືອ (ໃນນັ້ນນັກສຶກສາ ລາວ 70 ຄົນ ແລະ ນັກສຶກກໍາປູເຈຍ 74 ຄົນ).

ລະດັບການຊ່ວຍເຫຼືອຄ່າໃຊ້ຈ່າຍໃນການບຳລຸງສ້າງໃຫ້ຮາກຖານບຳລຸງກໍ່ສ້າງແມ່ນ 3,1 ລ້ານດົ່ງ/ຄົນ/ເດືອນ, ໂດຍຮາກຖານການບຳລຸງສ້າງເປັນຜູ້ຂຶ້ນແຜນຕາມລະບຽບການທີ່ກໍານົດໄວ້; ໄລຍະເວລາການຊ່ວຍເຫຼືອແມ່ນອີງໃສ່ເດືອນທີ່ຮຽນຕົວຈິງ, ບໍ່ເກີນຕາມຫຼັກສູດບຳລຸງສ້າງຂອງຮາກຖານການສຶກສາອະນຸມັດ.

ຄຽງຂ້າງນັ້ນ, ນັກສຶກສາຕ່າງປະເທດແຕ່ລະຄົນ ກໍ່ໄດ້ຮັບການຊ່ວຍດ້ານຄ່າໃຊ້ຈ່າຍໃນການດຳລົງຊີວິດ, ລະດັບຊ່ວຍເຫຼືອ 3,7 ລ້ານດົ່ງ/ຄົນ/ເດືອນ; ກຳນົດເວລາແມ່ນຄິດໄລ່ໂດຍອີງໃສ່ເດືອນຮຽນຕົວຈິງ ແລະບໍ່ເກີນຕາມຫຼັກສູດບຳລຸງສ້າງທີ່ທາງຮາກຖານໄດ້ອະນຸມັດ; ໄດ້ຮັບການຊ່ວຍເຫຼືອດ້ານເຄື່ອງໃຊ້ສ່ວນຕົວໃນເບື້ອງຕົ້ນ, ບ້ວງນີ້ໂດຍມອບຜ່ານຮາກຖານບຳລຸງສ້າງເພື່ອໜູນຊ່ວຍນັກສຶກສາຕ່າງປະເທດ, ສະໜອງໃຫ້ເທື່ອດຽວສໍາລັບຫຼັກສູດການຮຽນຊຸດໜຶ່ງ (ລວມມີ ເຄື່ອງນຸ່ງ, ກະເປົ່າ, ຜ້າຫົ່ມ, ຊາມ ແລະເຄື່ອງໃຊ້ອື່ນໆທີ່ຈໍາເປັນ); ລະດັບການຊ່ວຍເຫຼືອແມ່ນ 5,38 ລ້ານດົ່ງ/ຄົນ/ຊຸດຮຽນ ແລະຊ່ວຍຄ່າເດີນທາງ 4 ລ້ານດົ່ງ/ຄົນ/ຊຸດຮຽນ… ລວມຄ່າໃຊ້ຈ່າຍເຂົ້າໃນການຊ່ວຍເຫຼືອໃນປີ 2024 ທັງໝົດແມ່ນປະມານ 22 ຕື້ດົ່ງ, ເພີ່ມຂຶ້ນ 2 ຕື້ດົ່ງເມື່ອທຽບໃສ່ກັບປີຜ່ານມາ.

ແລກປ່ຽນກັບນັກຂ່່າວ, ທ່ານ ຫງວຽນນັງດັກ ຮອງປະທານຜູ້ປະຈໍາການສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງທ້າຍງວຽນ ໃຫ້ຮູ້ວ່າ ມະຕິດັ່ງກ່າວໄດ້ປະກອບສ່ວນຊຸກຍູ້ ແລະສ້າງເງື່ອນໄຂໃຫ້ບັນດານັກສຶກສາລາວ ແລະກຳປູເຈຍ ມີຄວາມຫ້າວຫັນໃນການສຶກສາຮໍ່າຮຽນ ນີ້ແມ່ນເນື້ອໃນສຳຄັນເພື່ອສ້າງພື້ນຖານການປະຕິບັດລະບອບການຊ່ວຍເຫຼືອການບຳລຸງສ້າງຈາກງົບປະມານຂອງແຂວງໃຫ້ແກ່ນັກສຶກສາລາວ ແລະກຳປູເຈຍ. ພ້ອມກັນນັ້ນກໍ່ປະກອບສ່ວນເພີ່ມທະວີການຮ່ວມມືດ້ານການບຳລຸງສ້າງ ແລະເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ປັບປຸງການພົວພັນມິດຕະພາບອັນເປັນມູນເຊື້ອຍາວນານລະຫວ່າງຫວຽດນາມ-ລາວ, ກຳປູເຈຍ ກໍ່ຄືການພົວພັນລະຫວ່າງແຂວງທ້າຍງວຽນ ແລະບັນດາປະເທດເພື່ອນ.

ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາລາວ ໃນການຮ່ຳຮຽນ

ໄປພ້ອມກັບມະຫາວິທະຍາໄລ, ວິທະຍາໄລຢູ່ທ້າຍງວຽນ, ບັນດາຮາກຖານການສຶກສາອື່ນທີ່ມີການບຳລຸງສ້າງນັກສຶກສາລາວຢູ່ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະສ້າງເງື່ອນໄຂດີທີ່ສຸດໃຫ້ບັນດານັກສຶກສາລາວ ໃນໄລຍະສຶກສາຮ່ຳຮຽນຢູ່ຫວຽດນາມ ຊ່ວຍໃຫ້ລາວ ກໍ່ສ້າງແຫລ່ງຊັບພະຍາກອນມະນຸດ ຮັບໃຊ້ໃຫ້ແກ່ການພັດທະນາສັງຄົມ.

leftcenterrightdel
ນັກສຶກສາລາວ ຄົ້ນຫາຢູ່ສວນໝາກລີນຈີ່ເມືອງລູກງ້ານ, ແຂວງບັກຢາງ. ພາບ: ແທງລວນ

ອີງຕາມຂໍ້ມູນຈາກກະຊວງສຶກສາທິການ ແລະກິລາຂອງລາວ, ຫວຽດນາມ ກໍາລັງກໍ່ສ້າງຊັບພະຍາກອນມະນຸດໃຫ້ລາວ ຫຼາຍທີ່ສຸດເມື່ອທຽບໃສ່ກັບປະເທດອື່ນໆໃນໂລກດ້ວຍນັກສຶກສາລາວຫຼາຍກວ່າ 10.000 ຄົນທີ່ຮຽນຢູ່ບັນດາມະຫາວິທະຍາໄລ ແລະວິທະຍາໄລຢູ່ 54 ແຂວງ ແລະນະຄອນ.

ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບການບຳລຸງສ້າງ ແລະການຄຸ້ມຄອງນັກສຶກສາລາວ ທີ່ຮຽນຢູ່ຫວຽດນາມ ໄລຍະ 2023-2024 ແລະຜັນຂະຫຍາຍທິດທາງ ແລະໜ້າທີ່ການບຳລຸງສ້າງ ສົກຮຽນ 2024-2025 ໃນວັນທີ 12 ກໍລະກົດ, ທ່ານ ຄຳຕັນ ສົມວົງ ທີ່ປຶກສາຝ່າຍສຶກສາ-ວັດທະນະທຳ ສະຖານທູດລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ອຳນາດການປົກຄອງ, ບັນດາກະຊວງ, ຄະນະ, ຂະແໜງການ, ໂຮງຮຽນຂອງຫວຽດນາມ ຍາມໃດກໍ່ໄດ້ເອົາໃຈໃສ່ຊ່ວຍເຫຼືອທາງ ດ້ານວັດຖຸ ແລະຈິດໃຈ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາລາວ ໄດ້ສຶກສາຄົ້ນຄວ້າ. ນັກສຶກສາລາວ ມີຄວາມຕັ້ງໃຈຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ດຸໝັ່ນ, ຕັດສິນໃຈຮ່ຳຮຽນ ແລະຜ່ານຜ່າອຸປະສັກຕ່າງໆ.

ທ່ານ ສະເໜີໃຫ້ຮາກຖານການສຶກສາຫວຽດນາມ ເພີ່ມທະວີການກວດກາໃນການເສັງເຂົ້າ, ຕີລາຄາຄືນຄວາມຮູ້ ແລະພິຈາລະນາບັນດານັກສຶກສາລາວ ກໍ່ຄືກັບນັກສຶກສາຫວຽດນາມ. ນອກຈາກນັ້ນ, ກໍ່ຄັດເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຈັນຍາບັນ ແລະຄຸນສົມບັດແທ້ໆ. ກະຊວງສຶກສາຂອງສອງປະເທດໄດ້ຮ່ວມກັນຍົກສູງການສອນພາສາຫວຽດຂັ້ນພື້ນຖານ ໃຫ້ແກ່ນັກສຶກສາຕ່າງປະເທດກ່ອນທີ່ຈະໄປຮຽນຢູ່ຫວຽດນາມ.

ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງຫວຽດນາມ ໄດ້ຮັບຮູ້ວ່າ ການບຳລຸງສ້າງຂອງນັກສຶກສາລາວ ສືບຕໍ່ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ, ຄຸນນະພາບນັບມື້ນັບດີຂຶ້ນ. ນັກສຶກສາຕ່າງປະເທດໄດ້ມີຄວາມມານະພະຍາຍາມອົດທົນ ແລະຝຶກຝົນຫຼໍ່ຫຼອມ, ມີຫຼາຍນ້ອງໄດ້ຮັບລາງວັນ ແລະຈຳນວນນັກສຶກສາທີ່ຮຽນຈົບກໍ່ສູງ. ທ່ານຮຽກຮ້ອງໃຫ້ບັນດາໂຮງຮຽນສະໜອງທຶນການສຶກສາໃຫ້ແກ່ນັກສຶກສາລາວຫຼາຍຂຶ້ນ ແລະເຊື່ອໝັ້ນວ່າ ການກໍ່ສ້າງຊັບພະຍາກອນມະນຸດຂອງປະເທດລາວ ໃນໄລຍະຈະມາເຖິງຈະມີການປ່ຽນແປງຫຼາຍຢ່າງ ແລະບັນລຸໄດ້ໝາກຜົນດີງາມເພີ່ມຂຶ້ນ, ຕອບສະໜອງຄວາມຄາດຫວັງຂອງສອງປະເທດ.

ໂດຍ: ທະນາພອນ