ບໍລິສັດ Vilaco ຕັ້ງຢູ່ບ້ານ ບຶງຫົວນາ, ເມືອງເຊບັ້ງໄຟ, ແຂວງຄໍາມ່ວນ (ລາວ) ແມ່ນວິສາຫະກິດສັງກັດບໍລິສັດບໍ່ແຮ່ ແລະການຄ້າຮ່າຕິງ (Mitraco). ການເຄື່ອນໄຫວຕົ້ນຕໍຂອງບໍລິສັດແມ່ນຂຸດຄົ້ນ ແລະປຸງແຕ່ງລົງເລິກກ່ຽວກັບຜະລິດຕະພັນຫີນກາວ. ເດືອນກໍລະກົດ 2024, ບໍລິສັດມີອາຍຸຄົບຮອບ 20 ປີ, ເປັນຂີດໝາຍ 2 ທົດສະວັດ Mitraco ຮ່າຕິງ ພັດທະນາການຜະລິດ, ດໍາເນີນທຸລະກິດຢູ່ປະເທດລາວ.

leftcenterrightdel
ບໍລິສັດ Vilaco ສ້າງຕັ້ງແຕ່ປີ 2004, ຢູ່ບ້ານບຶງຫົວນາ, ເມືອງເຊບັ້ງໄຟ, ແຂວງຄໍາມ່ວນ (ລາວ). ພາບ: baohatinh.vn

ທ່ານ ເລວຽດທາວ ຜູ້ອໍານວຍການໃຫຍ່ Mitraco ຮ່າຕິງ-ແມ່ນໜຶ່ງໃນບັນດາຄົນທໍາອິດໄດ້ໄປຍັງລາວ ຕາມແຜນນະໂຍບາຍສ້າງຕັ້ງ Vilaco ແບ່ງປັນວ່າ: “ໃນຊຸມວັນຕົ້ນເດືອນ ກໍລະກົດ 2004, ໄດ້ມາຮອດປະເທດເພື່ອນລາວ, ກຸ່ມໂຄງການມີພຽງ 7 ຄົນ, ຫຼັງຈາກນັ້ນປະມານ 3 ເດືອນ, ບໍລິສັດໃຫຍ່ໄດ້ຈັດສົ່ງພະນັກງານກວ່າ 30 ຄົນແຕ່ຫວຽດນາມ ໄປເຮັດວຽກຢູ່ບໍລິສັດ. ໃນຈຸດເວລານັ້ນ, ພວກຂ້າພະເຈົ້າ ຕ້ອງປະເຊີນໜ້າກັບຄວາມທຸກຍາກ; ບໍ່ມີໄຟຟ້າ, ບໍ່ມີນໍ້າປະປາ, ບໍ່ມີສັນຍານໂທລະສັບ, ບໍ່ຮູ້ພາລາລາວ, ບໍ່ມີພາຫະນະໄປມາ, ເງື່ອນໄຂກິນຢູ່ພັກເຊົາຊົ່ວຄາວ. ພະນັກງານ, ພາລະກອນສ່ວນຫຼາຍມີແຕ່ຜູ້ໜຸ່ມ, ບໍ່ມີປະສົບການ, ຫາກໍ່ອອກຈາກຄອບຄົວມາເພື່ອເລີ່ມທຸລະກິດ. ໃນປີທໍາອິດ, ບໍລິສັດ ຫາກໍ່ສ້າງຕັ້ງໂຄງລ່າງ, ທັງຜັນຂະຫຍາຍຂຸດຄົ້ນແຮ່ທາດທີ່ມີກໍາລັງຕິດຕັ້ງ 300.000 ໂຕນ/ປີ ດ້ວຍເງິນລົງທຶນ 1,2 ລ້ານໂດລາສະຫະລັດ. ແມ່ນວິສາຫະກິດໃໝ່, ໄລຍະທໍາອິດຂອງ Vilaco ປະສົບກັບຄວາມຫຍຸ້ງຍາກຫຼາຍໃນຂະນະທີ່ການຂົນສົ່ງ, ຕະຫຼາດບໍລິໂພກຍັງຈໍາກັດ, ຈໍານວນແຮງງານມີໜ້ອຍ...”.

ຈາກບາດກ້າວເດີນທໍາອິດ, Vilaco ໄດ້ມານະພະຍາຍາມລົງທຶນດັດປັບເຕັກໂນໂລຢີການຜະລິດ, ບໍາລຸງສ້າງຍົກສູງສີມືແຮງງານໃຫ້ຜູ້ອອກແຮງງານ ເພື່ອຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ ແລະພັດທະນາຕະຫຼາດ. ປີ 2008, Vilaco ເປີດສະຫຼອງໂຮງງານຜະລິດແປ້ງຫີນກາວດ້ວຍກໍາລັງຕິດຕັ້ງ 30.000 ໂຕນ/ປີ, ລົງທຶນ 2 ລ້ານໂດລາສະຫະລັດ. ທ້າຍປີ 2012, ບໍລິສັດ ສືບຕໍ່ນໍາການເຄື່ອນໄຫວໂຮງງານຜະລິດແຜ່ນຫີນກາວມີກໍາລັງຕິດຕັ້ງ 500.000 ຕາລາງແມັດ/ປີ ແລະປີ 2018 ເປີດສະຫຼອງໂຮງງານປຸງແຕ່ງຫີນກາວແປ້ງ Anpha.

leftcenterrightdel
ບ່ອນຢູ່ ແລະບ່ອນເຮັດວຽກຂອງພະນັກງານ, ກໍາມະກອນຜູ້ອອກແຮງງານຂອງ Vilaco ໃນຕອນຫາກໍ່ສ້າງຕັ້ງໃໝ່. ພາບ: baohatinh.vn

ນັບແຕ່ປີ 2019 ມາຮອດປະຈຸບັນ, ການເຄື່ອນໄຫວຂອງບໍລິສັດພັດທະນາຢ່າງແຂງແຮງ, ຜະລິດຕະພັນ ຢັ້ງຢືນໄດ້ທີ່ຕັ້ງຢູ່ຕະຫຼາດທັງພາຍໃນ ແລະຕ່າງປະເທດ, ລາຍຮັບເພີ່ມຂຶ້ນໃນແຕ່ລະປີ.

ທ່ານ ຫງວຽນແມ້ງຮຸ່ງ ຜູ້ອໍານວຍການ Vilaco ໃຫ້ຮູ້ວ່າ: ຈາກລາຍຮັບໃນຕົ້ນປີຫາກໍ່ສ້າງຕັ້ງໃໝ່ (2024) ມີແຕ່ 40 ລ້ານດົ່ງ, ມາຮອດປີ 2010 ໄດ້ເພີ່ມຂຶ້ນ 120 ຕື້ດົ່ງ, ປີ 2020 ແມ່ນ 200 ຕື້ດົ່ງ ແລະມາຮອດປີ 2023 ບັນລຸກວ່າ 300 ຕື້ດົ່ງ. ປະຈຸບັນ, ບໍລິສັດໄດ້ສ້າງວຽກເຮັດງານທໍາໃຫ້ຜູ້ອອກແຮງງານປະມານ 180 ຄົນ, ໃນນັ້ນ ມີແຮງງານຢູ່ທ້ອງຖິ່ນ 150 ຄົນ ແລະແຮງງານຫວຽດນາມ 50 ຄົນດ້ວຍລາຍຮັບສະເລ່ຍ 10 ລ້ານດົ່ງ/ຄົນ/ເດືອນ. ບັນດາຜະລິດຕະພັນຕົ້ນຕໍຂອງບໍລິສັດທີ່ສະໜອງໃຫ້ຕະຫຼາດລວມມີ: ຫີນກາວດິບ, ຫີນກາວແປ້ງ, ແຜ່ນຫີນກາວ.

leftcenterrightdel
ບໍລິສັດ Vilaco ເຄື່ອນໄຫວໃນຂົງເຂດຂຸດຄົ້ນ ແລະປຸງແຕ່ງຜະລິດຕະພັນຫີນກາວ. ພາບ: baohatinh.vn

ທ້າວ ຫງວຽນດິ່ງເທາະ (ບ້ານຢູ່ ການໂລກ) - ຜູ້ທີ່ເຮັດວຽກຢູ່ Vilaco ເກືອບ 20 ປີແບ່ງປັນວ່າ: “ເຖິງວ່າເຮັດວຽກຢູ່ໄກບ້ານເກີດແຕ່ກໍ່ມີລາຍຮັບດີຢູ່, ບໍລິສັດໄດ້ເອົາໃຈໃສ່, ປຸກລະດົມ, ຮັບປະກັນເງິນເດືອນ ແລະຄ່າບຳເນັດ, ສ້າງເງື່ອນໄຂເຮັດວຽກທີ່ດີ ດັ່ງນັ້ນຈຶ່ງເຮັດໃຫ້ພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈເຮັດວຽກ ແລະກຽມພ້ອມເຮັດວຽກເປັນເວລາຍາວນານ. ພວກຂ້າພະເຈົ້າ ປາດຖະໜາຢາກໃຫ້ບໍລິສັດນັບມື້ນັບພັດທະນາ, ສ້າງຫຼາຍວຽກເຮັດງານທໍາໃຫ້ຜູ້ອອກແຮງງານຕື່ມອີກ”.

ແບ່ງປັນກ່ຽວກັບການກໍານົດທິດພັດທະນາຂອງບໍລິສັດ, ທ່ານ ຫງວຽນແມ້ງຮຸ່ງ ຜູ້ອໍານວຍການ Vilaco ໃຫ້ຮູ້ວ່າ ບົນພື້ນຖານການສ້າງຕັ້ງທີ່ໜັກແໜ້ນ, Vilaco ສືບຕໍ່ຍົກສູງຄຸນນະພາບການຄຸ້ມຄອງວິສາຫະກິດ, ບໍາລຸງກໍ່ສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ, ຮັບປະກັນການດໍາລົງຊີວິດໃຫ້ພະນັກງານ, ພາລະກອນ, ສືບຕໍ່ເປີດກວ້າງຕະຫຼາດ, ຍົກສູງໃນການຜະລິດດໍາເນີນທຸລະກິດໃຫ້ມີປະສິດທິຜົນ... ຍຸດທະສາດຂອງບໍລິສັດແມ່ນສຸມໃສ່ເຂົ້າໃນການປຸງແຕ່ງລົງເລິກຜະລິດຕະພັນຄືແປ້ງຫີນກາວຄຸນນະພາບສູງ, ແຜ່ນຫີນກາວອຸດສາຫະກໍາ ແລະປຸງແຕ່ງຜະລິດຕະພັນຫີນກາວອື່ນ. ພວກຂ້າພະເຈົ້າ ຕັ້ງເປົ້າໝາຍສູ້ຊົນສ້າງລາຍຮັບໃນແຕ່ລະປີໃຫ້ເພີ່ມຂຶ້ນແຕ່ 15-20% ແລະຮອດປີ 2030 ໃຫ້ບັນລຸ 600 ຕື້ດົ່ງ”.

ບໍ່ພຽງແຕ່ສຸມໃສ່ໜ້າທີ່ຜະລິດດໍາເນີນທຸລະກິດ, ພັດທະນາວິສາຫະກິດເທົ່ານັ້ນ, Vilaco ຍາມໃດກໍ່ກໍານົດວຽກງານການທູດແມ່ນໜ້າທີ່ສໍາຄັນຂອງບໍລິສັດ. ໃນຕະຫຼອດໄລຍະ 20 ປີມີໜ້າຢູ່ປະເທດເພື່ອນລາວ, Vilaco ຍາມໃດກໍ່ເອົາໃຈໃສ່ເປັນສໍາຄັນ ແລະເຮັດວຽກງານພົວພັນການທູດເປັນຢ່າງດີ, ສ້າງຄວາມສາມັກຄີມິດຕະພາບອັນດີງາມກັບອໍານາດການປົກຄອງທ້ອງຖິ່ນບ້ານບຶງຫົວນາ, ເມືອງເຊບັ້ງໄຟໃຫ້ເປັນຢ່າງດີກໍ່ຄືແຂວງຄໍາມ່ວນ ແລະລາວ ເວົ້າລວມ.

ພ້ອມກັນຍູ້ແຮງການຜະລິດ, ດໍາເນີນທຸລະກິດ, Vilaco ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັບປະກັນຊີວິດສັງຄົມຢູ່ປະເທດເພື່ອນລາວ.

ຄຽງຂ້າງການຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນທາງດ້ານວັດທະນະທໍາ, ກິລາກັບທ້ອງຖິ່ນ, ໃນຊຸມປີຜ່ານມາ, Vilaco ໄດ້ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັບປະກັນຊີວິດສັງຄົມຢູ່ບ່ອນບໍລິສັດຕັ້ງຢູ່ ຄື; ກໍ່ສ້າງໂຮງຮຽນອະນຸບານ, ຫ້ອງຮຽນໃຫ້ບັນດາໂຮງຮຽນຢູ່ບ້ານບຶງຫົວນາ, ເມືອງເຊບັ້ງໄຟ; ຈັດຕັ້ງການກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນໃນບ້ານ; ກໍ່ສ້າງຫ້ອງນໍ້າ 300 ຫຼັງໃຫ້ປະຊາຊົນບ້ານເຂດແຮ່ທາດ; ໜູນຊ່ວຍທຶນການສຶກສາໃຫ້ແຂວງຄໍາມ່ວນ; ຕິດຕັ້ງດອກໄຟລຽບຕາມເສັ້ນທາງຄົມມະນາຄົມ; ມອບຂອງຂວັນບຸນເຕັດ; ເຂົ້າຮ່ວມລາຍການສະໜັບສະໜູນຄົນທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ...

ໂດຍ: ໄຊນີດາ