ໂດຍປະຕິບັດບົດບັນທຶນຊ່ວຍຈໍາການຮ່ວມມືຮອບດ້ານໃນທຸກຂົງເຂດໄລຍະ 2022-2027 ລະຫວ່າງຄະນະກໍາມະການປະຊາຊົນແຂວງກອນຕູມ ແລະອໍານາດການປົກຄອງ 4 ແຂວງພາກໃຕ້ລາວ, ໃນໄລຍະຜ່ານມາ, ທຸກຂັ້ນ, ທຸກຂະແໜງການ ແລະທຸກແຂວງ ໄດ້ເພີ່ມທະວີການຜັນຂະຫຍາຍເນື້ອໃນການຮ່ວມມື ແລະບັນລຸໄດ້ໝາກຜົນຫຼາຍຢ່າງໃນທຸກຂົງເຂດ.

ການພົວພັນດ້ານການເມືອງລະຫວ່າງບັນດາແຂວງໄດ້ຮັບການຊຸກຍູ້ຢ່າງແຮງ, ເຂົ້າສູ່ລວງເລິກ, ນັບມື້ນັບສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຮັກສາບົດບາດຫຼັກແຫຼ່ງ, ກໍານົດທິດທາງໃນການພົວພັນຮ່ວມມືລະຫວ່າງສອງຝ່າຍ.

ສອງຝ່າຍໄດ້ແລກປ່ຽນຂໍ້ມູນ, ສົ່ງຈົດໝາຍອວຍພອນເນື່ອງໃນໂອກາດມີເຫດການ, ວັນບຸນໃຫຍ່ຂອງແຕ່ລະປະເທດ, ແຕ່ລະແຂວງເປັນປະຈໍາ. ຮອດເດືອນ ມີຖຸນາ 2024, ແຂວງກອນຕູມ ໄດ້ຈັດສົ່ງ 61 ຄະນະ/ພະນັກງານ, ພາລະກອນ 564 ເທື່ອຄົນໄປຢ້ຽມຢາມ ແລະເຮັດວຽກຢູ່ 4 ແຂວງພາກໃຕ້ລາວ; ຕ້ອນຮັບ 21 ຄະນະ/ພະນັກງານ, ພາລະກອນ 662 ເທື່ອຄົນຂອງເພື່ອນມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງ.

leftcenterrightdel
ຄະນະກໍາມະການປະຊາຊົນແຂວງກອນຕູມ ໄດ້ລົງນາມໃນບົດບັນທຶກການຮ່ວມມືໄລຍະ 2022-2027 ກັບອໍານາດການປົກຄອງແຂວງເຊກອງ. ພາບ: ເຢຶອງເນືອງ

ໄລຍະ 2022-2027, ຄະນະກໍາມະການປະຊາຊົນແຂວງກອນຕູມ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືກັບອໍານາດການປົກຄອງ 4 ແຂວງພາກໃຕ້ລາວ: ບັນດາພະແນກ, ຄະນະ, ຂະແໜງການທ້ອງຖິ່ນຂອງແຂວງກໍ່ໄດ້ລົງນາມເອກະສານຮ່ວມມື, ຂໍ້ຕົກລົງສາກົນ 18 ສະບັບກັບອົງການທຽບເທົ່າຝ່າຍລາວ. ເນື້ອໃນສຸມໃສ່ການສົມກັບກັນປົກປັກຮັກສາ, ຄຸ້ມຄອງຊາຍແດນ, ສະກັດກັ້ນການລະເມີດປ່າໄມ້, ຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ປະເທດລາວ ກັບເມືອປະເທດ.

ສໍາລັບ 2 ແຂວງອັດຕະປື ແລະເຊກອງ, ແຂວງຕອນຕູມ ມີເສັ້ນຊາຍແດນຮ່ວມດັ່ງນັ້ນໄດ້ເປັນເຈົ້າການປະຕິບັດວຽກງານກໍາແໜ້ນສະພາບການຢູ່ເຂດຊາຍແດນເປັນຢ່າງດີ; ເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນເຂດຊາຍແດນປະຕິບັດກົດລະບຽບຊາຍແດນ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ, ແບ່ງປັນຂໍ້ມູນຂ່າວສານເຊິ່ງກັນ ແລະກັນກ່ຽວກັບສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ການເຄື່ອນໄຫວຂອງອາດຊະຍາກໍາທີ່ມີການຈັດຕັ້ງ, ອາດຊະຍາກໍາຂ້າມຊາດເພື່ອກໍ່ສ້າງຊາຍແດນໃຫ້ມີຄວາມສະຫງົບສຸກ.

ແຕ່ປີ 2022 ມາຮອດປະຈຸບັນ, ໂດຍໄດ້ຮັບການຊ່ວຍເຫຼືອ, ສ້າງເງື່ອນໄຂຈາກອໍານາດການປົກຄອງ ແລະປະຊາຊົນ 4 ແຂວງພາກໃຕ້ລາວ, ແຂວງກອນຕູມ ໄດ້ຊອກຫາ, ຂຸດຄົ້ນ ແລະສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງອັດຕະປື, ເຊກອງ ແລະແຂວງຈໍາປາສັກກັບເມືອປະເທດ.

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຜ່ານການສະໜອງຂໍ້ມູນຢ່າງວ່ອງໄວ, ທັນການເຖິງບັນດາວິສາຫະກິດໃນບໍລິເວນແຂວງກ່ຽວກັບນະໂຍບາຍບຸລິມະສິດ ເພື່ອໃຫ້ບັນດາວິສາຫະກິດຂອງແຂວງຊອກຮູ້ກາລະໂອກາດຮ່ວມມືລົງທຶນຢູ່ລາວ.

ມາຮອດປະຈຸບັນ, ແຂວງກອນຕູມ ໄດ້ມີບາງໂຄງການລົງທຶນຢູ່ແຂວງອັດຕະປື ດ້ວຍຍອດຈຳນວນທຶນ 15 ລ້ານໂດລາສະຫະລັດ, ໃນຂົງເຂດກະສິກໍາ, ປູກຕົ້ນຢາງພາລາ; ໂຄງການລົງທຶນຢູ່ແຂວງເຊກອງ ດ້ວຍຍອດຈຳນວນທຶນ 700 ພັນໂດລາສະຫະລັດ, ຂົງເຂດປູກ-ປຸງແຕ່ງຜະລິດຕະພັນກະເສດເຄື່ອງປ່າຂອງດົງ, ດໍາເນີນທຸລະກິດການຂົນສົ່ງ; ໂຄງການໜຶ່ງຢູ່ແຂວງສາລະວັນດ້ວຍຍອດຈຳນວນທຶນ 8 ລ້ານໂດລາສະຫະລັດ, ຂົງເຂດຜະລິດ, ປຸງແຕ່ງແປ້ງມັນຕົ້ນ  ແລະບັນດາຜະລິດຕະພັນຈາກທາດແປ້ງ.

ບັນດາແຂວງໄດ້ຕັ້ງໜ້າເຂົ້າຮ່ວມເວທີປາໄສ, ກອງປະຊຸມ, ງານຕະຫຼາດນັດສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ, ຜ່ານນັ້ນ ໂຄສະນາຮູບພາບຂອງທ້ອງຖິ່ນ, ສົ່ງເສີມການລົງທຶນ, ການຄ້າ, ເຊື່ອມຕໍ່ການທ່ອງທ່ຽວ, ຊອກຮູ້ກົນໄກແຈກຢາຍສິນຄ້າເພື່ອຜັນຂະຫຍາຍການຮ່ວມມື.

ໃນຊຸມປີຜ່ານມາ, ສະພາບນໍາເຂົ້າ-ສົ່ງອອກຜ່ານດ່ານສາກົນເບີ່ອີ ເປັນປົກກະຕິ, ສິນຄ້ານໍາເຂົ້າ-ສົ່ງອອກນັບມື້ນັບເພີ່ມຂຶ້ນ, ປີຕໍ່ໄປສູງກວ່າປີກ່ອນ. ການເຄື່ອນໄຫວການຄ້າຊາຍແດນໄດ້ປະກອບສ່ວນເປີດກວ້າງການພົບປະແລກປ່ຽນເສດຖະກິດການຄ້າ ແລະຕະຫຼາດຈຳໜ່າຍສິນຄ້າ, ພັດທະນາການຄ້າເຂດຊາຍແດນ. ແຕ່ເດືອນ ຕຸລາ 2022 ມາຮອດວັນທີ 15 ມິຖຸນາ 2024, ວົງເງິນນໍາເຂົ້າ - ສົ່ງອອກຜ່ານດ່ານສາກົນເບີ່ອີ - ພູເກືອ ບັນລຸ 544.658.553 ໂດລາສະຫະລັດ, ໃນນັ້ນ ການສົ່ງອອກບັນລຸ 166.011.294,4 ໂດລາສະຫະລັດ ແລະນໍາເຂົ້າບັນລຸ 378.647.258,6 ໂດລາສະຫະລັດ.

ການຮ່ວມມືກ່ຽວກັບການສຶກສາ - ກໍ່ສ້າງ, ວັດທະນະທໍາ, ການທ່ອງທ່ຽວສືບຕໍ່ໄດ້ຮັບການເພີ່ມທະວີ. ໃນໄລຍະຜ່ານມາ, ແຂວງກອນຕູມໄດ້ໜູນຊ່ວຍທຶນການສຶກສາໃຫ້ນັກຮຽນລາວ 4 ແຂວງພາກໃຕ້ລາວ 50 ຄົນຢູ່ມະຫາວິທະຍາໄລດ່ານັງ ທີ່ແຂວງກອນຕູມ. ປະຈຸບັນ, ນັກຮຽນໝົດທຸກຄົນໄດ້ຮຽນຈົບ ແລະກັບເມືອເຮັດວຽກພາຍໃນປະເທດ, ປະກອບສ່ວນຍົກສູງຊັບພະຍາກອນມະນຸດ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ.

leftcenterrightdel
ນັກຮຽນລາວ ໃນວັນບຸນວັດທະນະທໍາ 3 ປະເທດກໍາປູເຈຍ-ຫວຽດນາມ-ລາວ. ພາບ: ເຢຶອງເນືອງ

ໂດຍປະຕິບັດບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືລະຫວ່າງຄະນະກໍາມະການປະຊາຊົນແຂວງກອນຕູມ ກັບອໍານາດການປົກຄອງບັນດາແຂວງພາກໃຕ້, ໄລຍະ 2024-2029, ແຂວງກອນຕູມ ສືບຕໍ່ໜູນຊ່ວຍບໍາລຸງກໍ່ສ້າງລະດັບມະຫາວິທະຍາໄລໃຫ້ນັກຮຽນ 40 ທຶນ ແລະມອບທຶນການສຶກສາໃຫ້ພະນັກງານ, ພາລະກອນຮຽນທິດສະດີການເມືອງຊັ້ນກາງຢູ່ໂຮງຮຽນການເມືອງແຂວງ 20 ທຶນ.

ໃນປີ 2023 ແລະເຄິ່ງຕົ້ນປີ 2024, ແຂວງກອນຕູມ ແລະບາງອົງການ, ທ້ອງຖິ່ນໃນແຂວງໄດ້ໜູນຊ່ວຍອໍານາດການປົກຄອງ ແລະປະຊາຊົນ 4 ແຂວງເກືອບ 8,4 ຕື້ດົ່ງ ເນື່ອງໃນໂອກາດບຸນປີໃໝ່, ກວດ-ປິ່ນປົວພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າໃຫ້ນັກຮຽນ, ຄົນທຸກຍາກ. ຕໍາຫຼວດແຂວງກອນຕູມ ໜູນຊ່ວຍກໍ່ສ້າງສໍານັກງານຕໍາຫຼວດບ້ານ, ກຸ່ມບ້ານຕິດກັບຊາຍແດນສັງກັດແຂວງເຊກອງ 4 ແຫ່ງ.

ອາດເຫັນໄດ້ວ່າ, ການພົວພັນຮ່ວມມືຮອບດ້ານລະຫວ່າງແຂວງກອນຕູມ ກັບ 4 ແຂວງພາກໃຕ້ລາວ ນັບມື້ນັບເຂົ້າສູ່ລວງເລິກ ແລະຜັນຂະຫຍາຍຢ່າງຄົບຊຸດ, ມີຄວາມຕັ້ງໜ້າຈາກຂັ້ນແຂວງລົງຮອດຂັ້ນຮາກຖານ, ໃນສາມດ້ານຄື ການທູດພັກ, ການທູດລັດ ແລະການທູດປະຊາຊົນ. ສິ່ງເຫຼົ່ານັ້ນຈະສືບຕໍ່ນໍາການພົວພັນສາມັກຄີແບບພິເສດກ້າວໄປສູ່ໜ້າປະຫວັດສາດໃໝ່ໃນເງື່ອນໄຂໃໝ່, ດ້ວຍຫຼາຍເນື້ອໃນຮ່ວມມືທີ່ແທດຈິງກວ່າ, ມີປະສິດທິຜົນກວ່າ, ພ້ອມກັນພັດທະນາ.

ໂດຍ: ໄຊນີດາ