ເພື່ອນໃໝ່, ບົດຮຽນໃໝ່

ການເຄື່ອນໄຫວອາສາສະໝັກໃນລະດູຮ້ອນຂອງຄະນະຊາວໜຸ່ມນະຄອນໂຮ່ຈີມິນ ຢູ່ ສປປ ລາວ ໄດ້ໄຂຂຶ້ນໃນວັນທີ 15 ມິຖຸນາຢູ່ທີ່ຫໍເຍົາວະຊົນ ແລະອະນຸຊົນຂອງນະຄອນ. ທີມນັກຮົບອາສາສະໝັກ ໄດ້ເຄື່ອນໄຫວເປັນເວລາ 15 ວັນ ຢູ່ແຂວງອັດຕະປື ແລະແຂວງຈໍາປາສັກ, ສປປ ລາວ. ພາຍຫຼັງເດີນທາງ 18 ຊົ່ວໂມງ, ຄະນະທັງໝົດໄດ້ມີໜ້າຢູ່ດ່ານຊາຍແດນສາກົນ ເບີອີ່ (ແຂວງກອນຕູ່ມ) ແລະໄດ້ເຮັດເອກະສານເຂົ້າປະເທດເພື່ອນຢ່າງເປັນທາງການ.

ໃນແຕ່ລະມື້ຢູ່ທີ່ນີ້, ຄະນະໄດ້ດຳເນີນຫຼາຍກິດຈະກຳ ຄື: ກວດພະຍາດ, ແຈກຢາຍຢາໃຫ້ປະຊາຊົນໂດຍບໍ່ເສຍຄ່າ; ຈັດເດີ່ນຫຼິ້ນ ແລະມອບຂອງຂວັນໃຫ້ເດັກນ້ອຍຢູ່ທ້ອງຖິ່ນ; ຈັດການແຕ້ມຮູບ ແລະລະບາຍສີ,  ກໍ່ສ້າງເດີ່ນຫຼິ້ນ; ຝຶກອົບຮົມທັກສະດ້ານວິຊາສະເພາະກ່ຽວກັບການປະກອບອາຊີບ ແລະກະສິກຳໃຫ້ແກ່ຊາວໜຸ່ມ ແລະປະຊາຊົນທ້ອງຖິ່ນ...

ສິ່ງທີ່ເປັນໜ້າເອົາໃຈໃສ່ແມ່ນບັນດານັກຮົບອາສາສະໝັກ ໄດ້ປະຕິບັດ 3 ໂຄງການແຕ້ມຮູບ ແລະລະບາຍສີ. ໃນນັ້ນ, ມີ 2 ໂຄງການໄດ້ສົມທົບໃສ່ກັບເດີ່ນຫຼິ້ນໃນເຮືອນ ແລະ 1 ໂຄງການແມ່ນຈັດຢູ່ກາງແຈ້ງ. ໃນຖານະທີ່ເປັນຜູ້ຮັບຜິດຊອບໂຄງການແຕ້ມຮູບ ແລະລະບາຍສີ, ເຈິ່ນທິຮວາຮ້າ (ນັກສຶກສາປີທີ 3, ມະຫາວິທະຍາໄລວິຈິດສິນນະຄອນໂຮ່ຈີມິນ) ມີຄວາມປະທັບໃຈເປັນພິເສດຕໍ່ຮູບແຕ້ມທີ່ທັງທີມງານເຮັດຢູ່ໂຮງຮຽນປະຖົມ KM43, ເມືອງປະທຸມພອນ, ແຂວງຈຳປາສັກ. ຮວາຮ້າ ໃຫ້ຮູ້ວ່າ, ທີມງານແຕ້ມຮູບ ແລະລະບາຍສີ ພ້ອມດ້ວຍການຊ່ວຍເຫຼືອຂອງຄະນະອື່ນ ໄດ້ເຮັດສຳເລັດໂຄງການ ໃນ 1 ມື້ເຄິ່ງ, ເປັນເວລາໄວທີ່ສຸດ ເມື່ອທຽບໃສ່ 2 ໂຄງການກ່ອນໜ້ານີ້. ເມື່ອເບິ່ງໂຄງການທີ່ສຳເລັດແລ້ວ, ຮວາຮ້າ ມີຄວາມດີໃຈຫຼາຍທີ່ໄດ້ປະກອບສ່ວນເຂົ້າໃນຂົງເຂດ ການຮຽນ, ສ້າງເດີ່ນຫຼິ້ນທີ່ດີກວ່າໃຫ້ເດັກນ້ອຍຢູ່ຮາກຖານ. ການໄປຄັ້ງນີ້ຍັງໄດ້ຊ່ວຍໃຫ້ ຮວາຮ້າ ສ້າງເພື່ອນໃໝ່ໄດ້ຫຼາຍຄົນ ແລະໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງ.

ໂດຍໄດ້ກົມກອງແຕ່ງຕັ້ງໃຫ້ເຂົ້າຮ່ວມເປັນຄັ້ງທີ 2,  ສະນັ້ນ ເຈິ່ນມິງດາດ, ນັກສຶກສາປີທີ 2, ມະຫາວິທະຍາໄລສັບພະວິຊາ (ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ) ໄດ້ທໍາຄວາມລື້ງເຄີຍຢ່າງໄວວາ ເມື່ອໄດ້ໄປປະເທດລ້ານຊ້າງ. ໃນແຕ່ລະມື້ທີ່ເຄື່ອນໄຫວນັ້ນເພື່ອພົບປະສື່ສານກັບພວກນ້ອງນ້ອຍ ມິງດາດ ໄດ້ຮຽນສອງສາມປະໂຫຍກການສື່ສານທີ່ງ່າຍໆ ຄື ວິທີເອີ້ນເດັກນ້ອຍມາຫຼິ້ນກັບລາວ, ກິນເຂົ້າໜົມ... ຍ້ອນພາສາແຕກຕ່າງກັນ, ສະນັ້ນ ເມື່ອຢາກໃຫ້ເດັກນ້ອຍມາຫຼິ້ນນຳ. ມິງດາດ ຈະເຮັດໃຫ້ເດັກນ້ອຍເຂົ້າໃຈແລະປະຕິບັດຕາມ. ມິງດາດ ໃຫ້ຮູ້ວ່າ, ອະນຸສອນທີ່ເປັນໜ້າຈົດຈຳແມ່ນເມື່ອໄປເຮັດວຽກຢູ່ໂຮງຮຽນມິດຕະພາບ ຫວຽດນາມ-ລາວ, ແຂວງຈຳປາສັກ. ພວກນ້ອງນ້ອຍຢູ່ໂຮງຮຽນໄດ້ພາກັນຮ້ອງເພງ:  ຄືມີລຸງໂຮ່ໃນວັນມະຫາໄຊ.

ມີງດາດ ແບ່ງປັນວ່າ: “ຂ້າພະເຈົ້າ ຮູ້ສຶກຕື່ນເຕັ້ນເມື່ອໄດ້ຍິນພວກເດັກນ້ອຍຮ້ອງເພງ ແລະຮູ້ສຶກເຖິງສາຍພົວພັນລະຫວ່າງສອງປະເທດ ແລະຄວາມຮັກແພງຂອງປະຊາຊົນລາວ ທີ່ມີຕໍ່ລຸງໂຮ່”.

ຂີດໝາຍສຳຄັນທີ່ບໍ່ອາດລືມໄດ້ໃນສະໄໝເປັນນັກຮຽນ

ການເຂົ້າຮ່ວມທີມອາສາສະໝັກໃນລະດູຮ້ອນຢູ່ ສປປ ລາວ ໃນຄັ້ງນີ້ຍັງມີນັກສຶກສາມະຫາວິທະຍາໄລສ້າງຄູນະຄອນໂຮ່ຈີມິນ ຈຳນວນ 8 ຄົນ. ຄະນະປະຕິບັດວຽກງານການສອນຜ່ານການເຄື່ອນໄຫວສິດສອນພາສາຫວຽດ ຢູ່ມະຫາວິທະຍາໄລຈຳປາສັກ ແລະຝຶກອົບຮົມວິຊາຄູຢູ່ໂຮງຮຽນມິດຕະພາບ ຫວຽດນາມ-ລາວ, ແຂວງຈຳປາສັກ. ບັນດາການເຄື່ອນໄຫວຢູ່ໂຮງຮຽນມິດຕະພາບ ຫວຽດນາມ-ລາວ ແມ່ນເພື່ອມຸ່ງໄປເຖິງບັນດາຄູອາຈານ ແລະນັກຮຽນຫ້ອງ ປ 1-5 ທີ່ເປັນລູກຫຼານຂອງຊາວຫວຽດນາມ ອາໄສຢູ່ນະຄອນປາກເຊ, ແຂວງຈໍາປາສັກ.

leftcenterrightdel
ຄະນະນັກສຶກສາມະຫາວິທະຍາໄລສ້າງຄູນະຄອນໂຮ່ຈີມິນ ແນະນຳໃຫ້ພວກນ້ອງແຕ້ມຮູບປະດັບເສື້ອຍາວ. ພາບ: sggp.org.vn

ຫງວຽນທິຈຸກລ່າມ (ນັກສຶກສາປີທີ 4, ມະຫາວິທະຍາໄລສ້າງຄູນະຄອນໂຮ່ຈີມິນ) ໃຫ້ຮູ້ວ່າ, ພາສາແມ່ນສິ່ງກີດຂວາງໃຫຍ່ທີ່ສຸດ. ສິ່ງນີ້ເຮັດໃຫ້ທີມງານບໍ່ສາມາດຖ່າຍທອດເນື້ອໃນໄດ້ຢ່າງເຕັມເມັດເຕັມໜ່ວຍ. ເຖິງຢ່າງໃດກໍ່ຕາມ, ຈຸກລ່າມ ແລະສະມາຊິກໃນທີມງານຂອງລາວ ກໍ່ພະຍາຍາມຈົນສຸດຄວາມສາມາດຂອງເຂົາເຈົ້າ. ການໄດ້ຍິນສຽງພາສາຫວຽດ ຢູ່ປະເທດອື່ນ ແລະໄດ້ເຫັນວິທີທີ່ຄູອາຈານຢູ່ທີ່ນີ້ສິດສອນ ຍັງເປັນການຮັກສາ ແລະເຜີຍແຜ່ພາສາຫວຽດ ໃຫ້ແກ່ລູກຫຼານຄົນລຸ້ນຫຼັງໂດຍປາສະຈາກເງື່ອນໄຂແມ່ນເປັນໜ້າເຄົາລົບ ແລະນັບຖືທີ່ສຸດສຳລັບອາສາສະໝັກໝົດທຸກຄົນ.

ນອກຈາກນັ້ນ, ທີມງານຍັງມີການເຄື່ອນໄຫວແນະນຳວັດທະນະທຳຫວຽດນາມ ຜ່ານບັນດາຊຸດອາພອນ, ງານບຸນປະເພນີໃຫ້ແກ່ນັກຮຽນ ແລະປະຊາຊົນລາວ. ເຊິ່ງແມ່ນຜູ້ທີ່ໄດ້ສິດສອນ, ແນະນຳບັນດານັກຮຽນໂດຍກົງ, ຈຸກລ່າມ ຮູ້ສຶກໄດ້ເຖິງຄວາມຮັກແພງຫລາຍຈາກພວກນ້ອງນ້ອຍ. ໃນນັ້ນ, ຈຸກລ່າມ ໄດ້ຮັບຮູບພາບຈາກເດັກຍິງຊື່ວ່າ ລິງດານ.

ຈຸກລ່າມ ໃຫ້ຮູ້ວ່າ: “ລິງດານ ແມ່ນເດັກນ້ອຍທີ່ເວົ້າພາສາຫວຽດ ໄດ້ດີ. ບາງທີ່ຍ້ອນຄວາມມັກຮັກ, ນ້ອງຈຶ່ງໄດ້ແຕ້ມຮູບໃຫ້ຕົນເອງໃນຂະນະທີ່ກໍາລັງສອນຢູ່" ນາງເວົ້າວ່າ: “ເມື່ອເບິ່ງຄືນໃນໄລຍະ 15 ວັນທີ່ຜ່ານມາ, ທຸກໆຄັ້ງທີ່ສອນພາສາຫວຽດ ໃຫ້ນັກຮຽນລາວ ແລະຄົນລາວ ເຊື້ອສາຍຫວຽດນາມ ນັ້ນ, ຍາມໃດກໍ່ຮູ້ສຶກພາກພູມໃຈທີ່ສຸດຕໍ່ພາລະກຳນຳເອົາພາສາຫວຽດ ແລະວັດທະນະທຳຫວຽດນາມ ມາໃກ້ນັກຮຽນຢູ່ປະເທດນີ້ຕື່ມອີກ."

ໃນຊຸມມື້ສຸດທ້າຍຂອງການເດີນທາງ, ບັນດານັກຮົບອາສາສະໝັກໄດ້ເຂົ້າພົບປະກັບຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳລາວ. ນີ້ແມ່ນຄວາມພາກພູມໃຈອັນໃຫຍ່ຫຼວງຂອງບັນດານັກຮົບໃນທິມງານອາສາສະໝັກ.

ກັບຄືນເມືອນະຄອນໂຮ່ຈີມິນ ພາຍຫຼັງ 15 ວັນທີ່ເຄື່ອນໄຫວ, ຫາປະສົບການຢູ່ປະເທດເພື່ອນແມ່ນອານຸສອນທີ່ເປັນໜ້າຈົດຈຳຂອງບັນດານັກຮົບອາສາສະໝັກ. ສຳລັບ  ກວິ່ງຍື່ (ນັກສຶກສາປີທີ 3, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດ-ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ), ການເດີນທາງໄດ້ນໍາເອົາບັນດາບົດຮຽນ ແລະປະສົບການຕົວຈິງໃນວຽກງານສື່ສານມາໃຫ້. ກວິ່ງຍື່ ຍັງໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບທັກສະການພົບປະແລກປ່ຽນສື່ສານ, ການດໍາລົງຊີວິດ ແລະຄວາມເຄົາລົບຕໍ່ຄວາມເອົາໃຈໃສ່, ແບ່ງປັນເຊິ່ງບັນດາສະມາຊິກໃນຄະນະມີຕໍ່ກັນ. ສາມາດເວົ້້າໄດ້ວ່າ 15 ວັນທີ່ເປັນອາສາສະໝັກ ຢູ່ລາວ ແມ່ນໜຶ່ງໃນບັນດາຂີດໝາຍພິເສດທີ່ສຸດໃນສະໄໝເປັນນັກສຶກສາຂອງບັນດານັກຮົບເຂົ້າຮ່ວມອາສາສະໝັກ.

ໂດຍ: ທະນາພອນ