ນີ້ແມ່ນບັນດາການເຄື່ອນໄຫວທີ່ຫາກໍ່ດຳເນີນໄປໃນງານບຸນພົບປະແລກປ່ຽນໂດຍຄະນະຊາວໜຸ່ມແຂວງ, ສະຫະພັນຊາວໜຸ່ມແຂວງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ, ສະມາຄົມມິດຕະພາບຫວຽດນາມ - ລາວ ແລະຄະນະກຳມະການປະຊາຊົນເມືອງຫວິ໊ງກືວ ສົມທົບກັນຈັດຕັ້ງ.

ຊ່ວຍໃຫ້ຊາວໜຸ່ມເຂົ້າໃຈກ່ຽວກັບປະຫວັດສາດ

ຕື່ນນອນແຕ່ເຊົ້າ, ຜ່ານໄລຍະທາງທີ່ຍາວໄກເພື່ອໄປຢ້ຽມຢາມເຂດປູຊະນີຍະສະຖານຖານທີ່ໝັ້ນສູນກາງພາກໃຕ້ (ເມືອງຫວິ໊ງກືວ), ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາດົ່ງນາຍ ແລະນັກສຶກສາລາວ ທີ່ຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລແຂວງດົ່ງນາຍ ລ້ວນແຕ່ຮູ້ສຶກດີໃຈ.

leftcenterrightdel
ນັກສຶກສາແຂວງດົ່ງນາຍ ແລະນັກສຶກສາລາວ ພ້ອມກັນຢ້ຽມຊົມງານວາງສະແດງຮູບພາບກ່ຽວກັບການເຄື່ອນໄຫວມິດຕະພາບ ຫວຽດນາມ - ລາວ. ພາບ: ງາເຊີນ

ພາຍຫຼັງຖະຫວາຍທູບທຽນຢູ່ຫໍສີລາຈາລຶກທີ່ຂຶ້ນກັບຖານທີ່ໝັ້ນສູນກາງພາກໃຕ້, ຄະນະຜູ້ແທນໄດ້ເຄື່ອນຍ້າຍໄປເຖິງວິຫານບູຊາ, ອະນຸສາວະລີ ແລະສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດມ໊າດ່າ. ຢູ່ທີ່ນີ້, ຊາວໜຸ່ມຫວຽດນາມ ແລະລາວ ໄດ້ຮັບຟັງແນະນຳກ່ຽວກັບຖານທີ່ໝັ້ນສູນກາງພາກໃຕ້ໃນຊຸມປີແຫ່ງການຕໍ່ຕ້ານ, ບັນດາເລື່ອງລາວກ່ຽວກັບນັກຮົບວິລະຊົນທີ່ເສຍສະຫຼະຊີວິດຢູ່ໃນເຂດທີ່ໝັ້ນ Đ ວິລະຊົນ.

ທ່ານ ຫງວຽນມີງກຽນ ເລຂາຄະນະຊາວໜຸ່ມແຂວງຖືວ່າ: ຊາວໜຸ່ມສວມບົດບາດສຳຄັນໃນວຽກງານສາກົນ. ສະນັ້ນ, ໃນໄລຍະຜ່ານມາ, ຄະນະຊາວໜຸ່ມແຂວງ, ສະຫະພັນຊາວໜຸ່ມແຂວງ, ສະມາຄົມນັກສຶກສາແຂວງ ໄດ້ເປັນເຈົ້າການສົມທົບກັນຈັດຕັ້ງການເຄື່ອນໄຫວເບິ່ງແຍງດູແລທາງດ້ານວັດຖຸ ແລະຈິດໃຈໃຫ້ແກ່ນັກສຶກສາຕ່າງປະເທດລາວ ແລະກຳປູເຈຍ.

ນາງ ຟ້າມທິລານແອງ, ຂະແໜງການຢາດ, ມະຫາວິທະຍາໄລເຕັກໂນໂລຊີພາກຕາເວັນອອກ (ເມືອງທົ໋ງເຍີດ) ແບ່ງປັນວ່າ, ລາວໂຊກດີເມື່ອເປັນໜຶ່ງໃນບັນດານັກສຶກສາທີ່ໄດ້ເຂົ້າຮ່ວມງານບຸນ ແລະໄດ້ຊອກຮູ້ກ່ຽວກັບດິນແດນ “ເຂດສົງຄາມ” ຖານທີ່ໝັ້ນ Đ. ຜ່ານການອະທິບາຍຂອງຜູ້ນຳທ່ຽວ, ລາວໄດ້ຮູ້ວ່ານີ້ແມ່ນດິນແດນສັກສິດ, ເປັນບ່ອນນອນຂອງວິລະຊົນນັກຮົບເສຍສະລະຊີວິດເພື່ອຊາດ.

ນາງ ລານແອງ ແບ່ງປັນວ່າ “ຂ້າພະເຈົ້າຮູ້ບຸນຄຸນຕໍ່ບັນພະບຸລຸດທີ່ໄດ້ອຸທິດເລືອດເນື້ອຂອງຕົນເພື່ອຍາດເອົາເອກະລາດແຫ່ງຊາດ ແລະນໍາສັນຕິພາບມາໃຫ້ພວກຂ້າພະເຈົ້າ. ລຸ້ນໜຸ່ມຂອງພວກຂ້າພະເຈົ້າຕ້ອງຮັບຄວາມຮັບຜິດຊອບໜ້າທີ່ປົກປັກຮັກສາຜົນງານດັ່ງກ່າວ”.

ຫາກໍ່ຮຽນພາສາຫວຽດນາມ ພຽງ 7 ເດືອນ, ນາງ ແກ້ວຈຳປາ ບຸນມີ, ນັກສຶກສາສາກົນທີ່ຮຽນຢູ່ມະຫາວິທະຍາໄລດົ່ງນາຍ ສາມາດຮັບຟັງ ແລະເຂົ້າໃຈເນື້ອໃນອະທິບາຍຢ່າງຈະແຈ້ງ. ນາງ ບຸນມີ ແບ່ງປັນວ່າ: “ຜ່ານການແນະນຳ , ຂ້າພະເຈົ້າສາມາດເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງກ່ຽວກັບປະຫວັດແຫ່ງການຕໍ່ສູ້ຂອງຊາດຫວຽດນາມ. ເປັນໜ້າເຄົາລົບ, ຫວຽດນາມ ບໍ່ພຽງແຕ່ຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບໃຫ້ປະເທດຂອງຕົນເທົ່ານັ້ນ, ຫາກຍັງຊ່ວຍລາວ ໃນການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະພັດທະນາປະເທດຊາດ”.

ລາວ ແລະຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນຮ່ວມກັນ. ໃນຕະຫຼອດໄລຍະປະຫວັດສາດ, ຫວຽດນາມ ແລະລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ພ້ອມກັນຕໍ່ສູ້ຕ້ານສັດຕູລວມ, ສະໜັບສະໜູນເຊິ່ງກັນ ແລະກັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ເພື່ອໃຫ້ລຸ້ນໜຸ່ມຫວຽດນາມ - ລາວ ເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຊື່ສັດບໍລິສຸດ, ສະໜິດຕິດພັນມາແຕ່ດົນນານ, ເຊິ່ງການນຳລຸ້ນຕ່າງໆຂອງສອງພັກ ແລະລັດ ໄດ້ເພີ່ມພູນຄູນຄຸນສ້າງ, ທີ່ວັນບຸນ, ຊາວໜຸ່ມ ຫວຽດນາມ - ລາວ ໄດ້ຮັບຟັງທ່ານ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນ ໂຮ່ຈີມິນ ແບ່ງປັນຫົວຂໍ້ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃນເມື່ອກ່ອນ ແລະໃນປະຈຸບັນ.

ພົບປະແລກປ່ຽນ ແລະຄວາມສະໜິດຕິດພັນ

ບໍ່ພຽງແຕ່ໄດ້ມີໂອກາດຊອກຮູ້ຕື່ມກ່ຽວກັບປະຫວັດສາດ ແລະການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດເທົ່ານັ້ນ, ຊາວໜຸ່ມ, ນັກສຶກສາແຂວງດົ່ງນາຍ ແລະນັກສຶກສາລາວ ທີ່ເຂົ້າຮ່ວມງານບຸນຍັງມີໂອກາດພົບປະແລກປ່ຽນຜ່ານການລະຫຼິ້ນພື້ນເມືອງເພື່ອໃກ້ຊິດສະໜິດຕິດພັນກວ່າອີກ.

leftcenterrightdel
ຊາວໜຸ່ມ, ນັກສຶກສາ ແຂວງດົ່ງນາຍ ແລະນັກສຶກສາລາວ ແບ່ງປັນເບີໂທລະສັບ ແລະ Zalo ເພື່ອຕິດຕໍ່ພົວພັນພາຍຫຼັງລາຍການພົບປະແລກປ່ຽນ. ພາບ: ງາເຊີນ

ນັກສຶກສາລາວນາງ ທອງຈະເລີນ ສຸພາໄທ (ພວມຮຽນພາສາຫວຽດນາມ ຢູ່ມະຫາວິທະຍາໄລດົ່ງນາຍ) ໃຫ້ຮູ້ວ່າ ລາວ ໄດ້ມາຫວຽດນາມ ເປັນເວລາກວ່າ 8 ເດືອນແລ້ວ. ນັບແຕ່ເມື່ອມາຮອດແຂວງ ດົ່ງນາຍ, ລາວຮູ້ສຶກໄດ້ຄວາມເປັນມິດສະໜິດສະໜົມຂອງພວກເພື່ອນໜຸ່ມກໍ່ຄືຊາວດົ່ງນາຍ. ສິ່ງດັ່ງກ່າວຊ່ວຍໃຫ້ລາວ ເຊື່ອມໂຍງ ແລະກ້າວໜ້າຢ່າງໄວໃນການຮຽນພາສາຫວຽດ.

ທີ່ງານບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງດົ່ງນາຍ ແລະນັກສຶກສາລາວທີ່ຮ່ຳຮຽນຢູ່ແຂວງດົ່ງນາຍ ຄັ້ງນີ້, ນາງບໍ່ພຽງແຕ່ໄດ້ພົບປະແລກປ່ຽນກັບບັນດານັກສຶກສາເທົ່ານັ້ນ ຫາກຍັງໄດ້ແລກປ່ຽນກັບຊາວໜຸ່ມແຂວງດົ່ງນາຍ ອີກດ້ວຍ. ຢູ່ທີ່ນີ້, ນາງ ສຸພາໄທ ໄດ້ຮັບແນະນຳວິທີແກວ່ງໝາກຄອນ, ໃຊ້ຜ້າປິດຕາຕີໝູດິນຈາກຊາວໜຸ່ມ, ນັກສຶກສາແຂວງ ດົ່ງນາຍ ...

ຄຽງຂ້າງການລະຫຼີ້ນພື້ນເມືອງແລ້ວ, ງານບຸນຍັງມີການເຄື່ອນໄຫວແລກປ່ຽນສິລະປະ. ນີ້ແມ່ນໂອກາດເພື່ອໃຫ້ຊາວໜຸ່ມ, ນັກສຶກສາແຂວງ ດົ່ງນາຍ ແລະນັກສຶກສາລາວຍັງ ຟ້ອນລຳທຳເພງພື້ນເມືອງຂອງປະເທດຕົນ. ທ້າວ ສຸວິງທຽນ, ນັກຮຽນຫ້ອງ 11A3, ໂຮງຮຽນມັດທະຍົມຕອນປາຍ ຈີ້ອານ (ເມືອງ ຫວິ໊ງກືວ), ໃຫ້ຮູ້ວ່າ, ດ້ວຍການພັດທະນາຂອງເຄືອຂ່າຍ ອິນເຕີເນັດ ແລະສື່ສັງຄົມຄືໃນປະຈຸບັນ, ການຊອກຮູ້ກ່ຽວກັບວັດທະນະທຳ, ຮີດຄອງປະເພນີຂອງປະເທດເພື່ອນລາວ ແມ່ນບໍ່ຍາກ, ແຕ່ການພົບປະໂດຍກົງ ແລະເບິ່ງນັກຮຽນລາວ ສະແດງວາດຟ້ອນ ພື້ນເມືອງ, ລາວ ຮູ້ສຶກຄືວ່າຈັບອົກຈັບໃຈກວ່າ. ລາວ ຫວັງວ່າຈະມີການພົບປະແລກປ່ຽນລະຫວ່າງຊາວໜຸ່ມ, ນັກສຶກສາແຂວງ ດົ່ງນາຍ ກັບບັນດານັກສຶກສາລາວ, ກຳປູເຈຍ ແລະປະເທດຕ່າງໆຫຼາຍກວ່າອີກ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະສະໜິດຕິດພັນກວ່າອີກ.

ໂດຍ: ທະນາພອນ