ທ່ານ ຫງວຽນວັນເຕິມ, ຮອງປະທານຄະນະກຳມະການປະຊາຊົນເມືອງເມື່ອງ ລາ ໃຫ້ຮູ້ວ່າ: ແຕ່ລະປີ, 2 ຝ່າຍໄດ້ລ້ວນແຕ່ໄດ້ຈັດສົ່ງຄະນະຜູ້ແທນໝູນວຽນກັນໄປຢ້ຽມຢາມເຊິ່ງກັນ ແລະກັນເພື່ອເຫັນດີເປັນເອກະພາບໂຄງການຮ່ວມມື; ຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບຂ່າວສານການພົວພັນຕ່າງປະເທດ, ພິເສດແມ່ນການພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ, ໝາກຜົນການຮ່ວມມືລະຫວ່າງສອງປະເທດຫວຽດນາມ -ລາວ; ນະໂຍບາຍມະຫາສາມັກຄີຊົນຊາດ; ຍູ້ແຮງການພົວພັນທາງການທູດປະຊາຊົນ, ຮັດແໜ້ນນາໍ້ໃຈມິດຕະພາບອັນຍາວນານລະຫວ່າງປະຊາຊົນສອງປະເທດ, ຕອບສະໜອງໜ້າທີ່ພັດທະນາການເມືອງ - ເສດຖະກິດ - ສັງຄົມຂອງແຕ່ລະຝ່າຍ. ຄຽງຂ້າງນັ້ນ, ເນື່ອງໃນໂອກາດບຸນປີໃໝ່ລາວ, ວັນຊາດລາວ, ທາງເມືອງກໍ່ໄດ້ສົ່ງສານຊົມເຊີຍໄປຍັງເມືອງຫຼາ, ແຂວງອຸດົມໄຊ.

leftcenterrightdel
ເມືອງເມື່ອງລາ, ແຂວງເຊີນລາ ແລະເມືອງຫຼາ, ແຂວງອຸດົມໄຊ ລົງນາມໃນບົດບັນທຶກການຮ່ວມມືໄລຍະ 2023-2025. ພາບ: baosonla.org.vn

ຫວ່າງມໍ່ໆມານີ້, ໃນເດືອນມີນາ 2023, ທາງເມືອງໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນເມືອງຫຼາ, ແຂວງອຸດົມໄຊ, ສປປ ລາວ. ສອງເມືອງໄດ້ແລກປ່ຽນບົດຮຽນປະສົບການໃນຂົງເຂດຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະວຽກງານກໍ່ສ້າງພັກ; ຂໍ້ມູນກ່ຽວກັບສະພາບການເສດຖະກິດ-ສັງຄົມ ແລະ ວຽກງານກໍ່ສ້າງພັກຂອງແຕ່ລະຝ່າຍ; ພ້ອມກັນສະຫຼຸບ ແລະຕີລາຄາສະພາບການຮ່ວມມືໃນໄລຍະ 2018-2022 ແລະວາງທິດທາງອອກ ແລະ ແຜນການຮ່ວມມືໄລຍະ 2023-2025.

ນັບແຕ່ປີ 2018, ຍ້ອນການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ເມືອງໄດ້ໜູນຊ່ວຍເມືອງຫຼາ, ແຂວງອຸດົມໄຊ ດ້ວຍຈຳນວນເງິນ 50 ລ້ານດົ່ງເພື່ອຊື້ອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19; ຖ່າຍທອດບັນດາຮູບແບບການກະສິກໍາຢ່າງສໍາເລັດຜົນ, ເຊັ່ນ: ປູກໝາກກ້ຽງໃຫຍ່ເປືອກຂຽວ, ປູກໝາກມ່ວງ, ໝາກຖົ່ວດິນ, ໝາກຖົ່ວເບີ, ...  ປີ 2019, ຄະນະກຳມະການປະຊາຊົນເມືອງເມື່ອງລາ ໄດ້ປະຕິບັດຮູບແບບການຜະລິດກະສິກຳຢູ່ເມືອງຫຼາ, ແຂວງອຸດົມໄຊ, ສປປ ລາວ ດ້ວຍງົບປະມານ 300 ລ້ານດົ່ງ...

leftcenterrightdel
ຄະນະຜູ້ແທນເມືອງເມື່ອງລາ, ແຂວງ ເຊີນລາ ຖ່າຍຮູບທີ່ລະນຶກຢູ່ສຳນັກງານອໍານາດການປົກຄອງເມືອງຫຼາ, ແຂວງ ອຸດົມໄຊ. ພາບ: ລູ່ກຸຍ

ໄລຍະ 2023-2025, ສອງເມືອງໄດ້ລົງນາມໃນບົດບັນທຶກການເຮັດວຽກ, ໄດ້ເຫັນດີເປັນເອກະພາບຕໍ່ທິດທາງ ແລະແຜນການຮ່ວມມື, ສຸມໃສ່ບາງເນື້ອໃນ ຄື: ສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ ແລະສຶກສາອົບຮົມກ່ຽວກັບຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ ລາວ-ຫວຽດນາມ ເວົ້າລວມ; 2 ແຂວງອຸດົມໄຊ-ເຊີນລາ ເວົ້າສະເພາະ; ເພີ່ມທະວີການຮ່ວມມືຊີ້ນຳ ແລະວາງແຜນຜັງການພັດທະນາກະສິກຳ; ແລກປ່ຽນປະສົບການໃນການພັດທະນາການທ່ອງທ່ຽວ; ປ້ອງກັນ ແລະຕ້ານໄພທຳມະຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ ນ້ຳຖ້ວມ; ສົມທົບກັນບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ວຽກງານຮັບປະກັນຄວາມໝັ້ນຄົງດ້ານການເມືອງ...

leftcenterrightdel
ການນຳເມືອງຫຼາ, ແຂວງອຸດົມໄຊ ມອບຂອງຂວັນໃຫ້ການນຳເມືອງເມື່ອງລາ, ແຂວງເຊີນລາ. ພາບ: ລູ່ກຸຍ

ທ່ານ ລູ່ວັນກຸຍ, ຫົວໜ້າພະແນກກະສິກຳ ແລະພັດທະນາຊົນນະບົດເມືອງ ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ແລະເຮັດວຽກກັບເມືອງເພື່ອນໃນເດືອນ ມິຖຸນາ 2023, ພວກຂ້າພະເຈົ້າໄດ້ແລກປ່ຽນກັບຫ້ອງວິຊາສະເພາະຂອງເພື່ອນ ເພື່ອກຳແໜ້ນສະພາບການ, ຂໍ້ມູນເພື່ອຮັບໃຊ້ການກໍານົດທິດໃນການວາງແຜນຜັງ; ຈັດຕັ້ງການຝຶກອົບຮົມ ແລະແນະນຳເຕັກນິກການຫວ່ານກ້າ ແລະບົວລະພັດແນວພັນເຂົ້າ N87 ແລະ N97; ສ້າງຮ່າງແຜນກໍານົດທິດການວາງແຜນຜັງພັດທະນາກະສິກຳ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມ... ໃຫ້ພະນັກງານ ແລະປະຊາຊົນເມືອງຫຼາ, ແຂວງອຸດົມໄຊ. ເນື່ອງໃນໂອກາດນີ້, ເມືອງເມື່ອງລາ ໄດ້ມອບເງິນ 100 ລ້ານດົ່ງ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍຸ  ນ້ຳຖ້ວມ ແລະມອບຄອມພິວເຕີ 10 ໜ່ວຍ ໃຫ້ເມືອງຫຼາ, ແຂວງອຸດົມໄຊ.

ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ສອງເມືອງສືບຕໍ່ເພີ່ມພູນ ຄູນສ້າງ, ຮັກສາ ແລະເສີມຂະຫາຍການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ຄວາມສະໜິດຕິດພັນ ທີ່ສັດຊື່ບໍລິສຸດ. ເພີ່ມທະວີການຮ່ວມມື ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງ, ພັດທະນາເສດຖະກິດ - ສັງຄົມ, ສະຖຽນລະພາບ ແລະຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ; ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

ໂດຍ: ທະນາພອນ