ປະຫວັດສາດໄດ້ພິສູດໃຫ້ເຫັນມີຫຼາຍການກະທຳທີ່ມີລັກສະນະຮ່ວມສຳພັນສູ້ຮົບ, ສະແດງອອກໃຫ້ເຫັນສາຍພົວພັນສະໜິດຕິດພັນລະຫວ່າງສາມຊາດ. ແຕ່ວ່າເມື່ອພັກກອມມູນິດອິນດູຈີນ ກຳເນີດ, ນຳພາພາລະກິດຕໍ່ສູ້ປົດປ່ອຍຂອງສາມປະເທດນັ້ນ, ການພົວພັນນີ້ຈຶ່ງກາຍເປັນສາຍພົວພັນຍຸດທະສາດຢ່າງແທ້ຈິ່ງ.

ໃນການຕໍ່ສູ້ຕ້ານພວມລ່າເມືອງຂຶ້ນຝລັ່ງ (ແລະການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ) ທັງເຮົາ ແລະສັດຕູ ລ້ວນແຕ່ຮັບຮູ້ຢ່າງຈະແຈ້ງວ່າ ອິນດູຈີນ ແມ່ນສະໜາມຮົບໜຶ່ງ, ໃນນັ້ນ ຫວຽດນາມ ຍາມໃດກໍ່ແມ່ນສະໜາມຮົບຫຼັກແຫຼ່ງ, ລາວ ແລະກຳປູເຈຍ ແມ່ນສອງສະໜາມຮົບທີ່ມີທີ່ຕັ້ງຍຸດທະສາດສຳຄັນ. ຢາກຢຶດຄອງປະເທດນີ້, ສັດຕູຕ້ອງຄອບງຳ, ແບ່ງແຍກສອງປະເທດທີ່ຍັງເຫຼືອ, ກ້າວສູ່ການຢຶດຄອງອິນດູຈີນ, ສ້າງກົງຈັກຫຸ່ນຂຶ້ນມາ ເພື່ອເປັນລູກແຫຼ້ງຕີນມື, ສ້າງແອກປົກຄອງໃນທົ່ວ 3 ປະເທດ.

leftcenterrightdel
ທະຫານອາສາສະໝັກຫວຽດນາມກອງໜຶ່ງ ເຂົ້າຮ່ວມຕໍ່ສູ້ຢູ່ສະໜາມຮົບລາວ. ພາບເອກະສານ: ສຳນັກຂ່າວສານຫວຽດນາມ

ຢູ່ສະໜາມຮົບ ອິນດູຈີນ ມີການພົວພັນສອງຝ່າຍທີ່ຂັດແຍ່ງກັນ: ຝ່າຍໜຶ່ງແມ່ນການສົມທົບລະຫວ່າງພວກລ່າເມືອງຂຶ້ນຝລັ່ງ ທີ່ອາເມລິກາ ໄດ້ສົມຮູ້ຮ່ວມຄິດກັບພວກລູກແຫຼ້ງຕີນມືຫຸ່ນ, ສ່ວນອີກຝ່າຍໜຶ່ງແມ່ນພັນທະມິດລະຫວ່າງບັນດາກຳລັງຕໍ່ຕ້ານ, ປະຊາຊົນ 3 ຊາດ ຕ້ານສັດຕູໂຕດຽວກັນ.

ພາຍໃຕ້ການນຳພາຂອງພັກກອມມູນິດ ອິນດູຈີນ, ແຕ່ເດືອນກັນຍາ 1945 ຈົນຮອດທ້າຍປີ 1946 ປະຊາຊົນ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ ເລີ່ມຜັນຂະຫຍາຍການຕໍ່ສູ້, ພ້ອມທັງຊ່ວຍເຫຼືອກັນສ້າງກຳລັງ, ກະກຽມຕໍ່ຕ້ານທີ່ຍືດເຍື້ອຍາວນານ. ຢູ່ໃນໄລຍະນີ້, ຫວຽດນາມ ສວມບົດບາດເປັນຫຼັກແຫຼ່ງແກ່ນສານໃນການສ້າງຕັ້ງການພົວພັນສາມັກຄີສູ້ຮົບລະຫວ່າງປະຊາຊົນ 3 ປະເທດ.

ແຕ່ປີ 1947 ຈົນຮອດປີ 1950, ປະຊາຊົນຫວຽດນາມ ທັງຍູ້ແຮງພາລະກິດຕໍ່ຕ້ານ, ທັງຊ່ວຍເຫຼືອປະຊາຊົນສອງປະເທດບ້ານໃກ້ເຮືອນຄຽງຈົນສຸດຄວາມສາມາດຂອງຕົນ. ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເພື່ອຜົນປະໂຫຍດຂອງເພື່ອນ ແລະຜົນປະໂຫຍດລວມ, ທັງສ້າງເງື່ອນໄຂເພື່ອໃຫ້ຂະບວນການຕໍ່ຕ້ານຂອງເພື່ອນບືນຕົວຂຶ້ນ, ສາມາດຮັບຜິດຊອບຄວາມຮຽກຮ້ອງຕ້ອງການຂອງການສູ້ຮົບ ແລະສ້າງຕັ້ງກຳລັງ, ຊ່ວຍເພື່ອນແມ່ນຊ່ວຍຕົນເອງ.

ໃນຊຸມປີ 1951, 1952, 1953, ພາລະກິດຕໍ່ຕ້ານຂອງ 3 ຊາດສືບຕໍ່ກ້າວຂຶ້ນ, ຍາດໄດ້ຫຼາຍໄຊຊະນະຕື່ມອີກທັງດ້ານການທະຫານ, ການເມືອງ, ການພົວພັນຕ່າງປະເທດ, ຍູ້ສັດຕູຜູ້ຮຸກຮານໃຫ້ຕົກຢູ່ໃນທ່າຮັບດ້ານຍຸດທະສາດ, ທຳລາຍກົນອຸບາຍຂອງພວກມັນເທື່ອລະກ້າວ. ກ້າວເຂົ້າສູ່ລະດູຮ້ອນປີ 1953, ສະຖານະການສົງຄາມຢູ່ສະໜາມຮົບອິນດູຈີນ ມີການຫັນປ່ຽນທີ່ສຳຄັນ. ພາຍຫຼັງຖືກປະລາໄຊຢ່າງຕໍ່ເນື່ອງຢູ່ ຮວ່າບິ່ງ (ທ້າຍປີ 1951 ຕົ້ນປີ 1952), ພາກເໜືອລາວ (ລະດູບານໃໝ່ ປີ 1953), ກອງທັບຝລັ່ງ ຍິ່ງຕົກເຂົ້າສູ່ສະພາບຫຍຸ້ງຍາກ. ແຕ່ວ່າພວກລ່າເມືອງຂຶ້ນປະຕິການ ຝລັ່ງ ທີ່ມີອາເມລິກາ ໜູນຫຼັງ, ຕໍ່ກຳລັງແຮງຍັງຫວັງຢາກຊອກທາງອອກທີ່ມີກຽດດ້ວຍໄຊຊະນະດ້ານການທະຫານຢູ່ສະໜາມຮົບ.

ໃນສະພາບການດັ່ງກ່າວ, ແຜນການ Navarre ໄດ້ກໍາເນີດເກີດຂຶ້ນ. ນັ້ນແມ່ນແຜນການທີ່ອີງໃສ່ຄວາມມານະພະຍາຍາມສູງສຸດຂອງ ຝລັ່ງ ແລະການອຸປະຖຳດ້ານການທະຫານໃຫຍ່ທີ່ສຸດຂອງອາເມລິກາ, ດ້ວຍການປະກອບສ່ວນສູງສຸດກ່ຽວກັບກຳລັງຄົນ,  ກຳລັງດ້ານວັດຖຸສິ່ງຂອງຂອງລັດຖະບານຫຸ່ນ. ນັ້ນແມ່ນແຜນການອັນຕະລາຍ ເພື່ອກອບກູ້ການປະລາໄຊຂອງທັງຝລັ່ງ ແລະອາເມລິກາ ໃນສົງຄາມຮຸກຮານ, ແມ່ນການຮ່ວມສຳພັນຫັກຫຼັງການປະຕິວັດລະຫວ່າງລັດທິຈັກກະພັດ ແລະພວກລູກແຫຼ້ງຕີນມື, ພວກປະຕິການເພື່ອຕ້ານປະຊາຊົນ 3 ປະເທດ. ແຜນການ Navarre ແມ່ນສິ່ງທົດສອບຕໍ່ກັບການຮ່ວມສໍາພັນສາມັກຄີສູ້ຮົບຂອງປະຊາຊົນ ອິນດູຈີນ.

ພາຍຫຼັງຕີລາຄາ ແລະໄຈ້ແຍກແຜນການການທະຫານສຳຄັນຂອງ ຝລັ່ງ, ພວກເຮົາໄດ້ມີການຊີ້ນຳເພື່ອຮັບມື. ຢູ່ສະໜາມຮົບຕົ້ນຕໍແມ່ນບຸກໂຈມຕີດັບສູນສັດຕູ ທີ່ຕັ້ງທັບຢູ່ລາຍເຈົາ, ປົດປ່ອຍເຂດໄຕບັ໋ກ ຢ່າງສົມບູນ, ສົມທົບກັບທະຫານປະເທດລາວ ເພື່ອປົດປ່ອຍແຂວງຜົ້ງສາລີ, ສົມທົບກັບທະຫານປະເທດລາວ ແລະທະຫານກຳປູເຈຍ ຕີສັດຕູຢູ່ພາກກາງລາວ, ພາກໃຕ້ລາວ ແລະທິດຕາເວັນອອກສ່ຽງເໜືອ ກຳປູເຈຍ, ເປີດກວ້າງເຂດປົດປ່ອຍ. ແຜນການສູ້ຮົບລະດູໜາວ-ລະດູບານໃໝ່ 1953-1954 “ລວມມີສະໜາມຮົບທົ່ວປະເທດ ແລະຫວຽດນາມ-ກຳປູເຈຍ-ລາວ”.

ຄືແນວນັ້ນໃນການຕໍ່ຕ້ານລະດູໜາວ-ລະດູບານໃໝ່ 1953-1954, ດ້ວຍບາດຄ້ອນບຸກໂຈມຕີຢູ່ຕາມທິດຍຸດທະສາດໃນທົ່ວສະໜາມຮົບອິນດູຈີນ, ທະຫານ ແລະປະຊາຊົນ 3 ປະເທດໄດ້ສາມັກຄີກັນຢ່າງສະໜິດແໜ້ນ, ສົມທົບກັນສູ້ຮົບຢ່າງແໜ້ນແຟ້ນ, ຍາດໄດ້ໄຊຊະນະອັນຍິ່ງໃຫຍ່.

ເຖິງວ່າຕົກຢູ່ໃນທ່າຮັບທີ່ຕ້ອງຮັບມືໃນທົ່ວສະໜາມຮົບອິນດູຈີນ ກໍ່ຕາມ, ແຕ່ວ່າໄດ້ອາເມລິກາ ຊ່ວຍເຫຼືອ, ພວກລ່າເມືອງຂຶ້ນ ຝລັ່ງ ຍັງເພີ່ມທະວີການສ້າງດ້ຽນບຽນຝູ ໃຫ້ເປັນຖານທັບທີ່ແຂງແຮງແບບບໍ່ເຄີຍມີມາກ່ອນໃນສົງຄາມອິນດູຈີນ, ດ້ວຍຄວາມຫວັງວ່າ ຖານທັບນີ້ຈະເປັນບ່ອນ “ຂູດເນື້ອເຖືອໜັງ” ກຳລັງຕົ້ນຕໍຂອງຫວຽດມິງ ເພື່ອຍາດເອົາທ່າເປັນເຈົ້າການຄືນມາ. ຄືແນວນັ້ນການຕໍ່ສູ້ທີ່ເດັດດ່ຽວຢູ່ດ້ຽນບຽນຝູ ໄດ້ສ່ອງແສງໃຫ້ເຫັນໝາກຜົນຂອງການຕໍ່ສູ້ຕ້ານສັດຕູໂຕດຽວກັນຂອງປະຊາຊົນ 3 ປະເທດ ເຊິ່ງໄດ້ດຳເນີນຢ່າງຕໍ່ເນື່ອງເກືອບຮອດ 9 ປີ, ກ່ອນອື່ນໝົດແມ່ນໝາກຜົນຂອງບາດຄ້ອນບຸກໂຈມຕີຂອງການຮ່ວມສຳພັນສູ້ຮົບຂອງປະຊາຊົນ 3 ປະເທດ ໃນລະດູໜາວ-ລະດູບານໃໝ່ 1953 - 1954.

ດ້ຽນບຽນຝູ ບໍ່ພຽງແຕ່ແມ່ນການຕໍ່ສູ້ຍຸດທະສາດທີ່ເດັດດ່ຽວຂອງການຕໍ່ຕ້ານທີ່ສັກສິດຂອງປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນການຕໍ່ສູ້ທີ່ເດັດດຽວຂອງການຮວ່ມສຳພັນສາມັກຄີສູ້ຮົບຂອງ 3 ປະເທດ ອິນດູຈີນ ອີກດ້ວຍ. ໃນຂະນະທີ່ກອງທັບ ແລະປະຊາຊົນຫວຽດນາມ ບຸກໂຈມຕີດັບສູນຖານທັບດ້ຽນບຽນຝູ, ກອງທັບ ແລະປະຊາຊົນສອງປະເທດລາວ ແລະກຳປູເຈຍ ອ້າຍນ້ອງໄດ້ຍູ້ແຮງການເຄື່ອນໄຫວສູ້ຮົບສົມທົບກັບດ້ຽນບຽນຝູ, ໜູນຊ່ວຍ, “ແບ່ງປັນ” ກັບດ້ຽນບຽນຝູ.

ພາຍຫຼັງການສູ້ຮົບທັງເວັນ ແລະຄືນເປັນເວລາ  56 ວັນ, ບັ້ນຮົບປະຫວັດສາດດ້ຽນບຽນຝູ ໄດ້ສິ້ນສຸດລົງດ້ວຍໄຊຊະນະ. ໄຊຊະນະປະຫວັດສາດດ້ຽນບຽນຝູ ໄດ້ເຮັດໃຫ້ຄວາມມານະພະຍາຍາມສົງຄາມສູງສຸດຂອງພວກລ່າເມືອງຂຶ້ນ ຝລັ່ງ ແລະການແຊກແຊງຂອງອາເມລິກາ ຖືກປະລາໄຊ.

ສຳລັບ 3 ປະເທດອິນດູຈີນ, ໄຊຊະນະດ້ຽນບຽນຝູ ບໍ່ພຽງແຕ່ແມ່ນໄຊຊະນະທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ໃນການຕໍ່ຕ້ານພວກລ່າເມືອງຂຶ້ນຝລັ່ງ ເທົ່ານັ້ນ “ຫາກຍັງແມ່ນໄຊຊະນະຂອງນ້ຳໃຈສາມັກຄີຮ່ວມສຳຄັນສູ້ຮົບຮອບດ້ານລະຫວ່າງກອງທັບ ແລະປະຊາຊົນ 3 ຊາດ”.

ໂດຍ: ແສງເດືອນ