ຍົກສູງການຮ່ວມມືລະຫວ່າງສານປະຊາຊົນແຂວງດ້ຽນບຽນ ແລະສານປະຊາຊົນແຂວງຜົ້ງສາລີ
    
    
    
        
            
ກປ.ອອນໄລ - ວັນທີ 20 ພຶດສະພາ, ຄະນະຜູ້ແທນສານປະຊາຊົນແຂວງຜົ້ງສາລີ (ສປປ ລາວ) ໂດຍສະຫາຍ ສົມຕຸ້ຍ ໄຊພະຈັນ ປະທານສານປະຊາຊົນແຂວງຜົ້ງສາລີ ໄດ້ພົບປະເຈລະຈາກັບຄະນະຜູ້ແທນສານປະຊາຊົນແຂວງດ້ຽນບຽນ.
        
        
        
            
	
		
			|     | 
		
			|  | 
		
			| ສານປະຊາຊົນແຂວງດ້ຽນບຽນ ແລະສານປະຊາຊົນແຂວງຜົ້ງສາລີ ເຫັນດີເປັນເອກະພາບ, ລົງນາມໃນບົດບັນທຶກພົບປະເຈລະຈາ. ພາບ: ຕູແອັງ | 
	
	ທີ່ການພົບປະເຈລະຈາ, ຜູ້ຕາງໜ້າສານປະຊາຊົນສອງແຂວງໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມ, ການປ້ອງກັນຄວາມສະຫງົບ, ການເມືອງຂອງແຕ່ລະແຂວງ; ແລກປ່ຽນກ່ຽວກັບການຈັດຕັ້ງເຄື່ອນໄຫວຂອງສານປະຊາຊົນສອງຂັ້ນ. ແລກປ່ຽນບົດຮຽນໃນວຽກງານພິພາກສາ ແລະການຕໍ່ສູ້ຕ້ານອາດຊະຍາກຳ; ປະຕິບັດການຮ່ວມມຶດ້ານນິຕິກຳ ແລະວຽກງານປະຕິບັດຄຳຕັດສິນອາຍາ. ຕີລາຄາໝາກຜົນການປະຕິບັດບົດບັນທຶກຊ່ວຍຈຳ ຄັ້ງທີ V ທີ່ໄດ້ລົງນາມໃນປີ 2022 ຢູ່ແຂວງຜົ້ງສາລີ. 
	
		
			|     | 
		
			|  | 
		
			| ທ່ານ ຟານວັນແຄ໊ງ ປະທານສານປະຊາຊົນແຂວງດ້ຽນບຽນ ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ, ວຽກງານຕໍ່ສູ້, ຕ້ານອາດຊະຍາກຳກັບຄະນະຜູ້ແທນສານປະຊາຊົນແຂວງຜົ້ງສາລີ. ພາບ: ຕູແອັງ | 
	
	
		
			|     | 
		
			|  | 
		
			| ສະຫາຍ ສົມຕຸ້ຍ ໄຊພະຈັນ ປະທານສານປະຊາຊົນແຂວງຜົ້ງສາລີ ແຈ້ງວຽກງານພິພາກສາ, ວຽກງານພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ພາບ: ຕູແອັງ | 
	
	ບົນພື້ນຖານການຕີລາຄາໝາກຜົນທີ່ບັນລຸໄດ້, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບ, ກຳເນີນການເຊັນບົດບັນທຶກຊ່ວຍຈຳການພົບປະເຈລະຈາ ຄັ້ງທີ VI ປີ 2024, ດ້ວຍເນື້ອໃນຈຸດສຸມ: ສານປະຊາຊົນ 2 ແຂວງ ສືບຕໍ່ຍົກສູງປະສິດທິຜົນການຮ່ວມມື, ແບ່ງປັນບົດຮຽນໃນວຽກງານພິພາກສາຄະດີອາຍາ, ຄະດີແພ່ງ; ເພີ່ມທະວີການຮ່ວມມືໃນການຕໍ່ສູ້ ແລະຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳຢາເສບຕິດ, ການຄ້າມະນຸດ, ການເຂົ້າອອກເມືອງຜິດກົດໝາຍ.
	ໂດຍ: ແສງເດືອນ