ເພື່ອແນໃສ່ປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືທີ່ໄດ້ລົງນາມໃນຂໍ້ຕົກລົງນັ້ນ. ໃນຊຸມປີຜ່ານມາ, ເມືອງກວານເຊີນ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍ ແລະແທດຈິງ, ຊ່ວຍໃຫ້ເມືອງວຽງໄຊ, ແຂວງຫົວພັນ ພັດທະນາເສດຖະກິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ໜຶ່ງໃນບັນດາວຽກງານທີ່ໄດ້ ແລະພວມນຳມາເຊິ່ງປະສິດທິຜົນຢ່າງແທດຈິງນັ້ນແມ່ນການຖ່າຍທອດຮູບແບບປູກເຂົ້ານາທາມໃນລະດູແຫ້ງ. ເພື່ອປະຕິບັດຮູບແບບດັ່ງກ່າວ, ເມືອງກວານເຊີນ ໄດ້ໜູນຊ່ວຍແນວພັນເຂົ້າ 3.600 ກິໂລ ແລະຝຸ່ນ 32.000 ກິໂລ ໃຫ້ບັນດາເຂດຜະລິດ, ດ້ວຍ 255 ຄອບຄົວເຂົ້າຮ່ວມ, ຢູ່ 12 ບ້ານຂອງເມືອງວຽງໄຊ.

leftcenterrightdel
ພະນັກງານເມືອງກວານເຊີນ ສຳຫຼວດເພື່ອຜັນຂະຫຍາຍຮູບແບບປູກເຂົ້ານາທາມໃນລະດູແຫ້ງຢູ່ເມືອງວຽງໄຊ, ແຂວງຫົວພັນ. ພາບ: ຊວນມີງ

ຕາມການຕີລາຄາຂອງທ່ານ ຫງວຽນວັນຊີງ, ຫົວໜ້າຫ້ອງການກະສິກຳ ແລະພັດທະນາຊົນນະບົດເມືອງກວານເຊີນ ແລ້ວ, ນີ້ແມ່ນຄັ້ງທຳອິດທີ່ຜັນຂະຫຍາຍການໜູນຊ່ວຍຮູບແບບປູກເຂົ້ານາທາມໃນລະດູແຫ້ງຢູ່ປະເທດເພື່ອນລາວ ດ້ວຍເນື້ອທີ່ກວ່າ 60 ເຮັກຕາ, ສະນັ້ນກໍ່ປະສົບກັບຄວາມຫຍຸ້ງຍາກ, ຄື: ປະຊາຊົນຢູ່ທີ່ນີ້ຍັງບໍ່ທັນມີຄວາມຮູ້, ບໍ່ທັນມີບົດຮຽນໃນການຜະລິດເຂົ້ານາທາມໃນລະດູແຫ້ງແລະອາກາດບໍ່ອຳນວຍຄວາມສະດວກ ກໍ່ຄືບັນດາຂໍ້ກຳນົດກ່ຽວກັບການໄປມາລະຫວ່າງສອງປະເທດ... ແຕ່ວ່າດ້ວຍຄວາມມານະພະຍາຍາມຂອງເມືອງກວານເຊີນ, ຮູບແບບນີ້ໄດ້ຮັບການຜັນຂະຫຍາຍປະສົບຜົນສຳເລັດ ແລະບັນລຸປະສິດທິຜົນສູງ.

ທ່ານ ຫງວຽນວັນຊີງ ໃຫ້ຮູ້ວ່າ ຕາມການຜະລິດທີ່ເປັນມູນເຊື້ອຂອງປະເທດເພື່ອນ, ມີຫຼາຍທ້ອງຖິ່ນຂອງເມືອງວຽງໄຊໃນເມື່ອກ່ອນພຽງແຕ່ຜະລິດເຂົ້າ 1 ລະດູຕໍ່ປີ, ນອກຈາກນັ້ນເຂົາເຈົ້າປູກພືດທີ່ໃຫ້ສະມັດຕະພາບ, ປະສິດທິຜົນຕ່ຳ, ກໍ່ຄວາມຟຸ່ມເຟືອຍກ່ຽວກັບທີ່ດິນປູກຝັງ. ການໜູນຊ່ວຍຊາວນາຢູ່ເມືອງວຽງໄຊ ປູກເຂົ້າໃນລະດູແລ້ງ ໄດ້ປະກອບສ່ວນປ່ຽນແປງປະເພນີປູກຝັງ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຊຸກຍູ້ເສດຖະກິດ-ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເມືອງວຽງໄຊ.

ໂດຍໄດ້ຮູ້ແລ້ວວ່າ, ນອກຈາກຮູບແບບປູກເຂົ້ານາທາມໃນລະດູແຫ້ງ ປີ 2023, ໃນໄລຍະ 2018-2022, ເມືອງກວານເຊີນ ໄດ້ໜູນຊ່ວຍເມືອງວຽງໄຊ ສ້າງຫຼາຍຮູບແບບເສດຖະກິດທີ່ນຳມາເຊິ່ງປະສິດທິຜົນສູງ, ຄື: ໜູນຊ່ວຍເມືອງວຽງໄຊ ສ້າງຮູບແບບສວນໝາກກ້ຽງ, ດ້ວຍເນື້ອທີ່ 1 ເຮັກຕາ, ມີມູນຄ່າກວ່າ 400 ລ້ານດົ່ງ; ໜູນຊ່ວຍ 400 ລ້ານດົ່ງເພື່ອກໍ່ສ້າງຕະຫຼາດວຽງໄຊ;  ໜູນຊ່ວຍຊັບພະຍາກອນມະນຸດ ແລະຢາປ້ອງກັນ ແລະຂ້າຕັກແຕນທຳລາຍ...

ເມືອງເມື່ອງລ໊າດ ມີເສັ້ນຊາຍແດນຕິດກັບເມືອງສົບເບົາ, ວຽງໄຊ, ແຂວງຫົວພັນ. ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດ; ບັນດາສັນຍາ ແລະກົດລະບຽບຊາຍແດນ, ໃນໄລຍະຜ່ານມາ, ເມືອງເມື່ອງລ໊າດ ແລະສອງເມືອງວຽງໄຊ,  ສົບເບົາ ໄດ້ຜັນຂະຫຍາຍການປະຕິບັດຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ.

ບັນດາທ້ອງຖິ່ນໄດ້ສ້າງຕັ້ງຄະນະປະຕິບັດງານລົງຢ້ຽມຢາມ, ເຮັດວຽກ ແລະສົ່ງເສີມບັນດາໂຄງການຮ່ວມມື, ຄື: ກໍ່ສ້າງ 7 ກຸ່ມບ້ານ ແລະ 1 ກອງຮ້ອຍຊາຍແດນແຮກສ່ຽວກັບບັນດາບ້ານຕິດກັບຊາຍແດນຂອງເມືອງເມື່ອງລ໊າດ; ຮັກສາລະບອບປະຊຸມແລກປ່ຽນຕີລາຄາໝາກຜົນການປະຕິບັດເນື້ອໃນທີ່ໄດ້ລົງນາມຮ່ວມມືກ່ຽວກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້, ປ້ອງກັນ ແລະຕ້ານອັກຄີໄພຢູ່ເຂດຊາຍແດນ; ສະກັດກັ້ນການຖາງປ່າເຮັດໄຮ່; ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາໃຫ້ແກ່ປະຊາຊົນບັນດາເມືອງ, ແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບຄຸນຄ່າວັດທະນະທຳ, ຮີດຄອງປະເພນີອັນດີງາມ, ປະກອບສ່ວນຮັດແໜ້ນສາຍພົວພັນ, ນໍ້າໃຈສາມັກຄີມິດຕະພາບ...

ບົນເສັ້ນຊາຍແດນທາງບົກຍາວກວ່າ 213,6 ກິໂລແມັດ ຂອງແຂວງແທັງຮວ໊າ, ມີ 16 ຕາແສງ, ເທດສະບານ, ດ້ວຍ 33 ກຸ່ມບ້ານຂອງ 5 ເມືອງເມື່ອງລ໊າດ, ກວານເຊີນ, ກວານຮວ໊າ, ລາງຈາ໊ງ, ເທື່ອງຊວນ ຕິດກັບ 10 ກຸ່ມບ້ານຂຶ້ນກັບ 3 ເມືອງຂອງແຂວງຫົວພັນກໍານົດຄວາມສຳຄັນຂອງເຂດຊາຍແດນ, ໃນຊຸມປີຜ່ານມາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ໄດ້ຍູ້ແຮງການລົງນາມຮ່ວມມືຮອບດ້ານ; ຄຽງບ່າຄຽງໄຫຼ່ຍູ້ແຮງການເຄື່ອນໄຫວພົວພັນຕ່າງປະເທດ, ພ້ອມກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຍືນຍົງຍາວນານ; ຜັນຂະຫຍາຍບັນດາມາດຕະການ ເພື່ອຊຸກຍູ້ເສດຖະກິດ-ສັງຄົມຂອງສອງທ້ອງຖິ່ນໃຫ້ພັດທະນາແບບຍືນຍົງ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ສາມັກຄີມິດຕະພາບແບບພິເສດລະຫວ່າງແຂວງແທັງຮວ໊າ-ຫົວພັນ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ເຈິ່ນຮວ່ຽນ