ຕີລາຄາກ່ຽວກັບຄວາມໝາຍຂອງແນວຄິດໂຮ່ຈີມິນ, ທ່ານນາງ ລານຈີ ໃຫ້ຮູ້ວ່າ ແນວຄິດຂອງເພິ່ນບໍ່ພຽງແຕ່ປຸກລຸກກຳລັງແຮງຂອງລັດທິຮັກຊາດ ແລະຈິດໃຈຂອງຊາດ, ແມ່ນທຸງຊັກນຳພາລະກິດຕໍ່ສູ້ປົດປ່ອຍຊາດ, ແມ່ນກໍາລັງໜູນຢ່າງແຂງແຮງໃນພາລະກິດຕໍ່ສູ້ ແລະປົກປັກຮັກສາປະເທດຊາດ ໃນເມື່ອກ່ອນເທົ່ານັ້ນ, ຫາກຍັງມີຄຸນຄ່າແບບຍືນຍົງ ແລະຍາວນານຕໍ່ພາລະກິດປ່ຽນແປງໃໝ່, ປະຕິບັດຄວາມມຸ່ງມາດປາດຖະໜາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃນໄລຍະປະຈຸບັນ ຢູ່ຫວຽດນາມ ອີກດ້ວຍ.

ໂດຍຊາບຊຶມແນວຄິດໂຮ່ຈີມິນ, ທ່ານນາງຮອງຜູ້ອຳນວຍການໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ໃຫ້ຮູ້ວ່າ: ຍາມໃດກໍ່ເຊີດຊູນ້ຳໃຈຮັກຊາດ, ມີເຈດຈຳນົງບືນຕົວຂຶ້ນໃນການອອກຮງງານ, ຮໍ່າຮຽນ ແລະປົກປັກຮັກສາປະເທດຊາດສັງຄົມນິຍົມ. ທ່ານນາງຍັງພະຍາຍາມສິດສອນເພື່ອຊ່ວຍໃຫ້ນັກຮຽນມີຄວາມເຂົ້າໃຈ ແລະ ມີຄວາມຮູ້ອັນເລິກເຊິ່ງກ່ຽວກັບຄວາມຮັກຕໍ່ກັບບ້ານເກີດເມືອງນອນ ແລະປະເທດຊາດ ແລະຍາມໃດກໍ່ມຸ່ງຫາປະເທດ; ກໍ່ຄືເຂົ້າໃຈຄວາມໝາຍຂອງຄວາມສະໜິດຕິດພັນ ແລະຄວາມສາມັກຄີໃນວົງຄະນະຍາດ, ຍາມໃດກໍ່ເອກອ້າງທະນົງໃຈ ຕໍ່ປະຫວັດສາດ ແລະວັດທະນະທຳຂອງຊາດ.

leftcenterrightdel
ປະທານໂຮ່ຈີມິນ ເຮັດວຽກຢູ່ເຂດທີ່ໝັ້ນຫວຽດບັກ ໃນໄລຍະຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ຕີລາຄາກ່ຽວກັບຄວາມເອົາໃຈໃສ່ຂອງພັກ ແລະລັດ ຫວຽດນາມ ທີ່ມີຕໍ່ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດເວົ້າລວມ ແລະຢູ່ປະເທດລາວເວົ້າສະເພາະ, ທ່ານນາງ ລານຈີ ໃຫ້ຮູ້ວ່າ ໂດຍເປັນຜູ້ທີ່ດຳລົງຊີວິດຢູ່ລາວມາໄດ້ 14 ປີແລ້ວ, ທ່ານນາງຮັບຮູ້ໄດ້ວ່າ ພັກ ແລະລັດຫວຽດນາມ ມີບັນດານະໂຍບາຍທີ່ເໝາະສົມ, ຖືກຕ້ອງ ແລະສະເໝີຕົ້ນສະເໝີປາຍກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ລະອຽດແມ່ນ, ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາໃນເດືອນມັງກອນ ບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສາມາດກັບຄືນປະເທດເປັນກຳມະສິດຊັບສິນຂອງຕົນເທົ່ານັ້ນ, ຫາກຍັງຫຼີກລ້ຽງສິ່ງທີ່ຄົງຄ້າງເມື່ອຢາກເປັນ ກຳມະສິດທີ່ດິນຢູ່ພາຍໃນປະເທດຄືໃນເມື່ອກ່ອນ. ນະໂຍບາຍດັ່ງກ່າວໄດ້ເຮັດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ, ກໍຄືຄວາມເອົາໃຈໃສ່ເປັນພິເສດຂອງພັກ ແລະລັດຫວຽດນາມ.

leftcenterrightdel
ທ່ານນາງ ຫງວຽນທິລານຈີ, ຮອງຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານຮອງຜູ້ອຳນວຍການໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ແລ້ວ, ນອກຈາກບັນດານະໂຍບາຍເອົາໃຈໃສ່ເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດາການເຄື່ອນໄຫວປະຈຳປີຂອງພັກ ແລະລັດ ເພື່ອແນໃສ່ເຊື່ອມຕໍ່ພໍ່ແມ່ປະຊາຊົນກັບປະເທດ ຄື: ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ; ຈັດໃຫ້ຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມເມືອງເກາະ ເຈື່ອງຊາ ແລະຮ້ານເວນຍາມ DK1; ລາຍການຄ້າຍພັກແລ້ງຫວຽດນາມ... ກໍ່ປະກອບສ່ວນເພີ່ມທະວີຄວາມຜຸກພັນລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບປະຊາຊົນຢູ່ພາຍໃນປະເທດ, ເຮັດໃຫ້ຊາວຫວຽດນາມ ທີ່ອາໃສຢູ່ບໍ່ວ່າປະເທດໃດໃນໂລກ ກໍ່ລ້ວນແຕ່ມຸ່ງຫາກົກເຄົ້າເຫງົ້າກໍ, ບ້ານເກີດເມືອງນອນ, ປະເທດຊາດ.

ຕາມທ່ານນາງ ລານຈີ ແລ້ວ, ຍ້ອນມີຄວາມຮັກແພງ ແລະຄວາມເຄົາລົບນັບຖືຕໍ່ກັບລຸງໂຮ່,  ຊາວຫວຽດນາມ ອາໄສຢູ່ລາວ ໄດ້ກໍ່ສ້າງເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ແຂວງຄຳມ່ວນ ແລະໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່ ແຕ່ລະປີ, ພໍ່ແມ່ປະຊາຊົນຈາກຫຼາຍແຂວງ, ນະຄອນໃນປະເທດລາວ ກໍ່ມີກິດຈະກໍາເຄື່ອນໄຫວມຸ່ງຫາກົກເຄົ້າເຫງົ້າກໍ, ຖະຫວາຍທູບທຽນເພື່ອອາໄລຫາ ແລະສະແດງຄວາມຮູ້ບຸນຄຸນຕໍ່ເພິ່ນ.

ທ່ານນາງ ລານຈີ ແບ່ງປັນວ່າ, ເຖິງວ່າດໍາລົງຊີວິດຢູ່ຕ່າງປະເທດກໍ່ຕາມ, ແຕ່ທ່ານນາງ ແລະພໍ່ແມ່ປະຊາຊົນຍັງສະຫງວນອາລົມຈິດຄວາມຮັກແພງ ແລະມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດ. ຢູ່ລາວ, ມີຫຼາຍຄອບຄົວຊາວຫວຽດນາມ ເຖິງວ່າໄດ້ດຳລົງຊີວິດຢູ່ລາວຫຼາຍລຸ້ນຄົນກໍ່ຕາມ, ແຕ່ຍັງຄົງຮັກສາຮີດຄອງປະເພນີ, ພາສາ ແລະຕົວໜັງສືຂອງຊາດ. ເມື່ອປະຊາຊົນຢູ່ບ້ານເກີດເມືອງນອນປະສົບກັບໄພທຳມະຊາດ ຫຼືມີຄວາມຫຍຸ້ງຍາກ, ທ່ານນາງ ລານຈີ  ແລະຊາວຫວຽດນາມ ອາໄສຢູ່ລາວ ລ້ວນແຕ່ມຸ່ງຫາປະເທດຊາດ ດ້ວຍການບໍລິຈາກ, ການປະກອບສ່ວນທີ່ແທດຈິງ.

ໂດຍ: ທູຈາງ