ງານບຸນແຫ່ງນໍ້າໃຈໄມຕີຈິດມິດຕະພາບ

ໂດຍສືບທອດຜົນສໍາເລັດຂອງການເຄື່ອນໄຫວວັດທະນະທຳ - ທ່ອງທ່ຽວທີ່ໄດ້ສົມທົບກັນຈັດຕັ້ງສໍາເລັດ ຄື: ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະທ່ອງທ່ຽວເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ຢູ່ແຂວງເຊີນລາ ປີ 2017; “ວັນບຸນວັດທະນະທໍາທ່ອງທ່ຽວ ເຊີນລາ-ຫົວພັນ” ຢູ່ແຂວງຫົວພັນ ປີ 2018..., ໃນຊຸມວັນທ້າຍ ເດືອນມີນາ 2024, ແຂວງເຊີນລາ ໄດ້ສົມທົບກັບແຂວງຫົວພັນຈັດຕັ້ງ “ງານບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ຢູ່ເມືອງຊຳເໜືອທີ່ສວຍງາມດ້ວຍການເຄື່ອນໄຫວທ່ອງທ່ຽວ, ວັດທະນະທຳທີ່ເປັນເອກະລັກຫຼາຍຢ່າງ.

ທ່ານນາງ ຮ່ວາງເງິນຮວ່ານ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງ ເຊີນລາ ໃຫ້ຮູ້ວ່າ ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ - ຫົວພັນ ແມ່ນເຫດການສຳຄັນ ເພື່ອແນໃສ່ຍູ້ແຮງການເຄື່ອນໄຫວທາງການທູດວັດທະນະທຳເພື່ອແນະນຳ, ໂຄສະນາພາບພົດຂອງເຂດດິນແດນ, ຊາວເຊີນລາ, ວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າໃນແຂວງ, ໄດ້ຍົກສູງຊື່ສຽງ, ທີ່ຕັ້ງຂອງແຂວງເຊີນລາ ກັບບັນດາແຂວງ, ນະຄອນຢູ່ພາຍໃນ ແລະສາກົນຂຶ້ນເທື່ອລະກ້າວ. ວັນບຸນໄດ້ປະກອບສ່ວນເປີດກວ້າງການພົວພັນ, ການຮ່ວມມືກັບທ້ອງຖິ່ນ, ອົງການຈັດຕັ້ງ ແລະສ່ວນບຸກຄົນຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ, ດຶງດູດແຫຼ່ງເງິນລົງທຶນ, ເພີ່ມທະວີການປະກອບສ່ວນດ້ານການຄ້າ, ການທ່ອງທ່ຽວ, ພັດທະນາອຸດສາຫະກຳວັດທະນະທຳໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ.

leftcenterrightdel
ການນຳແຂວງເຊີນລາ ແລະຫົວພັນ ຢ້ຽມຊົມຮ້ານວາງສະແດງຮູບພາບທີ່ສວຍງາມໃນຂອບເຂດ “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ - ຫົວພັນ” ປີ 2024. ພາບ: baosonla.org.vn

ສວນສາທາລະນະມິດຕະພາບລາວຮຸ່ງ, ຢູ່ເທດສະບານເມືອງຊຳເໜືອ, ເຊິ່ງເປັນບ່ອນດຳເນີນການເຄື່ອນໄຫວຕົ້ນຕໍຂອງວັນບຸນທ່ອງທ່ຽວວັດທະນະທຳເຊີນລາ - ຫົວພັນ ປີ 2024  ມີຄວາມຄຶກຄື້ນມ່ວນຊື່ນໄປດ້ວຍຂົງເຂດວັດທະນະທຳ - ທ່ອງທ່ຽວ ດ້ວຍບັນດາຜະລິດຕະພັນທີ່ເປັນເອກະລັກຂອງແຂວງເຊີນລາ ແລະແຂວງຫົວພັນ.

ປະທັບໃຈທີ່ສຸດແມ່ນລາຍການສະແດງສິລະປະທີ່ເປັນເອກະລັກໃນພິທີເປີດດ້ວຍຫົວຂໍ້ “ເພງຮັກເຊີນລາ - ຫົວພັນ” ໂດຍນັກສິລະປິນ, ນັກສະແດງຈາກແຂວງເຊີນລາ ແລະແຂວງຫົວພັນ ສົມທົບກັນສະແດງ ໄດ້ສ້າງຄວາມປະທັບໃຈຢ່າງສຸດຊຶ້ງໃນດວງໃຈຂອງປະຊາຊົນ ແລະນັກທ່ອງທ່ຽວ. ບັນດາລາຍການສະແດງສິລະປະ, ຂັບລຳທີ່ເປັນເອກະລັກໄດ້ສ້າງຂຶ້ນຢ່າງພິຖີພິຖັນ, ເຊີດຊູມູນເຊື້ອປະຕິວັດ, ມູນເຊື້ອມິດຕະພາບ, ຄວາມສະໜິດຕິດພັນທີ່ຊື່ສັດລະຫວ່າງສອງແຂວງ ເຊີນລາ ແລະຫົວພັນ ເວົ້າສະເພາະ ແລະສອງປະເທດຫວຽດນາມ ແລະລາວ ເວົ້າລວມ ໃນການສ້າງສາ ແລະປົກປັກຮັກສາປະເທດຊາດ. ພ້ອມກັນນັ້ນ, ຍັງຍ້ອງຍໍຊົມເຊີຍມູນເຊື້ອ ແລະວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າຂອງສອງແຂວງ, ໄດ້ເຮັດໃຫ້ຄວາມຄ້າຍຄືກັນ, ການປະສານກ່ຽວກັບວັດທະນະທຳ, ສິລະປະພົ້ນເດັ່ນຂຶ້ນ; ສັນລະເສີນຄວາມງາມດ້ານຈິດວິນຍານ, ຄວາມຮັກຂອງຜູ້ຄົນ, ບ້ານເກີດເມືອງນອນ; ຄວາມງາມທາງທຳມະຊາດ, ຮູບໂສມ, ຮູບພາບການປ່ຽນແປງໃໝ່ ແລະການພັດທະນາຂອງສອງແຂວງ, ສອງປະເທດ.

ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະທ່າໄດ້ປຽບ

ເຊີນລາ ແລະຫົວພັນ ແມ່ນສອງແຂວງທີ່ມີເງື່ອນໄຂເສດຖະກິດ-ສັງຄົມ ແລະພື້ນຖານວັດທະນະທຳຄ້າຍຄືກັນ. ດ້ວຍມູນເຊື້ອປະຫວັດສາດ, ນໍ້າໃຈສາມັກຄີ, ມິດຕະພາບແບບພິເສດ, ການພົວພັນທີ່ສະໜິດແໜ້ນ, ແຕ່ລະແຂວງລ້ວນແຕ່ມີເອກະລັກກ່ຽວກັບວັດທະນະທໍາ, ທິວທັດທຳມະຊາດທີ່ສວຍງາມ, ນີ້ແມ່ນປັດໄຈສຳຄັນເພື່ອໃຫ້ຂະແໜງທ່ອງທ່ຽວ “ປອດຄວັນ” ຂອງສອງແຂວງບຸກທະລຸບືນຕົວຂຶ້ນ.

ໂດຍໄດ້ຮັບການຕີລາຄາວ່າເປັນເຂດດິນແດນທີ່ມີຊັບພະຍາກອນທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາຫຼາຍແຫ່ງເຊິ່ງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວ, ປະຈຸບັນ ແຂວງຫົວພັນ ມີສະຖານທີ່ທ່ອງທ່ຽວ 158 ແຫ່ງ, ລວມມີສະຖານທີ່ທ່ອງທ່ຽວທໍາມະຊາດ 64 ແຫ່ງ, ສະຖານທີ່ທ່ອງທ່ຽວວັດທະນະທໍາ 30 ແຫ່ງ ແລະສະຖານທີ່ທ່ອງທ່ຽວປະຫວັດສາດ 64 ແຫ່ງ.

leftcenterrightdel
ລາຍການສະແດງສິລະປະ “ເພງຮັກເຊີນລາ - ຫົວພັນ” ສະແດງໂດຍນັກສິລະປິນ, ນັກສະແດງຈາກແຂວງ ເຊີນລາ ແລະຫົວພັນ. ພາບ: baosonla.org.vn

ເພື່ອເພີ່ມທະວີການຮ່ວມມື, ໂຄສະນາຜະລິດຕະພັນການທ່ອງທ່ຽວ ແລະດຶງດູດນັກທ່ອງທ່ຽວ, ແຂວງ ເຊີນລາ ແລະແຂວງຫົວພັນ ໄດ້ສົມທົບກັນຈັດຕັ້ງກອງປະຊຸມຮ່ວມສຳພັນພັດທະນາການທ່ອງທ່ຽວເຊີນລາ - ຫົວພັນ ປີ 2024 ດ້ວຍການເຂົ້າຮ່ວມຂອງການນຳຂອງສອງແຂວງ, ບັນດາອົງການຈັດຕັ້ງ, ວິສາຫະກິດທີ່ດຳເນີນທຸລະກິດໃນຂົງເຂດທ່ອງທ່ຽວຢູ່ບໍລິເວນສອງແຂວງ ແລະສະໂມສອນທ່ອງທ່ຽວ Unesco ຮ່າໂນ້ຍ. ທີ່ກອງປະຊຸມ, ບັນດາວິສາຫະກິດທ່ອງທ່ຽວແຂວງເຊີນລາ ແລະຫົວພັນ ກັບສະໂມສອນ Unesco ຮ່າໂນ້ຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຂາຍຜະລິດຕະພັນທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວໃໝ່ຮ່າໂນ້ຍ - ເຊີນລາ - ຫົວພັນ, ໃນນັ້ນ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ; ເຂດທ່ອງທ່ຽວ, ເຂດພັກຜ່ອນບຳລຸງສຸຂະພາບ, ພັດຕະຄານ, ຮ້ານອາຫານ, ໂຮງແຮມໄດ້ໃຫ້ຄຳໝັ້ນສັນຍາຫຼຸດລາຄາແຕ່  5 – 20% ໃຫ້ຄະນະນັກທ່ອງທ່ຽວຈາກ ເຊີນລາ ມາຫົວພັນ ແລະກົງກັນຂ້າມ.

ພາຍຫຼັງກອງປະຊຸມຮ່ວມສຳພັນພັດທະນາການທ່ອງທ່ຽວ ເຊີນລາ - ຫົວພັນ ປີ 2024, ບັນດາວິສາຫະກິດ, ຫົວໜ່ວຍທີ່ດໍາເນີນທຸລະກິດການທ່ອງທ່ຽວນັບມື້ຍູ້ແຮງການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ສ້າງຜະລິດຕະພັນການທ່ອງທ່ຽວປະເພດຕ່າງໆ, ສ້າງຕະຫຼາດນັກທ່ອງທ່ຽວ; ແບ່ງປັນປະສົບການໃນການໂຄສະນາສົ່ງເສີມການທ່ອງທ່ຽວ, ຮຽກຮ້ອງສົ່ງເສີມການລົງທຶນດ້ານການທ່ອງທ່ຽວ; ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການພັດທະນາການທ່ອງທ່ຽວ.

ດ້ວຍຄວາມຕັດສິນໃຈ, ຄວາມມານະພະຍາຍາມຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າຂອງສອງແຂວງ, ຄວາມສາມາດບົ່ມຊ້ອນຮ່ວມມືໃນທຸກດ້ານຈະສືບຕໍ່ໄດ້ຮັບການຂຸດຄົ້ນ; ພິເສດ, ການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວຈະນັບມື້ໄດ້ຮັບການເສີມຂະຫຍາຍ, ພັດທະນາກວ່າອີກ. ເຊີນລາ-ຫົວພັນ ຍາມໃດກໍ່ຈະເປັນສະຖານທີ່ທີ່ປອດໄພ ແລະເປັນທີ່ດຶງດູດໃຈຂອງນັກທ່ອງທ່ຽວຈາກທົ່ວທຸກສາລະທິດ.

ໂດຍ: ຈາງຫງວຽນ