ຕາມທ່ານພົນເອກແລ້ວ, ໄຊຊະນະດ້ຽນບຽນຝູ ມີຄວາມໝາຍແນວໃດຕໍ່ການປະຕິວັດຫວຽດນາມ - ລາວ ແລະຂະບວນການປົດປ່ອຍຫົວເມືອງຂຶ້ນໃນທົ່ວໂລກໃນເວລານັ້ນ? ທ່ານພົນເອກ ຕີລາຄາຄືແນວໃດຕໍ່ການປະກອບສ່ວນຂອງການຮ່ວມສຳພັນສູ້ຮົບຫວຽດນາມ - ລາວ ໃນໄຊຊະນະປະຫວັດສາດ ດ້ຽນບຽນຝູ?

ໄຊຊະນະດ້ຽນບຽນຝູ ໃນວັນທີ 7 ພຶດສະພາ 1954 ແມ່ນໄຊຊະນະ ທີ່ດັງສະໜັ່ນຫວັ່ນໄຫວໄປທົ່ວ 5 ທະວີບ,  ສັ່ນສະເທືອນໄປທົ່ວໂລກ. ນີ້ບໍ່ພຽງແຕ່ແມ່ນໄຊຊະນະ, ຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ແລະບັນດາປະເທດໃນແຫຼມອິນດູຈີນ ເວົ້າສະເພາະເທົ່ານັ້ນ, ຫາກຍັງແມ່ນໄຊຊະນະ ແລະຄວາມເອກອ້າງທະນົງໃຈຂອງທຸກຊາດທີ່ຮັກຫອມສັນຕິພາບທົ່ວໂລກເວົ້າລວມອີກດ້ວຍ.

leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ໄຊຊະນະດ້ຽນບຽນຝູ ໄດ້ສະແດງໃຫ້ເຫັນເຖິງຄວາມຢືດໝັ້ນທີ່ສະເໝີຕົ້ນສະເໝີປາຍໃນການຕັດສິນໃຈຕໍ່ສູ້ ເພື່ອເອກະລາດແຫ່ງຊາດຂອງປະຊາຊົນຫວຽດນາມ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ນຳໜ້າໂດຍປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່. ດ້ຽນບຽນຝູ ແມ່ນໄຊຊະນະທີ່ດັງສະໜັ່ນຫວັ່ນໄຫວ, ສັ່ນສະເທືອນທີ່ສຸດໃນປະຫວັດສາດຕໍ່ສູ້ຕ້ານສັດຕູຮຸກຮານຈາກພາຍນອກຂອງຊາດຫວຽດນາມ ວິລະຊົນ, ປະຫວັດສາດຂອງຊາດຫວຽດນາມ ແລະປະຫວັດສາດໂລກ ໄດ້ຮັບຮອງເອົາໃນສະຕະວັດທີ 20 ເພື່ອທຳລາຍລະບອບຫົວເມືອງຂຶ້ນ ຂອງລັດທິຈັກກະພັດ, ເຮັດໃຫ້ຈະແຈ້ງກ່ຽວກັບສັດຈະທຳທີ່ວ່າ ຊາດໜຶ່ງທີ່ເປັນເຄິ່ງຫົວເມືອງຂຶ້ນ, ເຄິ່ງສັກດີນາ, ດິນແດນປະເທດບໍ່ກວ້າງ, ປະຊາກອນບໍ່ຫຼາຍ, ເສດຖະກິດຫຼ້າຫຼັງ, ດ້ອຍພັດທະນາ, ກໍາລັງການ ທະຫານຂະໜາດນ້ອຍ, ພາຫະນະອາວຸດບໍ່ຫຼາຍພໍປານໃດ, ແຕ່ຖ້າມີຄວາມສາມັກຄີເປັນປຶກແຜ່ນ, ມີການຳພາ, ຊີ້ນໍາຢ່າງຖືກຕ້ອງ, ຮູ້ຈັກປຸກລະດົມ ແລະນຳໃຊ້ກຳລັງປະກອບອາວຸດຂອງປະຊາຊົນ ເພື່ອດໍາເນີນສົງຄາມປະຊາຊົນ, ສາມາດເອົາຊະນະສັດຕູຜູ້ຮຸກຮານທີ່ມີພື້ນຖານເສດຖະກິດ ແລະການທະຫານທີ່ເຂັ້ມແຂງກວ່າ ແລະທັນສະໄໝກວ່າຕັ້ງຫຼາຍເທົ່າ.

ໄຊຊະນະດ້ຽນບຽນຝູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະກຳປູເຈຍ ທີ່ຮ່ວມສຳພັນສູ້ຮົບຕ້ານສັດຕູໂຕດຽວກັນ ເພື່ອປົດປ່ອຍປະເທດຊາດ. ໄຊຊະນະດັ່ງກ່າວໄດ້ດັບສູນເຈດຈໍານົງຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ອຳນາດການປົກຄອງລ່າເມືອງຂຶ່ນຝລັ່ງ ຕ້ອງລົງນາມໃນສັນຍາເຊີແນວ ປີ 1954 ກ່ຽວກັບການຢຸດຕິສົງຄາມ, ຟື້ນຟູສັນຕິພາບຄືນໃໝ່ຢູ່ອິນດູຈີນ, ຮັບຮູ້ພື້ນຖານເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ .

ໄຊຊະນະດ້ຽນບຽນຝູ ແລະໄຊຊະນະຂອງປະຊາຊົນ ຫວຽດນາມ, ລາວ, ກໍາປູເຈຍ ໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນຝລັ່ງ ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າຖືກພ່າຍແພ້ເປັນຄັ້ງທຳອິດໃນໂລກ, ກາຍເປັນບ່ອນອີງຢ່າງໝັ້ນແກ່ນ ແລະເປັນແບບຢ່າງທີ່ໃສແຈ້ງ ເພື່ອໃຫ້ບັນດາປະເທດຫົວເມືອງຂຶ້ນ ລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ແລະແອກປົກຄອງຂອງລ່າເມືອງຂຶ້ນແບບເກົ່າໃນຫຼາຍປະເທດໃນໂລກ, ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນພາລະກິດການຕໍ່ສູ້ອັນຍິ່ງໃຫຍ່ ເພື່ອພື້ນຖານເອກະລາດ, ປະຊາທິປະໄຕ ແລະຄວາມກ້າວໜ້າທາງສັງຄົມຂອງມວນມະນຸດ. ນີ້ແມ່ນເຫດຜົນ ເພື່ອຢັ້ງຢືນວ່າ ດ້ຽນບຽນຝູ ແມ່ນໄຊຊະນະທີ່ມີຄວາມໝາຍປະຫວັດສາດບໍ່ພຽງແຕ່ແມ່ນຂອງປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງແມ່ນຂອງປະຊາຊົນບັນດາປະເທດທີ່ພວມທົນຕໍ່ແອກປົກຄອງ ແລະການຂູດຮີດຂອງລັດທິລ່າເມືອງຂຶ້ນແບບເກົ່າ ກໍ່ຄືຂະບວນການປົດປ່ອຍຫົວເມືອງຂຶ້ນໃນໂລກໃນເວລານັ້ນ.

ໃນບັ້ນຮົບດ້ຽນບຽນຝູ, ໃນເວລານັ້ນ ຝ່າຍລາວ ບໍ່ພຽງແຕ່ສ້າງທຸກເງື່ອນໄຂສະດວກໃຫ້ຝ່າຍຫວຽດນາມ ໃນບັ້ນຮົບເທົ່ານັ້ນ, ແຕ່ບັນດາກົມກອງກຳລັງປະກອບອາວຸດຂອງລາວ ທີ່ເຄື່ອນໄຫວຢູ່ພາກເໜືອກໍ່ໄດ້ສົມທົບກັນບຸກໂຈມຕີກອງທັບຂອງລ່າເມືອງຂຶ້ນຝລັ່ງຢູ່ເຂດຊາຍແດນຂອງສອງປະເທດ ແລະຢູ່ໃນດິນແດນລາວອີກດ້ວຍ, ເຊິ່ງໄດ້ປະກອບສ່ວນເຂົ້າໃນໄຊຊະນະດ້ຽນບຽນຝູ. ສຳລັບລາວ ແລ້ວ, ໄຊຊະນະດ້ຽນບຽນຝູ ແມ່ນມີຄວາມໝາຍສຳຄັນຕໍ່ຄວາມສາມັກຄີແບບພິເສດ ແລະການຮ່ວມສຳພັນສູ້ຮົບລາວ - ຫວຽດນາມ, ແມ່ນໄຊຊະນະຂອງການປະສານສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອພ້ອມກັນຕີຊະນະສັດຕູໂຕດຽວກັນ.

ຜົນສຳເລັດຂອງບັ້ນຮົບດ້ຽນບຽນຝູ ມີຄວາມໝາຍແນວໃດຕໍ່ການສົມທົບກັນລະຫວ່າງກອງທັບ 2 ປະເທດໃນບັ້ນຮົບຕໍ່ຈາກນີ້, ໂດຍສະເພາະໃນຊຸມປີຕໍ່ຕ້ານຈັກກະພັດອາເມລິກາ, ຮຽນທ່ານພົນເອກ?

ໄຊຊະນະດ້ຽນບຽນຝູ ທີ່ສັ່ນສະເທືອນໄປທົ່ວໂລກໄດ້ບັງຄັບໃຫ້ພວກລ່າເມືອງຂຶ້ນແບບເກົ່າຕ້ອງລົງນາມໃນສັນຍາເຊີແນວປີ 1954, ຮັບຮູ້ເອກະລາດ ແລະອະທິປະໄຕຂອງສາມປະເທດອິນດູຈີນ. ພາຍຫຼັງສັນຍາເຊີແນວ, ລັດທິຈັກກະພັດແບບໃໝ່ ໄດ້ໂດດລົງເຂົ້າມາແທນທີ່ລັດທິລ່າເມືອງຂຶ້ນແບບເກົ່າຮຸກຮານລາວ ແລະຫວຽດນາມ. ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ສືບຕໍ່ສາມັກຄີ, ຄຽງບ່າຄຽງໄຫຼ່ ພ້ອມກັບພະນັກງານ, ນັກຮົບ ແລະປະຊາຊົນລາວ ບັນດາເຜົ່າ, ຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ ແລະອົງອາດກ້າຫານບົນເນື້ອໃນຈິດໃຈ “ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ແບ່ງກັນກິນ”, ທຳລາຍການຮຸກຮານທີ່ອຳມະຫິດຂອງຈັກກະພັດແບບໃໝ່ ແລະລູກແຫຼ້ງຕີນມື, ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ເຊັ່ນ: ບັ້ນຮົບປົດປ່ອຍແຂວງຫຼວງນ້ຳທາ (1962); ບັ້ນຮົບນ້ຳບາກ ໃນປີ 1968; ບັ້ນຮົບເມືອງສຸຍ ; ບັ້ນຮົບກູ້ກຽດ; ລາມເຊີນ 719 (1971); ບັ້ນຮົບ ທົ່ງໄຫຫີນ-ຊຽງຂວາງ…

ເພື່ອໜູນຊ່ວຍບັນດາສະຫາຍຫວຽດນາມ ປະຕິບັດສຳເລັດພາລະກິດປະຫວັດສາດປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ, ພັກປະຊາຊົນປະຕິວັດລາວ ແລະສູນກາງແນວລາວຮັກຊາດ ກໍ່ໄດ້ສ້າງທຸກເງື່ອນໄຂສະດວກ ເພື່ອເປີດເສັ້ນທາງ ໂຮ່ຈີມິນ ຜ່ານດິນແດນລາວ ເພື່ອຕໍ່ກໍາລັງ, ຂົນຂວາຍທະຫານ ແລະລຳລຽງພາຫະນະສົງຄາມໃນໄລຍະເວລາຫຼາຍປີ, ປະກອບສ່ວນສຳຄັນເຂົ້າໃນໄຊຊະນະລວມຂອງສອງຊາດລາວ ແລະຫວຽດນາມ.

ວັນທີ 30 ເມສາ 1975, ພາກໃຕ້ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ. ສົມທົບກັບໄຊຊະນະຂອງປະຊາຊົນຫວຽດນາມ, ລາວ ໄດ້ປຸກລະດົມບັ້ນຮົບລຸກຮືຂຶ້ນ ດ້ວຍ 3 ບາດຄ້ອນຍຸດທະສາດ, ມຸ່ງໄປເຖິງການຍຶດອຳນາດໃນທົ່ວປະເທດໃນວັນທີ 23 ສິງຫາ 1975, ລົບລ້າງລະບອບລາຊາທິປະໄຕເກົ່າ ແລະສ້າງຕັ້ງລະບອບໃໝ່ ນັ້ນແມ່ນປະເທດສາທາລະນະລັດປະຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ ປີ 1975.

ທ່ານພົນເອກ ຕີລາຄາຄືແນວໃດກ່ຽວກັບການຮ່ວມເດີນທາງຂອງສອງປະເທດໃນຫຼາຍທົດສະວັດຜ່ານມາ, ສອງປະເທດລາວ-ຫວຽດນາມຕ້ອງເຮັດຫຍັງແດ່ ເພື່ອໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ມີປະສິດທິຜົນ ແລະ ຍືນຍົງຄົງຕົວ?

ດັ່ງທີ່ພວກເຮົາຮູ້ແລ້ວວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນລາວ - ຫວຽດນາມ ໄດ້ກຳເນີດຂຶ້ນບົນພື້ນຖານການຮ່ວມສໍາພັນສູ້ຮົບຕ້ານສັດຕູຜູ້ຮຸກຮານຈາກພາຍນອກ. ການພົວພັນນີ້ໄດ້ຮັບການເພີ່ມພູນຄູນສ້າງ ແລະທົດສອບໃນຂະບວນການພັດທະນາຂອງການປະຕິວັດທີ່ຍາວນານ, ລຳບາກ, ດຸເດືອດ, ອົງອາດກ້າແກ່ນ ແລະເຕັມໄປດ້ວຍການເສຍສະຫຼະທີ່ອົງອາດກ້າຫານ, ບົນເນື້ອໃນຈິດໃຈ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ”. ເລືອດເນື້ອ ແລະຢາດນ້ຳເຫື່ອຂອງນັກຮົບການປະຕິວັດລາວ ແລະຫວຽດນາມ ໄດ້ຫຼັ່ງໄຫຼລົງສູ່ຜືນແຜ່ນດິນຂອງສອງປະເທດລາວ-ຫວຽດນາມ ແລະສິ່ງດັ່ງກ່າວນີ້ ປະຫວັດສາດຂອງ ສອງຊາດໄດ້ຈົດຈໍາໄວ້ຕະຫຼອດໄປ.

ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນ ແລະບໍ່ສາມາດຄາດຄະເນລ່ວງໜ້າໄດ້, ບັນດາອິດທິກຳລັງທີ່ເປັນປໍລະປັກຈະໃຊ້ທຸກກົນອຸບາຍເພື່ອທຳລາຍ ແລະແບ່ງແຍກສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດລາວ - ຫວຽດນາມ, ສອງຊາດເຮົາຕ້ອງເພີ່ມທະວີຮັດແໜ້ນ, ເຮັດໃຫ້ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ເລິກເຊິ່ງກວ່າອີກ. ເພື່ອອະນຸລັກຮັກສາ ແລະເສີມຂະຫຍາຍມູນເຊື້ອຂອງສາຍພົວພັນມີໜຶ່ງບໍ່ມີສອງນີ້, ພວກເຮົາຕ້ອງສືບຕໍ່ສຶກສາອົບຮົມໃຫ້ລຸ້ນໜຸ່ມ, ຊາວໜຸ່ມ ແລະລຸ້ນຫຼັງຂອງ 2 ປະເທດມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບປະຫວັດສາດຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີໃນການຕໍ່ສູ້, ຄວາມສັດຊື່ບໍລິສຸດລະຫວ່າງສອງປະເທດ, ຜ່ານນັ້ນສືບຕໍ່ປົກປັກຮັກສາ, ເພີ່ມພູນຄູນສ້າງເພື່ອໃຫ້ສາຍພົວພັນນີ້ນັບມື້ນັບຍືນຍົງ ຄົງຕົວຕະຫຼອດໄປ.

ຂໍຂອບໃຈທ່ານພົນເອກ!

ໂດຍ: ທະນາພອນ