“ຄ້າຍແມ່ນເຮືອນ, ຊາຍແດນແມ່ນບ້ານເກີດເມືອງນອນ, ປະຊາຊົນບັນດາເຜົ່າແມ່ນອ້າຍນ້ອງຄີງ” ບໍ່ແມ່ນຄຳເວົ້າລ້າໆຫາກກາຍເປັນຄຳໝັ້ນສັນຍາ, ເປັນແນວຄິດຂອງທະຫານຊາຍແດນຢູ່ທີ່ນີ້.

ຄ້າຍທະຫານຊາຍແດນກາຣີ ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນຍາວ 27,333 ກິໂລແມັດ ດ້ວຍ 12 ຫຼັກໝາຍຊາຍແດນຕິດກັບເມືອງກະລຶມ, ແຂວງເຊກອງ, ປະເທດລາວ, ລຽບຕາມສອງຕາແສງກາຣີ ແລະເຈີມ ຂອງເມືອງພູສູງໄຕຢາງ, ແຂວງກວ໋າງນາມ. ເຖິງວ່າບໍລິເວນກວ້າງຂວາງ, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ກົມກອງຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະການຊ່ວຍເຫຼືອຈາກອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນຢູ່ເຂດຊາຍແດນ.

leftcenterrightdel
ການລາດຕະເວນເສັ້ນຊາຍແດນຮ່ວມລະຫວ່າງຫວຽດນາມ-ລາວ. ພາບ: vov.vn

ທ່ານພັນໂທ ໂດ໋ວີງກວາງ ຮອງຫົວໜ້າຄ້າຍທະຫານຊາຍແດນກາຣີ ຖືວ່າ ທະຫານ ແລະປະຊາຊົນຢູ່ທີ່ນີ້ປຽບເໝືອນອ້າຍນ້ອງໃນຄອບຄົວດ່ຽວ, ສະນັ້ນການຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນມີປະສິດທິຜົນກວ່າ. ທ່ານພັນໂທ ໂດ໋ວີງກວາງ ເວົ້າວ່າ: “ກົມກອງ ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນໃນທຸກສະພາວະການ; ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງຕໍາຫຼວດ, ອຳນາດການປົກຄອງ ແລະປະຊາຊົນຢູ່ເຂດກົມກອງຕັ້ງທັບເພື່ອປັບປຸງ “ທ່າຮົບດ້ານຈິດໃຈປະຊາຊົນ” ໃຫ້ໝັ້ນແກ່ນ, ຮັກສາສະພາບການເມືອງ-ສັງຄົມໃຫ້ໝັ້ນທ່ຽງ, ຈາກນັ້ນເປັນພື້ນຖານໃຫ້ວຽກງານປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ”.

ເວົ້າເຖິງ “ທ່າຮົບໃນຈິດໃຈປະຊາຊົນ” ຢູ່ເຂດຊາຍແດນເຊິ່ງກຳລັງ “ທະຫານຊາຍແດນ” ພວມກໍ່ສ້າງແມ່ນບໍ່ພຽງແຕ່ຢູ່ສອງຕາແສງເຈີມ ແລະກາຣີ ເທົ່ານັ້ນ, ຫາກຍັງຂະຫຍາຍຂ້າມຊາຍແດນ ດ້ວຍການຮັກສາສາຍພົວພັນ, ມິດຕະພາບ ຫວຽດນາມ-ລາວ ກັບປະຊາຊົນເຂດຊາຍແດນ ແລະກໍາລັງລາດຕະເວນຊາຍແດນຂອງປະເທດເພື່ອນບ້ານລາວ.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນກາຣີ ຢ້ຽມຢາມ ແລະມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນລາວ. ພາບ: vov.vn

ຫວ່າງແລ້ວນີ້, ຢູ່ຕາແສງເຈີມ,  ເນື່ອງໃນໂອກາດບຸນປີໃໝ່ລາວ 2024 (ດໍາເນີນແຕ່ວັນທີ 14-16 ເມສາຂອງທຸກໆປີ), ຄ້າຍທະຫານຊາຍແດນກາຣີ ສົມທົບກັບກຳລັງປ້ອງກັນຊາຍແດນປະເທດເພື່ອນມິດລາວ ຈັດຕັ້ງພິທີມອບຂອງຂວັນບຸນປີໃໝ່ໃຫ້ປະຊາຊົນຢູ່ບ້ານອາບື ແລະປາໂນ, ເມືອງກະລຶມ, ແຂວງເຊກອງ (ປະເທດລາວ).

ໃນເດືອນມີນາ-ເດືອນຊາວໜຸ່ມ, “ເດືອນມີນາ ຢູ່ເຂດຊາຍແດນ” ຜ່ານມາ, ຄະນະຊາວໜຸ່ມຂອງຄ້າຍທະຫານຊາຍແດນກາຣີ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເຊື່ອມຕໍ່ກັບບັນດາອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງຮາກຖານ, ປະຊາຊົນ, ປະກອບສ່ວນເພີ່ມທະວີສາຍພົວພັນສາມັກຄີທະຫານ-ປະຊາຊົນຢູ່ເຂດຊາຍແດນ. ກົມກອງ ໄດ້ສົມທົບກັບຕາແສງເຈີມ ແລະກາຣີ ຈັດຕັ້ງພິທີປຸກລະດົມເດືອນຊາວໜຸ່ມ “ເດືອນມີນາ ຢູ່ເຂດຊາຍແດນ” ປີ 2024 ແລະດຳເນີນການບຸກເບີກໜ້າພຽງ, ຂົນສົ່ງດິນ, ຫີນ 100 ກວ່າແມດກ້ອນ, ກໍ່ສ້າງສະໜາມຝຶກຊ້ອມຝຶກແອບ, ຖາງກ້ຽງເສັ້ນທາງລາດຕະເວນ ໄດ້ກວ່າ 4 ກິໂລແມັດ.

ທ່ານຮ້ອຍໂທ ຮວ່າງແອັງຕ່າຍ ພະນັກງານຄ້າຍທະຫານຊາຍແດນກາຣີ ແບ່ງປັນວ່າ: “ເມື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ຂ້າພະເຈົ້າ ຮູ້ສຶກເອກອ້າງທະນົງໃຈທີ່ສຸດ. ພວກຂ້າພະເຈົ້າ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນເພື່ອສ້າງທ່າຮົບທົ່ວປວງຊົນປ້ອງກັນຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ, ຮັກສາຮູບພາບທະຫານລຸງໂຮ່ທີ່ສວຍງາມຢູ່ໃນໃຈປະຊາຊົນ”.

ໃນຫຼາຍປີຜ່ານມາ, ຄ້າຍທະຫານຊາຍແດນກາຣີ ໄດ້ຮັກສາຮູບແບບ “ທະຫານຊາຍແດນຕັດຜົມໃຫ້ກັນ”, ຈັດຕັ້ງການຕັດຜົມໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ບັນດາບ້ານ, ໃນບໍລິເວນກົມກອງຮັບຜິດຊອບ. ພະນັກງານ, ນັກຮົບຢູ່ເຂດຊາຍແດນກໍ່ມານະພະຍາຍາມຮຽກຮ້ອງບັນດາຫົວໜ່ວຍ, ຜູ້ມີໃຈບຸນໃຈກຸສົນ ສືບຕໍ່ຊ່ວຍເຫຼືອເຂດປະສົບຄວາມຫຍຸ້ງຍາກພິເສດ, ຊ່ວຍເຫຼືອປະຊາຊົນຜູ້ທຸກຍາກກໍ່ສ້າງເຮືອນຊານ, ພັດທະນາເສດຖະກິດ, ຍົກສູງຊີວິດທາງດ້ານວັດຖຸ ແລະຈິດໃຈ.

ຮູບພາບໃກ້ຊິດຂອງນັກຮົບຊາຍແດນໄດ້ຝັງເລິກໃນຈິດໃຈປະຊາຊົນບັນດາຕາແສງເຂດຊາຍແດນກາຣີ, ເຈີມ, ເມືອງພູສູງໄຕຢາງ, ແຂວງກວ໋າງນາມ ແລະປະຊາຊົນລາວບັນດາເຜົ່າຢູ່ເຂດຊາຍແດນ.

ໂດຍ: ເຈິ່ນຮວ່ຽນ