ບ້ານນໍ້າຕາກ (ເມືອງໝອກ, ແຂວງຊຽງຂວາງ) ໃນຊຸມວັນຜ່ານມາດິນຟ້າອາກາດເຢັນດີ. ຕອນຮຸ່ງເຊົ້າ, ຢູ່ຫໍວັດທະນະທຳ, ປະຊາຊົນມາເຕົ້າໂຮມກັນເປັນຈຳນວນຫຼວງຫຼາຍ ເພື່ອເຂົ້າຮ່ວມລາຍການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະຮັບຂອງຂວັນຈາກບໍລິສັດຮ່ວມມືເສດຖະກິດ. ສຽງເພງ ຫວຽດ ແລະເພງລາວດັງຂຶ້ນຢ່າງຟົດຟື້ນມ່ວນຊື່ນຈາກລໍາໂພງເຄື່ອນທີ່.

ໃນທ່າມແສງແດດສີເຫຼືອງສົດໃສ, ປ້າຍໂຄສະນາ pano ແລະຄໍາຂວັນໄດ້ຕົກແຕ່ງຢ່າງສວຍງາມ. ອອກຈາກຫ້ອງກວດ, ອ້າຍ ໄຊຢີວື່ ອາຍຸ 32 ປີ, ຄົນບ້ານນໍ້າຕາກ, ໃຫ້ຮູ້ວ່າ: “ຕົນເອງລົ້ມ, ໄປກວດນຳໝໍຈື່ງຮູ້ວ່ານີ້ວຕີນຫັກ. ທ່ານໝໍດາມຄືນໃຫ້ແລ້ວ ແລະຍັງໃຫ້ຢາກິນພ້ອມ. ຂອບໃຈຫຼາຍໆ!”.

ໄດ້ຍິນວ່າມີຄະນະແພດໝໍຫວຽດນາມ ມາກວດພະຍາດຢູ່ບ້ານ, ທ່ານນາງ ເຈຍ ຕົງລໍ່, ອາຍຸ 54 ປີຊາວບ້ານນ້ຳຊຽມ (ເມືອງຜາໄຊ ແຂວງຊຽງຂວາງ) ກໍ່ໄດ້ພາກັນໄປກວດພະຍາດ. ຫົວໜ້າບໍລິສັດໃຫຍ່ຮ່ວມມືເສດຖະກິດໄດ້ມອບຂອງຂວັນໃຫ້ພ້ອມ, ທ່ານນາງ ພາກພູມໃຈ: “ໃນສອງສາມມື້ຜ່ານມາ, ຂ້າພະເຈົ້າເຈັບຫຼັງ ແລະນອນບໍ່ຫຼັບ, ເຂົ້າປ່າເພື່ອໄປເອົາໃບຢາມາຕົ້ມດື່ມແຕ່ກໍບໍ່ດີຂຶ້ນ. ດຽວນີ້ຂ້າພະເຈົ້າໄດ້ຍິນຂ່າວວ່າມີແພດໝໍມາ, ຂ້າພະເຈົ້າໄປກວດຈື່ງຮູ້ວ່າ ເສັ້ນປະສາດເສຍສູນ ແລະກະດູກສັນຫຼັງເສື່ອມ. ຂອບໃຈແພດທີ່ໃຫ້ຢາກິນ ແລະຍັງໃຫ້ຂອງຂວັນອີກດ້ວຍ!”.

leftcenterrightdel
ບັນດາແພດໝໍບໍລິສັດໃຫຍ່ຮ່ວມມືເສດຖະກິດ ກວດພະຍາດໃຫ້ປະຊາຊົນລາວ. ພາບ: ຮວ່າງທ໊າຍ

ນັ້ນແມ່ນປະຊາຊົນ 2 ຄົນໃນຈຳນວນເກືອບ 2.000 ຄົນທີ່ມາຈາກບ້ານຕ່າງໆ, ຄື: ນ້ຳຕາກ, ນ້ຳຊຽມ, ນ້ຳຟານ (ເມືອງຄູນ, ແຂວງຊຽງຂວາງ), ບ້ານປຸງກ້າ (ເມືອງກວນ, ແຂວງຫົວພັນ) ທີ່ໄດ້ເຂົ້າຮ່ວມລາຍການກວດພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນຂົນຂວາຍປະຊາຊົນໂດຍພະນັກງານ, ແພດໝໍຂອງບໍລິສັດໃຫຍ່ຮ່ວມມືເສດຖະກິດຈັດຕັ້ງປະຕິບັດຢູ່ລາວ ເຊິ່ງພວກຂ້າພະເຈົ້າໄດ້ມີໂອກາດໂອ້ລົມນຳ. ຕາມທ່ານໝໍ ເລວັນດິ້ງ, ຫົວໜ້າສຸກສາລາຫຼັກຊາວ (ບໍລິສັດໃຫຍ່ຮ່ວມມືເສດຖະກິດ): ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ເດີນທາງໄກ, ເຂດທີ່ຫ່າງໄກສອກຫຼີກກໍ່ຕາມ, ແຕ່ຄະນະປະຕິບັດງານຍັງໄດ້ຊາບຊຶມ ແລະປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະສຸກສາລາ, ຕັ້ງໜ້າໂຄສະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມ; ຈັດຕັ້ງຜັນຂະຫຍາຍຢ່າງແໜ້ນແຟ້ນ, ແທດຈິງ ແລະມີປະສິດທິຜົນ, ປະຕິບັດລະບຽບການຕ່າງປະເທດຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພຢ່າງເດັດຂາດ.

ຄະນະປະຕິບັດງານໄດ້ລົງກວດພະຍາດ ແລະແຈກຢາຍຢຸກຢາໃຫ້ປະຊາຊົນລາວ ທີ່ເປັນພະຍາດກ່ຽວກັບລະບົບຫາຍໃຈ, ລະບົບຍ່ອຍອາຫານ, ປະດົງຂໍ່, ເສັ້ນປະສາດ, ຜິວໜັງ, ຄວາມດັນເລືອດ, ຫົວໃຈ ແລະຊີບພະຈອນ...; ມອບຂອງຂວັນໃຫ້ 22 ຄອບຄົວໃນຈຳນວນ 95 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດຢູ່ບໍລິເວນ, ດ້ວຍຍອດຈຳນວນເງິນເກືອບ 300 ລ້ານດົ່ງ. ການເຄື່ອນໄຫວທີ່ມີຄວາມໝາຍນີ້ແມ່ນໄດ້ຮັບການຮັບຮູ້, ຕີລາຄາສູງຈາກຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ.

ໂດຍຮູ້ມາວ່າ, ນອກຈາກໜ້າທີ່ການເມືອງ, ການຜະລິດ, ດຳເນີນທຸລະກິດ ແລະເຮັດໜ້າທີ່ສາກົນຢູ່ລາວແລ້ວ, ແຕ່ລະປີ, ບໍລິສັດໃຫຍ່ຮ່ວມມືເສດຖະກິດຊີ້ນຳຍັງໄດ້ບັນດາບໍລິສັດ, ໂຮງງານ, ສຸກສາລາທີ່ຢູ່ປະເທດເພື່ອນລາວ ສົມທົບກັບທ້ອງຖິ່ນແຫ່ງຕ່າງໆຢ່າງແໜ້ນແຟ້ນ, ດຳເນີນການສຳຫຼວດ, ກໍາແໜ້ນສະພາບສຸຂະພາບ ແລະຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າໃນບໍລິເວນ. ສ້າງແຜນການ, ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ກວດພະຍາດ, ປິ່ນປົວ, ປຶກສາຫາລືກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະມອບຂອງຂວັນໃຫ້ປະຊາຊົນລາວ ຢູ່ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ, ໂດຍສະເພາະແມ່ນເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ສົມທົບກັບວຽກງານຂົນຂວາຍປະຊາຊົນ, ຊ່ວຍປະຊາຊົນປະເທດເພື່ອນດຳເນີນທຸລະກິດ, ພັດທະນາເສດຖະກິດ, ສ້າງກຸ່ມບ້ານໃຫ້ເຂັ້ມແຂງດ້ວຍຍອດຈຳນວນເງິນນັບຕື້ດົ່ງ.

ໄປພ້ອມກັບການນຳທ້ອງຖິ່ນເພື່ອມອບຂອງຂວັນໃຫ້ແກ່ປະຊາຊົນລາວ ແລະລະດົມກໍາລັງໃຈໃຫ້ແພດໝໍບໍລິສັດໃຫຍ່ຮ່ວມມືເສດຖະກິດ, ທ່ານ ສຸດໃຈ ສີປະເສີດ ຮອງເຈົ້າເມືອງໆຜາໄຊ, ເນັ້ນໜັກວ່າ: “ເຂດກວດພະຍາດ ລ້ວນແລ້ວແຕ່ເປັນບ້ານທີ່ຫຍຸ້ງຍາກຂອງລາວ. ນີ້ແມ່ນເຂດຊົນເຜົ່າສ່ວນໜ້ອຍດຳລົງຊີວິດ, ເສດຖະກິດພັດທະນາຊັກຊ້າ, ຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກ, ຂາດເຂີນຫຼາຍຢ່າງ; ເງື່ອນໄຂສໍາລັບການເບິ່ງແຍງດູແລທາງການແພດຍັງຈໍາກັດ. ພະນັກງານ, ແພດໝໍຂອງບໍລິສັດໃຫຍ່ຮ່ວມມືເສດຖະກິດ ໄດ້ຊ່ວຍປະຊາຊົນຍົກສູງສະຕິ ແລະຄວາມຮັບຜິດຊອບໃນການຮັກສາຊີວິດການເປັນຢູ່ຕາມວິທະຍາສາດ, ເບິ່ງແຍງສຸຂະພາບຂອງຕົນ ແລະຊຸມຊົນຢ່າງຕັ້ງໜ້າ, ລົບລ້າງຮີດຄອງປະເພນີທີ່ບໍ່ດີ, ງົມງວາຍເຂົ້າໃນການປິ່ນປົວພະຍາດ; ຕໍ່ຈາກນັ້ນມີຄວາມອຸ່ນອ່ຽນໃຈໃນການດຳເນີນທຸລະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະຍົກສູງຊີວິດການເປັນຢູ່; ຮັກສາ ແລະເສີມຂະຫຍາຍມູນເຊື້ອນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງຊາດຫວຽດນາມ-ລາວ ເວົ້າລວມ ແລະບໍລິສັດໃຫຍ່ຮ່ວມມືເສດຖະກິດກັບບັນດາຄະນະພັກ, ອຳນາດການປົກຄອງທຸກຂັ້ນພ້ອມກັບປະຊາຊົນໃນບໍລິເວນເວົ້າສະເພາະ; ປະກອບສ່ວນເຂົ້າໃນການກໍ່ສ້າງເສັ້ນທາງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາ”.

ໂດຍ: ໄຊນີດາ