ແມ່ນເອກອັກຄະລັດຖະທູດຕ່າງປະເທດ ປະຈໍາ ຫວຽດນາມ, ທ່ານນາງສາມາດແບ່ງປັນຄວາມຮູ້ສຶກຕໍ່ກັບຜູ້ຍິງຫວຽດນາມ ເວົ້າລວມ ແລະບັນດານັກການທູດຍິງຫວຽດນາມ ເວົ້າສະເພາະ?

ຂ້າພະເຈົ້າໄດ້ດຳລົງຊີວິດ ແລະຮຽນຢູ່ຫວຽດນາມ ແຕ່ຄາວໜຸ່ມ, ໃນໄລຍະປະຕິບັດງານຢູ່ກະຊວງການຕ່າງປະເທດລາວ, ຂ້າພະເຈົ້າ ໄດ້ມີໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ຫຼາຍເທື່ອ. ສິ່ງດັ່ງກ່າວຊ່ວຍຂ້າພະເຈົ້າ ມີເພື່ອນມິດຫຼາຍຄົນ. ຜ່ານນັ້ນ, ຂ້າພະເຈົ້າເຂົ້າໃຈ ແລະມີຄວາມສະໜິດຕິດພັນກັບປະຊາຊົນ ຫວຽດນາມ, ພິເສດແມ່ນແມ່ຍິງຫວຽດນາມ ມີນໍ້າໃຈເມດຕາຈິດ, ດຸໝັ້ນຂະຫຍັນພຽນ, ສະຫຼາດ, ກ້າຫານ... ເຂົາເຈົ້າຍາມໃດກໍ່ພ້ອມແລ້ວອຸທິດສ່ວນ, ເສຍສະຫຼະໃຫ້ປະເທດກໍ່ຄືຄອບຄົວ. ແຕ່ກ່ອນຈົນຮອດປະຈຸບັນແມ່ຍິງຫວຽດນາມ ມີຄວາມຮູ້, ຄວາມເກັ່ງກ້າສາມາດຄືຜູ້ຊາຍ, ໄດ້ພັກ ແລະລັດ ເຊື່ອໝັ້ນມອບໝາຍຫຼາຍໜ້າທີ່ ແລະຕຳແໜ່ງຂັ້ນສູງ.

ສຳລັບບັນດາຄູ່ຮ່ວມງານຍິງຫວຽດນາມ, ຂ້າພະເຈົ້າເຫັນວ່າ ເຂົາເຈົ້າແມ່ນບັນດານັກການທູດສະຫຼາດ, ປະດິດສ້າງ, ມີຈິດໃຈຮັບຜິດຊອບສູງຕໍ່ວຽກງານ. ສິ່ງນັ້ນສະແດງໃຫ້ເຫັນຜ່ານການປະກອບສ່ວນຂອງບັນດານັກການທູດຍິງ ໃນຕໍ່ຫຼອດການຕໍ່ສູ້ປົດປ່ອຍຊາດກ່ອນໜ້ານີ້, ກໍ່ຄືໃນໄລຍະປ່ຽນແປງໃໝ່, ສ້າງສາ ແລະພັດທະນາຂອງ ຫວຽດນາມ ໃນປະຈຸບັນ. ໃນນັ້ນຕ້ອງເວົ້າເຖິງການປະກອບສ່ວນຂອງບັນດານັກການທູດຍິງ ເຂົ້າໃນການເຄື່ອນໄຫວສ້າງສາສັນຕິພາບ, ສາມັກຄີ, ມິດຕະພາບ ກໍ່ຄືການຈັດຕັ້ງການເຄື່ອນໄຫວພົບປະ, ຮ່ວມມືກັບບັນດາປະເທດຕ່າງໆຂອງຫວຽດນາມ ປະສົບຜົນສຳເລັດສູງໃນເວທີປາໄສພາກພື້ນ ແລະສາກົນ.

ຄວາມເອກະລັກສະເພາະຂອງວຽກງານການທູດ ແມ່ນຕ້ອງໄປປະຕິບັດງານຢູ່ຕ່າງປະເທດ, ຈຳນວນວຽກງານຫຼາຍ, ທັງສັບສົນທັງມີສິ່ງທ້າທາຍຫຼາຍຢ່າງ, ເຖິງຢ່າງໃດກໍ່ຕາມບັນດານັກການທູດຍິງຫວຽດນາມ ກໍ່ສາມາດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ. ພ້ອມທັງ, ເຂົາເຈົ້າຍັງເຮັດບົດບາດໃນຄອບຄົວເປັນຢ່າງດີ, ເປັນແມ່, ເປັນເອື້ອຍ...ເພື່ອຄອບຄົວມີຄວາມຜາສຸກ. ປະຈຸບັນໃນຂົງເຂດການທູດ, ແມ່ຍິງຫວຽດນາມ ໄດ້ມອບໝາຍໜ້າທີ່, ຕຳແໜ່ງສຳຄັນ, ຄືຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເອກອັກຄະລັດຖະທູດ, ຫົວໜ້າກົງສູນ ແລະຫຼາຍຕຳແໜ່ງການທູດຕ່າງໆ.

ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍຊົມເຊີຍພັກ ແລະລັດຖະບານຫວຽດນາມ ທີ່ໄດ້ເອົາໃຈໃສ່ການກໍ່ສ້າງພື້ນການການທູດຫວຽດນາມ ຮອບດ້ານ, ທັນສະໄໝ, ພິເສດຕໍ່ກັບບັນດານັກການທູດຍິງໃນກົງຈັກຂອງພັກ, ລັດ.

ສະຫາຍຕີລາຄາຄືແນວໃດກ່ຽວກັບບົດບາດຂອງແມ່ຍິງໃນການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ສາມັກຄີພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ?

ກ່ອນອື່ນໝົດ, ພວກເຮົາລ້ວນແຕ່ຮູ້ວ່າ ລາວ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີການພົວພັນອັນດີງາມ, ສາມັກຄີພິເສດ ແລະຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນບັນດາເຜົ່າຂອງສອງປະເທດ. ການພົວພັນນີ້ໄດ້ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ກໍ່ຕັ້ງພື້ນຖານ ແລະໄດ້ການນຳຮຸ່ນຕ່າງໆເພີ່ມພູນຄູນສ້າງ. ສອງປະເທດໄດ້ຄຽງບ່າຄຽງໄຫຼ່, ຊ່ວຍເຫຼືອ, ລະດົມໃຈ, ສົ່ງເສີມກັນໃນການຕໍ່ສູ້ກູ້ຊາດກ່ອນໜ້ານີ້, ກໍ່ຄືໃນໜ້າທີ່ປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.

ບົນພື້ນຖານດັ່ງກ່າວ, ແມ່ຍິງລາວ ແລະຫວຽດນາມ ກໍ່ມີການພົວພັນສະໜິດຕິດພັນ, ສະໜິດສະໜົມ, ຮັກແພງ ແລະຊ່ວຍເຫຼືອກັນ. ຜ່ານບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ພົບປະແລກປ່ຽນວັດທະນະທຳ, ສິລະປະ... ຢູ່ທຸກຂັ້ນນັບແຕ່ສູນກາງຈົນຮອດທ້ອງຖິ່ນ, ແມ່ຍິງສອງປະເທດມີກາລະໂອກາດຮ່ຳຮຽນ, ເຂົ້າໃຈກັນ, ສຶກສາຄົນຮຸ່ນຫຼັງຊາບຊຶມ, ສືບທອດ ແລະເສີມຂະຫຍາຍກົວພັນອັນຍິ່ງໃຫຍ່ລະຫວ່າງສອງຊາດ.

leftcenterrightdel
ສະຫາຍນາງເອກອັກຄະລັດຖະທູດລາວ ຄຳເພົາ ເອີນທະວັນ ເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດງານມະໂຫລານອາຫານການກິນສາກົນ 2023. ພາບ: ຕ໊ວນຫວຽດ

ໃນອາຍຸການຂອງຕົນ, ນອກຈາກຄວາມມານະພະຍາຍາມເພີ່ມພູນຄູນສ້າງການພົວພັນຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຮອບດ້ານ ແລະມີປະສິດທິຜົນ, ສະຫາຍ ສະຫງວນບຸລິມະສິດໃດແດ່ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະຍົກສູງຖານະບົດບາດຂອງແມ່ຍິງສອງປະເທດໃນອະນາຄົດ?

ໃນໄລຍະປະຕິບັດງານຢູ່ຫວຽດນາມ, ນອກຈາກບັນດາການເຄື່ອນໄຫວປະກອບສ່ວນສືບຕໍ່ເພີ່ມທະວີນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມ, ຂ້າພະເຈົ້າ ພ້ອມແລ້ວຊຸກຍູ້ວຽກງານສະເໝີພາບລະຫວ່າງຍິງ-ຊາຍ ເພື່ອຍົກສູງບົດບາດຂອງແມ່ຍິງຢູ່ລາວ ແລະຫວຽດນາມ ໃຫ້ນັບມື້ນັບພົ້ນເດັ່ນທັງຢູ່ພາຍໃນ ແລະຕ່າງປະເທດ.

ພັກ, ລັດລາວ ແລະຫວຽດນາມ ໄດ້ມີບັນດານະໂຍບາບເພື່ອເສີມຂະຫຍາຍຖານະ, ຄວາມສາມາດຂອງແມ່ຍິງຜ່ານການຍົກສູງບົດບາດ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນທຸກຂົງເຂດ, ລວມທັງການເມືອງ, ເສດຖະກິດ, ວັດທະນະທຳ- ສັງຄົມ... ສິ່ງນີ້ໄດ້ສະແດງອອກໃນຕະຫຼອດໄລຍະຜ່ານມາ, ແມ່ຍິງລາວ ແລະຫວຽດນາມ ໄດ້ມອບບັນດາບົດບາດສຳຄັນ, ດຳລົງບັນດາຕຳແໜ່ງນຳພາຂອງພັກ, ລັດ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ. ນອກຈາກນັ້ນ, ແມ່ຍິງຍັງຄົງແມ່ນບັນດານັກການທູດ, ນັກວິທະຍາສາດ, ທະນາຍຄວາມ, ທະຫານ, ຕຳຫຼວດ, ປະທານບັນດາບໍລິສັດຂະໜາດໃຫຍ່ ແລະນ້ອຍ ແລະນັບມື້ນັບດຳລົງຫຼາຍຕຳແໜ່ງສຳຄັນໃນສັງຄົມ. ພ້ອມກັບຜູ້ຊາຍ, ແມ່ຍິງໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຢ່າງໝັ້ນຄົງເຂັ້ມແຂງ.

ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນອະນາຄົດ, ຂ້າພະເຈົ້າ ປາດຖະໜາຢາກ ພັກ, ລັດລາວ ແລະຫວຽດນາມ ສືບຕໍ່ສົ່ງເສີມ, ຊຸກຍູ້ ແລະສ້າງກາລະໂອກາດໃຫ້ແມ່ຍິງປະກອບສ່ວນຫຼາຍກວ່າອີກເຂົ້າໃນຂົງເຂດການເມືອງ, ຄຸ້ມຄອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ-ສັງຄົມ ແລະການທູດ. ແມ່ຍິງ ຈະຄຽງບ່າຄຽງໄຫຼ່ພ້ອມກັບຜູ້ຊາຍປະຕິບັດບັນດາຕາມມະຕິ, ແຜນການ, ນະໂຍບາຍ ເຊິ່ງພັກ ແລະລັດ ວາງອອກໃນແຕ່ລະໄລຍະເພື່ອປະເທດພັດທະນາຢ່າງແຮງ ແລະຍືນຍົງ.

ເນື່ອງໃນໂອກາດນີ້, ສະຫາຍຢາກເວົ້າຫຍັງແດ່ຕໍ່ແມ່ຍິງໃນຍຸກສະໄໝໃໝ່?

ຂ້າພະເຈົ້າ ຢາກເວົ້າກັບແມ່ຍິງທຸກຄົນວ່າ ພວກເຮົາຕ້ອງພາກພູມໃຈເມື່ອໄດ້ເກີດເປັນເພດຍິງໃນໃນໄລຍະມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ຄືປະຈຸບັນ ແລະຈົ່ງສືບຕໍ່ເຮັດບົດບາດເປັນແມ່, ເອື້ອຍ, ລູກ... ໃນຄອບຄົວຂອງຕົນເປັນຢ່າງດີ. ຂ້າພະເຈົ້າ ຂໍຊົມເຊີຍແມ່ຍິງຜູ້ທີ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນໄລຍະຜ່ານມາ ແລະປາດຖະໜາວ່າ ພວກເອື້ອຍນ້ອງສືບຕໍ່ເສີມຂະຫຍາຍບົດບາດແມ່ຍິງນັບມື້ນັບພົ້ນເດັ່ນກວ່າ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ຂ້າພະເຈົ້າ ເຊື່ອໝັ້ນວ່າ ແມ່ຍິງຈະມິຄວາມສາມາດພັດທະນາ ແລະດຳລົງຫຼາຍຕຳແໜ່ງໜັກໜ່ວງປະສົບຜົນສຳເລັດເປັນຢ່າງດີ, ສາມາດປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນຂົງເຂດປະຕິບັດງານຂອງພັກ, ລັດ, ສັງຄົມ ແລະສາກົນ. ແມ່ຍິງຕ້ອງຍົກສູງຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ປະຕິບັດງານ, ພ້ອມທັງເອົາໃຈໃສ່ຍົກສູງຄວາມຮູ້, ຄວາມສາມາດຂອງຕົນດ້ວຍການຮ່ຳຮຽນ ເພື່ອກາຍເປັນກຳລັງທີ່ມີຄວາມຮູ້, ຄວາມເກັ່ງກ້າສາມາດ.

ແມ່ຍິງລາວ ແລະຫວຽດນາມ ຄວນສືບຕໍ່ແລກປ່ຽນ, ສົມທົບກັນຢ່າງແໜ້ນແຟ້ນຢູ່ຂັ້ນສູງກາງ, ທ້ອງຖິ່ນ ແລະສາກົນ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື. ຜ່ານນັ້ນ, ເສີມຂະຫຍາຍບົດບາດຂອງແມ່ຍິງຢູ່ສອງປະເທດ ແລະສືບທອດໃຫ້ແມ່ຍິງຮຸ່ນໜຸ່ມໃນອະນາຄົດຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ສ່ວນຂ້າພະເຈົ້າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດໜ້າທີ່ ເຊິ່ງພັກ, ລັດ ລາວ ມອບໝາຍໃຫ້້ເປັນຢ່າງດີ ເພື່ອແນໃສ່ສົ່ງເສີມ ແລະຊຸກຍູ້ການພົວພັນຮ່ວມມືສອງຝ່າຍ, ກໍ່ຄືເສີມຂະຫຍາຍບົດບາດຂອງແມ່ຍິງ.

ໂດຍ: ແສງເດືອນ