ມິດຕະພາບ ແລະຄວາມສັດຊື່ບໍລິສຸດ

ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ວັນທີ 22 ມີນາ 1961, ກຸ່ມຊ່ຽວຊານທໍາອິດຂອງກະຊວງຕຳຫຼວດຫວຽດນາມ ໄດ້ຖືກຈັດໄປໜູນຊ່ວຍການປະຕິວັດລາວ ໃນການກໍ່ສ້າງ ແລະພັດທະນາກໍາລັງ, ເຊິ່ງເປັນຂີດໝາຍແຫ່ງການຮ່ວມມືລະຫວ່າງຕໍາຫຼວດຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ. ນັບແຕ່ປີ 2020 ມາຮອດປະຈຸບັນ, ການຮ່ວມມືລະຫວ່າງຕຳຫຼວດຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ໄດ້ຮັບການຜັນຂະຫຍາຍຢ່າງແຮງ ແລະກວ້າງຂວາງ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນເປັນປະຈຳ ເພື່ອແນໃສ່ເພີ່ມທະວີ ແລະສ້າງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ. ກຳລັງປ້ອງກັນຄວາມສະຫງົບຂອງຫວຽດນາມ ແລະລາວ ໄດ້ແລກປ່ຽນສະພາບຄວາມໝັ້ນຄົງຂອງໂລກ, ພາກພື້ນ ແລະການເຄື່ອນໄຫວ “ຫັນປ່ຽນໂດຍສັນຕິ” ຂອງບັນດາກຳລັງປະຕິການທີ່ສວຍໃຊ້ບັນຫາຊົນເຜົ່າ, ສາສະໜາ, ປະຊາທິປະໄຕ ແລະສິດທິມະນຸດ ເພື່ອທຳລາຍຫວຽດນາມ ແລະລາວ ຢ່າງເປັນປະຈໍາ. ຜ່ານນັ້ນ, ກຳລັງປ້ອງກັນຄວາມສະຫງົບຂອງສອງປະເທດ ໄດ້ເປັນເຈົ້າການຜັນຂະຫຍາຍການປ້ອງກັນ ແລະສະກັດກັ້ນແຕ່ໄກ, ແຕ່ຫົວທີ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ອາດຊະຍາກຳຢາເສບຕິດ, ການຄ້າມະນຸດ, ອາດຊະຍາກຳເສດຖະກິດ...

leftcenterrightdel
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະ ທ່ານພົນເອກ ວິໄລ ຫຼ້າຄໍາຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕັດແຖບຜ້າເປີດສະຫຼອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບປະຊາຊົນລາວ. ພາບ: anninhthudo.vn

ໃນສະພາບການໂລກ ແລະພາກພື້ນນັບມື້ນັບມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຄືປະຈຸບັນ, ເຊິ່ງຮຽກຮ້ອງໃຫ້ກໍາລັງຕໍາຫຼວດບໍ່ພຽງແຕ່ເກັ່ງກ້າດ້ານວິຊາການເທົ່ານັ້ນ, ຫາກຍັງມີຫຼັກໝັ້ນດ້ານແນວຄິດ, ການເມືອງຕ້ອງໝັ້ນແກ່ນ, ມີຄວາມສາມາດຕ້ານກົນອຸບາຍມ້າງເພທຳລາຍ, ແບ່ງແຍກການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງຕຳຫຼວດຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ອີກດ້ວຍ, ການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບປະຊາຊົນລາວ ແມ່ນສຳຄັນທີ່ສຸດ. ດ້ວຍເງິນໜູນຊ່ວຍ 250 ຕື້ດົ່ງ, ກະຊວງຕຳຫຼວດຫວຽດນາມ ໄດ້ເປັນເຈົ້າລົງທຶນໂຄງການວິທະຍາຄານການເມືອງປ້ອງກັນຄວາມສະຫງົບປະຊາຊົນລາວ.

ພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 1 ປີ, ທ້າຍເດືອນ 9 ປີ 2023, ໂຄງການດັ່ງກ່າວໄດ້ສຳເລັດກໍ່ສ້າງ ແລະນຳເຂົ້າໃຊ້ງານ, ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການບຳລຸງກໍ່ສ້າງ, ການສອນ, ການຮຽນໃຫ້ແກ່ກໍາລັງປ້ອງກັນຄວາມະຫງົບລາວ ເທົ່ານັ້ນ, ຫາກຍັງເປັນຂີດໝາຍສຳຄັນໃນການຮ່ວມມືດ້ານການສຶກສາ, ກໍ່ສ້າງກຳລັງລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ.

ການພົວພັນສະໜິດແໜ້ນເພື່ອພ້ອມກັນພັດທະນາ

ພວກເຮົາຍັງຈື່ຈຳເຖິງການຢ້ຽມຢາມລາວ ໃນເດືອນກຸມພາ 2020, ແມ່ນການຢ້ຽມຢາມພິເສດເມື່ອທ່ານ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຕົກລົງ “ກັບຄືນບ້ານ”. ນັ້ນແມ່ນບ້ານຊຽງວາງ (ເມືອງໜອງບົກ, ແຂວງຄຳມ່ວນ, ຫ່າງຈາກນະຄອນຫຼວງວຽງຈັນ ເກືອບ 400 ກິໂລແມັດ) ແຫ່ງທີ່ມີຫຼາຍຄອບຄົວຊາວຫວຽດນາມ ດຳລົງຊີວິດ. ຢູ່ທີ່ນີ້, 90 ກວ່າປີກ່ອນ (1928-1929), ລຸງໂຮ່ ຈາກແຂວງນະຄອນພະນົມ (ປະເທດໄທ) ໄດ້ມາສະຖານທີ່ແຫ່ງນີ້ເພື່ອກໍ່ສ້າງຮາກຖານເຄື່ອນໄຫວປະຕິວັດ. ຜູ້ເຖົ້າຜູ້ແກ່ໃນບ້ານຊຽງວາງ ເລົ່າສູ່ຟັງວ່າ, ຍ້ອນມີຄວາມຕື່ນຕົວຂອງລຸງໂຮ່, ຊາວຫວຽດນາມ ແລະ ປະຊາຊົນທ້ອງຖິ່ນ ໄດ້ດຳລົງຊີວິດໃນຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ຕັດສິນໃຈຂັບໄລ່ພວກລ່າເມືອງຂຶ້ນຝຣັ່ງອອກຈາກລາວ ແລະຫວຽດນາມ. ເພິ່ນຍັງໄດ້ແຜີຍແຜ່ບົດຮຽນປະສົບການໃນການຈັດຕັ້ງບັນດາອົງການຈັດຕັ້ງມະຫາຊົນຮັກຊາດ ຢູ່ໃນລາວ. ບ້ານຊຽງວາງ ໄດ້ກາຍເປັນປູຊະນີຍະສະຖານປະຫວັດສາດປະຕິວັດ ພ້ອມດ້ວຍຂີດໝາຍກ່ຽວກັບລຸງໂຮ່. ປະຊາຊົນຢູ່ທີ່ນີ້ໄດ້ບໍລິຈາກທີ່ດິນ 1,6 ເຮັກຕາ ເພື່ອກໍ່ສ້າງເຂດອະນຸສອນສະຖານປະທານໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມ, ເພື່ອນມິດຜູ້ສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນລາວ.

leftcenterrightdel
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຮັບຟັງການແນະນໍາເອກະສານກ່ຽວກັບຊຸມເດືອນປີທີ່ລຸງໂຮ່ ຢູ່ບ້ານຊຽງວາງ, ລາວ. ພາບ: anninhthudo.vn

ພາຍຫຼັງຖະຫວາຍທູບທຽນ,  ສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ, ທ່ານລັດຖະມົນຕີ ໂຕເລິມ ພ້ອມດ້ວຍຄະນະພະນັກງານຕຳຫຼວດປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມເຂດວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະໜັງສືພິມທີ່ຂຽນກ່ຽວກັບລຸງໂຮ່ ແລະສາຍພົວພັນຖານສະຫາຍອ້າຍນ້ອງ ກັບບັນດາການນຳຂອງພັກ ແລະລັດ ລາວ ຄື: ປະທານ ສຸພານຸວົງ, ປະທານ ໄກສອນ ພົມວິຫານ...

ການໂອ້ລົມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາຢູ່ບ້ານຊຽງວາງ ແລະແຂວງຄຳມ່ວນ ໃນມື້ນັ້ນແມ່ນຈິງໃຈ ແລະເປີດອົກເປີດໃຈ. ທ່ານລັດຖະມົນຕີ ໂຕເລິມ ໄດ້ສ່ອງແສງຂໍ້ສະເໜີແນະຂອງພໍ່ແມ່ປະຊາຊົາທີ່ປາດຖະໜາຢາກກັບເມືອຢາມບ້ານເກີດເມືອງນອນ ແລະຢາກມີໂຮງຮຽນຫຼັງໃໝ່ ເພື່ອສອນພາສາຫວຽດນາມ ໃຫ້ລູກເຕົ້າ ແລະນັກຮຽນລາວຢູ່ທ້ອງຖິ່ນ ຕໍ່ກັບລັດຖະບານ ແລະບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆເພື່ອຊອກຫາວິທີຊ່ວຍເຫຼືອ. ແລະຫຼັງຈາກນັ້ນ, ການນໍາຕໍາຫຼວດ ແລະອໍານາດການປົກຄອງແຂວງກວາງບິ່ງ ໄດ້ຕົກລົງໜູນຊ່ວຍກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ທົ໊ງເຍິດ ຢູ່ເທດສະບານເມືອງ ທ່າແຂກ,  ເພື່ອເປັນບ່ອນຮຽນ ແລະສອນພາສາຫວຽດ ໃຫ້ແກ່ລູກນ້ອງຊາວຫວຽດນາມ ແລະນັກຮຽນລາວ ຢູ່ແຂວງຄຳມ່ວນ.

leftcenterrightdel
ລົງມືກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ທົ໊ງເຍິດ  ຢູ່ແຂວງຄໍາມ່ວນ ໂດຍແຂວງກວາງບິ່ງ (ຫວຽດນາມ) ໜູນຊ່ວຍ. ພາບ: anninhthudo.vn

ໂດຍເສີມຂະຫຍາຍໝາກຜົນສຳຄັນທີ່ບັນລຸໄດ້, ໃນການເຮັດວຽກກັບການນຳກະຊວງປ້ອງກັນຄວາມສະຫງົບລາວ, ທ່ານລັດຖະມົນຕີ ໂຕເລິມ ຢືນຢັນວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການຕໍ່ສູ້ຕ້ານ “ການປະຕິວັດສີ”, “ການຫັນປ່ຽນໂດຍສັນຕິ”... ຍູ້ແຮງວຽກງານສົມທົບກັນ, ແລກປ່ຽນ ແລະແບ່ງປັນຂໍ້ມູນຂ່າວສານ, ບໍ່ປະໃຫ້ບັນດາອິດທິກຳລັງປໍລະປັກໂຄສະນາຕ້ານທໍາລາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ກໍ່ຄືສົມທົບຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພຢ່າງເດັດຂາດ ໃຫ້ແກ່ບັນດາການເຄື່ອນໄຫວໃນປີທີ່ປະເທດລາວ ເປັນປະທານອາຊຽນ 2024”.

ໂດຍ: ທູຈາງ