leftcenterrightdel
ທ່ານພັນເອກພິເສດ ໂງຊວນເທື່ອງ ຮອງຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ມອບໃບຍ້ອງຍໍໃຫ້ບຸກຄົນບ້ານໂກ້ແທັ່ງ, ຕາແສງເຕິນແທັ່ງ, ເມືອງເຮື໊ອງຮວ໊າ, ແຂວງກວ໋າງຈິ ທີ່ມີຜົນງານດີເດັ່ນໃນ 15 ປີແຫ່ງການປະຕິບັດການແຮກສ່ຽວເຂດຊຸມຊົນຢູ່ສອງຟາກຊາຍແດນ. ພາບ: ເຝືອກຈູງ.

ເດືອນເມສາ ປີ 2008, ບ້ານໂກ້ແທັ່ງ ແລະບ້ານກາຕຸບ 1 ໄດ້ຈັດພິທີແຮກສ່ຽວບ້ານ-ບ້ານ. ພາຍຫຼັງ 15 ປີແຫ່ງການປະຕິບັດກົດລະບຽບ, ຂະບວນການແຮກສ່ຽວເຂດຊຸມຊົນຢູ່ສອງຟາກຊາຍແດນ ໄດ້ເສີມຂະຫຍາຍກໍາລັງແຮງສາມັກຄີຂອງປະຊາຊົນບັນດາເຜົ່າຢູ່ສອງຟາກຊາຍແດນ. ປະຊາຊົນສອງບ້ານ ກໍາແໜ້ນ ແລະປະຕິບັດຖືກຕາມເນື້ອໃນກົດລະບຽບແຮກສ່ຽວ, ສັນຍາວ່າດ້ວຍກົດລະບຽບຊາຍແດນ ຫວຽດນາມ-ລາວ. ປະຊາຊົນສອງບ້ານ ໄດ້ຊ່ວຍເຫຼືອກັນພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ; ຍົກສູງຊີວິດການເປັນຢູ່ທາງງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນເທື່ອລະກ້າວ, ປະກອບສ່ວນກໍ່ສ້າງເຂດຊາຍແດນ ໃຫ້ໝັ້ນຄົງເຂັ້ມແຂງ.

leftcenterrightdel
ທ່ານ ດັ້ງຈ້ອງເວິນ ປະທານຄະນະກໍາມະການປະຊາຊົນເມືອງເຮື໊ອງຮວ໊າ, ແຂວງກວ໋າງຈິ ມອບໃບຍ້ອງຍໍໃຫ້ບຸກຄົນບ້ານກາຕຸບ 1, ເມືອງເຊໂປນ ທີ່ມີຜົນງານດີເດັ່ນໃນ 15 ປີແຫ່ງການປະຕິບັດການແຮກສ່ຽວເຂດຊຸມຊົນຢູ່ສອງຟາກຊາຍແດນ. ພາບ: ເຝືອກຈູງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງຈ້ອງເວິນ ປະທານຄະນະກໍາມະການປະຊາຊົນ ເມືອງເຮື້້ອງຮວ໊າ, ແຂວງກວ໋າງຈິ ເນັ້ນໜັກວ່າ ການພົວພັນມິດຕະພາບລະຫວ່າງອໍານາດການປົກຄອງ, ປະຊາຊົນເມືອງ ເຮື໊ອງຮວ໋າ, ແຂວງກວ໋າງຈິ ແລະເມືອງເຊໂປນ, ແຂວງສະຫວັນນະເຂດແມ່ນມີມາແຕ່ດົນນານແລ້ວ ແລະປັດຈຸບັນໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ມີຄວາມສັດຊື່ບໍລິສຸດຜຸດຜ່ອງ; ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ ສອງບ້ານຈະສືບຕໍ່ຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວທີ່ແທດຈິງ ເພື່ອໃຫ້ຂະບວນການແຮກສ່ຽວມີປະສິດທິພາບຢ່າງແທດຈິງ; ເອົາໃຈໃສ່ສ້າງຮູບແບບທີ່ດີ, ວິທີເຮັດປະດິດສ້າງໃນການຊ່ວຍເຫຼືອກັນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະບືນຕົວຂຶ້ນສ້າງຄວາມຮັ່ງມີ; ຮ່ວມແຮງຮ່ວມໃຈກັນປົກປັກຮັກສາຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ທີ່ກອງປະຊຸມ, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ, ຄະນະກໍາມະການປະຊາຊົນເມືອງເຮື໊ອງຮວ໊າ ແລະເມືອງເຊໂປນ ໄດ້ມອບລາງວັນໃຫ້ແກ່ໝູ່ຄະນະ ແລະບຸກຄົນ ທີ່ມີຜົນງານດີເດັ່ນໃນໄລຍະ 15 ປີແຫ່ງການປະຕິບັດການແຮກສ່ຽວເຂດຊຸມຊົນຢູ່ສອງຟາກຊາຍແດນ.

ໂດຍ: ໄຊຊະນະ