ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ຫວໍວັນເຖືອງ  ແລະສະຫາຍ ທອງລຸນ ສີສຸລິດ ໄດ້ເປັນປະທານການພົບປະເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງສອງປະເທດ.

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ.

ໃນບັນຍາກາດແຫ່ງມິດຕະພາບ ແລະເຕັມໄປດ້ວຍນໍ້າໃຈເພື່ອນມິດສະຫາຍອ້າຍນ້ອງ, ການນຳສອງປະເທດໄດ້ແລກປ່ຽນຄວາມໄວ້ເນື້ອເຊື່ອໃຈ, ຄວາມຈິງໃຈ ແລະກົງໄປກົງມາການກໍານົດທິດ, ມາດຕະການຊຸກຍູ້ໃນທຸກຂົງເຂດການຮ່ວມມື; ເນັ້ນໜັກວ່າ ໃນສະພາບການໂລກ ແລະພາກພື້ນພວມຜັນແປຢ່າງສັບສົນໃນປະຈຸບັນ, ສອງປະເທດຄວນເພີ່ມທະວີການປຶກສາຫາລື, ແລກປ່ຽນບົດຮຽນ, ຮ່ວມມື ແລະໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອຜ່ານຜ່າສິ່ງທ້າທາຍ ແລະຄວາມຫຍຸ້ງຍາກ; ພ້ອມກັນສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມນັ້ນແລ້ວ, ການນຳສອງປະເທດຢືນຢັນຄືນໃໝ່ນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງປະເທດນັ້ນແມ່ນຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ສືບຕໍ່ສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ກໍ່ຄືລະຫວ່າງບັນດາກະຊວງ ແລະຂະຫໜງການຂັ້ນສູນກາງ ແລະທ້ອງຖິ່ນຢ່າງມີປະສິດທິຜົນ; ເພີ່ມທະວີການປຶກສາຫາລືກ່ຽວກັບບັນຫາຍຸດທະສາດ; …

ສອງຝ່າຍກໍ່ເຫັນດີເປັນເອກະພາບຍູ້ແຮງບັນດາເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່; ສືບຕໍ່ສົມທົບ ແລະໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດ; …

ສອງຝ່າຍເຫັນດີເປັນເອກະສັນຈະມານະພະຍາຍາມຍົກສູງລະດັບການຮ່ວມມືດ້ານເສດຖະກິດໃຫ້ສົມກັບຖານະການພົວພັນດ້ານການເມືອງ; ເພີ່ມທະວີການແລກປ່ຽນປະສົບການໃນການຄຸ້ມຄອງເສດຖະກິດມະຫາພາກ ແລະຕ້ານການສໍ້ລາດບັງຫຼວງ; …

ການນຳສອງທ່ານໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບ ແລະຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະສາກົນ; ຮັບປະກັນຄວາມສາມັກຄີ ແລະເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ແລະບັນດາກົນໄກໂດຍອາຊຽນ ນຳພາ.

ທີ່ການພົບປະເຈລະຈາ, ສະຫາຍ ປະທານປະເທດ ຫວໍວັນເຖືອງ ໄດ້ປະກາດຂອງຂວັນທີ່ມີມູນຄ່າ 1 ລ້ານໂດລາສະຫະລັດຈາກພັກ, ລັດ ແລະປະຊາຊົນ ຫວຽດນາມ ໃຫ້ແກ່ພັກ, ລັດ ແລະປະຊາຊົນລາວ.

ພາຍຫຼັງການພົບປະເຈລະຈາ, ການນຳສອງປະເທດໄດ້ເປັນສັກຂີພິຍານພິທີລົງນາມ ແລະແລກປ່ຽນເອກະສານຮ່ວມມື 2 ສະບັບ, ໃນນັ້ນມີ: (i) ບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໃນຂົງເຂດເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະກະຊວງເຕັກໂນໂລຢີ ແລະສື່ສານລາວ; (ii) ບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໃນຂົງເຂດວິທະຍາສາດລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຢີ ຫວຽດນາມ ແລະກະຊວງສຶກສາທິການ ແລະກິລາລາວ.

ໂດຍ: ທະນາພອນ