ນັກຂ່າວ: ລາວ ແມ່ນປະເທດທຳອິດທີ່ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ຈະໄປຢ້ຽມຢາມໃນຖານະຕຳແໜ່ງໃໝ່. ຕາມທ່ານຮອງລັດຖະມົນຕີແລ້ວ, ສິ່ງດັ່ງກ່າວມີຄວາມໝາຍຄືແນວໃດ?
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມີການພົວພັນແບບພິເສດ, ການນໍາລຸ້ນຕ່າງໆ ແລະປະຊາຊົນສອງປະເທດ ໄດ້ກໍ່ສ້າງ ແລະເພີ່ມພູນຄູນສ້າງໃນຕະຫຼອດໄລຍະປະຫວັດສາດ; ຄຽງບ່າຄຽງໄຫຼ່ບົນຈິດໃຈເພື່ອນມິດສະຫາຍ, ອ້າຍນ້ອງໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.
ຍ້ອນສາຍພົວພັນພິເສດທີ່ສຸດນັ້ນທ່ານປະທານປະເທດ ຫວໍວັນເຖືອງ ຈຶ່ງໄດ້ເລືອກເອົາປະເທດເພື່ອນລາວ ເປັນປະເທດໄປຢ້ຽມຢາມທຳອິດໃນຖານະຕຳແໜ່ງໃໝ່ ເພື່ອສືບຕໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ.
ໃນສະພາບການໂລກ ແລະພາກພື້ນພວມມີການຜັນແປຢ່າງສັບສົນ, ກໍ່ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ, ການຢ້ຽມຢາມລາວ ຂອງທ່ານປະທານປະເທດ ໄດ້ສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງ ແລະຮອບດ້ານຂອງຫວຽດນາມ ຕໍ່ພາລະກິດແຫ່ງການປ່ຽນແປງໃໝ່, ຟື້ນຟູ ແລະພັດທະນາເສດຖະກິດ - ສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນຂອງປະເທດເພື່ອນລາວ.
    |
 |
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ຫວຽດດວ່ານ |
ນັກຂ່າວ: ຮຽນທ່ານຮອງລັດຖະມົນຕີ, ທ່ານສາມາດໃຫ້ຮູ້ການເຄື່ອນໄຫວທີ່ພົ້ນເດັ່ນໃນການຢ້ຽມຢາມລາວ ຂອງທ່ານປະທານປະເທດ? ການເຄື່ອນໄຫວດັ່ງກ່າວຈະປະກອບສ່ວນເຂົ້າໃນການພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ຄືແນວໃດ?
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ຄາດວ່າໃນການຢ້ຽມຢາມລາວ, ທ່ານປະທານປະເທດ ຫວໍວັນເຖືອງ ຈະເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ພົບປະເຈລະຈາ ແລະພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື; ພົບປະກັບນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດລາວ; ຕ້ອນຮັບປະທານສູນກາງແນວລາວສ້າງຊາດ, ປະທານສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ; ເຂົ້າຮ່ວມງານລ້ຽງທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ; ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະພົບປະກັບຜູ້ແທນປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.
ການເຄື່ອນໄຫວສຳຄັນດັ່ງກ່າວ ຈະຊ່ວຍສ້າງກຳລັງແຮງໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ລາວ ໃນທຸກຊ່ອງທາງ ແລະຂົງເຂດການຮ່ວມມື; ປະກອບສ່ວນເຂົ້າໃນການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ ແລະສອງປະເທດຢ່າງມີປະສິດທິຜົນ, ໃນນັ້ນມີຂໍ້ຕົກລົງວ່າດ້ວຍຍຸດທະສາດການຮ່ວມມືຫວຽດນາມ - ລາວ ໄລຍະ 2021-2030 ແລະສັນຍາວ່າດ້ວຍການຮ່ວມມືສອງຝ່າຍຫວຽດນາມ - ລາວ ໄລຍະ 2021-2025.
ທ່ານປະທານປະເທດ ກໍ່ຈະໄປວາງພວງມາລາຢູ່ອະນຸສາວະລີນັກຮົບນີລະນາມ, ອະນຸສາວະລີປະທານ ໄກສອນ ພົມວິຫານ ແລະເຂົ້າຢ້ຽມຂ່ຳນັບບັນດາອະດີດການນຳຂັ້ນສູງຂອງລາວ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງການນຳ, ພະນັກງານ, ນັກຮົບ ແລະປະຊາຊົນລາວ ອ້າຍນ້ອງລຸ່ນຕ່າງໆທີ່ສະຫງວນໃຫ້ແກ່ການພົວພັນແບບພິເສດຫວຽດນາມ ແລະ ລາວ.
ການເຄື່ອນໄຫວເຫຼົ່ານີ້ແນ່ນອນວ່າ ຈະປະກອບສ່ວນສຳຄັນເຂົ້າໃນການສ້າງຜົນສຳເລັດຂອງການຢ້ຽມຢາມລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວໍວັນເຖືອງ; ປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ.
ນັກຂ່າວ: ຂໍຂອບໃຈ!
ໂດຍ: ທະນາພອນ