leftcenterrightdel
ຄະນະພະນັກງານໜູນຊ່ວຍຂອງໂຮງໝໍໍກອງທັບ 103 (ວິທະຍາຄານການແພດກອງທັບ). ພາບ: qdnd.vn

ພາຍຫຼັງການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ 4 ກໍລະນີປະສົບຜົນສໍາເລັດຢ່າງຈົບງາມ, ບັນດາທີມງານແພດໝໍຂອງໂຮງໝໍສູນກາງ 103 ກອງທັບປະຊາຊົນ ລາວ ໄດ້ເປັນເຈົ້າການປະຕິບັດບາງຂັ້ນຕອນຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ ເທື່ອລະກ້າວ, ລວມມີການຄັດເລືອກ, ກະກຽມຜ່າຕັດ, ໃສ່ຢາສະຫຼົບ, ຜ່າຕັດ, ຟື້ນຟູຊີບ, ສົ່ງເສີມສຸຂະພາບພາຍຫຼັງການຜ່າຕັດ ແລະປິ່ນປົວພາຍຫຼັງການປ່ຽນຖ່າຍ.

ການປະສົບຜົນສໍາເລັດໃນຄັ້ງນີ້, ອີກເທື່ອໜຶ່ງສະແດງໃຫ້ເຫັນນໍ້າໃຈມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືີຮອບດ້ານ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສອງປະເທດ ເວົ້າລວມ ແລະສອງກອງທັບ ຫວຽດນາມ - ລາວ ເວົ້າສະເພາະ.

leftcenterrightdel
ທີມງານແພດໝໍຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ. ພາບ: qdnd.vn

ໂອກາດນີ້, ທີ່ໂຮງໝໍສູນກາງ 103 ກອງທັບປະຊາຊົນ ລາວ ໄດ້ດໍາເນີນກອງປະຊຸມວິທະຍາສາດລະຫວ່າງໂຮງໝໍ ກ່ຽວກັບການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ ຄັ້ງທີໜຶ່ງ, ເນື່ອງໃນໂອກາດການປ່ຽນຖ່າຍໝາກໄຂ່ຫຼັງກໍລະນີທໍາອິດ ຢູ່ ລາວ ປະສົບຜົນສໍາເລັດຢ່າງຈົບງາມ.

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານພັນເອກ ປອ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບ ປະຊາຊົນ ລາວ ໃຫ້ຮູ້ວ່າ ການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ 2 ກໍລະນີທໍາອິດປະສົບຜົນສໍາເລັດຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນ ລາວ ແມ່ນຂີດໝາຍປະຫວັດສາດ, ເປັນຂີດໝາຍແຫ່ງການພັດທະນາກະໂດດຂັ້ນຂອງຂະແໜງການແພດກອງທັບ ເວົ້າສະເພາະ ແລະຂະແໜງການແພດຂອງ ລາວ ເວົ້າລວມ. ເພື່ອບັນລຸໄດ້ຜົນງານນີ້, ບໍ່ພຽງແຕ່ມີຄວາມມານະພະຍາຍາມຂອງບັນດາແພດໝໍໂຮງໝໍ ແລະທົ່ວຂະແໜງການແພດກອງທັບ ລາວ ເທົ່ານັ້ນ ຫາກຍັງມີການສະໜັບສະໜູນ, ການຊ່ວຍເຫຼືອຢ່າງໝົດຈິດໝົດໃຈຂອງນັກຊ່ຽວຊານແຖວໜ້າດ້ານການປ່ຽນຖ່າຍໝາກໄຂ່ຫຼັງຂອງໂຮງໝໍກອງທັບ 103 (ວິທະຍາຄານການແພດກອງທັບ). ຜົນສໍາເລັດຂອງການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ ຈະປະກອບສ່ວນຕອບສະໜອງຄວາມຕ້ອງການ ແລະຍົກສູງຄຸນນະພາບການປິ່ນປົວໃຫ້ແກ່ຄົນເຈັບ ທີ່ຕ້ອງປ່ຽນຖ່າຍໝາກໄຂ່ຫຼັງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມວິທະຍາສາດລະຫວ່າງໂຮງໝໍກ່ຽວກັບການປ່ຽນຖ່າຍໝາກໄຂ່ຫຼັງ ຄັ້ງທີໜຶ່ງ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພັນເອກພິເສດ ຮສຈ.ປອ ຕ້າບ໊າຖັ໊ງ ຮອງຫົວໜ້າໂຮງໝໍກອງທັບ 103 (ວິທະຍາຄານການແພດກອງທັບ) ຢັ້ງຢືນວ່າ ກອງປະຊຸມວິທະຍາສາດລະຫວ່າງໂຮງໝໍ ກ່ຽວກັບການປ່ຽນຖ່າຍໝາກໄຂ່ຫຼັງຄັ້ງທີໜຶ່ງສະແດງໃຫ້ເຫັນການຮ່ວມມື, ການໜູນຊ່ວຍຢ່າງມີປະສິດທິຜົນຂອງໂຮງໝໍກອງທັບ 103 (ວິທະຍາຄານການແພດກອງທັບ) ຕໍ່ກັບໂຮງໝໍສູນກາງ 103 ກອງທັບປະຊາຊົນ ລາວ; ພ້ອມກັນນັ້ນກໍແມ່ນໂອກາດເພື່ອໃຫ້ສອງຝ່າຍ ແລກປ່ຽນວິຊາສະເພາະ, ຖ່າຍທອດເຕັກນິກ ແລະແບ່ງປັນບົດຮຽນເພື່ອໃຫ້ໂຮງໝໍສູນກາງ 103 ກອງທັບປະຊາຊົນ ລາວ ເປັນເຈົ້າຕົນເອງໃນການຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງ ໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ