ທີ່ກຸ່ມບ້ານ ສີທວນ (ແຂວງຈໍາປາສັກ) ແລະວັງຕັດ (ແຂວງອັດຕະປື), ກອງບັນຊາການທະຫານແຂວງບິ່ງດິງ ມອບຂອງຂວັນ 300 ພູດ, ແຕ່ລະພູດມີມູນຄ່າຫ້າແສນດົ່ງ ໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນ. ຄຽງຂ້າງນັ້ນ, ຍັງໜູນຊ່ວຍປົວແປງເຮືອນຊານໃຫ້ 12 ຄອບຄົວ (ຄອບຄົວລະ 15 ລ້ານດົ່ງ) ປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່ຂອງແຂວງອັດຕະປື ແລະຈໍາປາສັກ.

leftcenterrightdel
ສະຫາຍພັນເອກພິເສດ ຫງວຽນຊວນເຊີນ ມອບຂອງຂວັນໃຫ້ປະຊາຊົນລາວ. ພາບ: qdnd.vn

ພິເສດ, ເມື່ອຮັບຂ່າວວ່າບັນດາທ່ານໝໍຫວຽດນາມ ມາກວດພະຍາດໃຫ້, ປະຊາຊົນຢູ່ບັນດາກຸ່ມບ້ານໄດ້ມາກວດພະຍາດເປັນຈໍານວນຫຼວງຫຼາຍ. ຖັນແຖວແພດໝໍຂອງຄະນະປະຕິບັດງານຕ້ອງສັບຊ້ອນຈັດຕັ້ງການກວດພະຍາດທັງຕອນທ່ຽງເພື່ອຮັບໃຊ້ປະຊາຊົນໝົດທຸກຄົນ. ຕາມທ່ານໝໍ ເຈືອງຕ໋ວນເຢືອງ ໂຮງໝໍຫຼາຍຂະແໜງແຂວງບິ່ງດິງ ສະມາຊິກຄະນະປະຕິບັດງານແລ້ວ, ຍ້ອນຄວາມລື້ງເຄີຍໃນການກິນດື່ມ, ການດໍາລົງຊີວິດຂອງປະຊາຊົນຢູ່ທີ່ນີ້ບໍ່ດີຈຶ່ງພາໃຫ້ຕິດບາງພະຍາດທໍາມະດາ. ຍ້ອນເຮັດນັ້ນ, ຖັນແຖວແພດໝໍທັງກວດພະຍາດ, ແຈກຢາຍຢຸກຢາ, ທັງແນະນຳໃຫ້ພໍ່ແມ່ປະຊາຊົນວິທີປ້ອງກັນ, ຕ້ານພະຍາດ”.

ມີໜ້າຢູ່ບັນດາສະຖານທີ່ເຊິ່ງຄະນະປະຕິບັດງານກອງບັນຊາການທະຫານແຂວງບິ່ງດິງ ປະຕິບັດໜ້າທີ່, ສະຫາຍເລຂາພັກ, ເຈົ້າເມືອງໆສະນະສົມບູນ (ແຂວງຈໍາປາສັກ) ແບ່ງປັນວ່າ: “ຂ້າພະເຈົ້າ ສະເທືອນໃຈທີ່ສຸດເມື່ອຄະນະພະນັກງານການແພດຂອງກອງບັນຊາການທະຫານແຂວງບິ່ງດິງ ມາຢ້ຽມຢາມ ແລະປະຕິບັດການເຄື່ອນໄຫວສະຫວັດດີການສັງຄົມທີ່ແທດຈິງຫຼາຍຢ່າງຢູ່ທ້ອງຖິ່ນ. ອາລົມຈິດເຊິ່ງປະຊາຊົນຫວຽດນາມ ແລະທະຫານຫວຽດນາມ ສະຫງວນໃຫ້ປະຊາຊົນລາວ ບໍ່ສາມາດວັດແທກໄດ້. ຂໍຂອບໃຈພວກເພື່ອນຫຼາຍໆ”.

leftcenterrightdel
ທ່ານໝໍຄະນະປະຕິບັດງານກອງບັນຊາການທະຫານແຂວງບິ່ງດິງ ກວດພະຍາດໃຫ້ປະຊາຊົນລາວ. ພາບ: qdnd.vn

ນາງ ພິດສຸບິນ ຢູ່ກຸ່ມບ້ານສີທວນ (ເມືອງສະນະສົມບູນ) ໄດ້ແບ່ງປັນດ້ວຍຄວາມສະເທືອນໃຈວ່າ ຍາມໃດກໍ່ຄືຈັ່ງຊັ້ນ, ເມື່ອປະຊາຊົນລາວ ປະສົບກັບຄວາມຫຍຸ້ງຍາກແມ່ນມີການຊ່ວຍເຫຼືອຂອງປະຊາຊົນ ແລະທະຫານຫວຽດນາມ. “ດ້ວຍນ້ຳໃຈອັນເລິກເຊິ່ງນັ້ນ, ເມື່ອຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງບິ່ງດິງ ມາ, ພວກຂ້າພະເຈົ້າກໍ່ຄິດວ່າ ນັ້ນແມ່ນອ້າຍນ້ອງ, ແມ່ນລູກຫຼານກັບມາຢ້ຽມຢາມບ້ານ”.

ສະຫາຍພັນເອກພິເສດ ຫງວຽນຊວນເຊີນ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງບິ່ງດິງ ໃຫ້ຮູ້ວ່າ ເມື່ອບຸນປີໃໝ່ລາວວຽນມາ, ຄະນະພັກ, ກອງບັນຊາການທະຫານແຂວງບິ່ງດິງ ຍາມໃດກໍ່ຈັດຄະນະປະຕິບັດງານໄປອວຍພອນປີໃໝ່, ມອບຂອງຂວັນ, ໜູນຊ່ວຍປະຊາຊົນ. ປີນີ້, ນອກຈາກຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງແລ້ວ ຍັງມີການເຂົ້າຮ່ວມຂອງພະແນກສາທາລະນະສຸກແຂວງບິ່ງດິງ ເພື່ອກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ. ການເຄື່ອນໄຫວຂອງຄະນະປະຕິບັດງານໄດ້ປະກອບສ່ວນເຮັດໃຫ້ນ້ຳໃຈມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ ເລິກເຊິ່ງກວ່າອີກ.

ໂດຍ: ໄຊນີດາ