ຊ່ວຍເພື່ອນໃຫ້ໄດ້ວຽກໄດ້ງານ, ໄດ້ໃຈ, ໃຫ້ໄດ້ເປັນພະນັກງານ

ພາຍຫຼັງສັນຍາເຊີແນວ, ສູນກາງແນວໂຮມ ແລະກະຊວງປ້ອງກັນປະເທດລາວ ໄດ້ສະເໜີໃຫ້ຫວຽດນາມ ມາຊ່ວຍກ່ຽວກັບການຈັດຕັ້ງກໍາລັງການທະຫານໃນສະພາບການໃໝ່. ໃນສະພາບການນັ້ນ, ສູນກາງພັກແຮງງານ ຫວຽດນາມ ມີແຜນນະໂຍບາຍສືບຕໍ່ຊ່ວຍການປະຕິວັດລາວ ຢ່າງຮອບດ້ານ. ວັນທີ 16 ກໍລະກົດ 1954, ກົມໃຫຍ່ບັນຊາ ກອງທັບປະຊາຊົນຫວຽດນາມ ໄດ້ອອກຂໍ້ຕົກລົງສ້າງຄະນະທີ່ປຶກສາການທະຫານຫວຽດນາມ ຊ່ວຍກອງທັບປະເທດລາວ, ໃສ່ຊື່ແຝງວ່າ ຄະນະກອງ 100. ໃນຂະນະນັ້ນ, ສະຫາຍ ຈູຮຸຍເມິນ ແມ່ນຫົວໜ້າການເມືອງ ກອງພົນ 316 ໄດ້ຮັບໜ້າທີ່ເປັນຫົວໜ້າຄະນະ ແລະເລຂາຄະນະພັກກອງ 100. ຄະນະມີໜ້າທີ່ຊ່ວຍເພື່ອນລາວ ກໍ່ສ້າງກອງທັບປົດປ່ອຍປະເທດລາວ, ຊ່ວຍກໍາລັງຢູ່ຊຳເໜືອ (ຫົວພັນ) ແລະຜົ້ງສາລີ ເຕົ້າໂຮມ.

ກ່ອນທີ່ຄະນະກອງ 100 ຈະອອກເດີນທາງໄປຊ່ວຍກອງທັບປົດປ່ອຍປະເທດລາວ, ສະຫາຍ ຈູຮຸຍເມິນ ເປັນກຽດໄດ້ເຂົ້າໄປລາຍງານ ແລະອວຍພອນປະທານ ໂຮ່ຈີມິນ. ເພິ່ນໄດ້ຍ້ອງຍໍຊົມເຊີຍການຕັດສິນໃຈກຽມພ້ອມຮັບໜ້າທີ່ຂອງພະນັກງານ, ນັກຮົບຄະນະກອງທີ່ປຶກສາການທະຫານ.

leftcenterrightdel
ສະຫາຍ ຈູຮຸຍເມິນ, ຫົວໜ້າທີ່ປຶກສາຫວຽດນາມ ໃຫ້ລັດຖະບານປະສົມລາວ (ທໍາອິດຈາກຊ້າຍໄປ) ກັບສະເດັດເຈົ້າສຸພານຸວົງ ແລະພັນລະຍາ, ປີ 1957. ພາບເອກະສານ

ເມື່ອຜັນຂະຫຍາຍປະຕິບັດໜ້າທີ່ຢູ່ປະເທດເພື່ອນລາວ, ສະຫາຍ ຈູຮຸຍເມິນ ໄດ້ຊີ້ນໍາພະນັກງານໃນຄະນະກອງທີ່ປຶກສາການທະຫານກໍາແໜ້ນ ແລະປະຕິບັດບັນດາຫຼັກການ, ທິດທາງ, ວິທີການຊ່ວຍເພື່ອນຢ່າງເຂັ້ມງວດ; ຍົກສູງຈິດໃຈສາມັກຄີ, ມິດຕະພາບ, ເຄົາລົບເຊິ່ງກັນ ແລະກັນ.

ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການກໍ່ສ້າງກໍາລັງປະກອບອາວຸດຕອບສະໜອງໜ້າທີ່ການປະຕິວັດລາວ, ສະຫາຍ ຈູຮຸຍເມິນ ແລະພະນັກງານກອງ 100 ໄດ້ກຳແໜ້ນສະພາບການທຸກດ້ານເພື່ອສ້າງແຜນຮ່າງຈັດຕັ້ງກໍາລັງຊ່ວຍກອງທັບປະເທດລາວ. ຄະນະກອງ 100 ໄດ້ສະເໜີກັບເພື່ອນວິທີການສ້າງກອງທັບປະເທດລາວ ຕາມທິດນຳທີ່ວ່າ: ຖືເອົາການເມືອງແນວຄິດເປັນຫຼັກ, ບຳລຸງກໍ່ສ້າງພະນັກງານເປັນຫຼັກ. ສະຫາຍໄດ້ຊີ້ນໍາຄະນະກອງທີ່ປຶກສາຊ່ວຍເພື່ອນກໍານົດທິດທາງຈັດຕັ້ງການບັນຈຸກໍາລັງ ເພື່ອເປັນພື້ນຖານໃຫ້ແກ່ການສ້າງກອງທັບໃນຕໍ່ໜ້າ ແລະຍາວນານຢ່າງຮີບດ່ວນ.

ຜົນງານຊ່ວຍເພື່ອນໄດ້ກໍານົດຂຶ້ນໂດຍໄວ ແລະເຫັນດີເປັນເອກະພາບສູງກ່ຽວກັບແຜນຮ່າງສ້າງກໍາລັງປະກອບອາວຸດປະເທດລາວ ແມ່ນໝາກຜົນເບື້ອງຕົ້ນທີ່ມີຄວາມໝາຍສໍາຄັນຍິ່ງ, ເຮັດໃຫ້ທັງເພື່ອນ ແລະເຮົາລ້ວນແຕ່ມີຄວາມພາກພູມໃຈ, ໄວ້ເນື້ອເຊື່ອໃຈ, ສ້າງສາຍພົວພັນທີ່ດີງາມລະຫວ່າງເຮົາ ແລະເພື່ອນແຕ່ຊຸມວັນທໍາອິດ.

ນ້ຳໃຈສາກົນທີ່ໃສແຈ້ງ, ເປັນແບບຢ່າງ

ເພື່ອຊ່ວຍກອງທັບປະເທດລາວ ສ້າງກໍາລັງຮອບດ້ານ, ສະຫາຍ ຈູຮຸຍເມິນ ໄດ້ຊີ້ນໍາພະນັກງານທີ່ມີປະສົບການກ່ຽວກັບວຽກງານໂຄສະນາອົບຮົມ ແລະການອົບຮົມເຝິກແອບການທະຫານ ແລະການເມືອງຊ່ວຍພະນັກງານ ລາວ ຮຽບຮຽງບັນດາເອກະສານເພື່ອຮັບໃຊ້ໃຫ້ແກ່ວຽກງານສຶກສາດ້ານການເມືອງ, ເຝິກແອບການທະຫານ. ຫຼັງຈາກນັ້ນ ຊ່ວຍເພື່ອນຈັດຕັ້ງຜັນຂະຫຍາຍການສຶກສາດ້ານການເມືອງຢ່າງເລິກເຊິ່ງ, ກວ້າງຂວາງເພື່ອແນໃສ່ຊາບຊຶມສະພາບການ, ໜ້າທີ່ໃໝ່; ຍົກສູງຄວາມຮັບຮູ້ກ່ຽວກັບຄຸນທາດ, ມູນເຊື້ອຂອງການປະຕິວັດ ແລະກອງທັບລາວ.

ໃນຕະຫຼອດສອງປີ 1955-1956, ການສຶກສາດ້ານການເມືອງ, ເຝິກແອບການທະຫານທາງການນໍາ, ຜູ້ບັນຊາການຂອງເພື່ອນ ແລະທີ່ປຶກສາການທະຫານຫວຽດນາມ ໄດ້ສຸມໃສ່ຊີ້ນໍາ, ດໍາເນີນຢ່າງຮີບດ່ວນ, ຕໍ່ເນື່ອງ, ບັນລຸໝາກຜົນທີ່ດີ, ໄດ້ປະກອບສ່ວນຍົກສູງດ້ານຄຸນທາດການເມືອງຂອງກອງທັບປະເທດລາວ.

ສະຫາຍ ຈູຮຸຍເມິນ ຍັງຊີ້ນໍາບັນດາໜ່ວຍທີີ່ປຶກສາເອົາໃຈໃສ່ຊ່ວຍເພື່ອນຈັດຕັ້ງ ແລະຮັກສາແບບແຜນການຮຽນວັດທະນະທໍາ, ລົບລ້າງໄພກືກໜັງສືໃຫ້ແກ່ທະຫານ. ຍ້ອນສິ່ງດັ່ງກ່າວນັ້ນ, ພະນັກງານ, ນັກຮົບລາວເກືອບໝົດທຸກຄົນຈຶ່ງຮູ້ອ່ານ, ຮູ້ຂຽນພາສາລາວ, ຫຼາຍຄົນໄດ້ບໍາລຸງຍົກລະດັບວັດທະນະທໍາໃຫ້ສູງກວ່າ. ໃນວຽກງານສ້າງ ແລະພັດທະນາການຈັດຕັ້ງພັກ, ອີງໃສ່ມູນເຊື້ອປະຫວັດສາດ ແລະຈຸດພິເສດຂອງກອງທັບປະເທດລາວ, ສະຫາຍ ຈູຮຸຍເມິນ ແລະຄະນະພັກຄະນະ 100 ໄດ້ສະເໜີກັບເພື່ອນແຜນນະໂຍບາຍຮັບຮອງເອົາສະມາຊິກພັກຜູ້ເກົ່າ ແລະບັນດາ “ກຸ່ມປະຈັນບານແບບຢ່າງ” ເພື່ອພົບເຫັນ, ບໍາລຸງສ້າງ, ພະນັງການ ແລະມະຫາຊົນຢູ່ໃນອົງການ, ກົມກອງໃຫ້ດີທີ່ສຸດ ເພື່ອຮັບເຂົ້າເປັນສະມາຊິກພັກ. ແຜນນະໂຍບາຍທີ່ຖືກຕ້ອງນີ້ໄດ້ຊ່ວຍໃຫ້ຈຳນວນສະມາຊິກພັກເພີ່ມຂຶ້ນຫຼາຍພໍສົມຄວນ, ໄດ້ສ້າງຕັ້ງໜ່ວຍພັກ, ຈຳນວນພະນັກງານຫຼັກແຫຼ່ງນັບມື້ນັບຫຼາຍຂຶ້ນ, ປະກອບສ່ວນສ້າງພື້ນຖານໃຫ້ແກ່ການສ້າງຕັ້ງພັກປະຊາຊົນລາວ (ຫຼັງຈາກນັ້ນໄດ້ປ່ຽນມາເປັນພັກປະຊາຊົນ ປະຕິວັດລາວ)  ວັນທີ 22 ມີນາ 1955.

ຕໍ່ກັບໜ້າທີ່ຊ່ວຍເພື່ອນສ້າງ, ປັບປຸງສອງເຂດເຕົ້າໂຮມຊໍາເໜືອ ແລະຜົ້ງສາລີ ໃຫ້ໝັ້ນຄົງເຂັ້ມແຂງ, ສະຫາຍ ຈູຮຸຍເມິນ ແລະຄະນະພັກກອງ 100 ໄດ້ຕັດສິນໃຈຈັດສົ່ງທີ່ປຶກສາສອງໜ່ວຍໄປຊ່ວຍກອງທັບຢູ່ສອງທ້ອງຖິ່ນນີ້ດໍາເນີນວຽກງານຂົນຂວາຍມະຫາຊົນ, ກໍ່ສ້າງຮາກຖານ. ໃນແຕ່ລະບາດກ້າວ, ໜ່ວຍທີ່ປຶກສາໄດ້ຊ່ວຍເພື່ອນເຂົ້າໃຈ ແລະສາມາດເຮັດວຽກງານປຸກລະດົມມະຫາຊົນໄດ້ດ້ວຍຕົນເອງ. ພາຍຫຼັ້ງປະຕິບັດສໍາເລັດໜ້າທີ່ຊ່ວຍເພື່ອນ, ຕົ້ນເດືອນ ມັງກອນ 1958, ສະຫາຍ ຈູຮຸຍເມນ ແລະຄະນະກອງ 100 ໄດ້ຮັບຄໍາສັ່ງກັບຄືນປະເທດ.

ເກືອບ 4ປີທີ່ປະຕິບັດໜ້າທີ່ສາກົນຢູ່ປະເທດເພື່ອນລາວ, ດ້ວຍຈິດໃຈຊ່ວຍເພື່ອນຢ່າງຈິງໃຈ, ສຸດອົກສຸດໃຈ, ສະຫາຍ ຈູຮຸຍເມິນ ແລະຄະນະກອງ 100 ໄດ້ສ້າງຄວາມປະທັບໃຈອັນດີງາມຕໍ່ກັບພະນັກງານ, ນັກຮົບ ແລະປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ; ເປັນຂີດໝາຍໃຫ້ແກ່ບາດກ້າວເປີດສາກການພົວພັນຊ່ວຍເພື່ອນຢ່າງຮອບດ້ານ, ມີປະສິດມີຜົນຂອງທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຕໍ່ກັບການປະຕິວັດລາວ ໃນຊຸມປີ ຕໍ່ໄປ.

ໂດຍ: ນີດາ