ສະຖານທີ່ຝຶກຝົນຫຼໍ່ຫຼອມຜູ້ທີ່ຄວາມເກັ່ງກ້າສາມາດ ແລະເສີມສ້າງນໍ້າໃຈມິດຕະພາບ ຫວຽດນາມ-ລາວ
ກປ.ອອນໄລ - ຕອນບ່າຍວັນທີ 11 ມີນາ, ໂຮງຮຽນສອນທັງພາສາລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງໂຮງຮຽນ. ເຂົ້າຮ່ວມພິທີມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ.
ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນບ໊າຮຸ່ງ ໃຫ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ໂຮງຮຽນສອນທັງພາສາລາວ-ຫວຽດນາມ ຫງວຽນຢູ ບັນລຸໄດ້ຜົນງານເປັນໜ້າສົ່ງເສີມ ແລະກາຍເປັນໂຮງຮຽນທີ່ມີອິດທິພົນຊື່ສຽງຢູ່ນະຄອນຫຼວງວຽງຈັນ. ທ່ານ ຫງວຽນບ໊າຮຸ່ງ ສະເໜີໃນໄລຍະຈະມາເຖິງ, ໂຮງຮຽນຄວນສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ເປັນເອກະພາບຕໍ່ຄວາມຮັບຮູ້ ແລະການປ່ຽນແປງໃໝ່ກ່ຽວກັບຈິນຕະນາການໃນການສຶກສາ, ຍົກສູງຄຸນນະພາບການສອນ ແລະການຮຽນ, ຊ່ວຍໃຫ້ນັກຮຽນຍົກສູງລະດັບຄວາມຮູ້, ພັດທະນາຢ່າງຮອບດ້ານ.
ສົກຮຽນ 2021-2022 ຜ່ານມາ, ໂຮງຮຽນມີຄວາມເປັນກຽດທີ່ໄດ້ຮັບການເລືອກເຟັ້ນເປັນໂຮງຮຽນສອນທົດລອງທັງພາສາຫວຽດ-ລາວ ແຕ່ຂັ້ນປະຖົມສຶກສາຮອດຂັ້ນມັດທະຍົມຕອນປາຍ ເພື່ອຈາກນັ້ນທະວີຄູນຮູບແບບບໍາລຸງສ້າງດັ່ງກ່າວໃນທ່ົວປະເທດ, ຜ່ານນັ້ນຊ່ວຍຄົນຮຸ່ນໜຸ່ມຂອງລາວ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ, ນໍ້າໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ.
    |
 |
ພວກນ້ອງນັກຮຽນໂຮງຮຽນສອງທັງພາສາລາວ-ຫວຽດນາມ ຫງວຽນຢູ ມອບດອກໄມ້ຊົມເຊີຍວັນສ້າງຄູແຫ່ງຊາດລາວ. ພາບ: ຫາຍຕ໊ຽນ |
ກ່າວຄໍາເຫັນທີ່ພິທີ, ທ່ານນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ອວຍພອນ ແລະຕີລາສູງຜົນງານ ເຊິ່ງຄູອາຈານ ແລະນັກຮຽນຂອງໂຮງຮຽນ ບັນລຸໄດ້ໃນຕະຫຼອດຊຸມປີຜ່ານມາ. ທ່ານນາງ ສີສຸກ ວົງວິຈິດ ໃຫ້ຮູ້ວ່າ ໂຮງຮຽນ ແມ່ນສັນຍາລັກຂອງນໍ້າໃຈມິດຕະພາບລາວ-ຫວຽດນາມ ແລະໂຮງຮຽນ ໄດ້ກໍ່ສ້າງນັກຮຽນລຸ້ນຕ່າງໆທີ່ມີຄວາມເກັ່ງກ້າສາມາດ ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃນວິວັດການພັດທະນາເສດຖະກິດ-ສັງຄົມ ຂອງປະເທດລາວ.
ຜ່ານ 15 ປີແຫ່ງການສ້າງຕັ້ງ ແລະພັດທະນາ, ມາຮອດປັດຈຸບັນ, ໂຮງຮຽນສອນທັງພາສາລາວ-ຫວຽດນາມ ຫງວຽນຢູ ໄດ້ກາຍເປັນໂຮງຮຽນຕົວແບບຂອງນະຄອນຫຼວງວຽງຈັນ ກໍ່ຄືຂອງປະເທດລາວ. ນີ້ກໍ່ແມ່ນໂຮງຮຽນພິເສດຂອງນໍ້າໃຈມິດຕະພາບລາວ-ຫວຽດນາມ, ແມ່ນສະຖານທີ່ໄດ້ຝຶກຝົນຫຼໍ່ຫຼອມ, ບໍາລຸງກໍ່ສ້າງຄົນຮຸ່ນໜຸ່ມແມ່ນລູກເຕົ້າຂອງຊາວຫວຽດນາມ ອາໄສຢູ່ລາວ ແລະລູກເຕົ້າຄົນລາວ ກາຍເປັນຜູ້ທີ່ມີຄວາມເກັ່ງກ້າສາມາດ ເພື່ອຮັບໃຊ້ປະເທດລາວ ໃຫ້ສວຍງາມ ແລະເພີ່ມພູນຄູນສ້າງໃຫ້ນໍ້າໃຈມິດຕະພາບອັນຍິ່ງໃຫຍ່ຂອງສອງປະເທດ.
ໂດຍ: ທູຈາງ