ສືບຕໍ່ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ
ກປ.ອອນໄລ - ວັນທີ 26 ກຸມພາ, ເນື່ອງໃນໂອກາດການໄປປະຕິບັດງານຢູ່ພາກກາງຫວຽດນາມ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ນຳໂດຍສະຫາຍ ຄຳໃບ ດຳລັດ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ດ່ານັ້ງ.
ສະຫາຍ ເລືອງຫງວຽນມິງຈຽດ, ກຳມະການສູນກາງພັກສຳຮອງ, ຮອງເລຂາຜູ້ປະຈຳການ, ປະທານສະພາປະຊາຊົນນະຄອນດ່ານັ້ງ ພ້ອມດ້ວຍບັນດາສະຫາຍການນຳບັນດາອົງການ, ພະແນກ, ຂະແໜງການຂອງດ່ານັ້ງ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບຄະນະ.
    |
 |
ສະຫາຍ ຄຳໃບ ດຳລັດ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ມອບຮູບພາບທີ່ລະນຶກໃຫ້ແກ່ນະຄອນດ່ານັ້ງ. ພາບ: ແທັງຕຸ່ງ. |
ຕາງໜ້າການນຳນະຄອນດ່ານັ້ງ, ສະຫາຍ ເລືອງຫງວຽນມິງຈຽດ ໄດ້ແນະນຳໂດຍສັງເຂບກ່ຽວກັບນະຄອນດ່ານັ້ງ, ສະພາບການພັດທະນາເສດຖະກິດ-ສັງຄົມປີ 2022; ໂຄງປະກອບ ແລະບົດຮຽນເຄື່ອນໄຫວຂອງສະພາປະຊາຊົນນະຄອນດ່ານັ້ງ.
    |
 |
ການນຳນະຄອນດ່ານັ້ງ ຖ່າຍຮູບທີ່ລະນຶກກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ. ພາບ: ແທັງຕຸ່ງ. |
ກ່ຽວກັບສະພາບການຮ່ວມມືລະຫວ່າງດ່ານັ້ງ ແລະລາວ, ສະຫາຍ ເລືອງຫງວຽນມິງຈຽດ ເນັ້ນໜັກວ່າ ບົນພື້ນຖານການພົວພັນຮ່ວມມືມິດຕະພາບແບບພິເສດຂອງພັກ, ລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ນະຄອນດ່ານັ້ງ ຍາມໃດກໍ່ເອົາໃຈໃສ່ ແລະຕີລາຄາສູງຕໍ່ການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ໃນໄລຍະຜ່ານມາ, ດ່ານັ້ງ ສືບຕໍ່ສົມທົບກັບ 5 ແຂວງຢູ່ພາກກາງ ແລະພາກໃຕ້ຂອງລາວ, ຜັນຂະຫຍາຍຫຼາຍໂຄງການຮ່ວມມື, ສຸມໃສ່ບັນດາລາຍການ, ໂຄງການໃນທຸກຂົງເຂດ: ກໍ່ສ້າງ ແລະຍົກລະດັບບັນດາໂຮງຮຽນ, ກິດຈະກຳສາທາລະນະ, ບັນດາສູນສອນພາສາຫວຽດ; ສະໜອງທຶນການສຶກສາໃຫ້ນັກສຶກສາມາຮຽນຢູ່ດ່ານັ້ງ; ຈັດສົ່ງຄູອາຈານໄປສອນພາສາຫວຽດ ຢູ່ຕາມສູນສອນພາສາຫວຽດແຫ່ງຕ່າງໆ; ຮັບພະນັກງານຂອງພະແນກ, ຂະແໜງການ ມາທັດສະນະສຶກສາ ແລະຄົ້ນຄວ້າບົດຮຽນຢູ່ນະຄອນດ່ານັ້ງ... ໄລຍະ 2018-2022, ທາງນະຄອນໄດ້ສະໜອງເງິນກວ່າ 115 ຕື້ດົ່ງເພື່ອຊ່ວຍເຫຼືອບັນດາແຂວງຂອງລາວ...
    |
 |
ການນຳນະຄອນດ່ານັ້ງ ຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ. ພາບ: ແທັງຕຸ່ງ. |
ໃນໄລຍະຈະມາເຖິງ, ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນ ດ່ານັ້ງ ຈະສືບຕໍ່ເພີ່ມທະວີການໜູນຊ່ວຍຮ່ວມມືກັບບັນດາແຂວງຂອງ ລາວ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ໃຫ້ນັບມື້ນັບສວຍງາມ, ຍືນຍົງ, ປະກອບສ່ວນຕັ້ງໜ້າເຂົ້າໃນກິດຈະການສ້າງສາ, ປົກປັກຮັກສາປະເທດສັງຄົມນິຍົມຂອງແຕ່ລະປະເທດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃນພາກພື້ນ, ສາກົນ.
ໂດຍ: ແສງເດືອນ