ຄອບຄົວຫວຽດນາມ ໜູນຊ່ວຍນັກສຶກສາ ລາວ ແລະກຳປູເຈຍ: ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ
ກປ.ອອນໄລ - ຕອນບ່າຍວັນທີ 10 ກຸມພາ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດການສະຫຼຸບວຽກງານການພົວພັນຕ່າງປະເທດປະຊາຊົນ - ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະໝາກຜົນການປະຕິບັດໂຄງການຄອບຄົວຫວຽດນາມ ກັບບັນດານັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ; ຍ້ອງຍໍຊົມເຊີຍ ແລະມອບລາງວັນໃຫ້ໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານການພົວພັນຕ່າງປະເທດປະຊາຊົນ -ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ທີ່ພິທີ, ທ່ານນາງ ເຈິ່ນກິມອ໊ຽນ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ຖືວ່າ ການຜ່ານຜ່າຄວາມຫຍຸ້ງຍາກ, ດ້ວຍຫຼາຍເນື້ອໃນປ່ຽນແປງໃໝ່, ມາດຕະການທີ່ອຸດົມສົມບູນ, ການເຄື່ອນໄຫວວຽກງານການພົວພັນຕ່າງປະເທດປະຊາຊົນໃນປີ 2022 ຂອງລະບົບແນວໂຮມປະເທດຊາດນະຄອນ ແລະບັນດາອົງການສະມາຊິກໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການຟື້ນຟູ ແລະພັດທະນານະຄອນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງວຽກງານການພົວພັນຕ່າງປະເທດຂອງພັກ ແລະການທູດຂອງລັດ.
    |
 |
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານ ໂງແທງເຊີນ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈີມິນ ແລ້ວ, ປີ 2022, ລະບົບແນວໂຮມທົ່ວນະຄອນ ແລະບັນດາອົງການສະມາຊິກໄດ້ເປັນເຈົ້າການສ້າງແຜນການ, ຜັນຂະຫຍາຍບັນດາເນື້ອໃນການພົວພັນຕ່າງປະເທດປະຊາຊົນ - ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນເປັນເຈົ້າການຜັນຂະຫຍາຍການໂຄສະນາກ່ຽວກັບແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດກ່ຽວກັບຊາວຕ່າງປະເທດ, ແນະນຳ ແລະໂຄສະນາຜົນງານຂອງປະເທດ ແລະນະຄອນໂຮ່ຈີມິນ; ຮຽກຮ້ອງ, ຍາດແຍ່ງເອົາການສະໜັບສະໜູນຂອງອົງການຈັດຕັ້ງ, ປະຊາຊົນບັນດາປະເທດ; ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະຈໍາ ນະຄອນໂຮ່ຈີມິນ ທີ່ມີຕໍ່ກັບພາລະກິດພັດທະນານະຄອນ.
ພິເສດ, ໄດ້ຜັນຂະຫຍາຍໂຄງການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ” ດ້ວຍການເຂົ້າຮ່ວມຂອງ 33 ຄອບຄົວຫວຽດນາມ ຢູ່ນະຄອນໜູນຊ່ວຍນັກສຶກສາລາວ 42 ຄົນ, ນັກສຶກສາ ກຳປູເຈຍ 6 ຄົນ. ໂຄງການໄດ້ຮັບການຜັນຂະຫຍາຍດ້ວຍການເຄື່ອນໄຫວທີ່ຫຼາກຫຼາຍ ແລະອຸດົມສົມບູນເຊັ່ນ: ຈັດຕັ້ງໃນໂອກາດນີ້, ຄະນະກຳມະການແນວໂຮມປະເທດຊາດນະຄອນ ໂຮ່ຈີມິນ ໄດ້ມອບໃບຍ້ອງຍໍໃຫ້ 8 ໝູ່ຄະນະທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານພົວພັນຕ່າງປະເທດປະຊາຊົນ-ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ຍ້ອງຍໍ ແລະມອບລາງວັນໃຫ້ແກ່ 13 ໝູ່ຄະນະ ແລະ 8 ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໂຄງການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກໍາປູເຈຍ ທີ່ຮໍ່າຮຽນຢູ່ນະຄອນໂຮ່ຈີມິນ” ໃນປີ 2022.
ໂດຍ: ໄຊນີດາ