ອ້າຍຄູເຄົາລົບຕໍ່ອາລົມຈິດທີ່ເຂົາເຈົ້າມີໃຫ້ຕົນເອງ, ດັ່ງນັ້ນຈຶ່ງຢາກຢູ່ວຽງພູຄາດົນກວ່າ,  ເປັນຄູສອນ ພາສາຫວຽດ ຢູ່ ລາວ ໃນເວລາສອງປີ (2021-2023) ນັ້ນແມ່ນສັ້ນທີ່ສຸດ, ອີກບໍ່ດົນກໍ່ໝົດກຳນົດແລ້ວ, ຍັງມີຄວາມຄາດຫວັງຫຼາຍຢ່າງແຕ່ຍັງບໍ່ທັນໄດ້ເຮັດ, ໂດຍສະເພາະແມ່ນວຽກງານໜູນຊ່ວຍນ້ອງນັກຮຽນ ແລະຊາວບ້ານທຸກຍາກຢູ່ເມືອງວຽງພູຄາ, ແຂວງຫຼວງນໍ້າທາ.

leftcenterrightdel
ອ້າຍຄູ ງອັກ ແລະພວກນ້ອງນັກຮຽນ. ພາບ: ຫງວຽນແທ່ງງອັກ

ພາຍຫຼັງໄປເປັນຄູສອນຢູ່ໂຮງຮຽນມັດທະຍົມຕອນຕົ້ນວຽງພູຄາ ໄດ້ສອງອາທິດ, ເຫັນວ່າພວກນ້ອງນັກຮຽນປະສົບກັບຄວາມຫຍຸ້ງຍາກຫຼາຍ, ອ້າຍຄູ ງອັກ ເລີ່ມເຮັດວຽກນັບແຕ່ການເອົາອາຫານການກິນ, ປຶ້ມ,... ມາໃຫ້ພວກນ້ອງ. ມີບາງນ້ອງບ້ານຢູ່ໄກໂຮງຮຽນປະມານ 30-40 ກິໂລແມັດ ຕ້ອງຍ່າງໄປທາງປ່າຈຶ່ງຮອດໂຮງຮຽນດັ່ງນັ້ນທາງໂຮງຮຽນຈຶ່ງຕັ້ງບ່ອນຢູ່ຊົ່ວຄາວຢູ່ເປີ້ນພູໃກ້ກັບໂຮງຮຽນ ເພື່ອໃຫ້ພວກນ້ອງພັກຢູ່ທີ່ນີ້ ແລະກັບເມືອບ້ານພຽງແຕ່ທ້າຍອາທິດເທົ່ານັ້ນ.

ອ້າຍຄູ ງອັກ ສືບຕໍ່ເຮັດວຽກງານກຸສົນຍ້ອນມີນັກຮຽນຫຼາຍຄົນປະສົບກັບຄວາມຫຍຸ້ງຍາກຍັງຕ້ອງການຄວາມຊ່ວຍເຫຼືອ. ຕົ້ນປີ 2022 ອ້າຍຄູພ້ອມກັບໝູ່ເພື່ອນ, ອ້າຍເອື້ອຍນ້ອງສະໜິດກັນໄດ້ໄປມອບຂອງຂວັນຂະໜາດນ້ອຍ ແລະໃຫຍ່ຫຼາຍເທື່ອ. ຄັ້ງນັ້ນ, ອ້າຍຄູ ງອັກ ໄປຮັບເອົາຜູ້ມີຈິດໃຈເຫຼື້ອມໃສສັດທາຄົນຫວຽດ ທີ່ອາໄສ ຢູ່ລາວ ຈາກນະຄອນຫຼວງວຽງຈັນ ມາມອບຂອງຂວັນໃຫ້ພວກນ້ອງ ແລະຊາວບ້ານປະສົບກັບຄວາມຫຍຸ້ງຍາກ. ເອື້ອຍ ວັນນະລີ ອອນສະຫວັດ ຄົນຫວຽດ ອາໄສຢູ່ ລາວ, ມີຊື່ຫວຽດແມ່ນ ຊວນ, ເຈົ້າຂອງວິສາຫະກິດຢູ່ວຽງຈັນ ເລົ່າວ່າ, ການໄປຕົ້ນປີເມື່ອຍຫຼາຍ ຍ້ອນໄລຍະທາງໄປມາລວມທັງໝົດກວ່າ 500 ກິໂລແມັດ. ເອື້ອຍ ຊວນ ແບ່ງປັນວ່າ “ພວກຂ້າພະເຈົ້າເຄົາລົບນ້ຳໃຈຂອງອ້າຍຄູ ງອັກ ກັບພວກນ້ອງນັກຮຽນທຸກຍາກດັ່ງນັ້ນ ຈຶ່ງຢາກປະກອບສ່ວນເພື່ອຊ່ວຍພວກນ້ອງໄດ້ຫຼາຍຄົນກວ່າອີກ”.

leftcenterrightdel
ອ້າຍຄູຂຶ້ນຫ້ອງສອນ. ພາບ: ຫງວຽນແທ່ງງອັກ

ໂດຍຮັບຮູ້ມາວ່າ ໃນໜຶ່ງປີຜ່ານມາ, ອ້າຍຄູ ງອັກ ພ້ອມກັບກຸ່ມຜູ້ໃຈບຸນໄດ້ໄປມອບຂອງຂວັນໃຫ້ນັກຮຽນ ແລະພໍ່ແມ່ປະຊາຊົນທຸກຍາກໃນເມືອງ, ແຂວງບ່ອນທີ່ອ້າຍຄູສອນຢູ່ນັ້ນ ທັງໝົດ 16 ຄັ້ງລວມເປັນເງິນທັງໝົດ 100 ລ້ານກີບ.

ຢູ່ໂຮງຮຽນ, ອ້າຍຄູ ງອັກ ສອນພາສາຫວຽດ, ພ້ອມກັບສອນວັດທະນະທໍາຫວຽດນາມ ໃຫ້ພວກນ້ອງນັກຮຽນຫ້ອງ ມໍ 6, ມໍ 7, ນອກຈາກນັ້ນຍັງ ສອນພາສາຫວຽດ ໃຫ້ຊຸດຝຶກອົບຮົມພະນັກງານຂອງເມືອງວຽງພູຄາ, ສອນທາງອອນລາຍ ໃຫ້ນັກຮຽນຢູ່ໄກ. ອ້າຍຄູ ງອັກ ຫວັງວ່າ ພວກນ້ອງນັກຮຽນທຸກຍາກຂອງຕົນຈະມີໂອກາດໄດ້ຍົກລະດັບຂຶ້ນຕື່ມ ແລະຊົ່ວໂມງຮຽນພາສາຫວຽດ ຈະສົ່ງແຮງບັນດານໃຈໃຫ້ພວກນ້ອງບຸກບືນສູ້ຊົນຮໍ່າຮຽນ. ບາງນ້ອງຍັງປາດຖະໜາຢາກມາຮຽນຕໍ່ຢູ່ຫວຽດນາມ. ອ້າຍຄູ ງອັກ ເລົ່າວ່າ “ທຶນສຶກສາຂອງລັດຖະບານຫວຽດນາມ ໃຫ້ນັກຮຽນລາວ ກໍ່ມີຫຼາຍ ດັ່ງນັ້ນພວກນ້ອງຈຶ່ງມີຄວາມກະຕືລືລົ້ນຢາກຮຽນພາສາຫວຽດ, ຊອກຮູ້ວັດທະນະທໍາຫວຽດ”.

leftcenterrightdel
ອ້າຍຄູ ຫງວຽນແທ່ງງອັກ. ພາບ: ຫງວຽນແທ່ງງອັກ

ໂດຍຮັບຮູ້ນໍ້າໃຈ ແລະການອຸທິດຕົນຂອງອ້າຍຄູຄົນຫວຽດນາມ ໃນໜຶ່ງປີຜ່ານມາ, ການນໍາລາວ ທຸກຂັ້ນໄດ້ມອບໃບຍ້ອງຍໍ 8 ໃບໃຫ້ ອ້າຍຄູ ງອັກ ຍ້ອນມີການປະກອບສ່ວນເຂົ້າໃນວຽກງານການສຶກສາ ແລະວົງຄະນາຍາດຢູ່ ລາວ. ການນໍາຂະແໜງສຶກສາຂັ້ນທ້ອງຖິ່ນຢາກໃຫ້ອ້າຍຄູ ງອັກ ຢູ່ຕື່ມອີກພາຍຫຼັງໝົດອາຍຸການເຮັດວຽກ, ໄດ້ແນະນຳໃຫ້ອ້າຍຄູ ຢູ່ຕື່ມອີກເພື່ອສືບຕໍ່ປະຕິບັດບັນດາວຽກງານທີ່ມີຄວາມໝາຍ.

leftcenterrightdel
ອ້າຍຄູ ຫງວຽນແທ່ງງອັກ ໃນຊຸດຄູສອນຂອງລາວ. ພາບ: ຫງວຽນແທ່ງງອັກ

ກ່ອນທີ່ຈະມາປະຕິບັດງານຢູ່ລາວສອງປີຕາມໂຄງການຂອງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ອ້າຍບ່າວ ບ້ານຢູ່ແຂວງບັ໊ກຢາງ ເກີດປີ 1991 ໄດ້ດໍາລົງຊີວິດ, ເຮັດວຽກ ແລະຮໍ່າຮຽນຢູ່ລາວ 7 ປີ, ຈົບປະລິນຍາໂທຢູ່ມະຫາວິທະຍາໄລແຫ່ງຊາດລາວ. ປະຈຸບັນ ອ້າຍຄູ ງອັກ ຕັດສິນຈະກັບຫວຽດນາມ ຫຼື ຢູ່ລາວ ນັ້ນບໍ່ແມ່ນງ່າຍເລີຍ. ເພາະວ່າ ຢູ່ຫວຽດນາມ ອ້າຍຄູ ງອັກ ເປັນຄູສອນຢູ່ມະຫາວິທະຍາໄລວິທະຍາສາດ-ມະຫາວິທະຍາໄລ ທ໊າຍງວຽນ, ສະນັ້ນການຕັດສິນຢູ່ລາວ ຫຼາຍປີ, ອ້າຍຄູ ກໍ່ພາດໂອກາດທີ່ຈະສ້າງຄວາມກ້າວໜ້າຢູ່ພາຍໃນປະເທດ...

ແຕ່ເລື່ອງຢູ່ໄກເຂດວຽງພູຄາ ແລະລູກສິດທີ່ຮັກແພງຂອງຕົນແມ່ນຍາກແທ້ໆ. ອ້າຍຄູ ງອັກ ບອກວ່າ, ໃນໄລຍະທີ່ປະຕິບັດງານຢູ່ເມືອງທຸກຍາກເຂດພູສູງແມ່ນມີຄວາມໝາຍທີ່ສຸດຕໍ່ກັບຕົນເອງໃນຊຸມເດືອນປີທີ່ຢູ່ລາວ. ອ້າຍຄູມີຈຸດປະສົງຈະກັບຄືນປະເທດເພື່ອອຸທິດຕົນໃຫ້ແກ່ບ້ານເກີດເມືອງນອນ, ແຕ່ວ່າໃນອະນາຄົດຖ້າຫາກມີໂອກາດ, ອ້າຍຄູຫວັງວ່າ ຈະໄດ້ກັບຄືນມາເພື່ອສືບຕໍ່ຮ່ວມເດີນທາງໄປກັບພວກນ້ອງນັກຮຽນລາວ.

leftcenterrightdel
ອ້າຍຄູ ງອັກ ແລະກຸ່ມຜູ້ໃຈບຸນມອບຂອງຂວັນໃຫ້ນັກຮຽນທຸກຍາກ. ພາບ: ຫງວຽນແທ່ງງອັກ

ອ້າຍຄູ ງອັກ ແບ່ງປັນວ່າ “ຖ້າຫາກມີໂອກາດຢູ່ດົນ, ຈະມີເງື່ອນໄຂດີກວ່າອີກ, ຂ້າພະເຈົ້າຄິດວ່າບັນດາອ້າຍຄູ, ເອື້ອຍຄູ ທີ່ກໍາລັງສິດສອນພາສາຫວຽດ ຢູ່ ລາວເວົ້າລວມ ແລະຂ້າພະເຈົ້າເວົ້າສະເພາະ ຈະມານະພະຍາຍາມສູ້ຊົນປະກອບສ່ວນ ແລະສືບຕໍ່ຕິດພັນໄປກັບລາຍການນີ້”.

ໂດຍ: ດັ້ງເກື່ອງ